尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຕໍ່ສູ້ຕ້ານກັບການແຜ່ລະບາດຂອງພະຍາດ COVID-19 ຂອງຈີນທີ່ບັນຊາ​ການໂດຍທ່ານ ສີຈິ້ນຜິງ ພວມເຂົ້າສູ່ລະດູບານ​ໃໝ່

2020-03-08 00:58:46 cri

图片默认标题_fororder_微信图片_20200308004157

ປັດຈຸບັນ, ສະພາບການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ ຫລື covid 19 ຍັງພວມແຜ່ລາມໃນທົ່ວໂລກ, ສ່ວນຂ່າວດີທີ່ມາຈາກຈີນກໍ່ໄດ້ເຮັດໃຫ້ປະຊາຄົມໂລກມີຄວາມຫວັງຫຼາຍຂຶ້ນເລື້ອຍໆໃນການຕ້ານກັບພະຍາດ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດແລະຜູ້ເສຍຊີວິດທີ່​ເພີ່ມ​ຂຶ້ນ​ໃໝ່ໄດ້ຫຼຸດລົງຢ່າງວ່ອງໄວ, ຊີວິດການເປັນຢູ່ດ້ານເສດຖະກິດ-ສັງຄົມກໍພວມໄດ້ຮັບການຟື້ນຟູໃຫ້ເປັນປົກກະຕິຄືນໃໝ່ເປັນກ້າວໆ.
 

ເວົ້າສຳລັບຈີນແລ້ວ, ນີ້ເປັນການຕໍ່ສູ້ທີ່ເກີດຂຶ້ນຢ່າງກະທັນຫັນ ແລະ ບໍ່ເຄີຍມີມາກ່ອນໃນປະຫວັດສາດ, ພະຍາດ covid19 ໄດ້ແຜ່ລະບາດຢ່າງໄວວາ, ຂອບເຂດຂອງການຕິດແປດເຊື້ອພະຍາດກໍກວ້າງຂວາງ ແລະ ວຽກງານການປ້ອງກັນແລະຄວບຄຸມພະຍາດກໍມີຄວາມຫຍຸ້ງຍາກຫຼາຍທີ່ສຸດ ເຊິ່ງບໍ່ເຄີຍມີມາກ່ອນນັບຕັ້ງແຕ່ການສະຖາປະນາສາທາລະນະລັດປະຊາຊົນຈີນເປັນຕົ້ນມາ. ໃນ 1 ເດືອນປາຍຜ່ານມາ, ໃນຖານະເປັນຜູ້ນຳສູງສຸດຂອງຈີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ການຊີ້ນຳ ແລະຈັດວາງແຜນການດ້ວຍຕົນເອງ ນຳພາປະຊາຊົນຕໍ່ສູ້ຕ້ານກັບການແຜ່ລະບາດຂອງເຊື້ອພະຍາດທີ່ຮ້າຍແຮງຮອບນີ້.
 

