黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ໜັງ​ສື​ພິມ​ວອນສະຕຣີດ​ລາຍ​ວັນ” ຍັງ​ບໍ່​ທັນ​ໄດ້​ສະ​ແດງ​ທ່າທີຂໍ​ໂທດ​ຕໍ່​ບົດ​ຄວາມ​ທີ່​ຢຽບ​ຫຍາມ​ຈີນ

2020-02-25 17:28:03 cri

ວັນ​ທີ 20 ກຸມ​ພາ​ນີ້, ພະ​ນັກ​ງານ 53 ຄົນ​ຂອງ “ໜັງ​ສື​ພິມ​ວອນສະຕຣີດ​ລາຍ​ວັນ” ໄດ້​ສົ່ງ​ອີ​ເມວລົງ​ນາມ​ຮ່ວມ​ໄປ​ເຖິງ​ຄະ​ນະ​ນຳ​ຂອງ​ໜັງ​ສື​ພິມດັ່ງກ່າວ ໂດຍ​ຮຽກ​ຮ້ອງ​ໃຫ້​ດັດ​ແກ້​ຫົວ​ຂໍ້​ບົດ​ວິ​ເຄາະ “ຈີນ​ຄື​ຄົນ​ປ່ວຍ​ອາ​ຊີ​​ຕາ​ເວັນ​ອອກທີ່​ແທ້​ຈິງ” ທີ່​ໜັງ​ສື​ພິມ​ວອນສະຕຣີດ​ລາຍ​ວັນໄດ້ລົງ​ພິມ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ ທັງສະ​ແດງຄວາມ​ຂໍ​ໂທດທີ່ໄດ້ພິມບົດຄວາມໃນລັກສະນະ​ທີ່​ຢຽບ​ຫຍາມຈີນ. ພະ​ນັກ​ງານ​ເຫຼົ່າ​ນີ້​ກ່າວ​ວ່າ: ນີ້​ບໍ່​ແມ່ນ​ບັນ​ຫາ​ກ່ຽວ​ກັບ​ເສລີພາບໃນການ​​ບັນ​ນາ​ທິ​ການຂ່າວ ແລະ ກໍ​ບໍ່​ແມ່ນຄວາມ​ຕ່າງ​ກັນ​ລະ​ຫວ່າງ​ການ​ລາຍ​ງານ​ຂ່າວ​ກັບ​ການ​ວິ​ເຄາະ​ຂ່າວ, ຫາກ​ແມ່ນ​ຫົວ​ຂໍ້​ທີ່​ຜິດ​ພາດ ເຊິ່ງ​ໄດ້​​ແຕະຕ້ອງ​ເຖິງກຽດ​ສັກສີຂອງ​ຫຼາຍໆ​ຄົນເຊິ່ງ​ລວມ​ທັງ​ປະ​ຊາ​ຊົນ​ຈີນ. ແຕ່​ວັນ​ທີ 22 ກຸມ​ພາ​ນີ້, ໂຄ​ສົກ​ໜັງ​ສື​ພິມ​​ວອນສະຕຣີດ​ລາຍ​ວັນ ກ່າວ​ວ່າ: ຈຸດຢືນ​ຂອງ​ໜັງ​ສື​ພິມ​ຕົນ​ບໍ່​ມີ​ການ​ປ່ຽນ​ແປງ.

ວັນ​ທີ 3 ກຸມ​ພາ​ນີ້, “ໜັງ​ສື​ພິມ​ວອນສະຕຣີດລາຍ​ວັນ” ໄດ້​ພິມ​ບົດ​ຄວາມໃນ​ລັກ​ສະ​ນະ​ດູ​ຖູກ​ຢຽບຫຍາມດ້ວຍການພາດຫົວບົດວ່າ “ຈີນຄື​ຄົນ​ປ່ວຍອາ​ຊີ​ຕາ​ເວັນ​ອອກ​ທີ່ແທ້​ຈິງ​”, ນອກຈາກ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ຄວາ​ມ​ພະ​ຍາ​ຍາມ​ຂອງຈີນໃນການຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແລ້ວ, ຍັງ​ໄດ້ປ່າວປະກາດວ່າເສດ​ຖະ​ກິດ​ຈີນ​ຈະ​ຊຸດ​ໂຊມ​ລົງໂດຍ​ຂາດຫຼັກ​ອ້າງ​ອີງ ເຊິ່ງເລື້ອງດັ່​ງກ່າວໄດ້ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ຄຽດ​ແຄ້ນ​ທີ່​ສຸດ ແລະ ຖືກ​ປະ​ຊາ​ຄົມ​ໂລກ​ກ່າວ​ປະ​ນາມ​ຢ່າງກວ້າງ​ຂວາງ. ໂດຍ​ແນ່​ໃສ່​ການ​ກະ​ທຳ​ຂອງ “ໜັງ​ສື​ພິມ​ວອນສະຕຣີດລາຍ​ວັນ”, ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທາງ​ອິນ​ເຕີ​ເນັດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ກຸມ​ພາ​ນີ້, ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ໄດ້​ຖອນ​ບັດ​ນັກ​ຂ່າວ​ຂອງ​ນັກ​ຂ່າວໜັງ​ສື​ພິມ​ວອນສະຕຣີດ​ 3 ຄົນ​​ປະຈຳຈີນ​. ທ່ານ​ເກິງ​ສວງ​ເປີດ​ເຜີຍ​ວ່າ, “ໜັງ​ສື​ພິມ​ວອນສະຕຣີດ​ລາຍ​ວັນ” ໄດ້ຫຼົບລີ້ນ​ປີ້​ນ​ຄວາມ​ເລື້ອຍໆ, ບໍ່​ໄດ້ສະແດງຄວາມຂໍໂທດຢ່າງ​ເປີດ​ເຜີຍ​ແລະ​ເປັນ​ທາງ​ການ, ທັງບໍ່ໄດ້​ລົງ​ໂທດຕໍ່​ຜູ້​ກ່ຽວຂ້ອງ​ໃດໆ.

