ແບບແຜນຄອບຄົວແມ່ນມໍລະດົກອັນລໍ້າຄ່າທີ່ສືບທອດກັນມາຕາມແຕ່ລະເຊັ່ນຄົນ, ເປັນຫຼັກການ ແລະ ຄວາມຊິນເຄີຍດ້ານການປະພຶດຕົວຂອງລູກຫຼານ, ແບບແຜນຄອບຄົວກໍເປັນແຫຼ່ງກຳເນີດອັນສຳຄັນໃຫ້ແກ່ການເຕີບໃຫຍ່ດ້ານຈິດໃຈຂອງຄົນຜູ້ໜຶ່ງ.
ກ່ຽວກັບແບບແຜນຄອບຄົວ, ທ່ານສີຈິ້ນຜິງເຄີຍກ່າວວ່າ, ຄອບຄົວໃດມີແບບແຜນທີ່ດີ, ຄອບຄົວນັ້ນກໍຈະຈະເລີນຮຸ່ງເຮືອງ, ມີຄວາມປອງດອງ ແລະ ມີຄວາມຜາສຸກ. ເມື່ອເບິ່ງຈາກປະຫວັດສາດຂອງຈີນແລ້ວເຫັນວ່າ: ຕະກຸນໃຫຍ່ໆທີ່ໄດ້ສືບທອດກັນມາເປັນເວລາດົນນານ, ສ່ວນຫຼາຍແມ່ນຍ້ອນວ່າມີແບບແຜນຄອບຄົວທີ່ບໍລິສຸດ, ສືບທອດຄວາມຮູ້ ແລະ ຈິດໃຈໃນການບຸກບືນສູ້ຊົນຢ່າງກ້າຫານ, ເຮັດໃຫ້ລູກຫຼານສືບທອດໄປໃນແຕ່ລະເຊັ່ນຄົນ, ແບບແຜນຄອບຄົວ ແລະ ຄຳສັ່ງສອນປະຈຳຄອບຄົວເຫຼົ່ານີ້ມີຄຸນຄ່າທີ່ເປັນອຳມະຕະບໍ່ຈຳກັດກາລະເທສະ.
ທ່ານຢາງຊ້ານໂຈ່
ເມື່ອເວົ້າເຖິງແບບແຜນຄອບຄົວ, ທ່ານສີຈິ້ນຜິງໄດ້ເນັ້ນໜັກເປັນພິເສດເຖິງແບບແຜນຄອບຄົວຂອງສະມາຊິກພັກກອມມູນິດຈີນ. ທ່ານສີຈິ້ນຜິງໄດ້ສົ່ງເສີມໃຫ້ຮຽນແບບຢ່າງຂອງສະຫາຍຢາງຊ້ານໂຈ່, ສະຫາຍຈ່ຽວອີ້ລູ້, ສະຫາຍກູເວີນຊ່າງ ແລະ ສະຫາຍອື່ນໆທີ່ເປັນສະມາຊິກພັກກອມມູນິດຈີນຜູ້ດີເດັ່ນ, ທີ່ໄດ້ສ້າງແບບແຜນຄອບຄົວທີ່ດີງາມ ແລະ ເປັນແບບຢ່າງທີ່ດີໃນດ້ານແບບແຜນຄອບຄົວ.
ເມື່ອເວົ້າເຖິງສະຫາຍຢາງຊ້ານໂຈ່, ປະຊາຊົນຈີນໄດ້ຮັບຮູ້ດີກ່ຽວກັບຜົນງານຂອງເພິ່ນ. ສະຫາຍຢາງຊ້ານໂຈ່ເກີດໃນປີ 1927, ໃນປີ 1952 ທ່ານໄດ້ເຂົ້າເປັນສະມາຊິກພັກກອມມູນິດຈີນ, ເຄີຍເປັນເລຂາຄະນະພັກເຂດປາວສ່ານແຂວງຢຸນນານ. ຫຼັງຈາກເພິ່ນບຳນານໃນປີ 1988, ເພິ່ນໄດ້ເປັນເຈົ້າການເສຍສະຫລະໂອກາດທີ່ຈະສະເຫວີຍສຸກໃນໄວຊະລາຢູ່ໃນເທສະບານແຂວງ, ເພິ່ນກ່າວວ່າ: “ຂ້າພະເຈົ້າຕ້ອງໄດ້ກັບເມືອປູກຕົ້ນໄມ້ຢູ່ບ້ານເກີດ, ສ້າງເນື້ອທີ່ດິນຕອນໜ່ຶງທີ່ຂຽວງາມໃຫ້ແກ່ພີ່ນ້ອງປະຊາຊົນຢູ່ບ້ານເກີດ.”
