徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ມຸກ​ລັດ​ສູງ​ສຸດ​ມະ​ເລ​ເຊຍຕົກ​ລົງ​ແຕ່ງ​ຕັ້ງ​ອະ​ດີດ​ຮອງນາ​ຍົກ​ເປັນ​ນາ​ຍົກຜູ້​ໃໝ່

2020-03-01 13:41:01 CRI

图片默认标题_fororder_1125644213_15829674554841n

ຕາມ​ຂ່າວCRI:ພະ​ລາ​ຊະ​ວັງ​ແຫ່ງ​ຊາດ​ມະ​ເລ​ເຊຍ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ  29 ກຸມ​ພາ​ນີ້​ວ່າ, ທ່ານອັບ​ດູນ​ລາ ອາ​ມັດ ບາ​ດາ​ວີ, ປະ​ມຸກ​ລັດ​ດ​ສູງ​ສຸດ​ໄດ້​ຕົກ​ລົງ​ແຕ່ງ​ຕັ້ງ​ທ່ານ​ມູ​​ຫິ​ດີນ ຢາ​ສີນ, ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່.

​ເຈົ້າ​ໜ້າ​ທີ່​ພະ​ລາ​ຊະ​ວັງ​ມະ​ເລ​ເຊຍ​ອອກ​ຖະ​ແຫຼງ​ການ​ວ່າ, ພາຍ​ຫຼັງ​ໄດ້​ຮັບ​ຊາບ​ຫຼັກ​ໝັ້ນ​ຂອງ​ພັກ​ການ​ເມືອງ​ແລະສະ​ມາ​ຊິກ​ສະ​ພາ​ເອ​ກະ​ລາດ​ທັງ​ໝົດ, ປະ​ມຸກ​ລັດ​ສູງ​ສຸດ​ເຫັນ​ວ່າ​ຜູ້​ສະ​ໝັກ​ຮັບ​ເລືອ​ກ​ຕັ້ງ​ທີ່ອາດ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ມາ​ຊິກ​ສະ​ພາຫຼາຍກວ່າ​ເຄິ່ງ​ໜຶ່ງ​ໃນ​ສະ​ພາ​ຕ່ຳ​ຂອງ​ສະ​ພາ​ແຫ່ງ​ຊາດ​ແມ່ນ​ທ່ານ​ມູ​ຫິ​ດີນ ຢາ​ສີນ. ສະ​ນັ້ນ, ອີງຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ທຳ​ມະ​ນູນ, ທ່ານ​ອັບ​ດູນ​ລາ ອາ​ມັດ ບາ​ດາ​ວີ​ໄດ້​ຕົກ​ລົງ​ແຕ່ງ​ຕັ້ງ​ທ່ານ​ມູ​ຫິ​ດີນ ຢາ​ສີນ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ​ເຊິ່ງ​ຈະ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 1 ມີ​ນາ​ນີ້​ຢູ່​ພະ​ລາ​ຊະ​ວັງ​.

ຄຳ​ເຫັນ

0