ວັນ​ທີ 9 ກຸມ​ພາ​ນີ້, ທ່ານ​ເວີນ​ເຕີມີດ ຜູ້​ຂຽນ​ບົດ​ຄວາມ​ດັ່ງ​ກ່າວ, ທັງເປັນຜູ້ຊ່ຽວ​ຊານ​ດ້ານການ​ທູດຂອງ​ພັກ​ອານຸລັກນິຍົມ​ອາ​ເມ​ຣິ​ກາ​ໄດ້ລົງ​ຂໍ້ຄວາມ​ໃນທວິດ​ເຕີ​ວ່າ: ​ໃນໜັງ​ສື​ພິມ​ອາ​ເມ​ຣິ​ກາ, ສຳລັບຜູ້​ຂຽນ​ “ບໍ່​ມີ​ສິດ” ​ຂຽນ ຫຼື ກວດແກ້​ຫົວ​ຂໍ້ຂ່າວ, ບັນ​ຫາ​ຫົວ​ຂໍ້​​ແມ່ນຕ້ອງປຶກສາ​ຫາລື​ກັບ​ບັນ​ນາ​ທິ​ການ. ແຕ່ເຈົ້າ​ໜ້າ​ທີ່ “ໜັງ​ສື​ພິມ​ວອນສະຕຣີດລາຍ​ວັນ” ພັດ​ກ່າວ​ວ່າ, ພາກ​ຂ່າວແລະພາກວິ​ເຄາະ​ສະຖານະການ​ເປັນ “ພາກ​ສ່ວນ​ທຸ​ລະ​ກິດ​ອິດ​ສ​ະຫຼະ​”, ຂະ​ນະ​ດຽວ​ກັນ, ຍັງ​ໄດ້​ເວົ້າ​ແກ້​ຕົວ​ດ້ວຍ​ຖ້ອຍ​ຄຳ “ເສ​ລີ​ພາບ​ໃນການປາກເວົ້າ”.

ນັກ​ວິ​ເຄາະ CRI ເຫັນ​ວ່າ, ຄະ​ນະ​ນຳ​ໜັງ​ສື​ພິມ​ດັ່ງ​ກ່າວ​ຄວນ​ສຳຫຼວດ​​ຕົນ​ເອງ​ຄືນຢ່າງ​ເລິກ​ເຊິ່ງ, ຄວນ​ໃຫ້​ຄຳ​ຕອບ​ແກ່​ພະ​ນັກ​ງານ​ຈຳນວນ 53 ຄົນທີ່​ໄດ້​ສົ່ງ​ອີ​ເມວລົງ​ນາມ​ຮ່ວມ​ໄປເຖິງຕົນໂດຍ​ໄວດ້ວຍ​ການ​ກະ​ທຳ​ຕົວ​ຈິງ, ໃຫ້​ຄຳ​ຕອບ​ແກ່​ຈີນແລະໃຫ້​ຄຳ​ຕອບ​ແກ່​ໂລກ, ຢ່າ​ເຮັດ​ຕາມ​ລຳ​ພັງ​ໃຈ​ຕົນ, ເຮັດ​ໃຫ້ “ໜັງ​ສື​ພິມ​ວອນສະຕຣີດລາຍ​ວັນ” ທີ່​ສ້າງ​ຕັ້ງ​ຂຶ້ນ​ມາ​ເປັນ​ເວ​ລາ​ຮ້ອຍ​ກວ່າ​ປີ​ຕ້ອງເຊື່ອມເສຍ​ຊື່​ສຽງ​ຂອງ​ຕົນທັງເສຍ​ຈັນຍາບັນ ແລະ ​ຈະ​ລິ​ຍະ​ທຳ​ພື້ນ​ຖານຂອງຕົນ.

ຄຳ​ເຫັນ

0