ຢູ່ໂຮງຮຽນທຸກແຫ່ງຂອງປະເທດຈີນ ລ້ວນແຕ່ມີຄຳຂວັນປະຈຳໂຮງຮຽນກ່ຽວກັບການບຳລຸງສ້າງຄຸນສົມບັດສູງສົ່ງ. ຕົວຢ່າງວ່າ, ຄຳຂວັນປະຈຳມະຫາວິທະຍາໄລຊິ່ງຮວາແມ່ນ: “ຈື້ຊຽງປູ້ຊີ່, ໂຮ້ເຕີໄຈອູ້” ແປວ່າ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບັນຈຸທຸກສິ່ງທຸກຢ່າງດ້ວຍຄຸນສົມບັດທີ່ໜັກແໜ້ນ.” ຄຳຂວັນຄຳນີ້ມາຈາກປື້ມ “ໂຈ່ອີ້” ຕຳລາອະມະຕະບູຮານຈີນ. ໃນນັ້ນ, ຄຳທີ່ວ່າ “ຈື້ຊຽງປູ້ຊີ່” ໝາຍເຖິງທຸກຄົນຄວນມີຈິດໃຈກວ້າງໄກ ແລະ ແຂງແກ່ນເໝືອນກັບທ້ອງຟ້າ; “ໂຮ້ເຕີໄຈອູ້” ໝາຍຄວາມວ່າ ຄຸນສົມບັດຂອງຄົນເຮົາຄວນໜັກໜາເໝືອນກັບແຜ່ນດິນ.
ໃນຄວາມຈິງແລ້ວ, ແຕ່ບູຮານນະການຫຼາຍພັນປີຂອງຈີນເປັນຕົ້ນມາ, ວັດທະນະທຳຈີນໄດ້ເນັ້ນ “ຄຸນສົມບັດ”ມາໂດຍຕະຫຼອດ, ເຊິ່ງໄດ້ມີອິດທິພົນຢ່າງເລິກເຊິ່ງຕໍ່ປະເທດໜຶ່ງ ຊົນຊາດໜຶ່ງ ແລະ ທຸກໆຄົນ, ຈົນສືບທອດມາຮອດຊູ່ມື້ນີ້.
ທ່ານສີຈິ້ນຜິງເຄີຍກ່າວວ່າ, ຄົນຜູ້ໜຶ່ງຕ້ອງຮັບຮູ້ຄຸນສົມບັດສູງສົ່ງ, ປະຕິບັດຕາມຄຸນສົມບັດທາງສັງຄົມ, ແລະ ຮັກສາຄຸນສົມບັດຂອງຕົນເອງຢ່າງເຄັ່ງຄັດ, ຈຶ່ງສາມາດເສີມຂະຫຍາຍພອນສະຫວັນ ແລະ ຄວາມຮູ້ຄວາມສາມາດໄປໃນທາງທີ່ຖືກຕ້ອງໄດ້.
ໃນຄຳເຫັນປະໂຫຍກນີ້ຂອງທ່ານສີຈິ້ນຜິງ, ຄຳທີ່ວ່າ “ຄຸນສົມບັດສູງສົ່ງ” ໝາຍເຖິງນ້ຳໃຈຮັກຊາດ.ສຳລັບບຸກຄົນແລ້ວ, ການຮັບຮູ້ຄຸນສົມບັດສູງສົ່ງກໍຄືຕ້ອງຕັ້ງອຸດົມການຕອບແທນບຸນຄຸນປະເທດຊາດ. ຄັນຊັ້ນ, ເຮັດແນວໃດຈຶ່ງຈະຮັບຮູ້ຄຸນສົມບັດສູງສົ່ງ, ປະຕິບັດຕາມຄຸນສົມບັດທາງສັງຄົມ, ແລະ ຮັກສາຄຸນສົມບັດຂອງຕົນເອງຢ່າງເຄັ່ງຄັດ?
ຄອງນ້ຳຢູ່ເທິງພູຜາສູງຊັນ
ວັນທີ 25 ກັນຍາ ປີ 2019, ມີຜູ້ເຖົ້າຜູ້ໜຶ່ງທີ່ເກີດໃນປີ 1935 ໄດ້ຮັບນາມມະຍົດວ່າ “ຜູ້ສູ້ຊົນທີ່ງາມທີ່ສຸດ”. ຜູ້ເຖົ້າຜູ້ນີ້ຊື່ວ່າ ຫວງຕ້າຟ່າ, ດຳລົງຕຳແໜ່ງເປັນເລຂາໜ່ວຍພັກຂອງບ້ານນ້ອຍໆແຫ່ງໜຶ່ງຢູ່ນະຄອນຈຸ່ນອີ້ແຂວງກຸ້ຍໂຈ່ຈີນ. ນັບແຕ່ຕົ້ນຊຸມປີ 1960ເປັນຕົ້ນມາ, ເພິ່ນໄດ້ນຳພາພໍ່ແມ່ປະຊາຊົນຊາວບ້ານໃຊ້ເວລາ 30 ກວ່າປີ, ຂຸດຄອງນ້ຳຢູ່ເທິງພູຜາສູງຊັນ, ຈຶ່ງໄດ້ສິ້ນສຸດປະຫວັດສາດທີ່ເຄີຍຂາດເຂີນນ້ຳຢູ່ທ້ອງຖິ່ນແຫ່ງນັ້ນ. ພໍ່ແມ່ປະຊາຊົນໄດ້ຕັ້ງຊື່ຄອງນ້ຳສາຍນີ້ຕາມຊື່ຂອງເພິ່ນ, ໂດຍເອີ້ນວ່າ “ຄອງຕ້າຟ່າ”. ເຊິ່ງຈິດໃຈຮັກຊາດ ແລະອຸທິດຕົນເພື່ອຜົນປະໂຫຍດຂອງປະຊາຊົນແບບນີ້ຂອງຫວງຕ້າຟ່າກໍແມ່ນຄຸນສົມບັດສູງສົ່ງ.
