黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ອອກ​ຄຳ​ສັ່ງເພື່ອ​ເອົາ​ຊະ​ນະ​ພະ​ຍາດ COVID-19

2020-03-12 09:26:55 cri

ວັນ​ທີ 10 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ​ໄດ້​ເດີ​ນທາງ​ເຖິງ​ນະ​ຄອນ​ອູ​ຮັ້ນ ແນວ​ໜ້າ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID-19 ຢູ່ຈີນ, ທ່ານໄດ້ໃຫ້ທິດຊີ້ນຳ​ແ​ຫ່ງການ​ເປີດ​ບັ້ນຕັດສິນ​ຊີ້​ຂາດ​ເພື່ອ​ເອົາ​ຊ​ະ​ນະ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸ​ມ​ພະ​ຍາດ COVID-19 ​ໃນຄັ້ງນີ້​ຢ່າງ​ເດັດຂາດໃນ​ທີ່​ສຸດ. ກ່ອນ​ໜ້າ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ເຄີຍໄດ້​ໄປ​ສຳຫລວດກວດ​ເບິ່ງວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ສອງ​ຄັ້ງ, ຄັ້ງ​ນີ້​ທ່ານໄດ້ໄປ​ນະ​ຄອນ​ອູ​ຮັ້ນເຊິ່ງຖືເປັນ​ເຫດ​ການ​ທີ່​ມີ​ຄວາມໝາຍ​ເປັນໂຕ​ຊີ້​ວັດ​ໃນ​ບັ້ນການຕ້ານ​ກັບ​ພະຍາດ​ດັ່ງກ່າວ.

ກ່ອນ​ໜ້າ​ນີ້, ຜູ້​ຊ່ຽວ​ຊານ​ອົງ​ການ​ອະ​ນາ​ໄມ​ໂລກ​ເຄີຍ​ໄດ້ໃຫ້ທັດສະນະວ່າ, “ສົງ​ຄາມ​ປະ​ຊາ​ຊົນ” ທີ່​ບໍ່​ເຄີຍ​ພົບພໍ້ມາກ່ອນ ທີ່​ນຳ​ພາ​ໂດຍ​ທ່ານ​ສີ​ຈິ້ນ​ຜິງກຳລັງຈະ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ທີ່​ສຸດ​, “ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ຈີນ​ໃກ້​ຈະ​ໝົດສີ້ນ​ໄປ​ແລ້ວ.” ໃນ​ວັນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ເຖິງ​ນະ​ຄອນ​ອູ​ຮັ້ນ, ໂຮງ​ໝໍ​ຊົ່ວ​ຄາວ​ທີ່​ໃຊ້​ສະ​ເພາະ​ການ​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ COVID-19 ທັງ​ໝົດ 14 ແຫ່ງ​ໄດ້​ປິດ​ທັງໝົດ​ແລ້ວ. “ຄວາມ​ຈິງ​ແລ້ວ, ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ COVID-19 ຢູ່​ນະ​ຄອນ​ອູ​ຮັ້ນ​ໄດ້​ຮັບ​ຜົນສຳ​ເລັດ​ແບບ​ກ້າວ​ກະ​ໂດດ.” ຜູ້​ຊ່ຽວ​ຊານ​ເຫັນ​ວ່າ, ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່ຈີນ​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ.

