尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

COVID-19 ແຜ່ລະບາດໃນທົ່ວໂລກ ວຽກງານຮີບດ່ວນທີ່​ສຸດແມ່ນປ້ອງກັນແລະຄວບຄຸມພະຍາດ ຫາກບໍ່ແມ່ນຕຳໜິກັນ

2020-03-06 16:55:48 cri

ການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນ  ໃໝ່ ຫຼື COVID-19 ໃນຂອບເຂດທົ່ວໂລກຍັງສືບຕໍ່ຢູ່. ອີງຕາມຕົວເລກຂໍ້ມູນຫຼ້າສຸດຈາກອົງການອະນາໄມໂລກ ຫຼື WHO, ມາຮອດເວລາ 10 ໂມງຂອງວັນທີ 4 ມີນານີ້ຕາມເວລາພາກກາງເອີຣົບ, ນອກຈາກຈີນແລ້ວໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດດັ່ງກ່າວ​ໃນ 76 ປະເທດທີ່ມີຈຳນວນເຖິງ 12.668 ຄົນ, ເສຍຊີວິດແລ້ວ 214 ຄົນ. ເມື່ອທຽບກັບວັນທີ 3 ມີນາຜ່ານມາແລ້ວ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດດັ່ງກ່າວຢູ່ນອກປະເທດຈີນໄດ້ເພີ່ມຂື້ນ 2.103 ຄົນ, ​ໃນ​ນີ້ມີ 4 ປະເທດໄດ້ພົບເຫັນຜູ້ເປັນພະຍາດດັ່ງກ່າວຜູ້ທຳອິດ.
 

ໃນຂະນະທີ່ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດ COVID-19 ຢູ່ນອກ​ປະ​ເທດ​ຈີນເພີ່ມຂຶ້ນຢ່າງວ່ອງໄວ, ຢູ່ບາງປະເທດໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດ COVID-19 ແຕ່ບໍ່ຮູ້ແຫຼ່ງກໍາເນີດທີ່ແທ້ຈິງຂອງພະຍາດດັ່ງກ່າວຍິ່ງເຮັດໃຫ້ຊາວໂລກມີຄວາມກັງວົນຫຼາຍກວ່າເກົ່າ. ຍົກຕົວຢ່າງຢູ່ອາເມຣິກາ, ມີ 4 ຄົນ​ໄດ້ຖືກບົ່ງມະຕິເປັນພະຍາດ COVID-19 ​ແຕ່ບໍ່ຮູ້ຊ່ອງທາງການແຜ່ລະບາດຂອງພະຍາດ, 4 ຄົນ​ນີ້ບໍ່ເຄີຍໄດ້ໄປເຂດທີ່ມີການແຜ່ລະບາດຂອງພະຍາດ ແລະ ກໍບໍ່ໄດ້ສຳຜັດກັບຜູ້ເປັນພະຍາດດັ່ງກ່າວຈັກເທື່ອ, ນອກ​ນີ້, ບ່ອນຢູ່​ອາໄສຂອງ 4 ຄົນດັ່ງກ່າວກໍຢູ່ໄກກັນຫຼາຍ.
 

ໃນວັນທີ 11 ກຸມພາຜ່ານ​ມາ, ອົງການອະນາໄມໂລກໄດ້ຈັດກອງປະຊຸມໂລກຄັ້ງໜຶ່ງຢູ່ນະຄອນເຊີແນວປະເທດສະວິສ ໂດຍໄດ້ເຕົ້າໂຮມນັກວິທະຍາສາດທີ່ມີຊື່ສຽງ, ອົງການສາທາລະນະສຸກ, ເຈົ້າໜ້າທີ່ສາທາລະນສຸກ ລວມທັງບຸກຄົນແລະອົງການຈັດຕັ້ງທີ່ສຳຄັນອື່ນໆ ເພື່ອປຶກສາຫາລືກ່ຽວກັບບັນຫາແຫຼ່ງກຳເນີດຂອງເຊື້ອພະຍາດ COVID-19 ແລະບັນຫາອື່ນໆ ແຕ່ບໍ່ໄດ້ຮັບຜົນສະຫຼຸບໃດໆ.
 

