ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຈີນມີຄຳສຸພາສິດວ່າ: "ຊ່ານຊຸ້ຍຄ້ານຕ້າ, ຊີ່ຊຸ້ຍຄ້ານຫຼາວ" ແປວ່າ "ພຶດຕິກຳເດັກ 3 ຂວບບອກນິດໄສຮອດຕອນໃຫຍ່, ພຶດຕິກຳເດັກ 7 ຂວບບອກນິດໄສໄດ້ຮອດເຖົ້າ". ການເຕີບໂຕດ້ານຄຸນສົມບັດແລະການປະພຶດຕົວຂອງຄົນຜູ້ໜຶ່ງຕ້ອງອົບຮົມບົ່ມສອນມາຕັ້ງແຕ່ຍັງນ້ອຍ, ຄອບຄົວເປັນ ປັດໄຈພື້ນຖານທີ່ສຳຄັນທີ່ສຸດ. ເວົ້າສຳລັບການເຕີບໂຕຂອງປະເທດໜຶ່ງຫຼື ຊາດໜຶ່ງ, ຄອບຄົວກໍເປັນຈຸລັງຂັ້ນພື້ນຖານທີ່ສຸດເຊັ່ນກັນ. ປັດຈຸບັນ, ປະຊາຊົນທົ່ວປະເທດຈີນກຳລັງສູ້ຊົນຮ່ວມກັນເພື່ອສ້າງສັງຄົມອິ່ມໜຳສຳລານໃຫ້ສຳເລັດຮອບດ້ານ,ເພື່ອບັນລຸຄວາມໄຝ່ຝັນຂອງຈີນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊາດຈີນ, ຢາກບັນລຸເປົ້າໝາຍດັ່ງກ່າວ, ຄອບຄົວທີ່ມີຄວາມປອງດອງກົມກຽວ, ແບບແຜນຄອບຄົວທີ່ດີກໍມີຄວາມສຳຄັນເປັນພິເສດ.
ທ່ານສີຈິ້ນຜິງກໍໄດ້ເນັ້ນເຖິງຄວາມສຳຄັນຂອງຄອບຄົວ,ການສຶກສາອົບຮົມ ຂອງຄອບຄົວ ແລະແບບແຜນຄອບຄົວໃນຫຼາຍກາລະໂອການເຊັ່ນກັນ. ເພາະວ່າຄົນເຮົາຢູ່ໃນໂລກໜ່ວຍນີ້, ບໍ່ແມ່ນວ່າເຮົາເກີດມາຈາກອາກາດ, ທຸກຄົນຕ່າງກໍມີພໍ່ແມ່, ພໍ່ແມ່ຄືຜູ້ໃຫ້ຊີວິດ, ເມື່ອມີພໍ່ແມ່ກໍມີຄອບຄົວ, ພໍ່ແມ່ຢູ່ບ່ອນໃດ,ຄອບຄົວກໍຢູ່ບ່ອນນັ້ນ.
ຄອບຄົວບໍ່ພຽງແຕ່ເປັນຄອບຄົວສ່ວນຕົວຂອງຄົນເຮົາເທົ່ານັ້ນ, ຍັງເປັນປະເທດທີ່ນ້ອຍທີ່ສຸດ, ປະເທດປະກອບດ້ວຍຄອບຄົວເປັນພັນເປັນໝື່ນ. ມີຄອບຄົວຈິ່ງຈະມີປະເທດ, ມີປະເທດຈິ່ງຈະມີຄອບຄົວ, ຄອບຄົວນ້ອຍຕິດພັນກັບຄອບຄົວໃຫຍ່ ແລະຕິດພັນກັບປະເທດຊາດ. ເຊັ່ນດຽວກັນ, ເລື່ອງຂອງຄອບຄົວບໍ່ພຽງແຕ່ເປັນເລື່ອງສ່ວນຕົວຂອງຄົນເຮົາເທົ່ານັ້ນ, ມັນຍັງເປັນເລື່ອງຂອງປະເທດແລະຂອງສັງຄົມ. ຄືແນວນີ້ຫຼະ, ຄອບຄົວກັບປະເທດໄດ້ເຊື່ອມໂຍງເຂົ້າກັນໂດຍບໍ່ເຄີຍຕັດແຍກອອກຈາກກັນຈັກເທື່ອ. ນີ້ຄື ນ້ຳໃຈຮັກຊາດຮັກຄອບຄົວແລະຄວາມຮັບຮູ້ຕໍ່ຄອບຄົວກັບປະເທດຂອງຄົນຈີນທີ່ໄດ້ສືບທອດມາຕັ້ງແຕ່ບູຮານນະການເປັນເວລາຫຼາຍພັນປີ.
