ກ່ຽວກັບການສຶກສາຂອງຄອບຄົວ, ທ່ານສີຈິ້ນຜິງໄດ້ໃຫ້ທັດສະນະສາມດ້ານຄື ໜຶ່ງ, ຄອບຄົວເປັນຫ້ອງຮຽນທຳອິດໃນຊີວິດຂອງຄົນ, ພໍ່ແມ່ເປັນຄູສອນທຳອິດຂອງລູກ. ການສຶກສາຂອງຄອບຄົວເປັນຄືແນວໃດ,ກໍຈະສ້າງລູກເຕົ້າໃຫ້ເປັນຄົນແນວນັ້ນ. ເດັກນ້ອຍແຕ່ລະຄົນເລີ່ມຕັ້ງແຕ່ຮຽນປາກເວົ້າ,ຮຽນຍ່າງກໍໄດ້ຮັບການສຶກສາແລະອົບຮົມບົ່ມສອນຈາກຄອບຄົວຢ່າງບໍ່ຢຸດຢັ້ງ,ໂດຍໄດ້ຮັບອິດທິພົນຈາກພໍ່ແມ່ຢ່າງບໍ່ຢຸດຢັ້ງໂດຍບໍ່ຮູ້ສຶກຕົວ. ສະນັ້ນ, ການສຶກສາຂອງຄອບຄົວເວົ້າສຳລັບຜູ້ເປັນພໍ່ແມ່ແລ້ວກໍແມ່ນສອນໃຫ້ລູກເຕົ້າມີຄວາມຊິນເຄີຍທີ່ດີ,ຊັກຈູງໃຫ້ລູກເຕົ້າສ້າງໂລກະທັດ,ຊີວະທັດແລະຄ່ານິຍົມທີ່ຖືກຕ້ອງ. ດັ່ງທີ່ປຶ້ມ “ຊ່ານຈື້ຈິ່ງ” (ກອນສາມພະຍາງ) ເຊິ່ງເປັນປຶ້ມແບບຮຽນສຳລັບເດັກນ້ອຍແບບດັ້ງເດີມໃນສະໄໝບູຮານຈີນໄດ້ລະບຸວ່າ: ຢົກທີ່ເຈຍລະໄນກໍຈະບໍ່ສາມາດກາຍເປັນເຄື່ອງຫັດຖະກຳທີ່ສວຍງາມໄດ້, ຄົນເຮົາຄັນບໍ່ຮ່ຳຮຽນກໍຈະບໍ່ຮູ້ມາລະຍາດ. ໃນຄອບຄົວໜຶ່ງ, ພໍ່ແມ່ຕ້ອງເປັນແບບຢ່າງໃຫ້ລູກ, ສອນລູກດ້ວຍຄຳເວົ້າແລະການກະທຳຕົວຈິງຂອງຕົນ,ສອນລູກໃຫ້ດີ, ຊ່ວຍລູກໃສ່ກະດຸມທຳອິດໃນຊີວິດເຂົາເຈົ້າໃຫ້ດີ,ແລະຊ່ວຍເຂົາເຈົ້າຢ່ວາງບາດກ້າວທຳອິດໃນຊີວິດໃຫ້ດີ.
ທ່ານສີຈິ້ນຜິງກ່າວຄຳປາໄສໃນກອງປະຊຸມການສຶກສາທົ່ວປະເທດຈີນເມື່ອວັນທີ 10 ກັນຍາປີ 2018ໂດຍໃຫ້ທັດສະນະກ່ຽວກັບການສຶກສາຂອງຄອບຄົວ
ອັນທີສອງ: ຜູ້ປົກຄອງຄວນແບກຫາບໜ້າທີ່ສຶກສາອົບຮົມຄົນຮຸ່ນຫຼັງ,ໃນວັດທະນະທຳດັ້ງເດີມຂອງຈີນມີຄຳຄົມວ່າ “ແບ່ງແຍງລ້ຽງດູລູກແຕ່ບໍ່ອົບຮົມບົ່ມສອນລູກເປັນຄວາມຜິດພາດຂອງຜູ້ເປັນພໍ່.”ສະນັ້ນ,ໃນປະຫວັດສາດຂອງຈີນຍັງມີຫຼາຍໆກໍລະນີກ່ຽວກັບການສຶກສາຢ່າງເຂັ້ມງວດພາຍໃນຄອບຄົວ.