ນັບແຕ່ການແຜ່ລະບາດຂອງພະຍາດ covid 19 ​ໄດ້​ເກີດ​ຂຶ້ນເປັນຕົ້ນມາ, ທ່ານ ສີຈິ້ນຜິງ ໄດ້ເປັນປະທານຈັດກອງປະຊຸມສຳຄັນຫຼາຍຄັ້ງ, ລວມທັງກອງປະຊຸມທາງວີດີໂອ ແລະ ໂທລະພາບທົ່ວ​ປະ​ເທດທີ່ມີ​ແສນ​ກວ່າຄົນ​ເຂົ້າຮ່ວມຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ ​ເພື່ອປຸກລະດົມແລະວາງແຜນຢ່າງຮອບດ້ານກ່ຽວກັບການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ. ນອກ​ນີ້, ທ່ານຍັງໄດ້​ລົງ​ຂັ້ນພື້ນ​ຖານ​ຂອງການປ້ອງກັນແລະຄວບຄຸມພະຍາດ ກໍຄືອົງການຄົ້ນຄວ້າວິທະຍາສາດຫຼາຍເທື່ອ ເພື່ອດຳເນີນການສຳຫຼວດວິທະຍາສາດຢ່າງລະອຽດ. ແຕ່ລະມື້, ການເຄື່ອນໄຫວກໍ​ຄື​ຄຳ​ເວົ້າຕ່າງໆຂອງທ່ານລ້ວນ​ແຕ່ໄດ້​ເຜີຍ​ແ​ຜ່​ເຖິງ​ທຸກ​ແງ່​ທຸກ​ມູມຂອງຈີນຢ່າງວ່ອງໄວທີ່ສຸດ ​ໂດຍ​ຜ່ານ​ການ​ລາຍ​ງານ​ຂ່າວ. ສະພາບການແຜ່ລະບາດຂອງເຊື້ອພະຍາດດຸດ​ດັ່ງຄໍາສັ່ງ, ໜ້າທີ່ຮັບຜິດຊອບໜັກໜ່ວງກວ່າພູຜາ, ແຫ່ງຕ່າງໆຂອງຈີນໄດ້ປະຕິບັດໜ້າທີ່ຕາມຄຳສັ່ງຢ່າງ​ວ່ອງ​ໄວ, ຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງຜູ້ບັນຊາການສູງສຸດ, ຊຸກຍູ້ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ, ການພັດທະນາເສດຖະກິດ-ສັງຄົມ ແລະວຽກງານຕ່າງໆດ້ວຍການປະສານງານ​ໂດຍ​ລວມ, ​ເຊິ່ງ​ໄດ້ສະແດງໃຫ້ເຫັນເຖິງຄວາມສາ​ມາດການປຸກລະດົມທາງສັງຄົມອັນເຂັ້ມແຂງ ​ແລະ ໄດ້ປະສົບຜົນສຳເລັດທີ່ດີທີ່ຍາດມາໄດ້ບໍ່ງ່າຍດາຍໃນໄລຍະເວລາອັນສັ້ນ.
 

ໃນທຸກໄລຍະຂອງການຕ້ານກັບພະຍາດ covid 19, ທ່ານ ສີຈິ້ນຜິງ ລ້ວນແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມ​ສາມາດ​ການນຳພາທີ່​​ກຳ​ໄດ້ສະຖານະການ​ໂດຍ​ລວມແລະການຈັດວາງຢ່າງຖືກຕ້ອງທີ່​ສຸດ. ໃນໄລຍະເບື້ອງຕົ້ນຂອງການຕໍ່ສູ້​ຕ້ານ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໃນຄັ້ງນີ້, ທ່ານກໍ່ໄດ້ສະໜີຄວາມຮຽກຮ້ອງໂດຍລວມຢ່າງຈະແຈ້ງ ຄື: “ຍຶດໝັ້ນຄວາມໝັ້ນໃຈ, ສາມັກຄີແລະຊ່ວຍເຫຼືອເຊິ່ງກັນແລະກັນ,ປ້ອງກັນແລະປິ່ນປົວຕາມຫລັກວິທະຍາສາດ, ​ໃຊ້​ມາດ​ຕະການຢ່າງຖືກເປົ້າໝາຍ” ເຊິ່ງເປັນການສະຫຼຸບຫຍໍ້ແນວຄວາມຄິດຍຸດທະສາດຂອງສົງຄາມປະຊາຊົນໃນບັ້ນນີ້ ຈົນມາຮອດປັດຈຸບັນນີ້, ຍັງສືບຕໍ່ຊີ້ນຳວຽກງານການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດຢູ່ຈີນ; ໃນໄລຍະເບື້ອງຕົ້ນຂອງສະພາບການແຜ່ລະບາດຂອງພະຍາດ covid 19, ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ: “ສະພາບການແຜ່ລະບາດຂອງພະຍາດດຸດ​ດັ່ງຄຳສັ່ງ, ການປ້ອງກັນແລະຄວບຄຸມພະຍາດກໍ່ຄືໜ້າທີ່ຮັບຜິດຊອບ”, ນີ້ເປັນການອອກຄຳສັ່ງປຸກລະດົມໃນຂອບເຂດທົ່ວປະເທດ; ໃນເວລາທີ່ສຸມທຸກຄວາມພະຍາຍາມຕ້ານກັບພະຍາດ, ທ່ານ ສີຈິ້ນຜິງ ໄດ້ເຕືອນໃຫ້ແຫ່ງຕ່າງໆຄວນ “ລະມັດລະວັງຢ່າງສູງຕໍ່ແນວຄິດລະເຫລີງ ແລະ ການປ່ອຍປະລະເລີຍ, ອາລົມ​ເບື່ອ​ໜ່າຍ​, ຄິດ​ເພິ່ງ​ໂຊກ​ຊາຕາ, ທ່າທີທີີ່ບໍ່ຕັ້ງໜ້າ”; ໃນຂະນະທີ່ເກີດມີທ່ວງທ່າທີ່ດີຂຶ້ນໃນການຕ້ານກັບການແຜ່ລະບາດຂອງພະຍາດ, ທ່ານ ສີສິ້ນຜິງ ໄດ້ສະເໜີຢ່າງທັນເວລາໃຫ້ “ຊຸກຍູ້ການຟື້ນຟູການເຮັດວຽກແລະການຜະລິດຄືນໃໝ່ຢ່າງຖືກຕ້ອງ, ໜັກແໜ້ນ ແລະ ມີລະລຽບແບບແຜນ”. ຍ້ອນການຊີ້ນຳທາງຍຸດທະສາດແລະການບັນຊາຍຸດທະວິທີແບບນີ້, ເຮັດໃຫ້ຈີນໄດ້ຮັບຜົນສຳເລັດທີ່ດີຢ່າງເປັນເຈົ້າການແລະວ່ອງໄວໃນການຕໍ່ສູ້້ຕ້ານກັບເຊື້ອພະຍາດທີ່ສັບ​ສົນ, ຫຍຸ້ງຍາກທີ່ສຸດໃນປະຫວັດສາດຜ່ານມາ ເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍຢ່າງກວ້າງຂວາງຈາກປະຊາຄົມໂລກ ລວມທັງອົງການອະນາໄມໂລກ.

