ຈີນມີຄຳເວົ້າວ່າ: ແບບແຜນຄອບຄົວທີ່ດີຈະບົ່ມເພາະແນວພັນແຫ່ງຄວາມດີ. ຄຳນີ້ເປັນຄຳເວົ້າທີ່ຖືກຕ້ອງທີ່ສຸດ.ໃນເວລາລົມກັບໝູ່,ເວົ້າເລື່ອງແບບແຜນຄອບຄົວ, ບາງຄົນກ່າວວ່າ ພໍ່ສອນໃຫ້ຕົນຕ້ອງເປັນຄົນຊື່ສັດ,ບໍ່ເອື່ອຍອີງຜູ້ມີອຳນາດແລະເສດຖີ,ຕ້ອງເປັນຄົນທີ່ມີຈິດໃຈເຂັ້ມແຂງແລະບໍ່ຍອມຈຳນົນ,ບາງຄົນບອກວ່າ ພໍ່ແມ່ສອນຕົນມາແຕ່ຍັງນ້ອຍວ່າ ຕ້ອງປະຕິບັດຕໍ່ຄົນອື່ນດ້ວຍຄວາມອ່ອນນ້ອມຖ່ອມຕົວ,ສຸພາບຮຽບຮ້ອຍ,ມີມາລະຍາດ,ເຄົາລົບລະບຽບ. ຍັງມີຄົນບອກວ່າ: ພໍ່ແມ່ສອນໃຫ້ຕົນຕ້ອງປະພຶດຕົວໃຫ້ເປັນຄົນທີ່ຊື່ສັດຈິງໃຈ,ເຮັດວຽກຢ່າງຕິດແທດຕົວຈິງ,ເວລາໃດກໍຕ້ອງຍຶດໝັ້ນການເປັນຄົນໃຈບຸນເມດຕາ,ເປັນມິດກັບຄົນອື່ນ.
ໝູ່ເພື່ອນທຸກຄົນຕ່າງກໍຮູ້ສຶກພາກພູມໃຈໃນເວລາເລົ່າເລື່ອງແບບແຜນຄອບຄົວຂອງຕົນ,ເພາະວ່າ ແບບແຜນຄອບຄົວເປັນຄ່ານິຍົມແກນກາງຂອງຄອບຄົວຕົນທັງໄດ້ສ່ອງແສງໃຫ້ເຫັນເຖິງຄຸນທາດຄຸນສົມບັດທີ່ຕົນເອງໄດ້ຮັບການອົບຮົມບົ່ມສອນຈາກຄອບຄົວ ເຊິ່ງໄດ້ຕັດສິນຊີ້ຂາດທິດທາງການດຳລົງຊີວິດຂອງທຸກຄົນ, ຂະນະທີ່ແບບແຜນຂອງຄອບຄົວເປັນພັນເປັນໝື່ນກໍກຳລັງຕັດສິນຊີ້ຂາດທິດທາງຂະຫຍາຍຕົວຂອງສັງຄົມກໍຄືຂອງປະເທດຊາດ.
ເມື່ອມີຄວາມສາມັກຄີປອງດອງກັນ,ຄອບຄົວນັ້ນຈິ່ງຈະມີຄວາມຈະເລີນຮຸ່ງເຮືອງ.ຄອບຄົວເປັນພັນເປັນໝື່ນດີແລ້ວ,ປະເທດຈິ່ງຈະດີ,ຊົນຊາດຈິ່ງຈະດີ. ໃນບັນຫາການໃຫ້ຄວາມສຳຄັນຕໍ່ການກໍ່ສ້າງຄອບຄົວ,ທ່ານສີຈິ້ນຜິງເຄີຍມີທັດສະນະສອງຂໍ້,ຄື ອັນທີໜຶ່ງແມ່ນ ອະນາຄົດແລະຊາຕາກຳຂອງຄອບຄົວໄດ້ຕິດພັນຢ່າງສະໜິດແໜ້ນກັບອະນາຄົດແລະຊາຕາກຳຂອງປະເທດຊາດແລະຊົນຊາດ, ໝາຍຄວາມວ່າ ບໍ່ວ່າພວກເຮົາເຮັດສິ່ງໃດກໍບໍ່ຄວນສຸມໃສ່ແຕ່ຄອບຄົວນ້ອຍຂອງຕົນເອງເທົ່ານັ້ນ,ຍັງຄວນເອົາໃຈໃສ່ຕໍ່ປະເທດຊາດທີ່ເປັນຄອບຄົວໃຫຍ່ອີກດ້ວຍ.
