秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການນໍາຈີນບໍລິຈາກເງິນເພື່ອສະໜັບສະໜູນການປ້ອງກັນແລະຄວບຄຸມເຊື້ອພະຍາດໂຄວິດ-19

2020-02-27 12:40:49 cri

ວັນທີ 26 ກຸມພານີ້, ຄະນະກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດກອງປຸຊຸມ ໂດຍໄດ້ຮັບຟັງການລາຍງານຂອງໜ່ວຍງານນໍາພາວຽກງານຮັບມືກັບການແຜ່ລະບາດພະຍາດອັກເສບປອດຈາກເຊືິ້ອໂຄວິດ-19ສູູນກາງຈີນ, ແລະວິເຄາະສະພາບການແຜ່ລະບາດພະຍາດດັ່ງກ່າວ, ຄົ້ນຄວ້າ ແລະຈັດວາງວຽກງານທີ່ສໍາຄັນໃນດ້ານການປ້ອງກັນ ແລະຄວບຄຸມການແຜ່ລະບາດພະຍາດໃນໄລຍະຕໍ່ໄປນີ້.

ເພື່ອຕອບສະໜອງຕາມຄໍາຮຽກຮ້ອງຂອງສູນກາງພັກທີ່ມີຕໍ່ສະມາຊິກພັກອັນໄພສານ, ທ່ານສີຈິ້ນຜິງ,​ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ທ່ານຫຼີເຄິ້ສຽງ ແລະກໍາມະການປະຈໍາກົມການເມືອງສູນກາງພັກທ່ານອື່ນໆ ໄດ້ບໍລິຈາກເງິນເພື່ອສະໜັບສະໜູນວຽກງານປ້ອງກັນ ແລະຄວບຄຸມພະຍາດອັກເສບປອດຈາກເຊື້ອໂຄວິດ-19

ຄຳ​ເຫັນ

0