ທ່ານນາງ ມາເຣຍ ວານ ເຄິກຮອຟ ຜູ້ບໍລິຫານງານດ້ານເຕັກໂນໂລຊີຂອງໂຄງການສຸກເສີນດ້ານສາທາລະນະສຸກຂອງອົງການອະນາໄມໂລກ, ຜູ້ຊ່ຽວຊານດ້ານພະຍາດລະບາດ​ວິທະຍາກ່າວວ່າ: ຜູ້ຖືກບົ່ງມະຕິເປັນພະຍາດໃນໄລຍະເບື້ອງຕົ້ນຈຳນວນໜຶ່ງໃນເດືອນທັນວາປີກາຍນີ້ ມີສ່ວນພົວພັນກັບຕະຫຼາດສັດທະເລຫົວ  ໜານຂອງຈີນ, ແຕ່ຜູ້ຖືກບົ່ງມະຕິເປັນພະຍາດດັ່ງກ່າວໃນໄລຍະເບື້ອງຕົ້ນອີກຈຳນວນໜຶ່ງພັດບໍ່ໄດ້ມີການສຳຜັດກັບຕະຫຼາດດັ່ງກ່າວ.
 

ສິ່ງທີ່ເຮັດໃຫ້ຄົນຮູ້ສຶກເສຍດາຍແມ່ນ ໃນເວລາທີ່ການຄົ້ນຄວ້າວິທະຍາສາດພວມດຳເນີນຢູ່ນັ້ນ, ຍ້ອນວ່າການລາຍງານຜູ້ຖືກບົ່ງມະຕິເປັນພະຍາດ COVID-19 ໃນໄລຍະເບື້ອງຕົ້ນແມ່ນມາຈາກຈີນ, ບາງຄົນກໍເລີຍຄິດງ່າຍໆວ່າຈີນເປັນແຫຼ່ງກຳເນີດຂອງພະຍາດ, ບາງປະເທດໄດ້ຕຳໜິຈີນຢ່າງໄຮ້ເຫດຜົນ,ຈົນກະທັ້ງມີສື່ມວນຊົນບາງແຫ່ງ ໄດ້ຕັ້ງຊື່ເອົາເອງວ່າ “ໄວຣັສອູຮັ້ນ” ແລະ “ ໄວຣັສຈີນ” ໃນເວລາເຂົາເຈົ້າລາຍງານຂ່າວກ່ຽວກັບພະຍາດ COVID-19.
 

ການກະທຳທີ່ໄຮ້ຄວາມຮັບຜິດຊອບແບບນີ້ໄດ້ຖືກຕອບ​ຕ້ານຈາກວົງການວິທະຍາສາດ. ທ່ານ ໄມເຄີນ ໄຣອັນ ຜູ້ຮັບຜິດຊອບໂຄງການສຸກເສີນດ້ານສາທາລະນະສຸກຂອງ​ອົງການ​ອະນາ​ໄມ​ໂລກກ່າວວ່າ: “ກ່ຽວກັບແຫຼ່ງກຳເນີດຂອງເຊື້ອພະຍາດໃດໆ, ທຸກແຫ່ງຫົນກໍລ້ວນແຕ່ອາດຈະເປັນແຫຼ່ງກຳເນີດຂອງພະຍາດໄດ້. ພະຍາດ COVID-19 ເປັນປະກົດການຂອງໂລກ, ມີຢູ່ໃນຂອບເຂດທົ່ວໂລກ.”
 

ການຄົ້ນຄວ້າກ່ຽວກັບແຫຼ່ງກຳເນີດຂອງເຊື້ອພະຍາດຍັງບໍ່ໄດ້ຮັບຜົນເທື່ອ. ປັດຈຸບັນ, ເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດ​ແຜ່​ລະບາດຂະຫຍາຍວົງກວ້າງອອກອີກ​ແລະ ເພື່ອກອບກູ້ຊີວິດໃຫ້ໄດ້ຫຼາຍກວ່າເກົ່າ, ໂດຍປະເຊີນໜ້າກັບ “ເຫດການເຄາະຮ້າຍໃນປະຫວັດທາງທຳມະຊາດ” ແບບນີ້, ສິ່ງທີ່ສຳຄັນແມ່ນໃຫ້ຄວາມສຳຄັນຕໍ່ການຮັບມືແລະສະກັດກັ້ນການ​ແຜ່​ລະບາດ​ຂອງພະຍາດແນວໃດ.
 

ໂດຍປະເຊີນໜ້າກັບການແຜ່ລະບາດຂອງເຊື້ອພະຍາດ, ພວກເຮົາຈົ່ງລອງປະລະຄວາມເຫັນອະຄະຕິດ້ານດຽວ ແລ້ວມາຮ່ວມແຮງຮ່ວມໃຈກັນເພື່ອຮັບມືກັບສິ່ງທ້າທາຍຮ່ວມກັນຈະດີກວ່າ.

ຄຳ​ເຫັນ

0