ທ່ານຢາງຊ້ານໂຈ່ຢູ່ໃນນິຄົມປ່າໄມ້ທີ່ຕົນພາປະຊາຊົນສ້າງຂຶ້ນ
ເມື່ອຊຸມປີ 1960-ປີ1970, ຍ້ອນເສດຖະກິດສັງຄົມຂອງທ້ອງຖິ່ນພັດທະນາຢ່າງຊັກຊ້າ, ຊາວກະສິກອນຢູ່ທ້ອງຖິ່ນແຫ່ງນັ້ນຂາດເຂີນອາຫານ ແລະ ເຄື່ອງນຸ່ງ, ຈຶ່ງເລີ່ມຖາງປ່າເພື່ອບຸກເບີກເນື້ອທີ່ດິນປູຝັງຢ່າງເປັນຂະບວນກວ້າງຂວາງ, ເຮັດໃຫ້ລະບົບນິເວດທີ່ຂຽວງາມຖືກທຳລາຍຢ່າງໜັກໜ່ວງ.
ທ່ານຢາງຊ້ານໂຈ່ຢູ່ໃນນິຄົມປ່າໄມ້ທີ່ຕົນພາປະຊາຊົນສ້າງຂຶ້ນ
ສະຫາຍຢາງຊ້ານໂຈ່ຕັດສິນໃຈກັບເມືອປູກຕົ້ນໄມ້ຢູ່ບ້ານເກີດ, ກໍແມ່ນເພື່ອປັບປຸງສິ່ງແວດລ້ອມທຳມະຊາດຂອງບ້ານເກີດໃຫ້ດີຂຶ້ນ, ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ບ້ານເກີດ. ເພິ່ນເວົ້າວ່າ: “ຂ້າພະເຈົ້າແມ່ນປະຕິບັດຕາມຄຳໝັ້ນສັນຍາຕໍ່ພີ່ນ້ອງປະຊາຊົນຢູ່ບ້ານເກີດ. ເມື່ອເຮັດວຽກຫຼາຍປີຢູ່ອົງການພັກ ແລະ ລັດ, ປະຊາຊົນຢູ່ບ້ານເກີດມາຫາຂ້າພະເຈົ້າຫຼາຍເທື່ອເພື່ອໃຫ້ຊ່ວຍເລື່ອງສ່ວນຕົວ, ແຕ່ຂ້າພະເຈົ້າກໍໄດ້ປະຕິເສດໝົດ,ແຕ່ຂ້າພະເຈົ້າກໍໄດ້ຮັບປາກວ່າຫຼັງຈາກບຳນານແລ້ວຈະເຮັດວຽກຈັກຢ່າງສອງຢ່າງທີ່ເປັນປະໂຫຍດ ໃຫ້ກັບປະຊາຊົນບ້ານເກີດ. ເມື່ອໄດ້ສຳຫຼວດແລະພິຈາລະນາແລ້ວຂ້າພະເຈົ້າເຫັນວ່າ, ການປູກຕົ້ນໄມ້ເພື່ອເອົາໄວ້ໃຫ້ຄົນຮຸ່ນຫຼັງຈະເປັນຜົນປະໂຫຍດຕົວຈິງ, ທັງມີຜົນດີຕໍ່ທົ່ວເມືອງ, ກໍຄືຕໍ່ການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນຢູ່ບ້ານເກີດ.”
ຫຼັງຈາກນັ້ນ, ສະຫາຍຢາງຊ້ານໂຈ່ໄດ້ກັບຄືນເມືອບ້ານເກີດ, ນຳພາພວກຊາວບ້ານປູກໄມ້ໃຫ້ກາຍເປັນນິຄົມທີ່ມີເນື້ອທີ່ປະມານ 4000 ເຮັກຕາ ແລະມີມູນຄ່າ 300ລ້ານຢວນ, ນອກນີ້ຍັງໄດ້ບໍລິຈາກນິຄົມປ່າໄມ້ໃຫ້ແກ່ລັດໂດຍບໍ່ຮຽກຮ້ອງຄ່າຊົດເຊີຍແຕ່ປະການໃດ.
ໃນຄວາມເປັນຈິງແລ້ວ, ຄຸນສົມບັດທີ່ສູງສົ່ງຂອງສະຫາຍຢາງຊ້ານໂຈ່ບໍ່ພຽງແຕ່ສະແດງອອກໃນການປະຕິບັດງານຢ່າງດຸໝັ່ນເພື່ອຜົນປະໂຫຍດຂອງປະຊາຊົນເທົ່ານັ້ນ, ຍັງໄດ້ສະແດງອອກໃນແບບແຜນຄອບຄົວທີ່ດີຂອງເພິ່ນອີກດ້ວຍ.