ກ່ຽວກັບຄວາມສຳຄັນໃນການສ້າງສາຄອບຄົວ, ທ່ານສີຈິ້ນຜິງໄດ້ມີທັດສະນະວ່າ:ເວລາໃດ ຊົນຊາດຈີນກໍໃຫ້ຄວາມສຳຄັນຕໍ່ຄອບຄົວ, ດັ່ງຄຳທີ່ວ່າ: “ພື້ນຖານຂອງໂລກຄືປະເທດ,ພື້ນຖານຂອງປະເທດຄືຄອບຄົວ” ຄອບຄົວທີ່ກົມກຽວປອງດອງຈະມີຄວາມຈະເລີນທຸກສິ່ງຢ່າງ.ປະເທດຮັ່ງມີເຂັ້ມແຂງ, ຄວາມຈະເລີນຸຮຸ່ງເຮືອງຂອງຊາດໄດ້ຟື້ນຟູຄືນໃໝ່, ໃນທີ່ສຸດກໍຕ້ອງສະແດງອອກໃນຄວາມສົມບູນພູນສຸກຂອງຄອບຄົວນັບເປັນພັນເປັນໝື່ນ, ສະແດງອອກໃນຊີວິດການເປັນຢູ່ຂອງປະຊາຊົນນັບເປັນລ້ານເປັນຕື້ໄດ້ຮັບການປັບປຸງໃຫ້ດີຂຶ້ນ, ຄອບຄົວເປັນພັນເປັນໝື່ນດີແລ້ວ, ປະເທດຈິ່ງຈະດີ, ຊົນຊາດຈິ່ງຈະດີ.
ທ່ານສີຈິ້ນຜິງກ່າວຄຳປາໄສໃນງານຊຸມນຸມສະຫຼອງບຸນກຸດຈີນປີ2018
ນີ້ແມ່ນຄຳປາໄສວັກໜຶ່ງທີ່ທ່ານສີຈິ້ນຜິງກ່າວໃນງານຊຸມນຸມສະຫຼອງບຸນກຸດຈີນປີ2018ທີ່ຈັດຂຶ້ນໂດຍຄະນະກຳມະການສູນກາງພັກກອມມູນິດຈີນແລະລັດຖະບານຈີນ, ໃນນີ້, ທ່ານສີຈິ້ນຜິງໄດ້ຍົກເອົາຄຳບູຮານຄຳໜຶ່ງມາບັນລະຍາຍຄື: “ທ່ຽນເຊ້ຍຈື່ເປີນໄຈໂກວ, ໂກວຈື່ເປີນໄຈເຈ່ຍ”ຄຳນີ້ບັນທຶກໄວ້ໃນປຶ້ມ “ເມີ້ງຈື” ເຊິ່ງເປັນປຶ້ມຕຳລາອະມະຕະກ່ຽວກັບປັດຊະຍາຂົງຈື.
ເມີ້ງຈື ເປັນນັກປັດຊະຍາ,ນັກການເມືອງທີ່ມີຊື່ສຽງໃນສະໄໝຈ້ານກົກ (ກ່ອນຄສປີ475—ກ່ອນຄສປີ221), ເພິ່ນຍັງເປັນໜຶ່ງໃນບັນດາບຸກຄົນຕົວແທນສຳນັກປັດຊະຍາຂົງຈື, ເມີ້ງຈືເຄີຍກ່າວວ່າ: “ຄົນມັກເວົ້າເລື້ອຍໆວ່າ: ໂລກ, ປະເທດແລະຄອບຄົວ. ພື້ນຖານຂອງໂລກຄືປະເທດ,ພື້ນຖານຂອງປະເທດຄືຄອບຄົວ,ພື້ນຖານຂອງຄອບຄົວຄືຄົນເຮົາເອງ”, ທຸກຄົນຄວນຖືທັດສະນະເຄົາລົບນັບຖືແລະຢຳເກງໃນການພະຍາຍາມຝຶກຝົນຕົນເອງໃຫ້ກາຍເປັນຄົນດີ,ປະພຶດຕົວໃຫ້ດີ,ແລ້ວຈິ່ງຈະສາມາດສ້າງສາຄອບຄົວໃຫ້ມີຄວາມຜາສຸກແລະກົມກຽວປອງດອງ, ເມື່ອຄອບຄົວມີຄວາມຜາສຸກກົມກຽວປອງດອງແລ້ວ, ປະເທດຈິ່ງຈະມີຄວາມເປັນລະບຽບຮຽບຮ້ອຍ,ໂລກຈິ່ງຈະມີຄວາມສະຫງົບປອດໄພ.
