ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ກ່ຽວກັບບັນຫາການບຳລຸງສ້າງຄຸນນະທຳ, ທ່ານສີຈິ້ນຜິງເຄີຍໃຫ້ຄຳບັນລະຍາຍຢ່າງເລິກເຊິ່ງ.
“ແຕ່ບູຮານນະການເປັນຕົ້ນມາ, ຊາວຈີນກໍສົ່ງເສີມການສະແຫວງຫາຄວາມຮູ້ຈາກການສຶກສາຄົ້ນຄວ້າສິ່ງຕ່າງໆ, ສ້າງແນວຄິດເປັນທຳ ແລະ ຄວາມຊື່ສັດບໍລິສຸດ, ສ້າງຄຸນສົມບັດໃຫ້ແກ່ຕົນເອງ ແລະ ຄຸ້ມຄອງຄອບຄົວຕົນເອງໃຫ້ດີ, ບໍລິຫານປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ແລະ ປະຊາຊົນຢູ່ເຢັນເປັນສຸກ. ເມື່ອວິເຄາະຈາກດ້ານໜຶ່ງແລ້ວ, ການສະແຫວງຫາຄວາມຮູ້ຈາກການສຶກສາຄົ້ນຄວ້າສິ່ງຕ່າງໆ, ສ້າງຄວາມຊື່ສັດບໍລິສຸດ, ແລະບຳລຸງສ້າງຄຸນສົມບັດໃຫ້ແກ່ຕົນເອງເປັນຄວາມຮຽກຮ້ອງໃຫ້ແກ່ສ່ວນບຸກຄົນ; ສຳລັບການຄຸ້ມຄອງຄອບຄົວຂອງຕົນເອງໃຫ້ດີແມ່ນຄວາມຮຽກຮ້ອງໃນທາງສັງຄົມ; ສຳລັບການບໍລິຫານປະເທດໃຫ້ຈະເລີນຮຸ່ງເຮືອງ , ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ແລະ ປະຊາຊົນຢູ່ເຢັນເປັນສຸກ ເປັນຄວາມຮຽກຮ້ອງຕ້ອງການໃນລະດັບປະເທດ. ພວກເຮົາສະເໜີ ຄ່ານິຍົມແກນກາງສັງຄົມນິຍົມ, ຈັດເອົາມາດຕະຖານດ້ານທັດສະນະຄຸນຄ່າທີ່ກ່ຽວພັນເຖິງປະເທດ ສັງຄົມ ແລະ ພົນລະເມືອງສ່ວນບຸກຄົນໃຫ້ເຊື່ອມໂຍງເຂົ້າເປັນອັນດຽວກັນ, ທັງສະແດງໃຫ້ເຫັນເຖິງຄວາມຮຽກຮ້ອງທາດແທ້ສັງຄົມນິຍົມ, ສືບທອດວັດທະນະທຳທີ່ເປັນມູນເຊື້ອດີເດັ່ນຂອງປະຊາຊາດຈີນ, ທັງໄດ້ຮັບເອົາໝາກຜົນທີ່ດີຈາກຄວາມສິວິໄລຂອງໂລກ, ສ່ອງແສງໃຫ້ເຫັນເຖິງຈິດໃຈແຫ່ງຍຸກສະໄໝ.”
ທ່ານສີຈິ້ນຜິງຢ້ຽມຢາມມະຫາວິທະຍາໄລປັກກິ່ງໃນວັນທີ 4 ພຶດສະພາປີ 2014.
