黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຮງໝໍຊົ່ວຄາວ-ການປະດິດສ້າງໃໝ່ແບບຈີນ

2020-03-13 14:32:09 cri


ວັນທີ 10 ມີນານີ້, ໂຮງໝໍຊົ່ວຄາວຈ່ຽງເຊ້ຍ ແລະ ອູຊ່າງນະຄອນອູຮັ້ນໄດ້ຢຸດຕິການນຳໃຊ້ຢ່າງເປັນທາງການ. ມາຮອດປະຈຸບັນນີ້, ໂຮງໝໍຊົ່ວຄາວທີ່ໃຊ້ໃນການຮັບປິ່ນປົວຜູ້ເປັນພະຍາດ COVID-19 ຢູ່ນະຄອນອູຮັ້ນໄດ້ຢຸດຕິການນຳໃຊ້ທັງໝົດແລ້ວ.

ການສ້າງໂຮງໝໍເຄຶ່ອນທີ່ເປັນບາດກ້າວສຳຄັນບາດກ້າວໜຶ່ງໃນການຕ້ານກັບການແຜ່ລະບາດຂອງພະຍາດ COVID-19 ໃນຄັ້ງນີ້ ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນທີ່ບໍ່ມີສິ່ງໃດເຂົ້າມາທົດແທນໄດ້ ໃນການປ້ອງກັນແລະປິ່ນປົວພະຍາດ. ຕອນເລີ່ມຕົ້ນ, ສະພາບການແຜ່ລະບາດຂອງພະຍາດຂ້ຽວຂາດທີ່ສຸດ, ດ້ານໜຶ່ງແມ່ນຈຳນວນຄົນເຈັບເພີ່ມຂຶ້ນຢ່າງວ່ອງໄວ, ຄົນເຈັບໄດ້ເຄື່ອນໄຫວຢູ່ໃນຄຸ້ມຊຸມຊົນແລະສັງຄົມເປັນຈຳນວນຫຼວງຫຼາຍ; ອີກດ້ານໜຶ່ງ, ແມ່ນຂາດເຂີນຊັບພະຍາກອນການແພດຫຼາຍ, ຕຽງນອນຄົນເຈັບບໍ່ສາມາດຕອບສະໜອງກັບຄວາມຕ້ອງການໄດ້ເຊິ່ງເປັນບັນຫາທີ່ມີຄວາມກົດດັນທັງສອງດ້ານ ຄື: ຜູ້ເປັນພະຍາດບໍ່ໄດ້ຮັບການປິ່ນປົວຢ່າງທັນການ ແລະ ພະຍາດໄດ້ແຜ່ລະບາດອອກເປັນວົງກວ້າງເລື້ອຍໆ. ໃນໄລຍະຫົວລ້ຽວຫົວຕໍ່ດັ່ງກ່າວ, ສູນກາງພັກກອມມູນິດຈີນໄດ້ຕັດສິນໃຈທີ່ສຳຄັນດ້ວຍການສ້າງໂຮງໝໍຊົ່ວຄາວ, ນະຄອນອູຮັ້ນເລີຍໄດ້ດັດແປງສະໜາມກິລາໃນຮົ່ມ ແລະ ສູນວາງສະແດງຕ່າງໆ ເປັນຕົ້ນ ໃຫ້ກາຍມາເປັນໂຮງໝໍຊົ່ວຄາວຊຸດທຳອິດ ເຊິ່ງໄດ້ແກ້ໄຂບັນຫາການຂາດເຂີນຕຽງນອນຄົນເຈັບໄດ້ພາຍໃນໄລຍະສັ້ນ. ນັບແຕ່ການສ້າງໂຮງໝໍຊົ່ວຄາວແຫ່ງທຳອິດໃນວັນທີ 3 ກຸມພາຜ່ານມາ, ຮອດວັນທີ 27 ກຸມພາ ໄດ້ປາກົດມີສະພາບການທີ່ “ຕຽງຫວ່າງລໍຖ້າຄົນເຈັບ”, ຜ່ານມາພຽງ 20 ປາຍວັນເທົ່ານັ້ນ, ກໍສາມາດປ່ຽນແປງສະພາບການທີ່ໂຮງໝໍຂາດເຂີນຕຽງນອນໄດ້ຢ່າງເຖິງຖອງ. ຕາມສະຖິຕິ, ໃນເວລາ 30 ກວ່າວັນຜ່ານມາ, ໂຮງໝໍຊົ່ວຄາວແຫ່ງຕ່າງໆກໍໄດ້ຮັບການປິ່ນປົວຄົນເຈັບ COVID-19 ອາການເບົາໃນຈຳນວນ 12.000 ກວ່າຄົນ ເຊິ່ງໄດ້ກາຍເປັນໂຮງໝໍທີ່ສາມາດກອບກູ້ຊີວິດຄົນໄດ້ຢ່າງແທ້ຈິງ.