ໃນປະຫວັດສາດຂອງຈີນ,ມີບຸກຄົນທີ່ເປັນແບບຢ່າງຫຼາຍໆຄົນ, ເຂົາເຈົ້າໄດ້ຍຶດຖືອຸດົມຄະຕິທີ່ວ່າ ຄຸ້ມຄອງຄອບຄົວຕົນເອງໃຫ້ດີສາກ່ອນ,ແລ້ວຈິ່ງບໍລິຫານປະເທດ,ປັບແນວຄິດແລະກິລິຍາວາຈາໃຫ້ເປັນທຳໄດ້ແລ້ວຈິ່ງຈະສາມາດສ້າງຄຸນສົມບັດໃຫ້ແກ່ຕົນເອງໄດ້. ເຂົາເຈົ້າປະຕິບັດຕາມຈິດໃຈທີ່ວ່າ: ຫາກ ສິ່ງໃດທີ່ເປັນປະໂຫຍດຕໍ່ປະເທດຊາດ,ຕົນກໍຈະບໍ່ຫ່ວງຊີວິດ, ຈະບໍ່ເຮັດແບບເມື່ອມີໄພພິບັດກໍຈະຫຼົບຫຼີກ,ເມື່ອເຫັນໂຊກ ລາບກໍຈະແລ່ນເຂົ້າໃສ່ ບຸກຄົນທີ່ເປັນແບບຢ່າງເຫຼົ່ານີ້ໄດ້ເປັນເຈົ້າການຖືເອົາຊາຕາກຳຂອງຕົນເອງແລະຄອບຄົວຕົນພົວພັນກັບຊາຕາກຳຂອງປະເທດຊາດຢ່າງແໜ້ນແຟ້ນເຊິ່ງໄດ້ສ້າງຄຸນງາມຄວາມດີທີ່ເປັນໜ້າປະທັບໃຈແລະຕື້ນຕັນໃຈໃຫ້ແກ່ຄົນລຸນຫຼັງ,ໃນສະໄໝປະຕິວັດຢູ່ດິນແດນຈີນທີ່ຕົກຢູ່ໃນແປວໄຟສົງຄາມ,ກໍເຄີຍປາກົດເລື່ອງລາວທີ່ໜ້າຍ້ອງຍໍສັນລະເສີນແລະໜ້າຕື້ນຕັນໃຈຈຳນວນຫຼາຍຈົນນັບບໍ່ຖ້ວນ,ຕົວຢ່າງເຊັ່ນ, ແມ່ສອນລູກໄປຕໍ່ສູ້ກັບຂຸນເສິກຍີ່ປຸ່ນ,ຜູ້ເປັນເມຍສົ່ງຜົວເຂົ້າສະໜາມຮົບ, ໃຊ້ແຜ່ນແພຜືນສຸດທ້າຍທີ່ມີຢູ່ໃນຄອບຄົວຕັດຫຍິບເປັນຊຸດທະຫານ,ໃຊ້ອາຫານທີ່ເຫຼືອພຽງນ້ອຍດຽວເປັນອາຫານໄປຕີເສິກ,ໃຊ້ບານປະຕູທີ່ເຮັດດ້ວຍໄມ້ບານສຸດທ້າຍເຮັດເປັນບະລັງກາຫາມຄົນ,ສົ່ງລູກຜູ້ສຸດທ້າຍໄປສະໜາມຮົບເຫຼົ່ານີ້ເປັນຕົ້ນ,ລ້ວນແຕ່ເປັນເລື່ອງລາວທີ່ສ່ອງແສງເຖິງນ້ຳໃຈຮັກຊາດໃນການປົກປ້ອງປະເທດຊາດ, ປະເທດຊາດຈະມີຄວາມຈະເລີນຮຸ່ງເຮືອງຫຼືຊຸດໂຊມ,ປະຊາຊົນທຸກຄົນຕ່າງກໍມີຄວາມຮັບຜິດຊອບ.
