ບໍ່ວ່າທ່ານຈະຢູ່ແຫ່ງຫົນໃດ ບໍ່ວ່າທ່ານຈະມາຈາກໃສ ພວກເຮົາທຸກຄົນລ້ວນແຕ່ເປັນມະນຸດ ແລະ ມະນຸດສາມາດເຮັດຫຍັງໄດ້ຫລາຍໆ, ແຕ່ໃນເວລາທີ່ໂລກກຳລັງພົບພໍ້ວິກິດແບບນີ້ ສິ່ງທີ່ພວກເຮົາສາມາດເຮັດໄດ້ໃນຕອນນີ້ຄືການເຂົ້າໃຈກັນ, ເຫັນອົກເຫັນໃຈກັນ ແລະ ຊ່ວຍເຫລືອເພື່ອນມະນຸດດ້ວຍກັນ. ພວກເຮົາຂໍເປັນຕົວແທນສິນລະປິນລາວຂໍສົ່ງກຳລັງໃຈໃຫ້ແກ່ປະຊາຊົນອູຮັ້ນ ກໍຄືປະຊາຊົນຈີນ ຮ່ວມຜ່ານຜ່າອຸປະສັກເຫລົ່ານີ້ໃຫ້ໄດ້. ພວກເຮົາເຊື່ອວ່າຄວາມຮັກສາມາດເອົາຊະນະທຸກຢ່າງໄດ້. ດ້ວຍຄວາມມີນໍ້າໃຈ ແລະ ການເສຍສະລະຂອງສິນລະປິນຄຸນນະພາບຂອງປະເທດລາວທີ່ຮ່ວມກັນຖ່າຍທອດຄວາມຮູ້ສຶກ ແລະ ອາລົມ ຈຶ່ງໄດ້ບົດເພງນີ້ມາໃຫ້ທ່ານຮັບຟັງ . ອູຮັ້ນສູ້ໆ ປະເທດຈີນສູ້ໆ ! ຮ້ອງໂດຍ: ແຊມ ວໍລະຈິດ ອິນທະລາພິທັກ ປອ ພອນສິນ ບຸດກັສກາ ( ໂຕໂຕ້ ) ອາທິສັກ ຣັດຕະນະວົງ ( ສັກ ເຊວສ໌ ) ເທບມະຫາວິໄຊ ໄຊທິລາດ ( ຕ້າ ເອແພັກສ໌ ) ຂຸນຄຳ ສິດທິຍົງ ( ຕ່າຍ ອາກາດ ) ອາລູນາ ຖາວອນສຸກ ມະນີລາ ສຸວັນດວນ ( ໄກ່ ນາງພະຍາ ) ອາເລັກແຊນດຣາ ບຸນຊ່ວຍ ຮຽບຮຽງໂດຍ: ວິໄລພອນ ວົງພະຈັນ ປັບປຸງເຂົ້າທໍານອງໂດຍ: ແຊມ ວໍລະຈິດ ອິນທະລາພິທັກ
ຄຳເຫັນ
0