ເມື່ອຫວນຄືນເຖິງຄວາມຮູ້ສຶກປະທັບໃຈກ່ຽວກັບພໍ່, ນາງຢາງຮຸ້ຍລານ ລູກສາວຜູ້ທີສອງຂອງສະຫາຍຢາງຊ້ານໂຈ່ເວົ້າວ່າ, ໃນດ້ານການໃຊ້ອຳນາດ, ພໍ່ຄິດແຕ່ວຽກສ່ວນລວມ ບໍ່ໄດ້ສະແຫວງຫາຜົນປະໂຫຍດສ່ວນຕົວແມ່ນແຕ່ໜ້ອຍດຽວ; ໃນດ້ານການເຮັດວຽກ, ພໍ່ໄດ້ບຸກບືນສູ້ຊົນດ້ວຍຄວາມທໍລະຫົດອົດທົນ ແລະຄວາມດຸໝັ່ນຂະຫຍັນພຽນ; ໃນຊີວິດຄອບຄົວ, ພໍ່ບໍ່ໄດ້ສະແຫວງຫາຄວາມຮັ່ງມີລໍ້າລວຍ, ແຕ່ໄດ້ເຊີດຊູແບບແຜນຄອບຄົວທີ່ປອດໃສຂາວສະອາດ. ນີ້ກໍຄືແບບແຜນຄອບຄົວທີ່ພໍ່ຈົ່ງໄວ້ໃຫ້ແກ່ລູກຫຼານ.
ເມື່ອຫວນຄືນເຖິງເລື່ອງລາວຂອງພໍ່, ນາງຢາງຮຸ້ຍຊິນ ລູກສາວຜູ້ທີສາມຂອງສະຫາຍຢາງຊ້ານໂຈ່ເວົ້າວ່າ, ມີເລື່ອງໜຶ່ງເຮັດໃຫ້ນາງປະທັບໃຈຢ່າງເລິກເຊິ່ງຈົນຮອດປະຈຸບັນ. ນາງເວົ້າວ່າ: “ມີປີໜຶ່ງໃນລະດູຝົນ, ເຮືອນເກົ່າຂອງພວກເຮົາມີນໍ້າຝົນຮົ່ວຢ່າງໜັກ, ແມ່ກຸ້ມໃຈຫຼາຍ, ຈຶ່ງຝາກຂໍ້ຄວາມໃຫ້ພໍ່ເພື່ອຢືມເງິນສົ່ງກັບເມືອໃຫ້ສ້ອມແປງເຮືອນເກົ່າ. ບໍ່ພໍເທົ່າໃດມື້, ພໍ່ໄດ້ຝາກຈົດໝາຍ ພ້ອມກັບເງິນ 30 ຢວນມາໃຫ້, ໃນຈົດໝາຍຂອງພໍ່ຂຽນວ່າ: “ຂ້ອຍບໍ່ມີເງິນແທ້ໆ, ປະຈຸບັນ ປະຊາຊົນທີ່ທຸກຍາກກວ່າເຮົາຍັງມີຫຼາຍຢູ່, ພວກເຈົ້າກໍຫາຊື້ຊາມຊື້ໄຫມາໂຕ່ງນ້ຳຝົນກ່ອນ, ຖ້າບໍ່ໄດ້ກໍຄວນຍ້າຍຕຽງໄປຫລົບຝົນຢູ່ບ່ອນມັນບໍ່ຮົ່ວ. ໃນຕອນນັ້ນຂ້າພະເຈົ້າບໍ່ເຂົ້າໃຈການກະທຳຂອງພໍ່, ແຕ່ດຽວນີ້ເຂົ້າໃຈແລ້ວ. ໃນໃຈຂອງພໍ່ໄດ້ເອົາໃຈໃສ່ນຳປະຊາຊົນຢ່າງເຕັມປ່ຽມ, ເພິ່ນແມ່ນຜູ້ເສຍສະຫຼະຜົນປະໂຫຍດຂອງຄອບຄົວນ້ອຍເພື່ອສ້າງຜົນປະໂຫຍດໃຫ້ແກ່ຄອບຄົວໃຫຍ່ທີ່ໝາຍເຖິງປະຊາຊົນ.”