ທັດສະນະຂໍ້ທີສອງຂອງທ່ານສີຈິ້ນຜິງກ່ຽວກັບການກໍ່ສ້າງຄອບຄົວກໍຄື ການຖືເອົາການບັນລຸຄວາມໃຝ່ຝັນຂອງຄອບຄົວຕິດພັນກັບຄວາມໃຝ່ຝັນຂອງຊາດ. ເວົ້າສຳລັບຄົນຈີນແລ້ວ, ຄວາມໃຝ່ຝັນຂອງຈີນບໍ່ແມ່ນວ່າມັນເປັນສິ່ງໄກໂຕຈົນບໍ່ສາມາດບັນລຸເປັນຈິງໄດ້. ສະນັ້ນ, ຄອບຄົວຄົນຈີນເປັນພັນເປັນໝື່ນຄວນມີສະຕິຕື່ນຕົວໃນການຖືເອົາການຮັກຄອບຄົວຕິດພັນກັບການຮັກຊາດຢ່າງແໜ້ນແຟ້ນ, ຖືການບັນລຸຄວາມໃຝ່ຝັນຂອງຄອບຄົວຕິດພັນກັບຄວາມໃຝ່ຝັນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊາດ. ທຸກຄົນຄວນຮ່ວມແຮງຮ່ວມໃຈກັນ,ເຕົ້າໂຮມສະຕິປັນຍາແລະຄວາມກະຕືລືລົ້ນຂອງຄອບຄົວຄົນຈີນ 4 00 ລ້ານຄອບຄົວ ຈຳນວນ 1,3 ຕື້ກວ່າຄົນເຂົ້າກັນຈົນກາຍເປັນກຳລັງແຮງອັນມະຫາສານໃນການບັນລຸເປົ້າໝາຍສູ້ຊົນ “2ເຫດການສຳຄັນຮອບ100ປີ” ແລະບັນລຸຄວາມໃຝ່ຝັນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊາດຈີນ.
ກ່ຽວກັບການກໍ່ສ້າງຂອງຄອບຄົວ, ທ່ານສີຈິ້ນຜິງກ່າວວ່າ: “ຄົນບູຮານເວົ້າວ່າ: ຮັກລູກຕ້ອງສອນລູກດ້ວຍສິນທຳ, ຮັກລູກແຕ່ບໍ່ສອນລູກດ້ວຍສິນທຳ,ຖືວ່າເປັນການທຳຮ້າຍລູກ. ຊາວໜຸ່ມເຍົາວະຊົນຄືອະນາຄົດແລະຄວາມຫວັງຂອງຄອບຄົວ, ຍິ່ງກວ່ານັ້ນກໍເປັນອະນາຄົດແລະຄວາມຫວັງຂອງປະເທດຊາດ. ຄົນບູຮານຕ່າງກໍຮູ້ດີວ່າ, ເບິ່ງແຍງ ລ້ຽງດູລູກແຕ່ບໍ່ອົບຮົມບົ່ມສອນລູກເປັນຄວາມຜິດພາດຂອງຜູ້ເປັນພໍ່.ຄອບຄົວຄວນແບກຫາບໜ້າທີ່ອົບຮົມບົ່ມສອນຄົນຮຸ່ນຫຼັງ,ຜູ້ປົກຄອງໂດຍສະເພາະແມ່ນຜູ້ເປັນພໍ່ແມ່ມີອິດທິພົນສູງຕໍ່ລູກເຕົ້າ, ສ່ວນຫຼາຍຈະສົ່ງອິດທິພົນຕໍ່ຄົນຄົນໜຶ່ງຕະຫຼອດຊີວິດກໍວ່າໄດ້.”
ທ່ານສີຈິ້ນຜິງພົບປະກັບຜູ້ຕາງໜ້າຄອບຄົວສີວິໄລແຫ່ງຊາດຊຸດທີໜຶ່ງໃນວັນທີ 12 ທັນວາປີ 2016
ສຳນວນດັ່ງກ່າວແມ່ນຄວາມເວົ້າຂອງທ່ານສີຈິ້ນຜິງທີ່ກ່າວໃນໂອກາດພົບປະກັບຜູ້ຕາງໜ້າຄອບຄົວສີວິໄລແຫ່ງຊາດຊຸດທີໜຶ່ງໃນວັນທີ 12 ທັນວາປີ 2016,ໃນນີ້, ທ່ານສີຈິ້ນຜິງໄດ້ຍົກເອົາສຳນວນອຳມະຕະໃນສະໄໝບູຮານຈີນສອງຂໍ້ຄື “ອ້າຍຈື້,ຈ້ຽວຈື່ຢີຢີ້ຟ່າງ” ແລະ “ອ້າຍຈື່ປູ້ຢີຕ້າວ,ຊື້ໂສຢີໄຮ້ຈື່ເຢ”.