ໃນ​ເວ​ລາ​ທີ່​ບໍ່​ຮອດສອງ​ເດືອນ, ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ທີ່​ມີ​ປະ​ຊາ​ກອນຫຼາຍ​ທີ່​ສຸດ​ໃນ​ໂລກ, ຈີນ​ໄດ້​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ສຳ​ເລັດ​ຜົນ, ຄົນ​ທັ​ງຫຼາຍ​ເຫັນພ້ອມກັນ​ໂດຍ​ທົ່ວ​ໄປ​ວ່າ: ນີ້​ແມ່ນ​ຍ້ອນ​ວ່າ, ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່ກັບ​ປະ​ຊາ​ຊົນ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​. ຂະນະ​ທີ່ທ່ານ​ສີ​ຈິ້ນ​ຜິງ​ເດີ​ນ​ທາງ​ໄປ​ບັນ​ຊາ​ການ​ຢູ່​ແນວ​ໜ້າ​ອີກ​ຄັ້ງ​ໜຶ່ງ ກໍເປັນການສະ​ແດງ​ໃຫ້​ເຫັນ​ເຖິງ​ຈຸດ​ດັ່ງກ່າວຢ່າງຈະແຈ້ງ. ຄື​ດັ່ງຄຳ​ເວົ້າ​ຂອງ​ທ່ານ​ອັນ​ເດ​ຣ ໂອ​ສ​ະ​ຕ​ຣົ​ຟ​ສ​ກີ ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຕາ​ເວັນ​ອອກ​ໄກຂອງ​ສະ​ພາ​ບັນດິດ​ວິ​ທະ​ຍາ​ສາດ​ຣັດ​ເຊຍເຄີຍກ່າວວ່າ: ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຫຼັກ​ໝັ້ນ​ຂອງ​ພັກ​ກອມ​ມູ​ນິດ​ຈີນທີ່​ມີ​ຈຸດ​ຢືນ​ໂດຍຖືເອົາ​ຄວາມ​ປອດ​ໄພ​ດ້ານຊີ​ວິດແລະສຸ​ຂະ​ພາບ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ​ເປັນວຽກບູລິມະສິດ ເຊິ່ງ​ຈະ​ກະ​ຕຸກ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນຕໍ່​ສູ້​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນກວ່າ​ເກົ່າ ແລະ ຈະສາມາດ​ຍາດ​ໄດ້​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ໃນ​ທີ່​ສຸດ.

ຈາກການ​ເປັນ “ຜູ້​ບັນ​ຊາ​ການ​ສູງສຸດ” ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ​ແລະ​ໄດ້ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ລະ​ດັບ​ສູງເພື່ອ​ຈັດ​ວາງແຜນການວຽກ​ງານປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ຮອດການໄປ​ສຳຫລວດກວດ​ເບິ່ງວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢູ່​ແນວ​ໜ້າ​ເປັນຄັ້ງທີ 3, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະທ້ອນໃຫ້ເຫັນທັດ​ສະ​ນະ​ປົກ​ຄອງ​ປະ​ເທດໂດຍ “ຖື​ຄົນ​ເປັນ​ກົກ” ດ້ວຍ​ການ​ກະ​ທຳ​ຕົວ​ຈິງ.

ຢູ່​ນະ​ຄອນ​ອູ​ຮັ້ນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້ປຸກລະດົມໃຫ້​ຄົນ​ທັງຫຼາຍ​ຕ້ອງ​ຍຶດ​ໝັ້ນຄວາມໝັ້ນໃຈ​ຈົນ​ເຖິງ​ທີ່​ສຸດ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ແບບ​ແຜນວິທີ​ເຮັດ​ວຽກ​ຂອງທ່ານທີ່​ເດັດ​ດ່ຽວແລະມີ​ສະ​ຕິ​​ໂດຍ​ຕະຫຼອດ​. ໃນ​ຂະ​ນະ​ທີ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ ເກີດ​ມີ​ການ​ປ່ຽນ​ແປງທີ່​ດີ​ເປັນແຕ່ລະໄລຍະ, ຜູ້​ນຳ​ສູງ​ສຸດຂອງ​ຈີນ​ໄດ້ກ່າວ​ເນັ້ນ​ວ່າ: ຕ້ອງ​ມີ​ສະ​ຕິ, ຕ້ອງປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໃຫ້​ເດັດ​ຂາດ​ຄື​ເກົ່າ, ນີ້ໄດ້​ສ້າງ​ພື້ນ​ຖານອັນ​ໝັ້ນ​ແກ່ນ​ກວ່າ​ເກົ່າເພື່ອ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ທີ່​ສຸດ.

