覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໃຫ້​ສ້າງ​ຕັ້ງ​ລະ​ບົບ​ຄັງ​ສຳ​ຮອງວັກ​ແຊງ​ແຫ່ງ​ຊາດ

2020-03-03 15:32:42 cri

图片默认标题_fororder_xishfjlsfjlsfhisfe1
 

ຕອນ​ບ່າຍ​ວັນ​ທີ 2 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສຳຫຼວດກວດ​ກາ​ວຽກ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ​ເພື່ອ​ປ້ອ​ງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ COVID-19 ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໂດຍ​ໄດ້​ກ່າວ​ວ່າ: ​​ຢາ​ວັກ​ແຊງ​ມີ​ຄວາມ​ສຳ​ຄັນຫຼາຍ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ. ຈີນ​ຕ້ອງ​ເລັ່ງ​ລັດ​ຊຸກ​ຍູ້​ການ​ຄົ້ນ​ຄວ້າ​ແລະ​ພັດ​ທະ​ນາ​ວັກ​ແຊງ​ຕາມ​ທິດ​ທາງວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ມີ​ຢູ່​ແລ້ວ, ພ້ອມ​ທັງ​ຕິດ​ຕາມ​ສະ​ພາບ​ຄວາມ​ຄືບ​ໜ້າ​ດ້ານ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ວັກ​ແຊງ​ຂອງ​ຕ່າງ​ປະ​ເທດ​ຢ່າງ​ໃກ້​ຊິດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ເພື່ອ​ຍາດ​ແຍງ​ການ​ຊຸກ​ຍູ້​ຢາ​ວັກ​ແຊງ​ໃຫ້​ໄດ້​ຮັບ​ການ​ທົດ​ລອງ​ນຳ​ໃຊ້​ໃນ​ການ​ປິ່ນ​ປົວ​ແລະ​ຜະ​ລິດ​ເປັນ​ສິນ​ຄ້າ​ປ້ອນ​ເຂົ້າ​ຕະຫຼາດ. ຕ້ອງ​ສ້າງ​ຕັ້ງ​ລະ​ບົບ​ຄັງສຳ​ຮອງວັກ​ແຊງ​ແຫ່ງ​ຊາດ, ກະ​ກຽມ​ຢ່າງ​ຮອບ​ຄອບ​ເພື່ອວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ທີ່​ອາ​ດ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ໄປ​ອີກ​ນານ.
 

图片默认标题_fororder_xishfjlsfjlsfhisfe2
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຕ້ອງ​ວາງ​ແຜນວຽກ​ງານ​ຊອກ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ກໍ​ຄື​ຊ່ອງ​ທາງ​ການ​ແຜ່​ລະ​ບາດ​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ຊອກ​ໃຫ້​ເຫັນ​ຢ່າງ​ແນ່ນອນວ່າ ເຊື້ອ​ໄວ​ຣັ​ສ​ແມ່ນ​ມາ​ຈາກ​ໃສ,ຈະ​​ລະ​ບາດໄປ​ທີ່​ໃດ?ຍົກ​ສູງ​ຄວາມ​ຖືກ​ຕ້ອງ​ແມ່ນ​ຢ້ຳ​ແລະ​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ຫາ​ເຊື້ອ​ພະ​ຍາດ.

ຄຳ​ເຫັນ

0