ວັນທີ 2 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໄປສຳຫຼວດກວດເບິ່ງວຽກງານຄົ້ນຄວ້າວິທະຍາສາດເພື່ອປ້ອງກັນ ແລະຄວບຄຸມພະຍາດ COVID-19 ຢູ່ນະຄອນຫຼວງປັກກິ່ງ ແລະກ່າວເນັ້ນວ່າ: ຕ້ອງອອກແຮງຈົນສຸດຄວາມສາມາດກອບກູ້ຊີວິດຜູ້ຕິດເຊື້ອພະຍາດໃຫ້ຫຼາຍກວ່າເກົ່າ ແລະຖືເປັນວຽກຮີບດ່ວນ ແລະສຳຄັນທີ່ສຸດໃນປັດຈຸບັນນີ້. ຕ້ອງເລັ່ງລັດການຄົ້ນຄວ້າຢາວັກແຊງ, ການປິ່ນປົວຄວນປະສົມປະສານກັນລະຫວ່າງຢາພື້ນເມືອງຈີນ ແລະຢາຫຼວງ, ເລັ່ງລັດການເຜີຍແຜ່ ແລະນຳໃຊ້ຢາທີ່ຄົ້ນຄວ້າອອກມາ ແລະຖືກນຳໃຊ້ໄດ້ຜົນແລ້ວ, ຂະນະດຽວກັນຄັດເລືອກເອົາຢາທີ່ມີປະສິດທິຜົນອີກຈຳນວນໜຶ່ງສະໜອງໃຫ້ຕາມຄວາມຮຽກຮ້ອງຕ້ອງການໃນການກອບກູ້ຊີວິດຢູ່ແນວໜ້າ ແລະຊອກຫາວິທີປິ່ນປົວໃໝ່ ເພື່ອປ້ອງກັນຄົນເຈັບທີ່ມີອາການບໍ່ຮຸນແຮງບໍ່ໃຫ້ກາຍເປັນຄົນເຈັບໜັກ.
ທ່ານກ່າວຕື່ມວ່າ: ຕ້ອງເພີ່ມທະວີການບຳບັດຈິດໃຈໃຫ້ຜູ້ຕິດເຊື້ອພະຍາດ ແລະຄອບຄົວຂອງຜູ້ເສຍຊີວິດຢ່າງຮອບດ້ານ.
ຄຳເຫັນ
0