图片默认标题_fororder_微信图片_20200308004203
    ໃນທຸກຂອດແລະຂໍ້ກຸນແຈທີ່ສໍາຄັນຂອງການຕ້ານກັບການແຜ່ລະບາດຂອງພະຍາດ covid-19, ທ່ານ ສີຈິ້ນຜິງ ລ້ວນແຕ່ໄດ້ໃຫ້ຄຳສັ່ງຊີ້ນຳທີ່ຖືກຕ້ອງ ເຊັ່ນ: ການທີ່ຈະເຮັດແນວໃດຈຶ່ງຈະສາມາດເຮັດວຽກຕ້ານກັບ covid-19 ຢ່າງ​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ? ທ່ານ ສີຈິ້ນຜິງ ໄດ້ໃຫ້ຂໍ້ສະເໜີທີ່ສຳຄັນ ຄື: “ຖ້າອູຮັ້ນຊະນະ ແຂວງຫູເປີຍກໍຈະຊະນະ, ຖ້າຫູເປີຍຊະນະ ທົ່ວປະເທດກໍຈະຊະນະເຊັ່ນກັນ”; ພະນັກງານສະມາຊິກພັກຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເປັນ​ແບ​ບຢ່າງໃຫ້ປະຊາຊົນ, ທ່ານ ສີຈິ້ນຜິງ ໄດ້​ໃຫ້​ຄຳຮຽກຮ້ອງວ່າ: “ປ້ອງກັນແຜ່ນດິນຢ່າງມີຄວາມຮັບຜິດຊອບ, ແບກຫາບໜ້າທີ່ຮັບຜິດຊອບ, ປະຕິບັດໜ້າທີ່ຈົນ​ສຸດ​ຄວາມ​ສາມາດຂອງຕົນ”; ຈະປ້ອງກັນແລະຄວບຄຸມພະຍາດຕິດແປດໄດ້ແນວໃດ? ທ່ານ ສີຈິ້ນຜິງ ໄດ້ວາງມາດ​ຕະການ​ແກ້​ໄຂ​ບັນຫາ​ຈາກ​ກົກ​ຮາກຢ່າງຈະແຈ້ງຄື: “ຄວບຄຸມ​ແຫຼ່ງກຳເນີດ, ຕັດຊ່ອງທາງການແຜ່ລະບາດຂອງ covid-19”; ຈະ​ເຮັດ​ແນວ​ໃດ​ເພື່ອຮັບ​ເອົາຄົນເປັນພະຍາດມາປິ່ນປົວ? ທ່ານ ສີິຈິ້ນຜິງ ໄດ້ໃຫ້ທິດຊີ້ນຳຢ່າງຂາດຕົວວ່າ: “ຄວນສຸມທຸກຄວາມພະຍາຍາມໃຫ້ຜູ້ຖືກບົ່ງມະຕິເປັນພະຍາດທັງໝົດໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍ, ຄວນກອບກູ້ ແລະ ປິ່ນປົວຜູ້ເປັນພະຍາດຈົນສຸດຄວາມສາມາດຂອງຕົນ”; ຈະຮ່ວມຈັດວາງການປ້ອງກັນແລະຄວບຄຸມແນວໃດ? ທ່ານ ສີຈິ້ນຜິງ ໄດ້ໃຫ້ຂໍ້ສະເໜີທີ່ສຳຄັນວ່າ: “ຕ້ອງໃຫ້ຄວາມສຳຄັນຕໍ່ການປ້ອງກັນແລະຄວບຄຸມຢູ່ເຂດຊຸມຊົນໃນຕົວເມືອງແລະຊົນນະບົດ ແລະ ໃຫ້ການກອບກູ້ແລະປິ່ນປົວຜູ້ເປັນພະຍາດຢ່າງເຖິງຖອງ”; ຈະກຳຈັດເຊື້ອພະຍາດຢ່າງເຖິງຖອງໄດ້ແນວໃດ? ທ່ານ ສີຈິ້ນຜິງ ໄດ້ໃຫ້ທິດຊີ້ນຳທີ່ຖືກຕ້ອງ ນັ້ນກໍ່ແມ່ນ “ອາວຸດທີ່ເຂັ້ມແຂງທີ່ສຸດກໍແມ່ນເຕັກນິກວິທະຍາສາດ” ແລະອື່ນໆ. ການອະນຸມານ​ແລະວິນິດ​ໄສ ແລະ ທິດຊີ້ນຳຂອງທ່ານສີຈິ້ນຜິງ ໄດ້​​​ເຊື່ອງ​ຊ້ອນ​ໃນ​ທົ່ວຂະບວນການຕໍ່ສູ້ຕ້ານກັບການແຜ່ລະບາດຂອງ covid-19, ກາຍເປັນປຶ້ມ​ແບບຮຽນສະບັບຕົວຈິງທີ່ມີຊີວິດຊີວາເຫລັ້ມໜຶ່ງຂອງ​ລະບົບການບໍລິຫານປະເທດແລະຄວາມສາມາດການບໍລິຫານທີ່ທັນສະໄໝ.
 