ຕົວຢ່າງເລື່ອງ “ແມ່ເມີ້ງຈືຍ້າຍເຮືອນສາມເທື່ອ” ໄດ້ເວົ້າເຖິງເລື່ອງກ່ຽວກັບ ເມີ້ງຈືທີ່ເປັນໜຶ່ງໃນບັນດາບຸກຄົນຕົວແທນປັດຊະຍາຂົງຈື້,ຕອນຍັງນ້ອຍ, ແມ່ໄດ້ຍ້າຍເຮືອນສາມຄັ້ງເພື່ອເລືອກສະພາບແວດລ້ອມການສຶກສາທີ່ດີໃຫ້ລູກ. ຍັງອີກເລື່ອງໜຶ່ງແມ່ນ “ແມ່ຖາວຄືນປາ” ເຊິ່ງເປັນເລື່ອງເກີດຂຶ້ນໃນສະໄໝລາຊະວົງຈິ້ນຕາເວັນອອກຄືແຕ່ປີ 317-ປີ420, ມີນາຍພົນທີ່ມີຊື່ສຽງຜູ້ໜຶ່ງຊື່ວ່າ ຖາວຂານ, ລາວສວຍໃຊ້ຕຳແໜ່ງທີ່ເປັນເຈົ້າໜ້າທີ່ຄຸ້ມຄອງແມ່ນ້ຳແລະຂະແໜງການປະມົງ, ລາວຝາກຄົນນຳເອົາປາທີ່ໃສ່ໄວ້ໃນໄຫໜ່ວຍໜຶ່ງໄປໃຫ້ແມ່ຕົນເອງ, ແຕ່ວ່າ ຜູ້ເປັນແມ່ພັດໄດ້ມ້ຽນປາໃນໄຫນັ້ນໃຫ້ດີແລ້ວສົ່ງປາຄືນໃຫ້ຖາວຂານທັງຂຽນຈົດໝາຍຕຳໜິພ້ອມ. ເນື່ອງຈາກການສຶກສາຢ່າງເຂັ້ມງວດຂອງແມ່, ຖາວຂານບໍ່ພຽງແຕ່ໄດ້ເປັນຂຸນນາງທີ່ປອດໃສຂາວສະອາດໃນຕະຫຼອດຊີວິດເທົ່ານັ້ນ, ເພິ່ນຍັງໃຊ້ຊີວິດແບບປະຢັດມັດທະຍັດອີກດ້ວຍ. ຕອນອາຍຸເຖົ້າແກ່,ເພິ່ນຂໍລາອອກຈາກຕຳແໜ່ງການນຳ, ເພິ່ນໄດ້ມອບວັດຖຸສິ່ງຂອງຂອງຫຼວງທັງໝົດໃຫ້ຜູ້ມາຮັບຕຳແໜ່ງແທນລາວນັ້ນຢ່າງເປັນລະບຽບຮຽບຮ້ອຍແລ້ວຈິ່ງລາຈາກໄປ. ຄົນຮຸ່ນຫຼັງພາກັນກ່າວຍ້ອງຍໍ ຄຸນທາດທີ່ປອດໃສຂາວສະອາດຂອງຖາວຂານ, ກ່າວຍ້ອງຍໍຊົມເຊີຍຢ່າງສູງຕໍ່ແມ່ຂອງຖາວຂານທີ່ມີຄຸນນະທຳໃນການຄືນປາ. ສອງເລື່ອງນີ້ລ້ວນແຕ່ເປັນກໍລະນີທີ່ໂດດເດັ່ນກ່ຽວກັບຄົນບູຮານຈີນທີ່ເນັ້ນການສຶກສາທາງຄອບຄົວຢ່າງເຂັ້ມງວດ. ດັ່ງທີ່ຄົນບູຮານຈີນມັກເວົ້າກັນວ່າ ພໍ່ຜູ້ເຂັ້ມງວດຈະສາມາດສອນໃຫ້ລູກເປັນຄົນກະຕັນຍູ ເຊິ່ງສຳນວນນີ້ກໍມີຄວາມໝາຍເຊັ່ນດຽວກັນ.
ອັນທີສາມ, ການສຶກສາຂອງຄອບຄົວປະກອບມີຫຼາຍດ້ານ,ແຕ່ສິ່ງສຳຄັນທີ່ສຸດແມ່ນການສຶກສາອົບຮົມດ້ານຄຸນສົມບັດ. ດ້ວຍເຫດນີ້, ຜູ້ເປັນພໍ່ແມ່ຄວນສອນຄຸນສົມບັດທີ່ດີໃຫ້ແກ່ລູກ ເພື່ອສ້າງແບບແຜນຄອບຄົວ ທີ່ດີໃຫ້ສືບທອດ ໄປສູ່ແຕ່ລະເຊັ່ນຄົນແລະສົ່ງອິດທິພົນໃຫ້ແກ່ລູກຫຼານຄົນຮຸ່ນຫຼັງ.
ກ່ຽວກັບຄວາມສຳຄັນຂອງແບບແຜນຄອບຄົວ, ທ່ານສີຈິ້ນຜິງກ່າວວ່າ: “ແບບແຜນຄອບຄົວເປັນພາກສ່ວນສຳຄັນຂອງຄຸນນະທຳທາງສັງຄົມ, ຄອບຄົວບໍ່ພຽງແຕ່ເປັນບ່ອນຢູ່ອາໄສຂອງຮ່າງກາຍຄົນເຮົາ ຍັງເປັນທີ່ເພິ່ງພາອາໃສທາງດ້ານຈິດໃຈຂອງຄົນອີກດ້ວຍ.ຄອບຄົວໃດມີແບບແຜນທີ່ດີກໍຈະເຮັດໃຫ້ຄອບຄົວນັ້ນຈະເລີນຮຸ່ງເຮືອງ,ສາມັກຄີປອງດອງແລະມີຄວາມສຸກ, ແບບແຜນຄອບຄົວບໍ່ດີກໍ ຈະສ້າງຜົນຮ້າຍໃຫ້ແກ່ລູກຫຼານກໍຄືສັງຄົມ ດັ່ງຄຳບູຮານທີ່ເວົ້າວ່າ: ຄອບຄົວໃດທີ່ໝັ່ນເຮັດບຸນເລື້ອຍໆຈະຢູ່ດີມີໂຊກ, ຄອບຄົວໃດທີ່ເຮັດຊົ່ວເລື້ອຍໆມັກໄດ້ຮັບເຄາະຮ້າຍແນ່ນອນ. ຄຳສັ່ງສອນລູກຂອງຂົງເປັ້ງ, ປຶ້ມ “ຄຳສັ່ງສອນຕະກູນຢຽນ” ປຶ້ມ “ຄຳສັ່ງສອນຕະກູນຈູຈື່” ແລະປຶ້ມບູຮານອື່ນໆຕ່າງກໍໄດ້ສົ່ງເສີມແບບແຜນຄອບຄົວໃນລັກສະນະໜຶ່ງ. ນັກປະຕິວັດອາວຸໂສເຊັ່ນ ສະຫາຍມາວເຈີຕຸ່ງ,ສະຫາຍໂຈ່ວເອີ້ນໄຫຼແລະສະຫາຍຈູ່ເຕີ ຕ່າງກໍໃຫ້ຄວາມສຳຄັນຢ່າງສູງຕໍ່ແບບແຜນຂອງຄອບຄົວ.
ສຳນວນດັ່ງກ່າວແມ່ນຄຳເຫັນຂອງທ່ານສີຈິ້ນຜິງໃນເວລາພົບປະກັບຜູ້ຕາງໜ້າຄອບຄົວສີວິໄລແຫ່ງຊາດຊຸດທຳອິດໃນວັນທີ 12 ທັນວາ2016, ໃນເວລາປະກອບຄຳເຫັນ, ທ່ານໄດ້ຍົກເອົາຄຳ ບູຮານ ຈີນທີ່ວ່າ “ຈີ່ຊ້ານຈື່ເຈ່ຍ ປີ້ໂຢຢວີຊິ້ງ,ຈີ່ປູຊ້ານຈື່ເຈ່ຍ ປີ້ໂຢວຢວີຢ່າງ” ເຊິ່ງຄຳນີ້ລະບຸໄວ້ໃນປຶ້ມບູຮານ “ໂຈ່ວຢີ້,ເວີນຢຽນ”,ຄຳນີ້ໝາຍຄວາມວ່າ ຄອບຄົວໃດທີ່ໝັ່ນເຮັດບຸນເລື້ອຍໆກໍຈະຢູ່ດີມີໂຊກ, ສ່ວນຄອບຄົວໃດທີ່ເຮັດຊົ່ວເຮັດບາບເລື້ອຍໆມັກຈະປະສົບເຄາະຮ້າຍໄພພິບັດແນ່ນອນ.
“ຈີ່ຊ້ານຈື່ເຈ່ຍ ປີ້ໂຢຢວີຊິ້ງ” ,ໃນນີ້ ຄຳວ່າ ຢວີຊີ້ງ, ເວົ້າສຳລັບປະເທດຊາດແລ້ວ, ໝາຍຄວາມວ່າ , ຄອບຄົວຕ້ອງສ້າງຜູ້ມີຄວາມຮູ້ຄວາມສາມາດທີ່ເປັນກຳລັງຫຼັກແຫຼ່ງໃຫ້ແກ່ປະເທດຊາດ;ເວົ້າສຳລັບຄອບຄົວທຳມະດາແລ້ວ, ໝາຍຄວາມວ່າ ຄອບຄົວອົບຮົມບົ່ມສອນຄຸນນະທຳເພື່ອສ້າງບັນຍາກາດຄວາມສາມັກຄີປອງດອງ ເຊິ່ງບັນຍາກາດຄອບຄົວແບບນີ້ສາມາດເຮັດໃຫ້ເດັກນ້ອຍເຕີບໃຫຍ່ຢ່າງປອດໃສ,ເຮັດໃຫ້ຜູ້ເຖົ້າໃຊ້ຊີວິດໃນໄວຊະລາຢ່າງສະບາຍໃຈ.