ທ່ານຫວງຕ້າຟ່າໃນເວລາບົວລະບັດຮັກສາຄອງນ້ຳຢູ່ເທິງພູຜາສູງຊັນ
ຕໍ່ມາ, ຄຳທີ່ວ່າ “ປະຕິບັດຕາມຄຸນສົມບັດທາງສັງຄົມ” ໝາຍເຖິງ ປະຕິບັດຕາມຫຼັກການ ລະບຽບການໃນຂົງເຂດສາທາລະນະ. ເວົ້າສຳລັບຊາວພັກກອມມູນິດຈີນແລ້ວ, ກໍແມ່ນຕ້ອງປະຕິບັດຕາມຈຸດປະສົງຂອງພັກ, ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ.
ປີ 2013, ເນື່ອງຈາກຄວາມເອົາໃຈໃສ່ ແລະ ຄວາມຮັກຫອມຕໍ່ວຽກງານການສຶກສາ, ອາຈານຊູ່ຈ້ຽນອູໄດ້ລາອອກຈາກຕຳແໜ່ງຫົວໜ້າກົມ, ກັບໄປດຳເນີນວຽກງານການສຶກສາຢູ່ມະຫາວິທະຍາໄລກິດຈະການທາງທະເລຕ້າລຽນ, ໂດຍເປັນອາຈານທຳມະດາທີ່ສອນທິດສະດີການເມືອງ-ແນວຄິດ, ທັງເປັນອາຈານທີ່ປຶກສາຝ່າຍການເມືອງ-ແນວຄິດໃຫ້ແກ່ນັກສຶກສາປະລິນຍາຕີ.
ວັນທີ 29 ທັນວາ ປີ 2017,ຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນໄດ້ໂຄສະນາແນະນຳຜົນງານຂອງອາຈານຊູ່ຈ້ຽນອູຕໍ່ທົ່ວສັງຄົມ, ທັງມອບນາມມະຍົດ “ແບບຢ່າງແຫ່ງຍຸກສະໄໝ” ໃຫ້ແກ່ເພິ່ນ. ວັນທີ 1 ມີນາ ປີ 2018, ກະຊວງສຶກສາທິການຈີນກໍໄດ້ມອບນາມມະຍົດ “ອາຈານດີເດັ່ນລະດັບຊາດ” ໃຫ້ແກ່ອາຈານຊູ່ຈ້ຽນອູ.
ທ່ານຊູ່ຈ້ຽນອູ ໂອ້ລົມສົນທະນາກັບນັກສຶກສາຂອງມະຫາວິທະຍາໄລກິດຈະການທາງທະເລຕ້າລຽນ
ສຳລັບພະນັກງານຢູ່ປະເທດຈີນແລ້ວ, ຖ້າວ່າລາອອກຈາກຕຳແໜ່ງການນຳລະດັບສູງ, ຫາກກັບຄືນໄປເປັນອາຈານໃນໂຮງຮຽນຄືນໃໝ່, ກໍໝາຍຄວາມວ່າຫຼັງຈາກບຳນານແລ້ວຈະບໍ່ໄດ້ຮັບນະໂຍບາຍພິເສດຂອງຕຳແໜ່ງການນຳອີກ. ໃນເວລານັ້ນ, ເປັນຫຍັງອາຈານຊູ່ຈ້ຽນອູຈຶ່ງໄດ້ຕັດສິນໃຈເຮັດແບບນີ້ຢ່າງເດັດດ່ຽວ? ອາຈານຊູ່ຈ້ຽນອູບອກວ່າ:
ຕອນຂ້າພະເຈົ້າຫາກໍເລີ່ມເຮັດວຽກເມື່ອປີ 1982 ກໍເປັນທີ່ປຶກສາຝ່າຍການເມືອງ-ແນວຄິດ, ສອນທິດທະດີການເມືອງ-ແນວຄິດໃຫ້ແກ່ນັກສຶກສາ. ຂ້າພະເຈົ້າໄດ້ສ້າງສາຍສຳພັນຢ່າງໃກ້ຊິດແບບຕັດແຍກບໍ່ໄດ້ກັບນັກສຶກສາ. ສະນັ້ນຂ້າພະເຈົ້າຫວັງຢ່າງຍິ່ງວ່າມີມື້ໃດມື້ໜຶ່ງ, ຈະໄດ້ມີໂອກາດກັບຄືນໄປຢູ່ຮ່ວມກັນກັບນັກສຶກສາ. ຂ້າພະເຈົ້າໃນຖານະເປັນຜູ້ເຮັດວຽກດ້ານການການສຶກສາ, ເຫັນວ່າ ການສຶກສາດ້ານແນວຄິດ ແລະການເມືອງຕ້ອງສອນທິດສະດີ ທັງສ້າງຄວາມປະທັບໃຈດ້ວຍຄວາມຮັກແພງຢ່າງອົບອຸ່ນ. ນີ້ກໍຮຽກຮ້ອງໃຫ້ພວກເຮົາເອງຕ້ອງຊີ້ນຳພວກນັກສຶກສາດ້ວຍການປະພຶດຕົວຈິງຂອງຕົນ, ເພື່ອອົບຮົມບົ່ມສອນໃຫ້ເດັກນ້ອຍກາຍເປັນຄົນແບບໃດ, ພວກເຮົາເອງກໍຕ້ອງພະຍາຍາມກາຍເປັນຄົນແບບນັ້ນກ່ອນ.