ທີ່ຈິງແລ້ວ, ເປັນແບບແຜນການກໍ່ສ້າງສັງຄົມທີ່ດີງາມ ຄົບຖ້ວນແລະມີລັກສະນະການປະຕິບັດຕົວຈິງ. ໃນນີ້ ສິ່ງສຳຄັນທີ່ສຸດກໍຄືຄອບຄົວ ແຕ່ບໍ່ແມ່ນສ່ວນບຸກຄົນ, ເພາະວ່າ ສ່ວນບຸກຄົນກໍເປັນຜົນແຫ່ງການສຶກສາອົບຮົມຂອງຄອບຄົວເຊັ່ນກັນ.
ຕໍ່ໄປຂໍຍົກເລື່ອງກ່ຽວກັບ ຊື່ມາກວ່າງ ນັກການເມືອງແລະນັກວັນຄະນະດີປະຫວັດສາດສະໄໝລາຊະວົງຊົ້ງເໜືອ (ປີຄສ 960—ປີຄສ1127) ຂອງຈີນສູ່ຟັງ.
ມື້ໜຶ່ງ, ຊືມາກວ່າງຕອນນັ້ນອາຍຸປະມານ 5ຫາ 6 ປີ ໄດ້ຫຼິ້ນນຳເອື້ອຍ, ເຂົາເຈົ້າຢາກປອກເປືອກໝາກສະໝອງລິງໜ່ວຍໜຶ່ງ. ແຕ່ວ່າ ສອງເອື້ອຍນ້ອງໄດ້ພະຍາຍາມເປັນເວລາດົນເຕີບກໍບໍ່ສາມາດປອກເປືອກມັນອອກໄດ້. ເອື້ອຍກໍເລີຍນ້ອຍໃຈຫຼາຍ ແລະຍ່າງໜີໄປເພາະມີວຽກອື່ນ. ເຫຼືອແຕ່ຊື່ມາກວ່າງຄິດຢູ່ຜູ້ດຽວຕໍ່ໄປ. ຂະນະນັ້ນ, ຄົນຮັບໃຊ້ຜູ້ເຖົ້າຜູ້ໜຶ່ງໃນເຮືອນຍ່າງມາ, ເອົານ້ຳຕົ້ມລວກໝາກສະໝອງລິງໜ່ວຍນັ້ນ, ແລ້ວປອກເປືອກມັນອອກໄດ້ທັງໄວທັງງ່າຍ. ເມື່ອປອກເປືອກແລ້ວໆ, ຜູ້ເຖົ້າຜູ້ນັ້ນກໍຍ່າງອອກໄປ. ພໍດີ ເອື້ອຍກັບມາກໍຖາມວ່າ: ໃຜປອກເປືອກອອກໄດ້? ຊື່ມາກວ່າງຕອບດ້ວຍຄວາມເອກອ້າງທະນົງໃຈເປັນພິເສດວ່າ: ນ້ອງນ່າ,ເປັນຜູ້ປອກໄດ໋.ຂະນະນັ້ນ,ກໍເຫັນແຕ່ພໍ່ເຮັດສີໜ້າປູດລົງເວົ້າວ່າ ພໍ່ຕິດຕາມເບິ່ງລູກຢູ່ທາງຂ້າງຕະຫຼອດ, ເປັນເດັກນ້ອຍຊິເວົ້າຂີ້ຕົວະໄດ້ແນວໃດ? ເວລາຜ່ານໄປຫຼາຍປີ, ຊືມາກວ່າງໄດ້ຂຽນເລື່ອງນີ້ໄວ້ໃນຈົດໝາຍກ້ານໜຶ່ງວ່າ: ແຕ່ນັ້ນມາ, ຕົນບໍ່ກ້າເວົ້າຂີ້ຕົວະແລະຂີ້ຄຸຍອີກເລີຍ.
ບໍ່ເວົ້າຂີ້ຕົວະ, ເປັນຄົນທີ່ຊື່ສັດຈິງໃຈ, ນີ້ຄືຄຳສັ່ງສອນຂອງຊື່ມາກວ່າງທີ່ໄດ້ຮັບຮູ້ຈາກພໍ່. ສຳລັບ ຄຳວ່າ ຈິງໃຈ ໃນຄຳສັບທີ່ວ່າ ຊື່ສັດຈິງໃຈ , ເມື່ອຊື່ມາກວ່າງໃຫຍ່ຂຶ້ນມາແລ້ວກໍມີຄວາມຮັບຮູ້ທີ່ເລິກເຊິ່ງກວ່າເກົ່າ. ເພິ່ນເຄີຍກ່າວວ່າ: ຄວາມຈິງໃຈຕ້ອງເກີດມາຈາກໃຈຢ່າງແທ້ຈິງ, ເພາະວ່າ ເມື່ອມີຈິງໃຈ, ສິ່ງທີ່ເວົ້າອອກມາ, ຜູ້ອື່ນກໍຈະຮູ້ສຶກໄດ້ເຖິງຄວາມຈິງໃຈ, ປະຕິບັດຕໍ່ຕົວເອງແລະຜູ້ອື່ນດ້ວຍຄວາມຈິງໃຈທີ່ສຸດ, ບໍ່ປິດບັງຄວາມຮູ້ສຶກຂອງຕົນເອງ, ກ້າສະແດງຄວາມຄິດເຫັນຂອງຕົນ, ຍຶດໝັ້ນອຸດົມການ,ຍຶດໝັ້ນຫຼັກການ, ນີ້ຄືຫຼັກການປະພຶດຕົວຂອງທ່ານຊືມາກວ່າງໃນຕະຫຼອດຊີວິດ.