ມັນອາດຈະເປັນເລື່ອງທີ່ເຂົ້າໃຈຍາກວ່າ, ເລຂາຄະນະພັກເຂດແຄວ້ນໜຶ່ງສາມາດມີເງິນພຽງແຕ່ 30 ຢວນເພື່ອສົ່ງໄປແປງເຮືອນເກົ່າທີ່ຝົນຮົ່ວ. ແຕ່ສະຫາຍຢາງຊ້ານໂຈ່ເຄີຍເວົ້າຄວາມໜຶ່ງ, ເມື່ອມິດລາຍການຟັງແລ້ວກໍອາດຈະເຂົ້າໃຈໄດ້ຕໍ່ການກະທຳຂອງສະຫາຍຢາງຊ້ານໂຈ່. ເພິ່ນເວົ້າວ່າ: “ລັດເບີກເງິນເດືອນໃຫ້ຂ້າພະເຈົ້າແລ້ວ, ຂ້າພະເຈົ້າບໍ່ຄວນຄິດເຖິງພຽງແຕ່ຄອບຄົວຂອງຕົນເອງເທົ່ານັ້ນ”.
ດັ່ງນັ້ນ, ສະຫາຍຢາງຊ້ານໂຈ່ຈຶ່ງບໍ່ໄດ້ຈົ່ງຊັບສົມບັດດ້ານວັດຖຸໄວ້ໃຫ້ແກ່ລູກຫຼານ, ແຕ່ເພິ່ນໄດ້ຖ່າຍທອດແບບແຜນຄອບຄົວທີ່ດີງາມ, ເຊິ່ງເປັນຊັບສົມບັດດ້ານຈິດໃຈທີ່ລໍ້າຄ່າແບບໃຊ້ບໍ່ມີວັນເຫືອດແຫ້ງ ແລະ ບໍ່ໝົດເປັນຈັກເທື່ອ.
ປະຊາຊົນຈີນມັກເວົ້າເຖິງຄຳທີ່ວ່າ ຈິດໃຈຮັກບ້ານແພງເມືອງ, ເປັນຍ້ອນວ່າໃນວັດທະນະທຳຈີນ, ບ້ານ ແລະ ເມືອງ ຫຼື ຄອບຄົວ ແລະ ປະເທດຊາດແມ່ນຕັດແຍກອອກຈາກກັນບໍ່ໄດ້. ສະນັ້ນ “ພື້ນຖານຂອງໂລກຂຶ້ນກັບປະເທດ, ພື້ນຖານຂອງປະເທດຂຶ້ນກັບຄອບຄົວ, ພື້ນຖານຂອງຄອບຄົວແມ່ນຂຶ້ນກັບຄົນໃນຄອບຄົວ.” ທ່ານສີຈິ້ນຜິງໃຫ້ຄວາມສຳຄັນຢ່າງສູງຕໍ່ການສ້າງແບບແຜນຄອບຄົວທີ່ດີ, ກໍຍ້ອນວ່າຄອບຄົວມີແບບແຜນທີ່ດີແລ້ວ, ພວກເຮົາຈຶ່ງຈະສາມາດສ້າງແບບແຜນສັງຄົມທີ່ດີໄດ້ ແລະ ສາມາດສ້າງແບບແຜນພັກທີ່ປອດໃສຂາວສະອາດ ແລະ ແບບແຜນການບໍລິຫານທີ່ໂປ່ງໃສໄດ້.
ເມື່ອເຂົ້າສູ່ຍຸກໃໝ່ແລ້ວ, ທຸກຄົນລ້ວນແຕ່ມີຄວາມໃຝ່ຝັນຂອງຕົນ, ທຸກຄອບຄົວກໍລ້ວນແຕ່ມີຄວາມໃຝ່ຝັນຂອງຕົນເຊັ່ນກັນ, ສຳລັບປະຊາຊົນຈີນຍັງມີຄວາມໃຝ່ຝັນຂອງຈີນຮ່ວມກັນ ແລະປະຊາຊົນລາວກໍມີຄວາມໃຝ່ຝັນຂອງລາວເຊັ່ນກັນ. ສະນັ້ນ ຂໍໃຫ້ພວກເຮົາຮ່ວມແຮງຮ່ວມໃຈກັນ, ເສີມສ້າງກຳລັງທາງຈິດໃຈທີ່ຮັກຊາດ ຮັກຄອບຄົວ, ສົ່ງເສີມຄຸນນະທຳແລະສະແຫວງຫາແຕ່ການປະພຶດທີ່ມີຄຸນນະທຳ, ພາກັນບຸກບືນສູ້ຊົນເພື່ອບັນລຸຄວາມໃຝ່ຝັນຂອງຕົນໃຫ້ປະກົດຜົນເປັນຈິງ.
ຄຳເຫັນ
0