尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນບໍ່ໄດ້ຂາດການປະກອບສ່ວນຈັກເທື່ອໃນການຕ້ານກັບການແຜ່ລະບາດຂອງພະຍາດ COVID-19 ຂອງໂລກ

2020-03-13 11:33:44 cri

ຫວ່າງມໍ່ໆມານີ້, ອີຕາລີໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກຍ້ອນຂາດເຂີນວັດສະດຸແລະອຸປະກອນການແພດທີ່​ໃຊ້​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ COVID-19, ທ່ານ ລຸກີ ດີໄມໂອ ລັດຖະມົນຕີກະຊວງການຕ່າງປະເທດອີຕາລີໄດ້ສົນທະນາທາງໂທລະສັບກັບທ່ານ ຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໂດຍຫວັງໃຫ້ຈີນຊ່ວຍເຫລືອເພື່ອແກ້ໄຂຄວາມຕ້ອງການອັນຮີບດ່ວນທີ່ສຸດໃຫ້ກັບປະເທດຕົນ. ເຊື້ອພະຍາດບໍ່ມີພົມແດນ, ຫຼັງຈາກຈີນກ່າວວ່າຈະສະໜອງວັດສະດຸ ແລະ ອຸປະກອນຊ່ວຍເຫຼືອດ້ານ ການແພດ ເຊັ່ນ: ຜ້າອັດປາກແລະອື່ນໆໃຫ້ແກ່ອີຕາລີ ພ້ອມທັງຈະສົ່ງອອກວັດສະດຸແລະອຸປະກອນທີ່ອີຕາລີຕ້ອງການໂດຍດ່ວນໃຫ້ຫຼາຍກວ່າເກົ່າແລ້ວ, ຈີນຍັງໄດ້ຈັດສົ່ງໜ່ວຍຜູ້ຊ່ຽວຊານອາສາສະໝັກສະພາກາແດງຈີນໜ່ວຍໜຶ່ງທີ່ປະກອບດ້ວຍຊະມາຊິກທັງໝົດ 7 ຄົນພ້ອມດ້ວຍວັດສະດຸຊ່ວຍເຫຼືອທີ່ກ່ຽວຂ້ອງເດີນທາງໄປອີຕາລີ ເພື່ອຊ່ວຍອີຕາລີໃນການຕ້ານກັບການແຜ່ລະບາດຂອງ COVID-19.
 

ທ່ານ ມາວຣີຈີໂອ ມັສຊາຣີ ເອກອັກຄະລັດຖະທູດອີຕາລີປະຈຳສະຫະພາບເອີຣົບໄດ້ອອກບົດຄວາມບົດໜຶ່ງໃນວັນທີ 10 ມີນານີ້ ໂດຍລະບຸວ່າ: “ບໍ່ມີປະເທດໃດໃນສະຫະພາບເອີຣົບຈັດສົ່ງການຊ່ວຍເຫລືອໃຫ້ອີຕາລີຕາມ​ສຽງ​ຮຽກຮ້ອງ​ຂອງ​ຄະນະ​ກຳມະການ​ສະຫະພາບ​ເອີຣົບ. ມີພຽງແຕ່ຈີນເທົ່ານັ້ນທີ່ສະໜອງໃຫ້.” ທີ່ຈິງແລ້ວ, ບໍ່ພຽງແຕ່ໄດ້ຊ່ວຍເຫຼືອອີຕາລີເທົ່ານັ້ນ, ໃນການຕໍ່ສູ້ຕ້ານກັບພະຍາດ COVID-19 ຂອງໂລກບັ້ນນີ້, ຈີນໄດ້ສຸມທຸກຄວາມພະຍາຍາມທີ່ໃຫຍ່ຫຼວງ ແລະໄດ້ເສຍສະຫຼະຢ່າງຫຼວງຫຼາຍມາ​ແລ້ວ.
 

