黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳເວົ້າຫລອກລວງຂອງທ່ານ ໄມ ​ພົມ​ເພວ​ ແລະ​ ການຫຼົງ​ທາງຂອງອາ​ເມ​ຣິ​ກາ​

2020-02-28 16:29:54 cri

ໃນ​ກອງ​ປະ​ຊຸມ​ຄວາມ​ປອດ​ໄພ​ມິວ​ນິກ​ທີ່​ຈັດ​ຂຶ້ນ​​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ໄມ ​ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​ວ່າ​: “ພັນທະ​ມິດຂ້າມມະ​ຫາ​ສະ​ໝຸດ​ອັດລັງ​ຕິກໄດ້ປະສົບ​ຄວາ​ມຫາ​ຍະ​ນະນັ້ນແມ່ນຄຳເວົ້າ​ທີ່ເກີນ​ຄວາມ​ເປັນຈິ​ງ​, ປະ​ເທດ​ຕາ​ເວັນ​ຕົກ​ພວມ​ໄດ້​ຮັບ​ໄຊ​ຊະ​ນະ. ພວກ​ເຮົາ​ພວມ​ໄດ້​ຮັບ​ໄຊ​ຊະ​ນະ​ສ່ວນລວມ.” ແຕ່​ວ່າ​ໜັງ​ສື​ພິມ ເດີ ກາດຽນ ຂອງ​ອັງ​ກິດ​​ໄດ້​ພິມ​ບົດ​ຄວາມບົດ​ໜຶ່ງ​​ເມື່ອ​ບໍ່​ດົນ​ມາ​ນີ້​​ ແລະ ໄດ້ຊີ້ໃຫ້​ເຫັນ​ທ່າ​ທີ​ຂອງ​ທ່ານ ໄມ ​ພົມ​ເພວວ່າ​ແມ່ນປາກ​ກັບ​ໃຈ​ບໍ່​ຕົງກັນ; ທີ່​ຈິງ​ແລ້ວ​ອາ​ເມ​ຣິ​ກາ​ແລະ​ອັງ​ກິດ​ບໍ່​ພຽງ​ແຕ່​ບໍ່​ໄດ້​ຮັບ​ໄຊ​ຊະ​ນະ​ສ່ວນ​ລວມ​ເທົ່າ​ນັ້ນ, ຫາກ​ຍັງ​​ນັບ​ມື້​ນັບຫ່າງ​ເຫີນກັນອີກ​ດ້ວຍ.

ບົດ​ຄວາມ​ດັ່ງ​ກ່າວ​ໄດ້​ຍົກໃຫ້ເຫັນທ່າທີທີ່ແຕກຕ່າງກັນລະຫວ່າງ​ອັງ​ກິດ​ແລະ​ອາ​ເມ​ຣິ​ກາກ່ຽວ​ກັບ​ບັນ​ຫາ​ 5G ຂອງ​ບໍ​ລິ​ສັດຫົວ​ເຫວີຍ, ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ​ອັງ​ກິດ​ແລະ​ອາ​ເມ​ຣິ​ກາ​ທີ່​ກຳນົດຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ​ມີ​ນາ​ປີນີ້ກໍໄດ້ຖືກ​ຍົກ​ເລີກ​ແລ້ວ, ແລະ​ໄດ້ຊີ້​ໃຫ້​ເຫັນ​ວ່າ​ວໍ​ຊິງ​ຕັນ​ໄດ້ໃຊ້​ທຸກວິ​ທີ​ເພື່ອ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ເຕັກ​ນິກ​ຂັ້ນສູງ​ຂອງ​ຈີນ ແລະ ຍັງ​ບັງ​ຄັບ​ໃຫ້​ປະ​ເທດ​ອື່ນຕ້ອງ​ປ​ະ​ຕິ​ບັດ​ຕາມ​ເຈຕະນາ​ຂອງ​ອາ​ເມ​ຣິ​ກາ ​ໂດຍ​ບໍ່​ພິຈະ​ລະນາ​ເຖິງ​ຜົນ​ປະ​ໂປ​ຍດຂອງ​ປະ​ເທດ​ນັ້ນໆ.

ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ປະ​ເທດ​ເອີ​ຣົບ​ກໍ​ເຊັ່ນກັນ. ເພື່ອ​ບັນ​ລຸເປົ້າໝາຍ “ອາ​ເມ​ຣິ​ກາ​ຕ້ອງມາກ່ອນ”, ວໍ​ຊິງ​ຕັນ​ໄດ້​ເກັບ​ພາ​ສີ​ແຕ່​ພຽງຝ່າຍ​ດຽວ​ຕໍ່​ຄູ່​ຮ່ວມ​​ການ​ຄ້າ​ເອີ​ລົບ. ສ່ວນໃນ​ດ້ານ​ການ​ເມືອງ, ອາ​ເມ​ຣິ​ກາ​ມີເຈດ​ຕະ​ນາ​ຫຼຸດ​ອິດ​ທິ​ພົນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ​ໃນ​ດ້ານ​ການ​ກຳນົດ​ການ​ນຳ​ເຂົ້າ​ພະ​ລັງ​ງານ​ ໂດຍ​ຜ່ານ​ການ​ຂະ​ຫຍາຍ​ກາ​ນ​ພົວ​ພັນ​ກັບ​ປະ​ເທດ​ເອີ​ຣົບ​ກາງ​ແລະເອີຣົບ​ຕາ​ເວັນ​ອອກ. ກ່ຽວ​ກັບ​ບັນ​ຫາ​ຄວາມ​ໝັ້ນຄົງ, ອາ​ເມ​ຣິ​ກາ​ບໍ່​ໄດ້ເອົາຫົວ​ຊານຳ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ເອີ​ຣົບ ແລະ ໄດ້​ຖອນ​ຕົວ​ອອກ​ຈາກ “ສົນ​ທິ​ສັນ​ຍາ​ຂີປະນາວຸດນຳ​ວິ​ຖີໄລ​ຍະ​ກາງ​ແລະ​ໄລ​ຍະ​ສັ້ນ” ​ເຊິ່ງບໍ່​ພຽງ​ແຕ່​ໄດ້​ທຳ​ລາຍ​ຮົ້ວປ້ອງ​ກັນ​ການ​ແຂ່ງ​ຂັນ​ອາ​ວຸດ​ນິວ​ເຄຼຍ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ກະທົບ​ຕໍ່​ເສັ້ນປະສາດຂອງ​ປະ​ເທດ​ໃຫຍ່​ໃນ​​ເອີ​ຣົບ​ອີກ​ດ້ວຍ.

ໃນ​ຄວາມ​ຄຶດຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຊຸດ​ນີ້ ຄືທົ່ວ​ໂລກ​ລ້ວນ​ແຕ່​ກຳລັງ​ເອົາ​ປຽບ​ເອົາ​ລັດ​ອາ​ເມ​ຣິ​ກາ. ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ພວມຕົກຢູ່ໃນສະພາບເຫັນແກ່ຕົວ,  ອວດອົ່ງທະນົງຕົວ ​ແລະ ຄວາມ​​ໂອ​ຫັງທີ່​ໝູນວຽນ. ສະ​ນັ້ນ​ອາ​ເມ​ຣິ​ກາ​ຈຶ່ງ​ໄດ້​ສືບຕໍ່ເດີນຕາມ​ເສັ້ນ​ທາງຫຼົງ​ໂຕ​ນັບ​ມື້​ນັບ​ຖະຫຼຳເລິກເຂົ້າໄປ.

ຄຳ​ເຫັນ

0