ຄຳເຫັນດັ່ງກ່າວແມ່ນຄຳເຫັນຂອງທ່ານສີຈິ້ນຜິງທີ່ກ່າວໃນເວລາທີ່ສົນທະນາກັບອາຈານ ແລະ ນັກສຶກສາຂອງມະຫາວິທະຍາໄລປັກກິ່ງເມື່ອວັນທີ 4 ພຶດສະພາ ປີ 2014. ໃນຄຳເຫັນດັ່ງກ່າວນີ້, ທ່ານສີຈິ້ນຜິງໄດ້ຍົກເອົາຄຳສັ່ງສອນຕອນໜຶ່ງໃນປັດຊະຍາຂົງຈື້, ຄື “ເກີອູຈື້ຈື່, ເຊີງອີ້ເຈີ້ງຊິ່ນ, ຊິ່ວເສີ່ນ, ຊີເຈ່ຍ, ຈື້ກົວ, ພິງທ່ຽນເຊ້ຍ” ແປວ່າ “ສະແຫວງຫາຄວາມຮູ້ຈາກການສຶກສາຄົ້ນຄວ້າສິ່ງຕ່າງໆ, ສ້າງແນວຄິດເປັນທຳ ແລະ ຄວາມຊື່ສັດບໍລິສຸດ, ບຳລຸງສ້າງຄຸນສົມບັດໃຫ້ແກ່ຕົວເອງ ແລະ ຄຸ້ມຄອງຄອບຄົວຂອງຕົນເອງໃຫ້ດີ, ບໍລິຫານປະເທດໃຫ້ຈະເລີນຮຸ່ງເຮືອງ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ແລະ ປະຊາຊົນຢູ່ເຢັນເປັນສຸກ”, ເຊິ່ງຄຳນີ້ມາຈາກຕຳລາປັດຊະຍາຂົງຈື້ “ຫຼີຈີ້ ຕ້າເຊ”.
ທ່ານສີຈິ້ນຜິງໂອ້ລົມກັບນັກສຶກສາຂອງມະຫາວິທະຍາໄລປັກກິ່ງເມື່ອວັນທີ 4 ພຶດສະພາ ປີ 2014
ໃນສະໄໝບູຮານຂອງຈີນມີຄົນຜູ້ໜຶ່ງໄດ້ປະຕິບັດຕາມຄຳສັ່ງສອນນີ້ດ້ວຍຜົນສຳເລັດຢ່າງແທ້ຈິງ, ຄື ທ່ານຟ້ານຈົງຢ່ຽນທີ່ເປັນເສນາອາມາດທີ່ມີຊື່ສຽງໃນລາຊະວົງຊົ້ງເໜືອ(ປີຄສ960-1127). ທ່ານຟ້ານຈົງຢ່ຽນເສຍພໍ່ໃນຍາມເດັກ, ເມື່ອອາຍຸ 22 ປີ, ທ່ານກໍຈາກບ້ານໄປຮ່ຳຮຽນ. ໃນການຮ່ຳຮຽນເປັນເວລາ 5 ປີ, ທ່ານເປັນນັກສຶກສາທີ່ດຸໝັ່ນ ແລະ ທຳຄວາມພະຍາຍາມຫຼາຍທີ່ສຸດ. ຕອນອາຍຸ 27 ປີ, ທ່ານຟ້ານຈົງຢ່ຽນເສັງໄດ້ລະດັບຈີ້ນຊື້ໃນການສອບເສັງຄັດເລືອກຂຸນນາງຂອງລາຊະສຳນັກ ແລະ ເລີ່ມດຳລົງຕຳແໜ່ງຜູ້ບໍລິຫານຢ່າງເປັນທາງການ. ຫຼັງຈາກດຳລົງຕຳແໜ່ງການນຳແລ້ວ, ທ່ານໄດ້ໄປຮັບເອົາແມ່ມາເບິ່ງແຍງຢູ່ຄຽງຂ້າງໃນທັນທີ. ປີ ຄສ1040, ທ່ານຟ້ານຈົງຢ່ຽນມີອາຍຸ 50 ກວ່າປີແລ້ວ, ໄດ້ຮັບໜ້າທີ່ອັນໜັກໜ່ວງ, ຄື ຖືກສັບຊ້ອນຕຳແໜ່ງຈາກເຂດຍ່ານໃຕ້ແມ່ນ້ຳຢາງເຊທີ່ສວຍງາມ ແລະ ມັ່ງຄັ່ງໄປເຂດຊາຍແດນທາງພາກຕາເວັນຕົກສຽງເໜືອຂອງຈີນທີ່ອາກາດໜາວຈັດ ແລະ ທຸກຍາກລຳບາກທີ່ສຸດ. ໃນໄລຍະດຳລົງຕຳແໜ່ງຢູ່ເຂດຊາຍແດນ, ທ່ານໄດ້ແຕ່ງ ກາບກອນທີ່ມີຫົວເລື່ອງວ່າ “ອີເຈ່ຍອ້າວ”, ຖືວ່າເປັນກາບກອນທີ່ມີຊື່ສຽງໃນສະໄໝບູຮານຈີນ, ເຊິ່ງໄດ້ສ່ອງແສງເຖິງຄວາມກະຕືລືລົ້ນ ແລະ ຄວາມກ້າຫານທີ່ເອົາຊະນະສັດຕູເພື່ອຕອບແທນບຸນຄຸນຂອງປະເທດຊາດ. ໃນກາບກອນດັ່ງກ່າວມີປະໂຫຍກໜຶ່ງວ່າ “ຈ່ຽງຈູ່ນໄບຟ້າ ເຈີ່ງຟູ່ເລີ້ຍ” ແປວ່າ “ນຳພາກອງທັບຢ່າງສຸດອົກສຸດໃຈຈົນຜົມຫງອກ, ນ້ຳຕາຫຼັ່ງໄຫຼໃນຄວາມຝັນ.” ໃນຄວາມເປັນຈິງແລ້ວ, ນ້ຳຕານີ້ບໍ່ແມ່ນເພິ່ນເປັນຫ່ວງນຳຊາຕາກຳຂອງຕົນ, ຫາກເປັນນ້ຳຕາທີ່ເປັນຫ່ວງເປັນໃຍ ແລະ ເຫັນໃຈຕໍ່ຊາຕາກຳຂອງປະຊາຊົນທັງຊາດ.
ໃນຖານະເປັນເສນາອາມາດທີ່ມີຊື່ສຽງໃນລາຊະວົງຊົ້ງເໜືອ, ທ່ານຟ້ານຈົງຢ່ຽນເປັນນັກການເມືອງ, ນັກການທະຫານ, ທັງເປັນນັກວັນນະຄະດີພ້ອມ. ຫຼັງຈາກເພິ່ນເຖິງແກ່ກຳແລ້ວ, ເຈົ້າຊີວິດຊົ້ງເຢິນຈົ່ງໄດ້ພະລາຊະທານນາມ “ເວີນເຈີ້ງ”ໃຫ້ແກ່ເພິ່ນ.
ຕາມປະເພນີຂອງລາຊະວົງຊົ້ງ, ຄຳທີ່ວ່າ “ເວີນ” ເປັນການຕີລາຄາສູງສຸດຕໍ່ຄວາມຮູ້ຂອງຄົນຜູ້ໜຶ່ງ, ສຳລັບຄຳວ່າ “ເຈີ້ງ”, ກໍເປັນການຕີລາຄາສູງສຸດຂອງທົ່ວປວງຊົນຕໍ່ຄຸນສົມບັດຂອງຄົນຜູ້ໜຶ່ງ. ຊີວະປະຫວັດແບບນີ້ຂອງທ່ານຟ້ານຈົງຢ່ຽນ, ຖືວ່າເປັນແບບຢ່າງອັນພົ້ນເດັ່ນໃນການ ““ສະແຫວງຫາຄວາມຮູ້ຈາກການສຶກສາຄົ້ນຄວ້າສິ່ງຕ່າງໆ, ສ້າງແນວຄິດເປັນທຳ ແລະ ຄວາມຊື່ສັດບໍລິສຸດ, ບຳລຸງສ້າງຄຸນສົມບັດໃຫ້ແກ່ຕົນເອງ ແລະ ຄຸ້ມຄອງຄອບຄົວຕົນເອງໃຫ້ດີ, ບໍລິຫານປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ, ປະຊາຊົນຢູ່ເຢັນເປັນສຸກ”, ຈົນມາຮອດຍຸກປະຈຸບັນ, ຍັງຄົງມີຄວາມໝາຍສຳຄັນໃນການດຳລົງຊີວິດການບຳລຸງສ້າງນິດໄສ ຄຸນສົມບັດ ແລະ ຄວາມຮູ້ຄວາມສາມາດຂອງຄົນຍຸກປະຈຸບັນ.
