黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ນຳໃຊ້ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ​ຍິ່ງຫຼາຍ, ເສດ​ຖະ​ກິດ​ໂລກ​ກໍ​ຍິ່ງມີ​ຄວາມ​ໝັ້ນທ່ຽງ

2020-02-25 14:38:19 cri

ວັນ​ທີ 23 ກຸມ​ພາ​ນີ້, ໃນ​ກອງ​ປະ​ຊຸມ​ເພື່ອວາງແຜນ​ເອກະ​ພາບໃນການຊຸກ​ຍູ້​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ແລະການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ທ່ານ​ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງຈີນໄດ້​ເນັ້ນ​ໜັກ​ວ່າ: “ຂໍພຽງແຕ່ນຳໃຊ້​ກຳ​ລັ​ງ​ບົ່ມ​ຊ້ອນ​ອັນ​ມະຫາສານແລະ​ພະ​ລັງ​ຊຸກ​ດັນ​ທີ່ເຂັ້ມ​ແຂງ​ດ້ານ​ການ​ພັ​ດ​ທະ​ນາ​ຂອງ​ຈີນ​ໃຫ້​ສົມ​ບູນ, ກໍ​ຈະສາມາດ​ບັນ​ລຸ​ໜ້າ​ທີ່​ເປົ້າ​ໝາຍ​ໃນການພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ​ໃນ​ປີ​ນີ້ໄດ້.”

ປັດ​ຈຸ​ບັນ, ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ໄດ້​ຮັບ​ຜົນ​ຢ່າງ​ຈະ​ແຈ້ງ, ວິ​ສາ​ຫະ​ກິດ​ທີ່​ຟື້ນ​ຟູ​ການ​ຜະ​ລິດ​ຄືນໃໝ່ກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ໄດ້ຊຸກ​ຍູ້​ໃຫ້​ກຳ​ລັງ​ບົ່ມ​ຊ້ອນ​ແລະ​ພະ​ລັງ​ຊຸກ​ດັນ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຄື່ອນໄຫວຢ່າງ​ບໍ່​ຢຸດ​ຢັ້ງ. ປັດ​ຈຸ​ບັນ, GDP ຂອງ​ຈີນ​ໄດ້​ກວມຍອດປະລິມານ​ເສດ​ຖ​ະ​ກິດ​​ໂລກ​ປະ​ມານ 16%, ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​ເສດ​ຖ​ະ​ກິດ​ໂລກ​ຫຼາຍ​ກວ່າ 30%. ເມື່ອວິ​ສາ​ຫະ​ກິດ​ຈີນສາມາດ​ຟື້ນ​ຟູ​ການ​ຜະ​ລິດຄືນໃໝ່​, ເສດ​ຖະ​ກິດຈີນ​ກໍ​ຈະ​ເຄື່ອນໄຫວໄດ້​ເປັນ​ຢ່າງ​ດີ​, ການ​ເຄື່ອນໄຫວຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຂອງ​ໂລກ​ກໍ​ຈະ​ມີຄວາມໝັ້ນ​ທ່ຽງ​ກວ່າ​ເກົ່າ.

​ເມື່ອການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສ​ບ​ປອດ​ສາຍ​ພັນ​ໃໝ່​ສິ້ນ​ສຸດ​ລົງ, ຄວາມ​ຕ້ອງ​ການ​ດ້ານ​ການບໍ​ລິ​ໂພ​ກ​ຈຳນວນມະຫາສານຂອງ​ຈີນ​ກໍ​ຈະຟື້ນຟູຄືນຢ່າງ​ສົມ​ບູນ ​ແລະ ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ​ຢ່າງວ່ອງ​ໄວ.

ເມື່ອທົບ​ທວນ​ຄືນ​ປະ​ຫວັດ​ສາດ​ຂອງ​ຈີນ, ເສດ​ຖະ​ກິດ​ຈີນ​ແມ່ນ​ໄດ້​ຮັບ​ການ​ພັດ​ທະ​ນາ​ແລະ​ເຕີບ​ໃຫຍ່​ຂຶ້ນ​ໃນ​ຂະ​ບວນ​ການ​ທີ່​ສາມາດຜ່ານ​ຜ່າ​ຄວາມ​ສ່ຽງ​ແລະ​ຄວາມ​ຫຍຸ້ງ​ຍາກລຳ​ບາກ​ຊ້ຳ​ແລ້ວ​ຊ້ຳ​ອີກ. ເທື່ອ​ນີ້​ກໍ​ຄື​ກັນ. ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາ​ມາດ​ເພື່ອບັນ​ລຸ​ເປົ້າ​ໝາຍການ​ພັດ​ທະ​ນາ​ໃນ​ປີ​ນີ້ ແລະ ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ເຕີບໂຕ.

ຄຳ​ເຫັນ

0