ກອງປະຊຸມສຳມະນາກ່ຽວກັບການສູ້ຊົນຍາດເອົາໄຊຊະນະໃນບັ້ນລົບລ້າງຄວາມທຸກຍາກໃນໄລຍະສຸດທ້າຍໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 6 ມີນານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນກ່າວເນັ້ນວ່າ: ເມື່ອຮອດປີ 2020, ຕ້ອງໃຫ້ບັນລຸເປົ້າໝາຍທີ່ປະຊາກອນຜູ້ທຸກຍາກໃນຊົນນະບົດສາມາດຫຼຸດພົ້ນອອກຈາກມາດຕະຖານຄວາມທຸກຍາກໃນປັດຈຸບັນໃຫ້ໄດ້ໝົດຕາມເວລາກຳນົດເຊິ່ງເປັນຄຳໝັ້ນສັນຍາອັນໜັກແໜ້ນທີ່ສູນກາງພັກກອມມູນິດຈີນໃຫ້ໄວ້ກັບປະຊາຊົນທົ່ວປະເທດ, ຕ້ອງເດັດດ່ຽວຜ່ານຜ່າຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດCOVID- 19 , ຍາດເອົາໄຊຊະນະໃນບັ້ນລົບລ້າງຄວາມທຸກຍາກຢ່າງຮອບດ້ານ.
ກອງປະຊຸມຄັ້ງນີ້ເປັນກອງປະຊຸມຂະໜາດໃຫຍ່ທີ່ສຸດໃນດ້ານການລົບລ້າງຄວາມທຸກຍາກນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ປະຊາກອນຜູ້ທຸກຍາກຂອງຈີນໄດ້ຫຼຸດລົງຈາກ98,99 ລ້ານຄົນເມື່ອທ້າຍປີ 2012ຍັງເຫຼືອພຽງ 5,51 ລ້ານຄົນໃນທ້າຍປີ 2019, ອັດຕາການເກີດຄວາມທຸກຍາກຈາກ10,2% ຫຼຸດລົງເຫຼືອ 0,6%, ຄວາມທຸກຍາກໂດຍລວມໃນເຂດແຄວ້ນທີ່ກ່ຽວຂ້ອງໄດ້ຮັບການແກ້ໄຂໂດຍພື້ນຖານ.
ທ່ານສີຈິ້ນຜິງກ່າວວ່າ: ພາຍຫຼັງສຳເລັດໜ້າທີ່ລົບລ້າງຄວາມທຸກຍາກໃນປີນີ້ແລ້ວ, ຈີນຈະສາມາດບັນລຸເປົ້າໝາຍຫຼຸດຜ່ອນຄວາມທຸກຍາກທີ່ກຳນົດໄວ້ໃນວາລະການພັດທະນາແບບຍືນຍົງຮອດປີ 2030ຂອງອົງການສະຫະປະຊາຊາດກ່ອນເວລາກຳນົດ 10 ປີ. ໃນໂລກນີ້ບໍ່ມີປະເທດໃດສາມາດຊ່ວຍປະຊາກອນຜູ້ທຸກຍາກຈຳນວນຫຼາຍປານນີ້ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໃນເວລາສັ້ນປານນີ້ໄດ້. ເຊິ່ງມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ຈີນກໍຄືຕໍ່ໂລກ. ຜົນສຳເລັດຂອງຈີນໃນຂົງເຂດລົບລ້າງຄວາມທຸກຍາກໄດ້ສ່ອງແສງໃຫ້ເຫັນເຖິງທ່າແຮງດ້ານການເມືອງພາຍໃຕ້ການນຳພາຂອງພັກກອມມູນິດຈີນແລະລະບອບສັງຄົມນິຍົມຂອງຈີນ.
ຄຳເຫັນ
0