黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທົ່ວ​ໂລກ​ຄວນ​ຕໍ່​ຕ້ານ​ການ​ແຜ່​ລະ​ບາດ​ຂອງພະຍາດໂຄວິດ-19 ແນວ​ໃດ? ຈີນ​ມີຄຳຕອບໃຫ້

2020-03-14 16:25:40 cri

ຕອນ​ຄ່ຳ​ວັນທີ 12 ມີ​ນາ​ນີ້, ໃນ​ເວ​ລາ​ສົນທະນາກັບ​ທ່ານ​ອັນ​ໂຕນີ​ໂອ ກູ​ເຕີເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທາງ​ໂທ​ລະ​ສັບ, ທ່ານ​ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດຂອງ​ຈີນ​ໄດ້​ໃຫ້​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ຕໍ່​ຕ້ານ​ການ​ແຜ່​ລະ​ບາດ​ຂອງພະຍາດໂຄວິດ-19 ໃນ​ທົ່ວ​ໂລກ​ ແລະ​ ໄດ້​ສະ​ເໜີ​ແຜນ​ການ​ແກ້​ໄຂ​ຂອງ​ຈີນຄື: “ປະ​ຊາ​ຄົມ​ໂລກ​ຄວນ​ເລັ່ງ​ລັດ​ການປະ​ຕິ​ບັດ​ການ​ເຄື່ອນ​ໄຫວ, ດຳ​ເນີນ​ການ​ຮ່ວມ​ມືເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຮ່ວມ​ກັນ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ, ເຕົ້າ​ໂຮມ​ກຳ​ລັງ​ທີ່ເຂັ້ມແຂງ​ໃນການ​ຕໍ່​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງພະຍາດໂຄວິດ-19”.

ປັດ​ຈຸ​ບັນ, ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​ອັນ​ທຸກ​ຍາກ​ລຳ​ບາກ​ຂອງ​ປະ​ຊາ​ຊົນ​ຈີນ, ສະ​ພາບ​ການ​ປ້ອງ​ກັນ​ແລະ​ຄວ​ບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ສືບ​ຕໍ່​ດີ​ຂຶ້ນ, ຊີ​ວິດ​ການ​ເປັນ​ຢູ່​ແລະ​ການ​ຜະ​ລິດ​ໄດ້ເລັ່ງ​ລັດ​ຟື້ນ​ຟູຄືນ​ໃໝ່. ແຕ່​ວ່າ​ພະ​ຍາດ​ດັ່ງ​ກ່າວ​ພວມ​ແຜ່​ລະ​ບາດ​ຢູ່​ທົ່ວ​ໂລກ​ຢ່າງວ່ອງ​ໄວ, ການ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງພະຍາດໂຄວິດ-19​ “ເລີ່ມ​ເຂົ້າ​ສູ່​ໄລ​ຍະ​ໃໝ່”.

ພາຍ​ຫຼັງ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ແລ້ວ, ທົ່ວ​ໂລກ​ຄວນ​ຕ້ານກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ແນວ​ໃດ? ທ່ານບ​ຣຸ​ສ໌ ແອວເວີດ, ທີ່​ປຶກ​ສາ​ລະ​ດັບ​ສູງ​ຂອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ເຫັນ​ວ່າ: ບົດ​ຮຽນ​ສຳ​ຄັນ​ທີ່​ສຸດ​ຂອງ​ຈີນ​ໃນການ​ຕ້ານ​ກັບການແຜ່​ລະ​ບາດ​ຂອງ​ພະ​ຍາດ​​ໂຄວິດ-19 ແມ່ນ​ “ຄວາມໄວ”. ການ​ຕອບ​ໂຕ້​ຢ່າງ​ວ່ອງໄວ​ຂອງ​ຈີນ​ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ການ​ສະ​ກັດ​ກັ້ນເພື່ອ​ບໍ່​ໃຫ້​ເຊື້ອ​ພະ​ຍາດ​ແຜ່​ລະ​ບາດ​ແລະທັງສາມາດ​ເຮັດ​ວຽກ​ກະ​ກຽມ​ເພື່ອຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນທົ່ວ​ໂລກ.

