尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາຕາກຳຂອງມວນມະນຸດມີການພົວພັນກັນຢ່າງແໜ້ນແຟ້ນ ປະສົບການຂອງຈີນໃນການຕ້ານກັບການແຜ່ລະບາດຂອງພະຍາດ COVID-19 ພວມໄດ້ຮັບການເຜີຍແຜ່ໃນຂອບເຂດທົ່ວໂລກ

2020-03-15 23:24:38 cri

图片默认标题_fororder_微信图片_20200315232141

ໃນຕອນເຊົ້າຂອງວັນທີ 12 ມີນານີ້ຕາມເວລາປັກກິ່ງ, ອົງການອະນາໄມໂລກໄດ້ປະກາດວ່າ: ການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ ຫຼື COVID-19 ໄດ້ກາຍເປັນ “ການແຜ່ລະບາດຢ່າງໃຫຍ່” ໃນຂອບເຂດທົ່ວໂລກຄັ້ງໜຶ່ງ ເຊິ່ງໝາຍເຖິງຂອບເຂດຂອງການແຜ່ລະບາດຂອງພະຍາດມີຄວາມກວ້າງອອກສົມຄວນ.
 

ໃນເວລາ 15 ໂມງຂອງມື້ດັ່ງກ່າວ, ກອງປະຊຸມພິເສດຄັ້ງໜຶ່ງເຊິ່ງໄດ້ຮັບຄວາມສົນໃຈຈາກຜູ້ຕາງໜ້າຂອງ 50 ກວ່າປະເທດແລະອົງການຈັດຕັ້ງສາກົນໄດ້ຈັດຂຶ້ນຢູ່ຈີນ. ໃນກອງປະຊຸມ, ຈີນໄດ້ຕອບຄຳຖາມຂອງບັນດາທ່ານທີ່ຮ່ວມປະຊຸມຕາມຄຳເຊີນກ່ຽວກັບບັນຫາຕ່າງໆໃນການປ້ອງກັນແລະຄວບຄຸມສະພາບການແຜ່ລະລາດຂອງພະຍາດ COVID-19 ຢ່າງລະອຽດ ເຊັ່ນ: ຈາກບັນຫາຕົວເລກດັດຊະນີທີ່ສຳຄັນກ່ຽວກັບການຄວບຄຸມການແຜ່ລະບາດຂອງພະຍາດ COVID-19, ມາດຕະຖານດ້ານການບົ່ງມະຕິຜູ້ເປັນພະຍາດ, ຂໍ້ສະເໜີກ່ຽວກັບການໃຊ້ຢາໂດຍລວມໃນຕະຫຼອດຂະບວນການປິ່ນປົວ, ຕະຫຼອດຮອດບັນຫາໃນດ້ານຕ່າງໆ ເຊັ່ນ: ເປັນຫຍັງຈຶ່ງຕັດສິນໃຈປິດຊ່ອງທາງເຂົ້າອອກນະຄອນອູຮັ້ນ, ຈະ​ເຮັດ​ແນວ​ໃດ​ໃນ​ການແກ້ໄຂບັນຫາການຕິດແປດທີ່ບໍ່ສະແດງອາການ​, ມາດຕະຖານທີ່ອະນຸຍາດໃຫ້ອອກໂຮງໝໍໄດ້ ແລະບັນຫາອື່ນໆ. ນອກ​ນີ້, ຈີນຍັງໄດ້ສະໜອງການບໍລິການຂໍ້ມູນລະຫັດຮັບມືໂດຍໄວ ຫຼື QR Code ໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມ ​ເຊິ່ງຫຼັງຈາກສະແກນແລ້ວກໍ່ຈະສາມາດດາວໂຫຼດແຜນການປິ່ນປົວ ແລະ ແຜນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ສະບັບຫຼ້າສຸດຂອງຈີນສະບັບພາສາອັງກິດໄດ້, ລວມທັງຜົນການຄົ້ນຄວ້າຫຼ້າສຸດກ່ຽວກັບບັນຫາຕ່າງໆແລະບົດລາຍງານກ່ຽວກັບປະສົບການດ້ານການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ຂອງບັນດາແຂວງແລະນະຄອນຂອງຈີນ ແລະອື່ນໆ.
 

ເພື່ອຈັດຕັ້ງກອງປະຊຸມຄັ້ງນີ້, ພາກສ່ວນທີ່ກ່ຽວຂ້ອງຂອງຈີນໄດ້ກະກຽມວຽກງານລ່ວງໜ້າຢ່າງພຽງພໍ ເຊິ່ງບໍ່ພຽງແຕ່ໄດ້ຮິບໂຮມບັນຫາທີ່ເຂົາເຈົ້າສົນໃຈຈາກບັນດາຝ່າຍເທົ່ານັ້ນ, ຫາກຍັງໄດ້ພົບເຫັນຄວາມ​ບົກ​ຜ່ອງ​ບາງ​ຢ່າງທີ່ມີຢູ່ໃນພຶດຕິກຳຕົວຈິງຂອງ​ຝ່າຍທີ່ກ່ຽວຂ້ອງໂດຍຜ່ານການປຽບທຽບເອກະສານ.
 