ແນວຄິດຂອງປັດຊະຍາຂົງຈື້ມີອິດທິພົນຢ່າງເລິກເຊິ່ງຕໍ່ປະຊາຊົນຈີນ, ດັ່ງນັ້ນ, “ຊິ່ວເສີ່ນ ຊີເຈ່ຍ ຈື້ກົວ ພິງທ່ຽນເຊ້ຍ”ແປວ່າ “ບຳລຸງສ້າງຄຸນສົມບັດໃຫ້ແກ່ຕົນເອງ ແລະ ຄຸ້ມຄອງຄອບຄົວໃຫ້ດີ, ບໍລິຫານປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ແລະ ປະຊາຊົນຢູ່ເຢັນເປັນສຸກ” ໄດ້ຖືກລວບລວມເປັນ ຈິດໃຈຮັກຄອບຄົວ ແລະ ປະເທດຊາດ. ຈິດໃຈແນວນີ້ກໍເປັນຄຸນສົມບັດທີ່ສະແດງອອກໃນການທີ່ຮັບຜິດຊອບຕໍ່ຕົນເອງ, ຄອບຄົວ, ສັງຄົມ ກໍຄືປະເທດຊາດ. ດັ່ງນັ້ນ, ພວກເຮົາຈະບຳລຸງສ້າງຄຸນສົມບັດແບບນີ້ແນວໃດ?
ໜຶ່ງ, ຮ່ຳຮຽນຢ່າງດຸໝັ່ນຂະຫຍັນພຽນ. ການຮ່ຳຮຽນເປັນພື້ນຖານໃນການບຳລຸງສ້າງຄຸນສົມບັດ. ໃນດ້ານນີ້, ທຸກຄົນຈະລ້ວນແຕ່ມີຄວາມເຂົ້າໃຈຂອງຕົນ. ມີວິທີແບບງ່າຍໆຢ່າງໜຶ່ງ, ກໍຄືຮ່ຳຮຽນນຳແບບຢ່າງທີ່ດີຢູ່ຄຽງຂ້າງ.
ແບບຢ່າງດ້ານຄຸນສົມບັດຜູ້ນີ້ຊື່ວ່າ ທ່ານນາງ ກົງຊວນເຈີ່ນ, ທ່ານສີຈິ້ນຜິງເຄີຍຕ້ອນຮັບເພິ່ນສອງເທື່ອ, ແລະເອີ້ນເພິ່ນວ່າ “ແມ່ຕູ້” ຢ່າງສະໜິດສະໜົມ. ທ່ານນາງກົງຊວນເຈີ່ນ ເປັນພັນລະຍາຂອງພົນຕີ ກ່ານຈູຊ່າງທີ່ເຄີຍສ້າງຄຸນງາມຄວາມດີໃນສົງຄາມປົດປ່ອຍຊາດ. ປີ 1957, ທ່ານນາງກົງຊວນເຈີ່ນ ກັບສາມີໄດ້ກັບໄປບ້ານເກີດ ແລະ ເຮັດວຽກຊາວກະສິກອນ. ໃນເວລາຫຼາຍສິບປີ, ເພິ່ນໄດ້ເລົ່າມູນເຊື້ອປະຕິວັດ ແລະ ບັນລະຍາຍອຸດົມຄະຕິໃຫ້ແກ່ປະຊາຊົນທ້ອງຖິ່ນໂດຍບໍ່ໄດ້ເຫັນແກ່ຜົນປະໂຫຍດສ່ວນຕົວແມ່ນແຕ່ໜ້ອຍດຽວ. ເພິ່ນດຳລົງຊີວິດຢ່າງປະຢັດລຽບງ່າຍ, ບໍ່ເຄີຍເປືອງເງິນຊື້ເສື້ອຜ້າໃໝ່ໃຫ້ແກ່ຕົນເອງ, ແຕ່ຍິນດີບໍລິຈາກລາຍຮັບສ່ວນຫຼາຍທີ່ສຸດຂອງຕົນເພື່ອຊ່ວຍເຫຼືອນັກຮຽນນັກສຶກສາຜູ້ທຸກຍາກ, ຜູ້ເຖົ້າທີ່ບໍ່ມີລູກ, ແລະ ປະຊາຊົນອື່ນໆທີ່ຕ້ອງການຄວາມຊ່ວຍເຫຼືອ. ປະຈຸບັນ, ເພິ່ນມີອາຍຸ 90 ກວ່າປີແລ້ວ, ແຕ່ຍັງຄົງເອົາໃຈໃສ່ສັງຄົມ ແລະ ຊ່ວຍເຫຼືອຜູ້ອື່ນມາໂດຍຕະຫຼອດ.
ຕໍ່ໄປແມ່ນຂໍ້ທີ 2 ຄື ຕ້ອງຈຳແນກຢ່າງຈະແຈ້ງ. ເຊິ່ງມີຄວາມໝາຍວ່າ ຕ້ອງຊຳນານໃນການຈຳແນກຄວາມຖືກ ແລະ ຄວາມຜິດ, ຄວາມດີ ແລະ ຄວາມຊົ່ວ, ຄວາມງາມ ແລະ ຄວາມຂີ້ຮ້າຍ, ແລະກ້າທຳການຕົກລົງຢ່າງເດັດດ່ຽວ.
ກ່ຽວກັບຂໍ້ນີ້, ທ່ານສີຈິ້ນຜິງເຄີຍກ່າວວ່າ, ຊາວໜຸ່ມຜະເຊີນກັບທາງເລືອກຫຼາຍຢ່າງ, ສິ່ງສຳຄັນຄືຕ້ອງໃຊ້ໂລກະທັດ ຊີວະທັດ ແລະ ທັດສະນະຄຸນຄ່າທີ່ຖືກຕ້ອງເພື່ອຊີ້ນຳການຄັດເລືອກຂອງຕົນ. ເມື່ອມີໂລກະທັດ ຊີວະທັດ ແລະ ທັດສະນະຄຸນຄ່າທີ່ຖືກຕ້ອງແລ້ວ, ຈຶ່ງຖືວ່າໄດ້ກຳກັບກຸນແຈທີ່ຖືກຕ້ອງເພື່ອກ້າວເຂົ້າສູ່ສັງຄົມ.
ທ່ານສີຈິ້ນຜິງຍັງເຄີຍກ່າວວ່າ, ຄວາມເຂົ້າໃຈກ່ຽວກັບຄຳທີ່ວ່າ “ປະຊາຊົນ”ຂອງຕົນ ແມ່ນເຄົ້າມາຈາກຄວາມຮູ້ສຶກໃນໄລຍະລົງພື້ນຖານຢູ່ພາກເໜືອແຂວງສານຊີ່ເມື່ອອາຍຸ 16,17ປີ. ສະນັ້ນ, ທ່ານສີຈິ້ນຜິງກ່າວວ່າ, ຊາວໜຸ່ມເຍົາວະຊົນຕ້ອງຮຽນຮູ້ຄວາມເປັນຄົນຕັ້ງແຕ່ຍາມເປັນເດັກນ້ອຍ. ແຕ່ລະມື້ຄິດເບິ່ງວ່າ, ຂ້ອຍຮັກຊາດແລ້ວບໍ່? ຂ້ອຍຮັກສ່ວນລວມແລ້ວບໍ່? ຂ້ອຍເປັນລູກກະຕັນຍູຕໍ່ພໍ່ແມ່ບໍ່? ຮັກແພງໝູ່ຢູ່ໂຮງຮຽນແລ້ວບໍ່? ປະຕິບັດຕາມຄຸນສົມບັດສັງຄົມແລ້ວບໍ່? ຄິດແບບນີ້ເລື້ອຍໆ, ກໍຈະເລັ່ງໃຫ້ຕົນເອງປະຕິບັດຫຼາຍຂຶ້ນໃນທຸກມື້. ເຮັດແບບນີ້ມື້ລະເລັກໜ້ອຍ, ສະສົມໄວ້ມາເປັນເວລາດົນແລ້ວ, ກໍສາມາດບຳລຸງສ້າງຄຸນສົມບັດທີ່ສູງສົ່ງຂຶ້ນ.