ແຕ່​ວ່າ​ສິ່ງ​ທີ່​ໜ້າ​ເສຍ​ດາຍ​ກໍ​ຄື, ​ໂອກາດ​ອັນ​ລ້ຳ​ຄ່າ​ທີ່​​ໃຫ້ໂລກ​ໄດ້​ມີ​ເວລາ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ທີ່ຈີນ​ຍາດມາໄດ້ ບໍ່​ໄດ້​ຮັບ​ການ​ທະນຸຖະໜອມ​ຈາກປະເທດຕ່າງໆ. ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ບາງ​ປະ​ເທດ​ທີ່ບໍ່​ເອົາ​ໃຈ​ໃສ່​ ແລະ ຂາດການກະກຽມທີ່ຮອບຄອບໃນການຕ້ານກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​. ຕົວ​ຢ່າງ​ວ່າ​ ໃນປະ​ເທດ​ເອີ​ຣົບ, ປັດ​ຈຸ​ບັນ​ເຊື້ອ​​ພະ​ຍາດ​​ໂຄວິດ-19 ​ເກືອບວ່າໄດ້​ແຜ່​ລະ​ບາດ​ໄປທົ່ວທຸກໆປະ​ເທດ​ໃນ​ເອີ​ຣົບ, ຍິ່ງກວ່າ​ນັ້ນ​ຍັງ​ໄດ້​ປາ​ກົດ​ມີຜູ້​ເປັນ​ພະ​ຍາດດັ່ງກ່າວໂດຍບໍ່​ຮູ້​ແຫຼ່ງ​ທີ່ມາຂອງເຊື້ອ​ພະ​ຍາ​ດ. ນີ້​ບໍ່​ພຽງ​ແຕ່​ຍ້ອນ​ວ່າ​ປະ​ເທດ​ເອີ​ຣົບ​ມີພູມສັນຖານຕິດຕໍ່ກັນ, ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ທົ່ວ​ຂອບ​ເຂດ​ເອີ​ຣົບ​ມີ​ຈຸດ​ອ່ອນ​ດ້ານ​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ກໍ​ຄື, ຕອນ​ເຊົ້າ​ວັນ​ທີ 13 ມີ​ນາ​ນີ້, ຈີນ​ ແລະ​ ສ.ເກົາ​ຫຼີ​ໄດ້​​ສ້າງ​ກົນ​ໄກ​ຮ່ວມ​ມື​ເພື່ອປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​​ພະ​ຍາດ​​ໂຄວິດ-19 ​ແລະ​ ໄດ້ຈັດ​ກອງ​ປະ​ຊຸມ​ທາງວິ​ດີ​ໂອ​ຄັ້ງ​ທຳ​ອິດ. ນີ້​ແມ່ນ​ມາດ​ຕະ​ການ​ທີ່​ຈຳ​ເປັນ​ ແລະ ​ທັນ​ການ, ເຊິ່ງຈະ​ຊ່ວຍ​​ໃຫ້​ສອງ​ປະ​ເທດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໄດ້ທັນການ, ທັງ​ຈະ​ສະ​ໜອງ​ບົດ​ຮຽນ​ກ່ຽວກັບການ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​​ພະ​ຍາດ​ໂຄວິດ-19​ ໃຫ້ກັບ​ໂລກ ​ແລະ ມີ​ຜົນ​ດີ​ຕໍ່​ການ​ເຕົ້າ​ໂຮມ​ທຸກໆກຳ​ລັງ​ສາ​ກົນ​ໃນການຕ້ານກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ຂະ​ນະ​ດຽວ​ກັນ​, ຈີນ​ພວມ​ແບ່ງ​ປັນ​ບົດ​ຮຽນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃຫ້​ແກ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ ແລະ ​ໄດ້​ສະ​ໜອງ​ກາ​ນ​ຊ່ວຍ​ເຫຼືອ​ຈົນສຸດຄວາມ​ສາ​ມາດ​ຂອງ​ຕົນ​ໃຫ້​ແກ່​ປະ​ເທດ​ຈຳ​ນວນ​ໜຶ່ງ​ທີ່​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​​​ພະ​ຍາດ​​ໂຄວິດ-19. ນອກ​ນັ້ນ, ຈີນ​ຍັງ​ໄດ້​ບໍ​ລິ​ຈາກເງິນ 20 ລ້ານ​ໂດ​ລາສະຫະລັດ​ໃຫ້​ແກ່​ອົງ​ການ​ອະ​ນາ​ໄມ​ໂລກ, ເພື່ອ​ສະ​ໜັບ​ສະ​ໜູນ​ອົງ​ການ​ອະ​ນາ​ໄມ​ໂລກ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ສູງຈາກ​ປະ​ຊາ​ຄົມ​ໂລກ. ວັນ​ທີ 12 ມີ​ນາ​ນີ້, ຄະ​ນະ​ຜູ້ຊ່ຽວ​ຊານ​ຈີນ​ທີ່​ສົ່ງ​ໄປ​ຊ່ວຍເຫລືອອີ​ຕາ​ລີ​ໄດ້​ຮັບ​ການ​​ຕ້ອນ​ຮັບ​ຢ່າງອົບອຸ່ນຈາກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ອີ​ຕາ​ລີ. ຊາວ​ເນັດ​ອີ​ຕາ​ລີ​ຫຼາຍ​ຄົນ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ປະ​ຊາ​ຊົນ​ຈີນ​​ໂດຍຜ່ານສື່​ສັງ​ຄົມ​ອອນ​ລາຍ.

ໃນ​ຍຸກ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ, ເຫດ​ການ​ສຸກ​ເສີນ​ທີ່​ໜັກ​ໜ່ວງ​ຄ້າຍ​ຄື​ກັບການ​ແຜ່​ລະ​ບາດ​ຂອງ​​ພະ​ຍາດ​​ໂຄວິດ-19 ​ໃນ​ຄັ້ງນີ້ ຈະ​ບໍ່​ແມ່ນ​ຄັ້ງ​ສຸດ​ທ້າຍ, ບັນ​ຫາ​ຄວາມ​ປອດ​ໄພ​ແບບ​ເກົ່າ​ແລະ​ແບບ​ໃໝ່​ຍັງຈະ​ສ້າງ​ສະພາບການໃໝ່ເພື່ອໃຫ້ທົດ​ສອບ​ຢ່າງ​ບໍ່​ຢຸດ​ຢັ້ງ. ແຕ່​ສຳ​ລັບ​ມວນ​ມະ​ນຸດ​ແລ້ວ, ບໍ່​ວ່າ​ຈະ​ຜະ​ເຊີນ​ກັບ​ການ​ທົດ​ສອບ​ໃດໆ, ກໍ​ຄື​ກັບຄຳເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງກ່າວໄວ້ວ່າ: ການ​ຮ່ວມ​ມື​ບົນຈິດໃຈສາ​ມັກ​ຄີ​​ແມ່ນ​ອາ​ວຸດ​ທີ່​ມີອານຸພາບທີ່​ສຸດ.

ຄຳ​ເຫັນ

0