ໃນຫຼາຍສິບປີຜ່ານມາ, ນັກວິຊາການແລະສື່ມວນຊົນຈຳນວນໜຶ່ງຂອງປະເທດຕາເວັນຕົກໄດ້ຄາດຄະເນມາຫຼາຍຄັ້ງກ່ຽວກັບເວລາທີ່ “ຈີນຈະຕ້ອງລົ້ມລະລາຍ”. ພາຍຫຼັງປະສົບກັບສະພາບການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ ຫລື covid 19 ແລ້ວ, ເຂົາເຈົ້າໄດ້ສົມທຽບເຫດການນີ້ເປັນ “ເຊີໂນບີນ” ຂອງຈີນ ທີ່ຈະ “ເຮັດໃຫ້ປະເທດຈີນໄດ້ຮັບຜົນກະທົບຈົນເຖິງຂັ້ນລົ້ມລະລາຍ”. ແຕ່ວ່າ, ການສົມທຽບຂອງເຂົາເຈົ້າກໍຕ້ອງປະສົບກັບຄວາມຜິດຫວັງອີກຄັ້ງໜຶ່ງ!
ວັນທີ 28 ກຸມພາຜ່ານມາ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດ covid 19 ທີ່ເພີ່ມຂຶ້ນໃໝ່ຢູ່ແຂວງຕ່າງໆຂອງຈີນຍົກເວັ້ນແຕ່ແຂວງຫູເປີຍໄດ້ຫຼຸດລົງເຫຼືອພຽງ 4 ຄົນ, ການຟື້ນຟູການເຮັດວຽກແລະການຜະລິດຄືນໃໝ່ຢູ່ແຫ່ງຕ່່າງໆຂອງຈີນພວມດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ. ບົດລາຍງານວຽກງານກວດກາຮ່ວມລະຫວ່າງຈີນ ແລະ ອົງການອະນາໄມໂລກກ່ຽວກັບພະຍາດ covid 19 ທີ່ໄດ້ເຜີຍແຜ່ໃນມື້ດຽວກັນໄດ້ຊີ້ໃຫ້ເຫັນວ່າ: ຈີນສາມາດຕັດວົງຈອນຂອງການແຜ່ລະບາດຂອງເຊື້ອພະຍາດຢ່າງມີປະສິດທິຜົນທີ່ສຸດ ເຊິ່ງເປັນປະສົບການທີ່ສຳຄັນໃຫ້ແກ່ໂລກໃນການຮັບມືກັບພະຍາດອັກເສບປອດສາຍພັນໃໝ່.
ຜົນການສະຫຼຸບດັ່ງກ່າວໄດ້ເຮັດໃຫ້ “ຜູ້ອຸປະໂຫລກວ່າຈີນຈະລົ້ມລະລາຍ” ອັບອາຍຂາຍໜ້າທີ່ສຸດ. ບໍລິສັດວິທະຍຸອົສຕຣາລີ ຫຼື ABC ໄດ້ລົງບົດຄວາມໃນເວັບໄຊຂອງຕົນໃນວັນທີ 27 ກຸມພາຜ່ານມາໂດຍຕັ້ງຄຳຖາມວ່າ: ຖ້າພັກກອມມູນິດຈີນເປັນແບບຢ່າງໃຫ້ກັບພວກເຮົາໃນການຕ້ານກັບພະຍາດ, ຊັ້ນຈະເຮັດແນວໃດ? ພວກເຮົາຄວນຖາມຕົນເອງຕາມຄວາມເປັນຈິງວ່າ: ພວກເຮົາສາມາດປ້ອງກັນແລະຄວບຄຸມພະຍາດ covid 19 ຢ່າງມີປະສິດທິຜົນສູງແນວນີ້ໄດ້ຫຼືບໍ່?
ກໍຄືກັນກັບການວິເຄາະຈາກເວັບໄຊດັ່ງກ່າວ, ຈາກການນຳພາທີ່ເຂັ້ມແຂງຂອງພັກກອມມູນິດຈີນ, ຈົນເຖິງການລົງມືສ້າງໂຮງໝໍແຫ່ງໜຶ່ງໃຫ້ສຳເລັດພາຍໃນ 1 ອາທິດເພື່ອປິ່ນປົວຜູ້ເປັນພະຍາດ covid 19 ເປັນການສະເພາະ, ຕະຫລອດຮອດການໃຊ້ມາດຕະການປ້ອງກັນແລະຄວບຄຸມທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມວນມະນຸດ, ລະບອບຂອງຈີນໄດ້ເສີມຂະຫຍາຍບົດບາດທ່າແຮງທີ່ສຳຄັນຢ່າງຈະແຈ້ງ. ເຊື້ອພະຍາດບໍ່ມີພົມແດນ, ນີ້ເປັນການທົດສອບຕໍ່ລະບອບປະຊາທິປະໄຕຂອງປະເທດຕາເວັນຕົກເຊັ່ນດຽວກັນ. ໜັງສືິພິມນິວຢອກທາມສ໌ ໄດ້ຮ້ອງເອະອະວ່າ “ປະເທດທີ່ມີປະຊາທິປະໄຕບໍ່ຄວນປິດຊ່ອງທາງເຂົ້າອອກເມືອງ”, ແຕ່ວ່າອີຕາລີໄດ້ໃຊ້ “ຮູບແບບອູຮັ້ນ” ແລ້ວໃນຫວ່າງມໍ່ໆມານີ້, ໄດ້ໃຊ້ມາດຕະການຄວບຄຸມແບບປິດການເຂົ້າອອກຕົວເມືອງທີ່ມີເຊື້ອພະຍາດຮ້າຍແຮງລະບາດ.
ການຫັນບັນຫາເຊື້ອພະຍາດເປັນບັນຫາການເມືອງ, ປ່າວຂ່າວບິດເບືອນຄວາມຈິງແລະໃສ່ຮ້າຍປ້າຍສີຈີນ, ບໍ່ພຽງແຕ່ຈະບໍ່ສາມາດສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄດ້ເທົ່ານັ້ນ, ຫາກຍັງຈະເສຍໂອກາດທີ່ດີໃນການປ້ອງກັນແລະຄວບຄຸມເຊື້ອພະຍາດອີກດ້ວຍ. ສະນັ້ນ, ຄວນປະລະຄວາມເຫັນອະຄະຕິໃນທາງການເມືອງ ແທນທີ່ດ້ວຍຈິດໃຈວິທະຍາສາດ, ຖອດຖອນບົດຮຽນນຳກັນດ້ວຍທ່າທີທີ່ຖ່ອມຕົວ ແລະ ຮ່ວມມືກັນດຳເນີນການເຄື່ອນໄຫວ, ຈຶ່ງຈະແມ່ນວຽກງານອັນຮີບດ່ວນໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໃນປັດຈຸບັນ.
ຄຳເຫັນ
0