何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ບໍ່​ແມ່ນ​ຈຸດ​ສິ້ນ​ສຸດ ແຕ່​ແມ່ນ​ຈຸດ​ເລີ່ມ​ຕົ້ນ

2020-03-07 11:15:52 CRI

图片默认标题_fororder_1125674559_15835035384181n

​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​​ບັ້ນ​ສູ້​ຊົນ​ຍາດເອົ​າ​ຊະ​ນະ​ໃນ​ບ້ານ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ໄລ​ຍະ​ສຸດ​ທ້າຍທີ່​ຈັດ​ຂຶ້ນ​ໃນວັນ​ທີ 6 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​​ວ່າ, ການ​ບັນ​ລຸ​ເປົ້າ​ໝ​າຍຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ຕາມ​ມາດ​ຕະ​ຖານຄວາມ​ທຸກ​ຍາກ​ໃນ​ປະ​ຈຸ​ບັນ​ຂອງ​ຈີນ, ເມືອງ​ທຸກ​ຍາກ​​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ໄດ້ທັງ​ໝົດ​ນັ້ນ​ບໍ່​ແມ່ນ​ຈຸດ​ສິ້ນ​ສຸດ, ແຕ່​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຊີ​ວິດການ​ເປັນ​ຢູ່​ອັນ​ໃໝ່ ແລະ ການ​ສູ້​ຊົນຜ່ານ​ຜ່າ​ຄັ້ງ​ໃໝ່. ຕ້ອງ​ສືບ​ຕໍ່​ຊຸກ​ຍູ້​ການຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃຫ້​ສາ​ມາດ​ປະ​ສົມ​ປະ​ສານ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ໃຫ້​ບັນ​ລຸ​​ເປົ້າ​ໝາຍຄວາມ​ຮັ່ງ​ມີ​ພ້ອມ​ກັນ​ເທື່ອ​ລະ​ກ້າວ.

图片默认标题_fororder_1125674668_15835069482341n

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ຍິ່ງ​ຮອດ​ໄລ​ຍະ​ສຸດ​ທ້າຍ​ຂອງ​ການຫຼຸດ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ, ຍິ່ງ​ຕ້ອງ​ເພີ່ມ​ທະ​ວີ ແລະ ປັບ​ປຸງ​ການ​ນຳ​ພາ​ຂອງ​ພັກ​ກອ​ມູ​ນິດ​ຈີນ, ອົງ​ການ​ພັກ​ທຸກ​ຂັ້ນ​ຕ້ອງ​ປະ​ຕິ​ບັດ​ຕາມ​ໜ້າ​ທີ່​ຮັ​ບ​ຜິດ​ຊອບ​ຢ່າງ​ເຕັມ​ທີ່, ແລະ​ເຮັດ​ສຳ​ເລັດ​ພາ​ລະ​ກຳ​ຢ່າງມີ​ກຽດ.

ຄຳ​ເຫັນ

0