ຕົວຢ່າງຄື: ມາດຕະຖານໃນການສັນນິຖານ​ເປັນຜູ້ທີ່​​ເຄີຍສຳຜັດກັບຜູ້ເປັນພະຍາດຢ່າງໃກ້ຊິດ ​ເຊິ່ງນີ້ກໍເປັນຕົວຢ່າງທີ່ຕ້ອງ​ໃຫ້​ຄວາມ​ສົນ​ໃຈ

ອີງຕາມປະສົບການຕົວຈິງຂອງຈີນ, ຜູ້ເປັນພະຍາດຈຳນວນໜຶ່ງໄດ້ມີລັກສະນະການແຜ່ລະບາດກ່ອນມີ​ອາການເປັນພະຍາດ 1 ຫາ 2 ວັນ ສະນັ້ນ, ຕ້ອງປັບມາດຕະຖານໃນການສັນນິຖານ​ວ່າຄົນ​ຈຳນວນ​ໃດ​ແດ່ເປັນຜູ້ທີ່​ໄດ້ສຳຜັດກັບຜູ້ເປັນພະຍາດຢ່າງໃກ້ຊິດ ​ໂດຍ​ການ​ສຳຫຼວດກວດກາ​ຄວນ​ເລີ່​ມ​ແຕ່ກ່ອນສອງວັນທີ່​ຜູ້​ເປັນ​ພະຍາດມີ​ອາການເປັນພະຍາດນັ້ນມີ​ໃຜຫຼາຍ​ແດ່​​ໄດ້​ສຳຜັດກັບ​ເຂົາຢ່າງ​ໃກ້ຊິດ ​ແຕ່​ທຳ​ອິດ​ແມ່ນ​ເລີ່​ມ​ແຕ່​ຜູ້​ເປັນ​ພະຍາດ​ນັ້ນ​ມີ​ອາການ​ເປັນ​ພະຍາດ​ແລ້ວ​. ແຕ່ວ່າຢູ່ຕ່າງປະເທດ ໂດຍສະເພາະແມ່ນປະເທດສະຫະພາບເອີຣົບ ພັດບໍ່ໄດ້ພິຈາລະນາເຖິງບັນຫານີ້ໂດຍທົ່ວໄປ ເຊິ່ງໄດ້ເຮັດໃຫ້ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ຂອງປະເທດເຫຼົ່ານີ້ເກີດມີບັນຫາຢ່າງຈະແຈ້ງ. ນີ້ກໍເປັນສາເຫດທີ່ສໍາຄັນຢ່າງໜຶ່ງ ທີ່ເຮັດໃຫ້ເອີຣົບກາຍເປັນເຂດທີ່ມີສະພາບການແຜ່ລະບາດຂອງພະຍາດ COVID-19 ຢ່າງໜັກໜ່ວງທີ່ສຸດໃນຫວ່າງມໍ່ໆມານີ້ທີ່ບໍ່ນັບລວມຈີນ.

ຜູ້ຊ່ຽວຊານຈີນຍັງໄດ້ໃຊ້ເສັ້ນປາລາໂບນມາຕອບຄຳຖາມກ່ຽວກັບ “ທ່າອ່ຽງຕ່າງໆຂອງການແຜ່ລະບາດຂອງພະຍາດ COVID-19 ພາຍໃຕ້​ແຜນການແລະມາດຕະການຕອບ​ໂຕ້ຕ່າງໆ”.
图片默认标题_fororder_微信图片_20200315232159

ເສັ້ນປາລາໂບນນີ້ໄດ້ສະແດງໃຫ້ເຫັນໂດຍກົງວ່າ: ໃນກໍລະນີທີ່ບໍ່ມີມາດຕະການຮັບມືເຂົ້າມາຈັດການ, ເສັ້ນປາລາໂບນຂອງການແຜ່ລະບາດຂອງພະຍາດ COVID-19 ຈະສູງຂຶ້ນຢ່າງເຫັນໄດ້ຊັດເຈນ; ສ່ວນໃນກໍລະນີມີ​ແຜນການ ຫລື ມາດຕະການເຂົ້າມາຈັດການ, ເສັ້ນດັ່ງກ່າວກໍຈະຕ່ຳລົງຢ່າງໝັ້ນທ່ຽງ. ສອງເສັ້ນດັ່ງກ່າວສະແດງໃຫ້ເຫັນເຫດຜົນອັນໜຶ່ງ ນັ້ນກໍຄື: ມາດຕະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ທີ່ເຄັ່ງຄັດໄດ້ຮັບປະສິດທິຜົນໃນຂອບເຂດທົ່ວໂລກ.
 