ເຊິ່ງໃນນັ້ນ,ຄຳວ່າ “ອ້າຍຈື້,ຈ້ຽວຈື່ຢີຢີ້ຟ່າງ” ແມ່ນບັນທຶກໄວ້ໃນປຶ້ມ “ໂຈຈ້ວນ” ເຊິ່ງເປັນປຶ້ມປະຫວັດສາດທີີ່ຮຽບຮຽງລຳດັບເຫດການຕາມການເວລາເຊິ່ງໄດ້ບັນຍາຍເລື່ອງລາວຢ່າງຄົບຖ້ວນ ໃນສະໄໝບູຮານຈີນສະບັບໜຶ່ງ. ຄຳວ່າ “ຟ່າງ” ແປວ່າ ວິທີ, “ຢີ້ຟ່າງ” ແປວ່າ ສິນທຳ, ໝົດປະໂຫຍກແປວ່າ, ຮັກລູກຕ້ອງສອນລູກດ້ວຍສິນທຳ, ໝາຍຄວາມວ່າ ຫາກຄົນຜູ້ໜຶ່ງຮັກລູກຂອງຕົນແທ້ກໍຄວນອົບຮົມບົ່ມສອນລູກດ້ວຍສິນທຳ. ສ່ວນຄຳວ່າ “ອ້າຍຈື,ຈ້ຽວຈື່ຢີຢີ້ຟ່າງ” ແລະ “ອ້າຍຈື່ປູ້ຢີຕ້າວ,ຊື້ໂສຢີໄຮ້ຈື່ເຢ” ແມ່ນບັນທຶກໄວ້ໃນປຶ້ມປະຫວັດສາດ “ຈື່ຈື້ທົ່ງຈ້ຽນ” (ປະຫວັດສາດຄືແວ່ນແຍງ). ເຊິ່ງສຳນວນນີ້ມີຄວາມໝາຍວ່າ ຫາກເຮົາຮັກລູກແຕ່ບໍ່ສອນລູກດ້ວຍສັນທຳ ກໍຖືວ່າ ບໍ່ໄດ້ຮັກລູກ,ກົງກັງຂ້າມ ເປັນການທຳຮ້າຍລູກຊ້ຳ.
ຄວາມຈິງແລ້ວ, ຈາກປຶ້ມ “ໂຈຈ້ວນ” ຮອດປຶ້ມ “ຈື່ຈື້ທົ່ງຈ້ຽນ” ຫ່າງກັນເປັນເວລາປະມານ 1500 ປີ, ແຕ່ວ່າ ສອງປະໂຫຍກດັ່ງກ່າວແມ່ນເວົ້າເຖິງເລື່ອງດຽວກັນ,ສະນັ້ນ,ພວກເຮົາຄວນຮັກລູກແນວໃດ,ຄວາມຮັກແນວໃດຈິ່ງຈະເປັນຄວາມຮັກຈາກພໍ່ແມ່ທີ່ເປັນປະໂຫຍດຕໍ່ລູກໆ. ຕໍ່ໄປ ດວງມະນີຈະເລົ່າເລື່ອງກ່ຽວກັບສຳນວນທີ່ວ່າ “ອ້າຍຈື່ປູ້ຢີຕ້າວ,ຊື້ໂສຢີໄຮ້ຈື່ເຢ”ແປວ່າ ຮັກລູກແຕ່ບໍ່ສອນລູກດ້ວຍສິນທຳ,ຖືວ່າເປັນການທຳຮ້າຍລູກ.
