黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຮຽກ​ຮ້ອງ​ໃຫ້ “ຈີນ​ກ່າວຄຳຂໍໂທດ”​, ທັງ​​ໄຮ້​ສາລະທັງ​ບໍ່​ສົມ​ເຫດ​ສົມ​ຜົນ

2020-03-06 16:51:47 cri

ໃນ​ກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​​ເຕ ​ໂດຣສ ອາ​ດາ​ໂນ​ມ ​ເກ​ເບຣ​ເຢຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ປະກົດ​ການ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ອື່ນທີ່​ເກີດ​ຂຶ້ນ​ໃນ​​ການ​​ຕ້ານກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ covid-19 ໃນທົ່ວໂລກ.

ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ພົບ​ພໍ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ covid-19 ກ່ອນໝູ່​ໃນ​ໂລກ, ຈີນ​ໄດ້ຖືກ​ກ່າວໂຈມ​ຕີ​ ແລະ ໃສ່​ຮ້າຍ​ປ້າຍ​ສີ​ຮ້າຍແຮງ​ທີ່​ສຸດ. ຫວ່າ​ງ​ກ່ອນ​ນີ້​ບໍ່​ດົນ, ຜູ້​ດຳ​ເນີນ​ລາຍ​ກາ​ນ​ຜູ້​ໜຶ່ງ​ຂອງ​ສະ​ຖາ​ນີ​ໂທ​ລະ​ພາບ FOX ຂອງ​ອາ​ເມ​ຣິ​ກາໄດ້​ເວົ້າ​ຖ້ອຍ​ຄຳ​ໂລ​ເລ​ວ່າ: “ເຊື້ອ​ພະ​ຍາດ covid-19 ແມ່ນ​ກຳ​ເນີດ​ຢູ່​ປະ​ເທດ​ຈີນ” ແລະ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຈີນ​ກ່າວຄຳຂໍໂທດ​ຢ່າງ​ເປັນ​ທາງ​ການ.

ທີ່​ຈິງ​ແລ້ວ, ປັດ​ຈຸ​ບັນ​ຍັງ​ບໍ່​ມີ​ຫຼັກ​ຖານ​ສາມາດຢືນ​ຢັນ​ໄດ້​ວ່າ​ເຊື້ອ​ພະ​ຍາດ covid-19 ແມ່ນ​ກຳ​ເນີດ​ຢູ່​ບ່ອນ​ໃດແທ້, ຄື​ກັນ​ກັບ​ປະ​ເທດ​ອື່ນໆ​ທີ່​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ, ຈີນ​ກໍ​ແມ່ນ​ຜູ້​ໄດ້​ຮັບ​​ເຄາະ​ຮ້າຍ​ຈາກ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ. ບົດ​ລາຍ​ງານ​ການສຳ​ຫຼວດ​ຂອງ​ໜ່ວຍ​ສຳ​ຫຼວດ​ຜູ້​ຊ່ຽວຊານປະ​ສົມ​ຈີນ-ອົງ​ການ​ອະ​ນາ​ໄມ​ໂລກ​ຊີ້​ໃຫ້​ເຫັນ​ວ່າ: ໂດຍ​ຜະ​ເຊີນ​ໜ້າກັບ​ເຊື້ອ​ພະ​ຍາດ​ແບບ​ນີ້​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ, ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ທີ່​ກ້າ​ຫານ​ທີ່​ສຸດ, ຄ່ອງ​ແຄ້ວ​ທີ່​ສຸດ​ ແລະ ​ຕັ້ງ​ໜ້າ​ທີ່​ສຸດ​ ໃນ​ປະ​ຫວັດ​ສາດຂອງມວນມະນຸດ, ໄດ້​ປົກ​ປ້ອງ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຮ່າງກາຍຂອງ​ປະ​ຊາ​ຊົ​ນ​ຈີນ​ໃນ​ລະ​ດັບ​ທີ່ດີ​ທີ່​ສຸດ, ທັງ​ໄດ້​ຮັກ​ສາ​ຄວາມ​ໝັ້ນຄົງດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ທົ່ວ​ໂລກ​ຢ່າງ​ເຂັ້ມແຂງ ​ແລະ ​ໄດ້​ເສຍສະຫລະຊີ​ວິດ​ແລະ​ຊັບ​ສິນ​ຢ່າງ​ໃຫຍ່​ຫຼວງ.

ປັດ​ຈຸ​ບັນ, ພະ​ຍາດ covid-19 ພວມ​ແຜ່​ລະ​ບາດ​ຢູ່​ທົ່ວ​ໂລກ. ​ມາ​ຮອດ​ເວ​ລາ 18 ໂມງຂອງວັນ​ທີ 4 ມີ​ນາ​ນີ້, ນອກຈາກຈີນແລ້ວມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດດັ່ງກ່າວ ຫຼາຍກວ່າ 13 ພັນ​ຄົນ​ຢູ່ໃນ 76 ປະ​ເທດໃນໂລກ. ໃນ​ນັ້ນ​​ມີ​ປະ​ເທດ​ຈຳ​ນວນ​ໜຶ່ງ​ລວມ​ທັງ​ອາ​ເມ​ຣິ​ກາ​ໄດ້​ມີຜູ້​ຖືກ​ບົ່ງ​ມະ​ຕິ​ວ່າເປັນ​ພະ​ຍາດ covid-19 ທັ້ງໆທີ່​ບໍ່​ເຄີຍ​ໄປ​ປະ​ເທດ​ຈີນ​ແລະ​ບໍ່​ເຄີຍ​ພົວ​ພັນ​ກັບ​ຜູ້​ຖືກ​ບົ່ງ​ມະ​ຕິວ່າເປັນພະຍາດນີ້. ນີ້​ເປັນ​ເລື່ອງ​ທີ່​ຈະ​ແຈ້ງວ່າ​ ຜູ້ທີ່ກ່າວວ່າເຊື້ອ​ພະ​ຍາດ covid-19 ເກີດ​ຂຶ້ນ​ຢູ່​ປະ​ເທດ​ຈີນ​ເປັນ​ເລື່ອງ​ທີ່​ຂາດຫຼັກ​ຖານ, ສະ​ນັ້ນ, ການທີ່ຮຽກ​ຮ້ອງ​ໃຫ້ “ຈີນ​​ກ່າວຄຳຂໍໂທດ” ແມ່ນ​ບໍ່​ສົມ​ເຫດ​ສົມ​ຜົນ, ທັງ​ເປັນ​ການຮຽກ​ຮ້ອງ​ທີ່​​ໄຮ້​ສາລະ​ທີ່​ສຸດ.

ຄຳ​ເຫັນ

0