ຕໍ່ມາ, ຊື່ມາກວ່າງມີລູກສິດຜູ້ໜຶ່ງຕອນຈະອຳລາຈາກໄປ,ກໍຖາມຊື່ມາກວ່າງວ່າ: ອາຈານ, ລູກສິດຂໍສິ່ງໃດສິ່ງໜຶ່ງນຳ ອາຈານເພື່ອໄວ້ເປັນຄະຕິເຕືອນໃຈໄດ້ບໍ? ຊືມາກວ່າງຄິດບຶດໜຶ່ງແລ້ວຕອບວ່າ: ຖ້າລູກສິດຕ້ອງການຢາກໄດ້ຄະຕິເຕືອນໃຈອັນໃດອັນໜຶ່ງແທ້ໆ, ກໍເອົາຄຳວ່າ “ຈິງໃຈ” ສາ. ລູກສິດກໍຖາມວ່າ ເຮັດແນວໃດຈິ່ງຈະເຮັດໄດ້ເຖິງຂັ້ນວ່າ ຈິງໃຈ, ຊື່ມາກ່າວ ບອກວ່າ: ເລີ່ມຕົ້ນຈາກການບໍ່ເວົ້າຂີ້ຕົວະ.
ຊົ່ວຊີວິດຂອງທ່ານຊືມາກວ່າງໄດ້ປະຕິບັດຕາມຫຼັກການຊື່ສັດຈິງໃຈ ແລະເພິ່ນກໍເຮັດໄດ້ຢ່າງແທ້ຈິງ. ຂະນະດຽວກັນ, ເພິ່ນຍັງໄດ້ຫວ່ານແນວພັນແຫ່ງຄວາມດີແນວນີ້ໄປຖ່າຍທອດເຖິງຈິດໃຈຂອງລູກສິດແລະລຸ້ນຫຼັງຂອງຕົນ. ສ່ວນແນວພັນແຫ່ງຄວາມຊື່ສັດຈິງໃຈເມັດນີ້ແມ່ນເກີດມາຈາກຕອນໄວເດັກຂອງຊືມາກວ່າງທີ່ຫຼິ້ນໝາກສະໝອງລິງ ຖືກພໍ່ສັ່ງສອນຫ້າມເວົ້າຂີ້ຕົວະນັ້ນເອງ.
ແບບແຜນຄອບຄົວທີ່ດີສາມາດອົບຮົມບົ່ມສອນຈິດໃຈຂອງຄົນໄດ້, ເພາະໄດ້ອົບຮົມບົ່ມສອນຄວາມດີໃຫ້ຄົນ, ແລ້ວຄົນໃນຄອບຄົວກໍນຳເອົາແນວພັນແຫ່ງຄວາມດີຈາກເຮືອນຕົນໄປສູ່ຂົງເຂດທີ່ກວ້າງຂວາງກວ່າເກົ່າ,ສົ່ງອິດທິພົນໃຫ້ຄົນຫຼາຍກວ່າເກົ່າ, ຈິ່ງສ້າງໃຫ້ເປັນບັນຍາກາດສັງຄົມທີ່ກົມກຽວແລະດີງາມກວ່າເກົ່າ. ນີ້ຄືດັ່ງຄຳບູຮານຈີນທີ່ພວກເຮົາແນະນຳໃນຕອນຕົ້ນລາຍການຄື “ທ່ຽນເຊ້ຍຈື່ເປີນໄຈໂກວ, ໂກວຈື່ເປີນໄຈເຈ່ຍ,ເຈ່ຍຈື່ເປີນໄຈເຊີນ”ແປວ່າ ພື້ນຖານຂອງໂລກຄືປະເທດ,ພື້ນຖານຂອງປະເທດຄືຄອບຄົວ,ພື້ນຖານຂອງຄອບຄົວຄືຄົນເຮົາເອງ.
ຄຳເຫັນ
0