ສ່ວນຄຳວ່າ “ຈີ່ປູຊ້ານຈື່ເຈ່ຍ ປີ້ໂຢວຢວີຢ່າງ”, ແປວ່າ ຄອບຄົວໃດທີ່ເຮັດຊົ່ວເຮັດບາບເລື້ອຍໆ ຍ່ອມຈະປະສົບເຄາະຮ້າຍໄພພິບັດແນ່ນອນ. ໃນນີ້ຄຳວ່າ ຢວີຢ່າງ, ແປວ່າເຄາະຮ້າຍໄພພິບັດ,ຄັນເວົ້າໄພຮ້າຍໜັກໜ່ວງກໍໝາຍຄວາມວ່າ ຄອບຄົວບໍ່ມີຄວາມຖືກຕ້ອງປອງດອງກັນ,ເຮັດໃຫ້ພໍ່ກັບລູກຄຽດໃຫ້ກັນ, ອ້າຍນ້ອງຜິດຖຽງກັນ,ເມຍປະແລະລູກໜີຈາກຄອບຄົວ; ຄັນເປັນໄພຮ້າຍທຳມະດາກໍໝາຍຄວາມວ່າ ຄວາມຂັດແຍ້ງເລັກໆນ້ອຍສະສົມກັນຢູ່ພາຍໃນຄອບຄົວໜຶ່ງ ເຮັດໃຫ້ທຸກຄົນໃນຄອບຄົວໜຶ່ງບໍ່ສະບາຍໃຈ, ແລະກໍອາດຈະເຮັດໃຫ້ສະມາຊິກທຸກຄົນໃນຄອບຄົວນີ້ ດຳລົງຊີວິດດ້ວຍຄວາມໂສກເສົ້າຕະຫຼອດຊີວິດ.
ດ້ວຍເຫດນີ້, ພວກເຮົາຈິ່ງວ່າ, ການສຶກສາຂອງຄອບຄົວແມ່ນສົ່ງອິດທິພົນໃຫ້ທຸກຄົນແບບບໍ່ຮູ້ສຶກຕົວ ທັງເປັນການສຶກສາ ພື້ນຖານທີ່ສຸດແລະໝັ້ນແກ່ນທີ່ສຸດ ເຊິ່ງໄດ້ສ້າງພື້ນຖານດ້ານຄຸນທາດຂອງແຕ່ລະຄົນໃນຕະຫຼອດຊີວິດຂອງຕົນ. ພໍ່ແມ່ທີ່ເປັນຄົນຊື່ກົງ,ເມດຕາ,ມີອຸດົມການອັນສູງສົ່ງ ກໍຈະສາມາດອົບຮົມບົ່ມສອນໃຫ້ລູກກາຍເປັນຄົນທີ່ມີຄວາມຫ້າວຫັນບຸກບືນສະແຫວງຫາຄວາມກ້າວໜ້າເລື້ອຍໆ,ສ່ວນພວກໃດທີ່ພໍ່ແມ່ເປັນຄົນຂີ້ຄ້ານມັກງ່າຍ,ໂລບມາກໂລພາ,ມັກສວຍໂອກາດຫຼິ້ນຕຸກຕິກເອົາລັດເອົາປຽບນັ້ນກໍຈະບໍ່ສາມາດຫາເຫດຜົນໄປຕຳໜິລູກວ່າບໍ່ມີຄວາມກ້າວໜ້າ.
ແບບແຜນຄອບຄົວເປັນເນື້ອໃນຈິດໃຈແກນກາງຂອງຄອບຄົວໜຶ່ງ,ເປັນຄ່ານິຍົມແກນກາງ. ຍັງມີຄຳໜຶ່ງທີ່ເວົ້າໄດ້ດີຫຼາຍຄື ແບບແຜນຄອບຄົວທີ່ດີຄືຊັບສິນຄົງທີ່ທີ່ແທ້ຈິງຂອງຄອບຄົວໜຶ່ງ. ຖ້າວ່າ ທຸກໆຄອບຄົວພວກເຮົາຕ່າງກໍມີຊັບສິນຄົງທີ່ດີໃນລັກສະນະນີ້ກໍຈະສາມາດກາຍເປັນເສົາຄ້ຳດ້ານຈິດໃຈຂອງປະເທດຊາດ.ແລະນີ້ກໍຄືສາເຫດທີ່ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ການກໍ່ສ້າງຄອບຄົວແລະການສ້າງແບບແຜນຂອງຄອບຄົວ.
ຄຳເຫັນ
0