ຕອນບ່າຍວັນທີ 2 ກຸມພານີ້, ໃນເວລາໄປສຳຫຼວດກວດເບິ່ງວຽກງານຄົ້ນຄວ້າວິທະຍາສາດດ້ານການປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດCOVID-19ຢູ່ທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຕ້ອງຖືເອົາຄວາມປອດໄພດ້ານຊີວະພາບເປັນພາກສ່ວນສຳຄັນໃນຄວາມໝັ້ນຄົງ ຂອງຊາດໂດຍລວມ, ເສີມສ້າງລະບົບ ແລະ ຄວາມສາມາດໃນການປ້ອງກັນແລະ ຄວບຄຸມພະຍາດ, ການຄົ້ນຄວ້າວິທະຍາສາດດ້ານສາທາລະນະສຸກ, ປັບປຸງກົນໄກ ຄາດຄະເນເຕືອນໄພລ່ວງໜ້າເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ, ຄົ້ນຄວ້າ ແລະ ສ້າງຕັ້ງລະບົບການບັນຊາການ ການປະຕິບັດງານ ແລະ ການຮັບປະກັນໃນດ້ານການຄົ້ນຄວ້າວິທະຍາສາດຫຼັງຈາກການແຜ່ລະບາດຂອງພະຍາດເຂົ້າສູ່ພາວະສຸກເສີນ.
ທ່ານສີຈິ້ນຜິງຊີ້ອອກວ່າ, ຕ້ອງປັບປຸງໂຄງປະກອບແບບໃໝ່ເພື່ອສຸມກຳລັງທົ່ວປະເທດເຂົ້າໃນການຄົ້ນຄວ້າເຕັກນິກສຳຄັນ, ເພີ່ມທະວີງົບປະມານເຂົ້າໃນການຄົ້ນຄວ້າວິທະຍາສາດເຕັກໂນໂລຊີໃນຂົງເຂດສາທາລະນະສຸກ, ເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານໃນຂົງເຂດຊີວະວິທະຍາ ແລະ ການບຸກທະລຸໃນການຄົ້ນຄວ້າເຕັກໂນໂລຊີສຳຄັນໃນດ້ານການປິ່ນປົວ, ເລັ່ງລັດຍົກສູງກຳລັງວິທະຍາສາດເຕັກໂນໂລຊີດ້ານຍຸດທະສາດ ແລະ ກຳລັງສະສົມດ້ານຍຸດທະສາດໃນການປ້ອງກັນ ແລະຄວບຄຸມພະຍາດ ແລະ ຂົງເຂດສາທາລະນະສຸກ, ບຸກທະລຸຂອດຫຍຸ້ງຍາກໃນດ້ານເຕັກນິກ ແລະ ອຸປະກອນ, ບັນລຸການຄົ້ນຄວ້າຜະລິດອຸປະກອນປິ່ນປົວເຕັກນິກຂັ້ນສູງຢ່າງເປັນເຈົ້າຕົນເອງ ແລະ ສາມາດຄວບຄຸມໄດ້.
ຄຳເຫັນ
0