刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງເນັ້ນວ່າ: ຄວນກຳໄດ້ເຕັກ ນິກວິທະຍາສາດສຳຄັນທີ່ເປັນຊັບສິນທາງປັນຍາຂອງຕົນໃຫ້ຫຼາຍກວ່າເກ່ົາຈາກການບັ້ນປ້ອງກັນແລະຄວບຄຸມພະຍາດຄັ້ງນີ້

2020-03-03 15:55:54 cri

图片默认标题_fororder_1125652961_15831604701381n

ວັນທີ 2 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໄປ ສຳຫຼວດກວດເບິ່ງວຽກງານຄົ້ນຄວ້າວິທະຍາສາດເພື່ອປ້ອງກັນແລະຄວບຄຸມພະຍາດ covid-19 ທີ່ນະຄອນຫຼວງປັກກິ່ງ. ທ່ານກ່າວເນັ້ນວ່າ: ຈີນຕ້ອງເອົາຊະນະບັ້ນປ້ອງກັນແລະຄວບຄຸມພະຍາດຄັ້ງນີ້, ແລະສາມາດກຳໄດ້ເຕັກນິກວິທະຍາສາດສຳຄັນທີ່ເປັນຊັບສິນທາງປັນຍາ ຂອງຕົນໃຫ້ຫຼາຍກວ່າເກົ່າ, ຄົ້ນຄວ້າຜະລິດຕະພັນທີ່ດີເດັ່ນຫຼາຍກວ່າເກົ່າ ເພື່ອປະ ກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຮັກສາຄວາມປອດໄພດ້ານຊີວິດແລະສຸຂະ ພາບຮ່າງກາຍຂອງປະຊາຊົນ ແລະຮັກສາຄວາມໝັ້ນຄົງດ້ານຍຸດທະສາດຂອງ ປະເທດຊາດ.

图片默认标题

ທ່ານກ່າວເນັ້ນວ່າ: ຈີນແມ່ນປະເທດໃຫຍ່ທີ່ມີປະຊາກອນ 1,4  ຕື້ຄົນ, ການປ້ອງກັນ ແລະ ແກ້ໄຂສະພາບພະຍາດຮ້າຍແຮງ ແລະ ຄວາມສ່ຽງດ້ານສາ ທາລະນະສຸກທີ່ໜັກໜ່ວງແລະສຸກເສີນ ແມ່ນວຽກງານສຳຄັນສະເໝີຕົ້ນສະເໝີປາຍທີ່ໂຍະຍານບໍ່ໄດ້. ຕ້ອງປັບປຸງບູລະນະເຄືອຄ່າຍເຝົ້າຕິດຕາມສະພາບພະຍາດຮ້າຍແຮງແຫ່ງຊາດ, ປັບປຸງລະບົບກົດໝາຍແລະກົດລະບຽບໃຫ້ສົມບຸນ, ເພີ່ມທະວີການຄົ້ນຄວ້າເຕັກນິກທີ່ກ້າວໜ້າ ແລະບຳລຸງສ້າງຜູ້ມີຄວາມຮູ້ຄວາມສາ ມາດໃນເຕັກນິກຂັ້ນສຸດຍອດ, ຍົກສູງຄວາມສາມາດແລະລະດັບຮັບມືກັບເຫດ ການສາທາລະນະສຸກທີ່ຮ້າຍແຮງແລະສຸກເສີນໂດຍໄວ.

ມື້ດຽວກັນ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດເບິ່ງວຽກງານຄົ້ນຄວ້າ ແລະ ປິ່ນປົວພະຍາດ covid-19 ຢູ່ສະຖາບັນຄົ້ນຄວ້າແພດສາດທາງການທະຫານ ແລະວິທະຍາໄລແພດສາດຂອງມະຫາວິທະຍາໄລຊິ່ງຮວາ ເພື່ອຮັບຮູ້ຄວາມຄືບໜ້າຂອງການຄົ້ນຄວ້າ ແລະ ນຳໃຊ້ຢາວັກແຊງ, ສານສ້າງລະບົບພູມຕ້ານທານໃນຮ່າງກາຍ, ຢາ ແລະ ອຸປະກອນກວດກາໃຫ້ຜົນໄວ, ໄປຢ້ຽມຢາມພົບປະຜູ້ຊ່ຽວຊານ ແລະ ພະນັກງານຄົ້ນຄວ້າວິທະຍາສາດ ແລະ ເປັນປະທານຈັດກອງປະຊຸມສຳມະນາ.

ຄຳ​ເຫັນ

0