ການບຳລຸງສ້າງຄຸນສົມບັດບໍ່ແມ່ນເລື່ອງທີ່ຈະສຳເລັດໄດ້ໃນມື້ໜຶ່ງຄືນດຽວ, ຫາກເປັນໝາກຜົນທີ່ຄ່ອຍໆສະສົມມາເປັນເວລາດົນນານ. ໃນຕຳລາບູຮານຂອງຈີນມີຄະຕິເຕືອນໃຈວ່າ: “ຢ່າຖືວ່າຄວາມດີນ້ອຍຫາກບໍ່ເຮັດ, ກໍຢ່າຖືວ່າ ຄວາມຊົ່ວນ້ອຍຫາກໄປເຮັດ”, ຕໍ່ຈາກນັ້ນຍັງມີຄວາມໜຶ່ງຄື “ຖ້າບໍ່ໄດ້ທຳຄວາມດີຈຳນວນຫຼວງຫຼາຍຈະບໍ່ສາມາດສ້າງຊື່ສຽງຂຶ້ນໄດ້, ບໍ່ໄດ້ທຳຄວາມຊົ່ວກໍຈະບໍ່ທຳລາຍຕົວເອງ.” ທ່ານສີຈິ້ນຜິງກໍເຄີຍຍົກເອົາປະໂຫຍກນີ້ມາເວົ້າໃນຫຼາຍກາລະໂອກາດ, ເພື່ອຕັກເຕືອນພະນັກງານສະມາຊິກພັກວ່າ, ເຖິງຈະເປັນຄວາມດີເລັກນ້ອຍກໍຕ້ອງປະພຶດເລື້ອຍໆ, ເຖິງຈະເປັນຄວາມຊົ່ວເລັກນ້ອຍກໍບໍ່ຄວນເຮັດຢ່າງເດັດຂາດ.
ການບຳລຸງສ້າງຄຸນສົມບັດຕ້ອງຍຶດໝັ້ນປະຕິບັດຢ່າງບໍ່ລົດລະ. ສະຫາຍເໝົາເຈີຕົ່ງເຄີຍກ່າວວ່າ, ຄົນຜູ້ໜຶ່ງເຮັດຄວາມດີໜ້ອຍໜຶ່ງຈະບໍ່ແມ່ນເລື່ອງຍາກ, ແຕ່ເລື່ອງຍາກແມ່ນເຮັດຄວາມດີ ແລະ ບໍ່ເຮັດຄວາມຊົ່ວຕະຫຼອດຊີວິດ. ຖ້າຢາກກາຍເປັນຄົນທີ່ມີຄຸນສົມບັດສູງສົ່ງກໍຕ້ອງຈົດຈຳສະເໝີວ່າ, ການບຳລຸງສ້າງຄຸນສົມບັດຈະເປັນຂະບວນການທີ່ບໍ່ມີວັນສິ້ນສຸດລົງ, ແລະຕ້ອງປະຕິບັດໃນທຸກເວລາ ແລະ ປະຕິບັດດ້ວຍຕົນເອງ.
ຄຳເຫັນ
0