ທ່ານ ເຕໂດຣສ໌ ອັດຮາໂນມ ເກບຣີເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ຫຼື WHO ໄດ້ເຫັນທ່ານ ສີຈິ້ນຜິງ ຊີ້ນຳວຽກງານປ້ອງກັນແລະຄວບຄຸມການແຜ່ລະບາດຂອງ covid-19 ໃນຂະນະທີ່ທ່ານມາທັດສະນະສຶກສາຢູ່ຈີນ, ທ່ານໄດ້ຕີ​ລາຄາດ້ວຍ​ສອງຄຳສັບພິເສດວ່າ “ພົບເຫັນໄດ້ຍາກໃນໂລກ” ຄື: “ຈີນມີການເຄື່ອນໄຫວທີ່ວ່ອງໄວ, ດຳ​ເນີນ​ໃນບໍລິ​ເວນທີ່​ກວ້າງຂວາງ ​ເຊິ່ງພົບເຫັນໄດ້ຍາກໃນໂລກ”  ​ແລະ “ລະບຽບການຂອງຈີນມີຄວາມເຂັ້ມແຂງ ແລະ ມາດຕະການຂອງຈີນມີປະສິດທິຜົນ ​ເຊິ່ງພົບເຫັນໄດ້ຍາກໃນໂລກ, ເປັນເລື່ອງທີ່ໜ້າໃຫ້ການເຄົາລົບນັບຖືຢ່າງສູງ.”
 

ໃນຂະນະນີ້, ດອກຊະກຸລະຢູ່ພູໂລ້ເຈ່ຍຂອງນະຄອນອູຮັ້ນພວມເບັ່ງບານ, ຂະນະ​ທີ່ການຕໍ່ສູ້ຂອງປະຊາຊົນເພື່ອຕ້ານກັບການແຜ່ລະບາດຂອງພະຍາດ covid-19 ຢູ່ຈີນທີ່ບັນຊາການໂດຍທ່ານ ສີຈິ້ນຜິງ ກໍພວມກ້າວເຂົ້າສູ່ລະດູບານໃໝ່.

ຄຳ​ເຫັນ

0