蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ນາ​ຍົກ​ມາ​ເລ​ເຊຍ​ຮັບ​ການ​ອະ​ນຸ​ຍາດ​ລາ​ອອກ​ຈາກ​ຕຳ​ແໜ່ງ​ ແຕ່​ຍັງ​ຈະ​ເປັນ​ນາ​ຍົກ​ຂ້າມ​ຜ່ານ

2020-02-25 11:52:31 CRI

     ວັນ​ທີ 24 ກຸມ​ພາ​ນີ້, ສົມ​ເດັດ​ອັບ​ດຸນ​ລາ ຊຸນ​ຕັນ ອາ​ຮາ​ມັດ ຊາ ປະ​ມຸກ​ລັດ​ສູງ​ສຸດ​ມາ​ເລ​ເຊຍ​ໄດ້​ຮັບຮອງ​ໃບລາ​ອອກຈາກຕຳ​ແໜ່ງ​ຂອງ​ທ່ານ​ມາ​ຮາ​ເຕຍ ບິນ ໂມ​ຮາ​ມັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ, ເຫັນ​ດີ​ໃຫ້​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ແຕ່​ຍັງ​ແຕ່ງ​ຕັ້ງໃຫ້​ທ່ານ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄລ​ຍະ​ຂ້າມ​ຜ່ານ.

     ທ່ານ​ມາ​ຮາ​ເຕຍ​ໄດ້​ຍື່ນ​ໃບລາອອກ​ຈາກ​ຕຳ​ແໜ່ງ​ໃຫ້​ສົມ​ເດັດ​ອັບ​ດຸນ​ລາໃນ​ວັນ​ທີ 24 ກຸ​ມ​ພານີ້, ຫຼັງ​ຈາກນັ້​ນ​ທ່ານ​ປະ​ກາດ​ວ່າ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​ປະ​ທານ​ກິ​ຕິ​ມະ​ສັກຂອງ​ພັກ​ປ​ຣິ​ບູ​ມີ ເບີ​ຊະ​ຕູ​ມາ​ເລ​ເຊຍ. ພັກ​ດັ່ງ​ກ່າວ​ກໍ​ໄດ້​ປະ​ກາດ​ວ່າ​ຈະ​ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພັນ​ຄວາມ​ຫວັງ​ທີ່​ກຳ​ອຳ​ນາດ. ແຕ່​ທ່ານ​ມາ​ຮາ​ເຕຍບໍ່​ໄດ້​ເປີດ​ເຜີຍ​ສາ​ເຫດ​ລາ​ອອກ​ຈາກ​ຕຳ​ແໜ່ງ.

     ສະ​ຫະ​ພັນ​ຄວາມ​ຫວັງ​ທີ່​ນຳ​ໂດຍ​ທ່ານ​ມາ​ຮາ​ເຕຍ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ເມື່ອເດືອນ​ພຶດ​ສະ​ພາ​ປີ 2018. ພາຍ​ຫຼັງ​ທ່ານ​ມາ​ຮາ​ເຕຍ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, ທ່ານ​ເຄີຍ​ກ່າວ​ຫຼາຍ​ເທື່ອ​ວ່າ​ຈະ​ມອບ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃຫ້​ທ່ານ​ອັນ​ວາ ອິບ​ຣາ​ຮິມ ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ອີກ​ໄລ​ຍະ​ໜຶ່ງ, ແຕ່ບໍ່​ໄດ້​ກຳ​ນົດເວ​ລາ​ລະ​ອຽດມາ​ໂດຍ​ຕະ​ຫຼອດ, ຈຶ່ງ​ເຮັດ​ໃຫ້​ຫາງ​ສຽງ​ພາຍນອກ​ເກີດ​ມີ​ຄວາມ​ລະ​ແວງ​ສົງ​ໄສຕໍ່​ເລື່ອງນີ້.

ຄຳ​ເຫັນ

0