覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີ​ຈິ້ນ​ຜິງສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວເຖິງ​ແມ່​ຍິງ​ທັງຫຼາຍ​ທີ່​ສູ້​ຊົນ​ຢູ່​ແນວ​ໜ້າ​ຕ້ານ​ພະ​ຍາດ COVID- 19 ​ກໍ​ຄື​ແມ່​ຍິງ​ທົ່ວ​ປະ​ເທດ​ຈີນ

2020-03-08 10:38:42 cri

ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ8 ມີ​ນາ ໄດ້ໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ສຸດ​ໃຈ​ຕໍ່​ພີ່​ນ້ອງ​ຮ່ວມ​ຊາດ​ແມ່​ຍິງ​ອັນ​ໄພ​ສານ​ທີ່​ສູ້​ຊົນ​ຢູ່​ແນວ​ໜ້າ​ແລະ​ແນວ​ຮົບ​ຕ່າງໆ​​ໃນການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ COVID- 19 ແລະ ທັງ​ກ່າວ​ສະ​ບາຍ​ດີວັນ​ແມ່​ຍິງ​ສາ​ກົນ​ຕໍ່​ພີ່​ນ້ອງ​ແມ່​ຍິງ​ວົງ​ການ​ຕ່າງໆ​ແລະ​​ແມ່​ຍິງບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ.
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ພາຍຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID- 19​ແລ້ວ, ພະ​ນັກ​ງານ​ການ​ແພດ​ຍິງ​ທັງຫຼາຍ​ໄດ້​ບຸກ​ບືນ​ສູ້​ຊົນ​ຢ່າງ​ກ້າ​ຫານ​ທັງ​ເວັນ​ທັງ​ຄືນ,ເຝົ້າ​​ປະ​ຈຳ​ການ​ເພື່ອປະ​ຕິ​ບັດ​ໜ້າ​ທີ່​ຢູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ອັນ​ສູງ​ສົ່ງ​ໃນ​ການ​ປິ່ນ​ປົວ​ແລະ​ກອບ​ກູ້​ຊີ​ວິດ​ຄົນ​ເຈັບ​ດ້ວຍ​ນ້ຳ​ໃຈ​ມະ​ນຸດ​ສະ​ທຳ. ​ພີ່​ນ້ອງ​ແມ່​ຍິງ​​ທັງຫຼາຍໃນ​ວົງ​ການສະ​ມາ​ຊິກ​ພັກ-ພະ​ນັກ​ງານ, ຕຳຫຼວດ, ພະ​ນັກ​ງານ​ຄວບ​ຄຸມ​ພະ​ຍາດ​ຕິດ​ແປດ, ພະ​ນັກ​ງານ​ເຂດ​ຊຸມ​ຊົນ, ພະ​ນັກ​ງານ​ສື່ມວນ​ຊົນ, ອາ​ສາ​ສະ​ໝັກ​ແລະ​ອື່ນໆ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜ່ງ​ດ້ວຍ​ຄວາມ​ບໍ​ລິ​ສຸດ, ​ບຸກ​ບືນ​ສູ້​ຊົນ ​ເຮັດ​ວຽກ​ທີ່​ຫຍຸ້ງ​ຍາກ​ລຳ​ບາກ​ຢ່າງຫຼວງຫຼາຍ ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ສູ້​ຊົນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ​ຂອງ​ຕົນ. ຫວັງ​ວ່າ ພີ່​ນ້ອງ​ແມ່​ຍິງ​ທັງຫຼາຍ​ຈະ​ຍຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ​ທີ່​ຈະ​ເອົາ​ຊະ​ນະ​ພະ​ຍາດ​​ໄດ້ຢ່າງ​ແນ່ນອນ,ຮັກ​ສາ​ຈິດ​ໃຈ​ສູ້​ຊົນ​ຢ່າງ​ສູງ, ປົກ​ປ້ອງ​ຕົນ​ເອງ​ຕາມຫຼັກ​ວິ​ທະ​ຍາ​ສາດ​ເພື່ອ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ທີ່​ສາ​ມາດສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສູ້​ຊົນ​​ເພື່ອເອົາ​ຊະ​ນະ​ພະ​ຍາດ​ຄັ້ງ​ນີ້.
 

   ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຄະ​ນະ​ພັກ​ແລະ​ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ຮັກ​ແພ​ງ​ພີ່​ນ້ອງ​ແມ່​ຍິງ​ທີ່​ສູ້​ຊົນ​ຢູ່​ແນວ​ໜ້າ​ກໍ​ຄື​ແນວ​ຮົບ​ຕ່າງໆ​ໃນການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ໂຄ​ສະ​ນາ ​ແບບ​ຢ່າງ​ແມ່​ຍິງ​ດີ​ເດັ່ນ​ທີ່​ປາ​ກົດ​ຂຶ້ນ​ໃນ​ແນວ​​ໜ້າປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ກະ​ຕຸກ​ຊຸກ​ຍູ້ແລະສະ​ໜັບ​ສະ​ໜູນ​ແມ່​ຍິງ​ອັນ​ໄພ​ສານ​ປະ​ກອບ​ສ່ວນ​ໃນ​ດ້ານ​ສະ​ຕິ​ປັນ​ຍາ​ແລະ​ເຫື່ອ​ແຮງ​ຂອງ​ຕົນ​ເພື່ອ​ສູ້​ຊົນ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ປະ​ຊາ​ຊົນ​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ,ບັ້ນ​ຮົບ​ທົ່ວ​ປວງ​ຊົນ​ແລະ​ບັ້ນ​ສະ​ກັດ​ກັ້ນ​ແລະ​ຕ້ານພະ​ຍາດ​ຄັ້ງ​ນີ້​ໃນ​ທີ່​ສຸດ.

ຄຳ​ເຫັນ

0