ໃນເວລາທີ່ມີຄົນເຈັບຜູ້ໜຶ່ງທີ່ໄດ້ຮັບການປິ່ນປົວເປັນເວລາ 25 ວັນແລ້ວຫາຍຂາດອອກໂຮງໝໍ, ລາວບອກກັບແພດໝໍທີ່ໃສ່ຊຸດປ້ອງກັນໝົດມື້ວ່າ: “ໃຫ້ຂ້ອຍເບິ່ງໜ້າຂອງທ່ານໄດ້ບໍ?” ທ່ານໝໍໄດ້ຍ່າງຖອຍຫຼັງກ້າວໜຶ່ງ ແລ້ວເອົາຜ້າປິດປາກອອກ  ແລະຍິ້ມໃສ່ຄົນເຈັບກ່ອນຈາກກັນໄປ.
ຕະຫຼອດໄລຍະ 30 ກວ່າວັນຜ່ານມາ, ເຈົ້າໜ້າທີ່ການແພດແລະພະຍາບານໄດ້ເພີ່ມປະສິດທິພາບໃນການເຮັດວຽກໃນໂຮງໝໍຊົ່ວຄາວ. ພາຍໃຕ້ຄວາມພະຍາຍາມຂອງພວກເພິ່ນ, ການແຜ່ລະບາດຂອງພະຍາດຖືກຄວບຄຸມໄວ້ຢ່າງມີປະສິດທິຜົນ. ຈົນສາມາດກ້າວເຖິງຂັ້ນປິດໂຮງໝໍຊົ່ວຄາວໄດ້, ເຂົາເຈົ້າຈຶ່ງສາມາດເອົາຜ້າປິດປາກທີ່ໃສ່ມາເປັນເວລາຫຼາຍສິບມື້ອອກ, ພວກເຮົາພາກັນມາເບິ່ງໃບໜ້າທີ່ສວຍງາມທີ່ສຸດຂອງບ່າວສາວແພດໝໍເຫຼົ່ານີ້!

ໂຮງໝໍຊົ່ວຄາວເປັນການປະດິດສ້າງໃໝ່ ເຊິ່ງເຕັມໄປດ້ວຍສີສັນພິເສດແລະຫົວຄິດປະດິດສ້າງແບບຈີນ. ນັບລວມແລ້ວ, ນະຄອນອູຮັ້ນໄດ້ສ້າງຕັ້ງໂຮງໝໍຊົ່ວຄາວ 14 ແຫ່ງ, ມີຕຽງນອນ 13 ພັນກວ່າຕຽງ. ຜູ້ເປັນພະຍາດ COVID-19 ໃນ 4 ຄົນໃດກໍມີ 1 ຄົນໄດ້ຮັບການປິ່ນປົວຢູ່ໂຮງໝໍຊົ່ວຄາວ. ຕະຫຼອດໄລຍະ 30 ກວ່າວັນ, ໂຮງໝໍຊົ່ວຄາວຈາກບໍ່ມີມາສູ່ມີ ແລະໄດ້ດຳເນີນງານໄດ້ເປັນຢ່າງດີ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງທ່າແຮງດ້ານລະບອບສັງຄົມຂອງຈີນ, ນີ້ເຄັດລັບທີ່ໂຮງໝໍຊົ່ວຄາວສາມາດເຄື່ອນໄຫວໄປດ້ວຍດີ.

 

ຄຳ​ເຫັນ

0