ຕາມຂ່າວCRI:ວັນທີ 26 ກຸມພານີ້, ທ່ານມາຮາເດຍ ໂມຮາມັດ, ນາຍົກລັດຖະມົນຕີຮັກສາການມະເລເຊຍໄດ້ກ່າວຄຳປາໄສທາງໂທລະພາບ, ປະກາດວ່າຖ້າວ່າໄດ້ຮັບການສະໜັບສະໜູນຢ່າງພຽງພໍ, ທ່ານຍິນດີດຳລົງຕຳແໜ່ງນາຍົກລັດຖະມົນຕີອີກ, ເພື່ອສ້າງຕັ້ງລັດຖະບານຂ້າມພັກການເມືອງ.
ນີ້ແມ່ນທ່ານມາຮາເດຍ ໂມຮາມັດປະກອບຄຳເຫັນຢ່າງເປີດເຜີຍເປັນຄັ້ງທຳອິດພາຍຫຼັງໄດ້ລາອອກຈາກຕຳແໜ່ງ. ໃນເວລາກ່າວຄຳປາໄສ, ທ່ານມາຮາເດຍ ໂມຮາມັດປະຕິເສດວ່າຕົນເອງບໍ່ຍອມລາອອກຈາກຕຳແໜ່ງແລະຝັນຫາແຕ່ອຳນາດ. ທ່ານກ່າວວ່າ, ປັດຈຸບັນນີ້ມະເລເຊຍກຳລັງປະເຊີນໜ້າກັບບັນຫາເສດຖະກິດແລະການຂົ່ມຂູ່ຈາກສະພາບພະຍາດຕິດແປດ, ຄວນໂຈະໄວ້ຄວາມຂັດແຍ່ງກັນລະຫວ່າງພັກການເມືອງ, ບໍ່ຄວນລຳອຽງເຂົ້າຂ້າງພັກການເມືອງໃດໆ, ຄວນຖືຜົນປະໂຫຍດແຫ່ງຊາດເປັນສຳຄັນໃນການບໍລິຫານປະເທດ.
ພາຍຫຼັງທ່ານມາຮາເດຍ ໂມຮາມັດໄດ້ກ່າວຄຳປໄສທາງໂທລະພາບໃນວັນທີ 26 ກຸມພານີ້, ພັກຍຸດຕິທຳປະຊາຊົນ, ພັກການເຄື່ອນໄຫວປະຊາທິປະໄຕແລະພັກສັດທາແຫ່ງຊາດທີ່ຂຶ້ນກັບສະຫະພັນຄວາມຫວັງໄດ້ຈັດກອງປະຊຸມຂ່າວ, ປະກາດວ່າຈະສະເໜີໃຫ້ທ່ານອາວາ ບິນ ອິບຼາຮິມ, ປະທານພັກຍຸດຕິທຳປະຊາຊົນເປັນຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່.
ຄຳເຫັນ
0