CRI: ວັນທີ 25 ກຸມພາ 2020 ນີ້ ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວໄດ້ມີພີທີມອບເງິນຊ່ວຍເຫຼືອໃຫ້ກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ເພື່ອ ປະກອບສ່ວນເຂົ້າໃນການຊື້ອຸປະກອນການແພດ ແລະນໍາໃຊ້ເຂົ້າໃນວຽກ ງານການຕ້ານແລະສະກັດກັ້ນການແຜ່ລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ປະເທດຈີນ, ຕາງໜ້າມອບໂດຍ ທ່ານ ຄໍາມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງ ການ ກະຊວງປ້ອງກັນປະເທດລາວ ແລະຕາງໜ້າຮັບໂດຍທ່ານ ເສີນຢົງຈິ່ງ ທີ່ປຶກສາການທະຫານຈີນ ປະຈໍາລາວ, ໂດຍເປັນສັກຂີພິຍານຂອງທ່ານ ພູວົງ ວົງພົມ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ແລະທ່ານ ຈ່ຽງຈ່າຍຕົງ ເອກອັກຄະລັດຖະທູດຈີນປະຈໍາ ລາວ ພ້ອມດ້ວຍຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ໃນການຊ່ວຍເຫຼືອຄັ້ງນີ້ ປະກອບດ້ວຍເງິນຈໍານວນ 2,6 ຕື້ກວ່າກີບເພື່ອ ຊ່ວຍ ເຫຼືອກະຊວງປ້ອງກັນປະເທດຈີນໃນການຊື້ອຸປະກອນການແພດ ແລະວຽກງານຕ້ານ ແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ປະເທດຈີນ.
ໂອກາດນີ້, ທ່ານ ພູວົງ ວົງພົມ ໄດ້ຕາງໜ້າກະຊວງ ປກຊ ກໍຄືກອງທັບປະ ຊາຊົນລາວ ສະແດງຄວາມຊົມເຊີຍຕໍ່ພັກ,ລັດ ກໍຄືກອງທັບຈີນ ໄດ້ນຳໃຊ້ມາດຕະການ ທີ່ຮອບດ້ານ, ເດັດຂາດແລະມີປະສິດທິພາບ ເພື່ອຄວບຄຸມພະຍາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່. ການຊ່ວຍເຫຼືອຄັ້ງນີ້ ແມ່ນເພື່ອສະໜັບສະໜູນກອງ ທັບຈີນສືບຕໍ່ຄວບຄຸມ ແລະສະກັດກັ້ນພະຍາດດັ່ງກ່າວ. ນອກນີ້ຍັງເປັນການລົງເລິກສາຍ ພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ປະກອບສ່ວນເຂົ້າໃນ ການສ້າງຄູ່ຮ່ວມຊະຕາກຳລາວ-ຈີນຮ່ວມກັນ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງນ້ຳໃຈ ມິດຕະພາບການຊ່ວຍເຫຼືອເຊິ່ງກັນ ແລະກັນຂອງກອງທັບລາວທີ່ມີຕໍ່ກອງທັບ ຈີນ. ຝ່າຍລາວຍັງເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳ-ນຳພາທີ່ເຂັ້ມແຂງຂອງພັກ ແລະລັດຖະບານຈີນ, ປະຊາຊົນຈີນອ້າຍນ້ອງຈະໄດ້ຜ່ານພົ້ນຈາກພະຍາດດັ່ງກ່າວ ແລະຟື້ນຟູການດຳລົງຊີວິດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ທ່ານ ຈ່ຽງ ຈ່າຍຕົງ ໄດ້ສະແດງຄວາມຂອບອົກຂອບໃຈທີ່ກະຊວງ ປກຊ ບໍລິຈາກເງິນຊ່ວຍເຫຼືອ ກະຊວງ ປກຊ ຈີນ, ທ່ານກ່າວວ່າ: ຫວ່າງບໍ່ດົນມານີ້, ລາວໄດ້ຈັດກອງປະຊຸມລັດຖະມົນຕີຕ່າງປະເທດສະໄໝພິເສດກ່ຽວກັບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ແລະໄດ້ມອບເງິນໃຫ້ແກ່ລັດຖະບານຈີນ ແລະມື້ນີ້ຍັງ ຈັດພິທີມອບເງິນໃຫ້ກອງທັບຈີນອີກດ້ວຍ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງນໍ້າໃຈມິດຕະພາບ ຂອງປະຊາຊົນລາວທີ່ມີຕໍ່ປະຊາຊົນຈີນ, ທັງໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈຂອງຄູ່ຮ່ວມ ຊະຕາກໍາຈີນ-ລາວອີກດ້ວຍ. ດັ່ງນັ້ນ, ຈີນຈະນຳເອົາມິດຕະພາບອັນຈົບງາມນີ້ ໃຫ້ກາຍເປັນພະລັງແຮງໃນການຊຸກຍູ້ການສ້າງຄູ່ຮ່ວມຊະຕາກໍາຈີນ-ລາວຮ່ວມກັນ ເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງປະເທດໃຫ້ຫຼາຍກວ່າເກົ່າ.
ຄຳເຫັນ
0