ຄຸນສົມບັດຂອງຕົນເອງ, ເວົ້າແບບງ່າຍໆແລ້ວກໍຄື, ຄຸນສົມບັດຂອງສ່ວນຕົວ, ເຊິ່ງລວມທັງຄຸນທາດຄຸນສົມບັດ ນິດໄສ ແບບແຜນ ແລະ ຄວາມຊິນເຄີຍໃນ ຊີວິດສ່ວນຕົວ. ເວົ້າສຳລັບພະນັກງານສະມາຊິກພັກແລ້ວ, ການຮັກສາຄຸນສົມບັດຂອງຕົນເອງກໍໝາຍເຖິງຕ້ອງເຂັ້ມງວດໃນຈັນຍາບັນ ແລະ ການປະພຶດຕົວຂອງຕົນ, ປະຕິບັດງານເພື່ອຜົນປະໂຫຍດສ່ວນລວມຢ່າງປອດໃສຂາວສະອາດ. ໃນບັນຫາດ້ານຄຸນສົມບັດຂອງຕົນເອງ, ພະນັກງານສະມາຊິກພັກບໍ່ຄວນປ່ອຍປະລະເລີຍແມ່ນແຕ່ໜ້ອຍດຽວ, ຕ້ອງມີສະຕິລະວັງຕົວໃນທຸກເວລາເໝືອນກັບຢືນຢູ່ໃກ້ກັບເຫວເລິກ, ຕ້ອງມີສະຕິຕື່ນຕົວໃນການລ້າງສວ່າຍວົງເພື່ອນມິດ ວົງການດຳລົງຊີວິດ, ກິດຈະກຳບັນເທີງ ແລະການນຳໃຊ້ສື່ສັງຄົມອອນລາຍຂອງຕົນໃຫ້ປອດໃສ, ຮັກສາສະຕິລະວັງຕົວໃນກໍລະນີຢູ່ຜູ້ດຽວ ແລະ ໃນບັນຫາເລັກໆນ້ອຍໆ.
ທ່ານສີຈິ້ນຜິງຍັງໄດ້ຮຽກຮ້ອງຕໍ່ພະນັກງານອັນໄພສານຂອງຈີນ, ຄື ນອກຈາກຄວາມຕ້ອງການດ້ານການເຮັດວຽກແລ້ວ, ຄວນໄປຮ່ວມງານລ້ຽງຢູ່ທາງນອກໃຫ້ໜ້ອຍລົງ, ກັບໄປຮ່ວມພາເຂົ້າກັບຄອບຄົວໃຫ້ຫຼາຍຂຶ້ນ. ທ່ານອາດຈະຖາມວ່າ, ທ່ານສີຈິ້ນຜິງຫຍຸ້ງກັບການປົກຄອງບໍລິຫານປະເທດໃນທຸກມື້, ເປັນຫຍັງຍັງເອົາໃຈໃສ່ເລື່ອງສ່ວນຕົວ ແລະ ຄຸນສົມບັດ ຂອງພະນັກງານສະມາຊິກພັກເດ? ໃນຄວາມເປັນຈິງແລ້ວ, ຄຸນສົມບັດຂອງພະນັກງາສະມາຊິກພັກບໍ່ພຽງແຕ່ເປັນເລື່ອງສ່ວນຕົວເທົ່ານັ້ນ, ແຕ່ຍັງພົວພັນເຖິງພາບພົດຂອງພັກ ແລະ ລັດຖະບານ; ຄຸນສົມບັດຂອງຕົນເອງກໍບໍ່ແມ່ນບັນຫານ້ອຍ, ແຕ່ພົວພັນເຖິງກຽດຕິດຍົດ,ການພັດທະນາ ແລະ ຄວາມກ້າວໜ້າຂອງບຸກຄົນອີກດ້ວຍ.
ຄຳເຫັນ
0