ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວ CRI: ວັນທີ 26 ກຸມພານີ້, ພິທີສົ່ງສະການທາງການທະຫານຂອງທ່ານມູຮາເມັດ ໂຮສນີ ມູບາຣັກ ອະດີດປະທານາທິບໍດີເອຢິບໄດ້ຈັດຂຶ້ນຢູ່ສຸເຫຼົ່າມຸສລິມນາຍພົນທັນຕາວີທີ່ນະຄອນຫຼວງເລິແກຂອງເອຢິບ. ທ່ານອັບເດນ ຟາຕາ ອານ ຊີຊີ ປະທານາທິບໍດີເອຢິບ ພ້ອມທັງນາຍທະຫານຊັ້ນສູງຈຳນວນໜຶ່ງໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ຕາມໂທລະພາບແຫ່ງຊາດເອຢິບລາຍງານວ່າ: ທ່ານມູບາຣັກໄດ້ເຖິງແກ່ກຳຍ້ອນພະຍາດໃນວັນທີ 25 ກຸມພານີ້ ໃນອາຍຸ 91 ປີ. ລັດຖະບານເອຢິບປະກາດວ່າ ທົ່ວປະເທດຈະສະແດງຄວາມໄວ້ອາໄລເປັນເວລາ 3 ມື້ນັບແຕ່ວັນທີ 26 ກຸມພານີ້ເປັນຕົ້ນໄປ.
ທ່ານມູບາຣັກໄດ້ເຂົ້າຮ່ວມສົງຄາມເຂດຕາເວັນອອກກາງຄັ້ງທີ 3 ແລະທີ 4. ໃນເດືອນຕຸລາປີ 1981, ທ່ານມູບາຣັກໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຄັ້ງທຳອິດ, ຫຼັງຈາກນັ້ນໄດ້ສືບຕໍ່ດຳລົງຕຳແໜ່ງຫຼາຍເທື່ອ, ກຳອຳນາດເກືອບ 30 ປີ. ເດືອນມັງກອນປີ 2011, ເອຢິບເກີດການປະທ້ວງຕໍ່ຕ້ານລັດຖະບານຢ່າງຂະໜາດໃຫຍ່. ຍ້ອນຄວາມກົດດັນຈາກພາຍໃນປະເທດ, ທ່ານໄດ້ລາອອກຈາກຕຳແໜ່ງ. ຫຼັງຈາກນັ້ນ, ທ່ານມູບາຣັກໄດ້ຖືກກ່າວຟ້ອງຍ້ອນອາຊະຍາກຳຫຼາຍຂໍ້. ເດືອນມີນາປີ 2017, ທ່ານໄດ້ຖືກປ່ອຍຕົວພາຍຫຼັງໄດ້ຕິດຄຸກເປັນເວລາ 3 ປີ.
ຄຳເຫັນ
0