ໃນ 1 ເດືອນປາຍຜ່ານມາ, ຈີນໄດ້ຮັບຄວາມຄືບໜ້າເປັນແຕ່ລະໄລຍະໃນການປ້ອງກັນແລະຄວບຄຸມພະຍາດ COVID-19 ໂດຍຜ່ານຄວາມພະຍາຍາມທີ່ລຳບາກ ​ເຊິ່ງເປັນການສ້າງແນວປ້ອງກັນແລວທຳອິດຢ່າງແຂງແກ່ນໃຫ້ແກ່ປະຊາຄົມໂລກ ​ແລະ ປະຢັດເວລາທີ່ລ້ຳຄ່າໃຫ້ແກ່ບັນດາຝ່າຍ. ໃນຂະນະດຽວກັນ, ຈີນໄດ້ຍຶດໝັ້ນໃນຫຼັກການເປີດເຜີຍ, ໂປ່ງໃສ ແລະ ແບ່ງປັນຂໍ້ມູນລຳດັບແຊນຂອງເຊື້ອພະຍາດໃຫ້ກັບອົງການອະນາໄມໂລກ ຫຼື WHO ຢ່າງທັນເວລາ, ​ແຈ້ງສະພາບການແຜ່ລະບາດຂອງພະຍາດ COVID-19 ​ໃຫ້ປະເທດແລະເຂດແຄວ້ນທີ່ກ່ຽວຂ້ອງຊາບຢ່າງທັນການ. ການກະທຳຂອງຈີນໃນລັກສະນະນີ້ເປັນການຕອບບຸນແທນຄຸນຕໍ່ປະຊາຄົມໂລກທີ່ໄດ້ໃຫ້ການສະໜັບສະໜູນຈີນໃນໄລຍະທີ່ຈີນປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນການຕ້ານກັບການແຜ່ລະບາດຂອງພະຍາດ COVID-19, ທັງເປັນການຮັບຜິດຊອບຕໍ່ຄວາມປອດໄພດ້ານສາທາລະນະສຸກຂອງທົ່ວໂລກ ແລະ ກໍແຮ່ງເປັນການປະຕິບັດຕົວ​ຈິງຕາມແນວຄິດປະຊາຄົມຮ່ວມຊາຕາກຳມວນມະນຸດທີ່ຜູ້ນຳສູງສຸດຂອງຈີນລິເລີ່ມມາໂດຍຕະຫຼອດດ້ວຍການກະທຳຕົວຈິງ.
 

ປັດຈຸບັນນີ້, ສະຖານະການດ້ານການຕ້ານກັບການແຜ່ລະບາດຂອງພະຍາດ COVID-19 ຂອງໂລກມີຄວາມເຄັ່ງຕຶງແລະສັບສົນ. ທ່ານ ເຕໂດຣສ໌ ອັດຮາໂນມ ເກເບຣີເຢຊຸສ໌ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກໄດ້ປະກາດໃນວັນທີ 11 ມີນານີ້ວ່າ: ສະພາບການແຜ່ລະບາດຂອງພະຍາດ COVID-19 ອາດເອີ້ນໄດ້ວ່າ​ເປັນ “ການແຜ່ລະບາດໃຫຍ່” ໂດຍອີງຕາມລັກສະນະຂອງພະຍາດ, ຄາດວ່າໃນຫຼາຍອາທິດຕໍ່ໜ້າ ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດ COVID-19 ແລະ ຈໍານວນຜູ້ເສຍຊີວິດກໍຄືຈຳນວນປະເທດແລະເຂດແຄວ້ນທີ່ໄດ້ຮັບຜົນກະທົບຍັງຈະເພີ່ມຂຶ້ນຕື່ມອີກ. ການແຜ່ລະບາດຂອງພະຍາດເປັນສັດຕູຮ່ວມຂອງມວນມະນຸດ, ສະນັ້ນ ຈຶ່ງຕ້ອງການປະຊາຄົມໂລກສາມັກຄີກັນເພື່ອຮັບມືກັບ​ພະຍາດຮ່ວມກັນ.
 

ພຶດຕິຕຳດ້ານການຕ້ານກັບການແຜ່ລະບາດຂອງພະຍາດ COVID-19 ຂອງຈີນໄດ້ຢັ້ງຢືນວ່າ: ການແຜ່ລະບາດຂອງພະຍາດ COVID-19 ສາມາດສະກັດກັ້ນໄດ້. ຕ້ອງມີຄວາມສຸຂຸມຮອບຄອບ, ເຮັດແທ້ທຳຈິງ, ສາມັກຄີກັນແລະຮ່ວມມືກັນ, ກອບກູ້ຊີວິດດ້ວຍທຸກວິທີທາງ, ມະນຸດເຮົາກໍ່ຈະສາມາດປ່ຽນທ່າຂະຫຍາຍຂອງສະພາບການແຜ່ລະບາດຂອງພະຍາດ COVID-19 ໄດ້ໂດຍໄວ. ໃນການເຄື່ອນໄຫວທີ່ຮ່ວມມືກັນຕ້ານກັບການແຜ່ລະບາດຂອງພະຍາດຂອງໂລກບັ້ນນີ້, ຈີນບໍ່ໄດ້ຂາດການປະກອບສ່ວນຈັກເທື່ອ ແລະ ຈະສືບຕໍ່ປະກອບສ່ວນແລະສຸມທຸກຄວາມພະຍາຍາມຂອງຕົນຢ່າງສຸດຂີດ.

ຄຳ​ເຫັນ

0