ໃນຕອນບ່າຍວັນທີ 2 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານຈັດກອງປະຊຸມສຳມະນາຢູ່ມະຫາວິທະຍາໄລຊິ່ງຮວາ ໂດຍກ່າວວ່າ: ຄວາມໝັ້ນຄົງດ້ານສາທາລະນະສຸກແມ່ນສິ່ງທ້າທາຍຮ່ວມກັນຂອງມວນມະນຸດ, ບັນດາປະເທດຕ້ອງຮັບມືກັນ. ປັດຈຸບັນນີ້, ພະຍາດ COVID-19 ໄດ້ຈະບາດຢູ່ຫຼາຍປະເທດ, ຈີນຄວນເພີ່ມທະວີການແລກປ່ຽນກັບອົງການອະນາໄມໂລກ, ເພີ່ມທະວີການຮ່ວມມືໃນການຄົ້ນຄວ້າດ້ານຕ່າງໆ ເຊັ່ນ: ຊອກຫາແຫຼ່ງກຳເນີດຂອງພະຍາດ, ຢາປົວພະຍາດ, ຢາວັກແຊງ, ກວດເຊື້ອພະຍາດ ແລະອື່ນໆກັບບັນດາປະເທດໂດຍສະເພາະປະເທດທີ່ພະຍາດລະບາດຢ່າງໜັກໜ່ວງ, ແບ່ງປັນຂໍ້ມູນຂ່າວສານໃນການຄົ້ນຄວ້າ, ຮ່ວມກັນຄົ້ນຄວ້ານະໂຍບາຍຮັບມືກັບພະຍາດ ເພື່ອປະກອບສ່ວນທາງສະຕິປັນຍາ ແລະກຳລັງແຮງເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຄຳເຫັນ
0