ປັດ​ຈຸ​ບັນ, ພະ​ຍາດ COVID-19 ພວມ​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ຫວ່າງ​ມໍ່ໆ​ມາ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງຕໍ່​ບາງ​ປະ​ເທດທີ່​ບໍ່​ໄດ້​ເອົາ​ໃຈ​ໃສ່ກ່ຽວກັບການຮັບມືກັບ​ພະ​ຍາດ​ຢ່າງ​ພຽງ​ພໍແລະບໍ່​ມີ​ຄວາມ​ກຽມພ້ອມ​ທີ່​ພຽງ​ພໍ. ປະ​ຊາ​ຄົມ​ໂລກ​ນັບ​ມື້​ນັບ​ຮູ້​ດີ​ວ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດCOVID-19 ຄັ້ງ​ນີ້ ເປັນ​ການ​ທົດ​ສອບ​ອັນ​ໃຫຍ່ຫຼວງ​ຕໍ່​ບັນ​ດາ​ປະ​ເທດ ແລະ ກໍ​ເປັນໂອ​ກາດ​ໃຫ້​ທົ່ວ​ໂລກ​ສາ​ມາດ​ຊັ່ງ​ຊາ​ຕີ​ລາ​ຄາຢ່າງພາວະວິໄສຕໍ່ຄວາມສາມາດໃນການຮັບມື​ກັບ​ພະຍາດຂອງປະ​ເທດ​ຕ່າງໆ. ທ່ານ​ເຕ​ໂດ​ຣ​ສ ອັດ​ຮາ​ນົມ ເກ​ເບ​ຣ​ເຢ​ຊູ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ໃນ​ເວ​ລາ​ຕົນ​​ເດີນທາງ​ເຖິງນະ​ຄອນຫຼວງ​ປັກ​ກິ່ງ, ຕົນ​ໄດ້​ເຫັນ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ບັນ​ຊາ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດ້ວຍ​ຕົນ​ເອງ, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຮຽກ​ຮ້ອງມາ​ໂດຍ​ຕະຫຼອດ​ ​ໂດຍໃຫ້​ປະ​ເທດ​ຕ່າງໆ​ຈົ່ງມີ​​ການນຳ​ພາທີ່ເຂັ້ມແຂງ ແລະ ມີ​ເຈ​ດຕະນາ​ລົມທາງ​ການ​ເມືອງ​, ສ່ວນ​ຜູ້​ນຳ​ຈີນ​ກໍໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມສາມາດໃນການນຳ​ພາ ແລະ ​ເຈດ​ຕະນາ​ລົມ​ທາງ​ການ​ເມືອງ​ແບບ​ນີ້.

​ການ​ເດີນທາງ​ໄປນະ​ຄອນ​ອູ​ຮັ້ນ​ໃນ​ຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ອອກ​ຄຳ​ສັ່ງ​ປຸກ​ລະ​ດົມ​ອີກ​ຄັ້ງ​ໜຶ່ງ​ໃນ​ໄລ​ຍະທີ່​ສຳ​ຄັນແບບນີ້ ເພື່ອໃຫ້ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນກ້າວໆ ເຊິ່ງ​ຈະຊ່ວຍ​ໃຫ້​ໂລກ​ໄດ້​ເຫັນຄວາມ​ໝັ້ນ​ໃຈ, ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ສາ​ມາດ​ຂອງ​ຈີນ​ອີກ​ຄັ້​ງ​ໜຶ່ງ, ທັງສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ພວມ​ຜ່ານ​ພົ້ນ​ວິ​ກິດ​ການ​ຄັ້ງ​ນີ້ ແລະ ພວມມຸ້ງ​ໜ້າ​ໄປ​ສູ່​ລະ​ດູ​ບານ​ໃໝ່​ທີ່​ສວຍ​ງາມ.

 

 

ຄຳ​ເຫັນ

0