ໃນສະໄໝ 16 ເມືອງ ຄືແຕ່ປີ 304 - ປີ439, ສືຫູ ເຈົ້າຊີວິດລາຊະອານາຈັກໂຮຈ້າວ ມີອົງມົງກຸດຜູ້ໜຶ່ງຊື່ວ່າ ສືຊວນ, ແຕ່ວ່າ ສືຫູຮັກ ສືທ່າວ ຜູ້ເປັນລູກຫຼ້າຫຼາຍກວ່າ. ດ້ວຍເຫດນີ້, ຜູ້ເປັນພໍ່ທີ່ຮັກລູກຫຼາຍກໍເລີຍໃຫ້ໂອກາດເທົ່າທຽມກັນແກ່ ສືຊວນ ອົງມົງກຸດ ແລະສືທ່າວ ລູກຫຼ້າ ໂດຍໃຫ້ລູກທັງສອງຜັດປ່ຽນກັນບໍລິຫານວຽກງານບ້ານເມືອງ. ແຕ່ຕົນເອງພັດຢູ່ລ້າໆສະເຫວີຍຄວາມສະໜຸກສຳລານໂດຍບໍ່ສົນເລື່ອງການບໍລິຫານເລີຍ. ແຕ່ວ່າຂໍ້ຕົກລົງດັ່ງກ່າວຂອງສືຫູ ທີ່ເປັນເຈົ້າຊີວິດພັດເຮັດໃຫ້ ເຊີນຈົ່ງ ເສນາອາມາດໃນເວລານັ້ນຮູ້ສຶກກັງວົນຫຼາຍ,ກໍເລີຍເວົ້າກັບສືຫູວ່າ “ອ້າຍຈື່ປູ້ຢີຕ້າວ,ຊື້ໂສຢີໄຮ້ຈື່ເຢ” ໝາຍຄວາມວ່າ, ຫາກຮັກລູກແຕ່ບໍ່ສອນດ້ວຍສິນທຳ,ຖືວ່າເປັນການທຳຮ້າຍພວກລູກໆ. ຜົນສຸດທ້າຍກໍຄື ສືຊວນ ອົງມົງກຸດ ໄດ້ຂ້ານ້ອງຊາ ຊື່ ສືທ່າວ ລູກຫຼ້າຂອງ ເຈົ້າຊີວິດສືຫູ , ແລ້ວສືຫູກໍໄດ້ຂ້າຍ ສືຊວນ, ຄື ອາຍຂ້ານ້ອງ, ພໍ່ຂ້າລູກ, ຖືວ່າເປັນເລື່ອງໂສກນາດຕະກຳໃນຄອບຄົວ.
ຈາກເລື່ອງນີ້ສອນໃຫ້ຮູ້ວ່າ: ຮັກລູກຫຼາຍໂພດໂດຍບໍ່ມີຂອບເຂດເປັນສິ່ງທີ່ເຮັດງ່າຍທີ່ສຸດ, ສ່ວນຢາກເຮັດໄດ້ເຖິງຂັ້ນ “ຈ້ຽວຈື່ຢີຢີ້ຟ່າງ” “ອ້າຍຈືໂຢຕ້າວ”ແປວ່າ “ສອນລູກດ້ວຍສິນທຳ” “ຮັກດ້ວຍວິທີທີ່ຖືກຕ້ອງ”ພັດເປັນເລື່ອງເຮັດຍາກທີ່ສຸດ. ເພາະວ່າຜູ້ເປັນພໍ່ແມ່ຕ້ອງຮັບຮູ້ຢ່າງຈະແຈ້ງວ່າ ອັນໃດຖືກ,ອັນໃດເປັນປະໂຫຍດຕໍ່ລູກ,ຕ້ອງພະຍາຍາມຮ່ຳຮຽນເພື່ອຊອກຮູ້ວິທີຮັກລູກຢ່າງຖືກຕ້ອງ.
ຄວາມຈິງແລ້ວ, ເລື່ອງຮັກເປັນສິ່ງທີ່ຕ້ອງຮ່ຳຮຽນ,ໂດຍສະເພາະແມ່ນຄວາມຮັກຂອງພໍ່ແມ່ຕໍ່ລູກເຕົ້າ, ເຮັດແນວໃດຈິ່ງຈະປະພຶດຕົວໃຫ້ເປັນຄູສອນຜູ້ທຳອິດທີ່ດີໃຫ້ແກ່ລູກໃນຊີວິດຂອງເຂົາ.ເພາະວ່າ ຄອບຄົວເປັນໂຮງຮຽນແຫ່ງທຳອິດສຳລັບລູກໆ, ຄວາມຮັກຂອງພໍ່ແມ່ຈະສົ່ງອິດທິພົນຕໍ່ຊີວິດຂອງລູກໄປຕະຫຼອດ.
ຄຳເຫັນ
0