ການຕິດຕໍ່ພົວພັນລະຫວ່າງຜູ້ຊ່ຽວຊານຈີນກັບຕ່າງປະເທດຍັງໄດ້ກວມເຖິງຫຼາຍດ້ານ ເຊັ່ນ: ການຊຸກຍູ້ການໃສ່ຜ້າອັດປາກຢູ່ໃນສະຖານທີ່ສາທາລະນະ, ການເປັນພະຍາດຂອງຜູ້ເຖົ້າທີ່ບໍ່ຈະແຈ້ງ, ໂອກາດການໃຊ້ເຄື່ອງ ECMO, ການ​ໃຊ້​ເຄື່ອງ​ຊ່ວຍ​ຫາຍ​ໃຈ​​ເພື່ອ​ຟື້ນ​ຟູບົດບາດ​ລະບົບ​ຫາຍ​ໃຈ​ຂອງ​ຜູ້ເປັນ​ພະຍາດ ແລະດ້ານອື່ນໆ.
 

ໃນວິກິດການກ່ຽວກັບສະພາບການແຜ່ລະບາດຂອງພະຍາດ COVID-19 ທີ່ເກີດຂື້ນກັບໂລກ, ຈີນໄດ້ປະກອບສ່ວນໃຫ້ກັບທົ່ວໂລກຢ່າງບໍ່ເຫັນແກ່ຕົວ

ໃນຫຼາຍມື້ຜ່ານມາ, ຜູ້ຊ່ຽວຊານຈີນຍັງໄດ້ສົນທະນາຫຼືຈັດກອງປະຊຸມທາງອິນເຕີເນັດກັບຜູ້ຊ່ຽວຊານຂອງບັນດາປະເທດ ແລະ ເຂດແຄ້ວນໃນໂລກຕາມໆ​ກັນ ເຊັ່ນ: 10​ ປະເທດອາຊຽນ, 6 ປະເທດອາຊີກາງ, ປະເທດເກາະດອນໃນມະຫາສະໝຸດປາຊີຟິກ, ປະເທດເອີຣົບກາງ​ແລະ​ເອີຣົບຕາເວັນອອກ, ສະມາຄົມການຫາຍໃຈເອີຣົບ, ວິທະຍາ​ໄລແພດສາດຂອງມະຫາວິທະຍາໄລຮາເວີດອາເມຣິກາ ແລະອື່ນໆ ເພື່ອຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບບັນຫາການຄຸ້ມຄອງດ້ານ​ການ​ບົ່ງມະຕິ​ແລະປິ່ນປົວພະຍາດ, ການຮັບມືດ້ານສາທາລະນະສຸກ ແລະບັນຫາອື່ນໆ.  ປັດຈຸບັນ, ປະເທດນັບມື້ນັບຫຼາຍພວມໄດ້ໃຊ້ມາດຕະການທີ່ເປັນລະບົບ ໂດຍມີລັດຖະບານເປັນຜູ້ບັນຊາການທົ່ວສັງຄົມ ເພື່ອກຳນົດການປ້ອງກັນແລະຄວບຄຸມສະພາບການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມແຂງ.
 

ປະສົບການຂອງຈີນພວມໄດ້ຮັບການເຜີຍແຜ່ໃນຂອບເຂດທົ່ວໂລກ

ຕອນຄ່ຳວັນທີ 12 ມີນານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົນທະນາຜ່ານທາງໂທລະສັບກັບທ່່ານ ອານໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດຕາມຄຳເຊີນ. ທ່ານສີຈິ້ນຜິງໄດ້ສະແດງທ່າທີອີກຄັ້ງໜຶ່ງວ່າ: ຈີນຍິນດີແບ່ງປັນປະສົບການດ້ານການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ກັບປະເທດທີ່ກ່ຽວຂ້ອງ.
 

“ໃນໄລຍະມໍ່ໆມານີ້, ການແຜ່ລະບາດຂອງພະຍາດ COVID-19 ໄດ້ເກີດຂຶ້ນຢູ່ຫຼາຍປະເທດແລະເຂດແຄວ້ນຂອງໂລກ ເຊິ່ງເປັນສະຖານະການທີ່ເຮັດໃຫ້ຊາວໂລກມີຄວາມວິຕົກກັງວົນ. ປະຊາຄົມໂລກຄວນເລັ່ງລັດດຳເນີນການເຄື່ອນໄຫວ, ດຳເນີນການຮ່ວມມືສາກົນດ້ານການປ້ອງກັນແລະຄວບຄຸມຮ່ວມກັນຢ່າງມີປະສິດທິຜົນ, ເຕົ້າໂຮມພະລັງແຮງຮ່ວມກັນທີ່ເຂັ້ມແຂງເພື່ອເອົາຊະນະການແຜ່ລະບາດຂອງພະຍາດ COVID-19.”
 

ແຜນການຈີນທີ່​ສຳຄັນສະບັບດັ່ງກ່າວເປັນພຶດຕິກຳຕົວຈິງອີກຄັ້ງໃໝ່ຂອງຈີນໃນການປະຕິບັດຕົວ​ຈິງຕາມ​ແນວ​ຄວາມ​ຄິດປະຊາຄົມຮ່ວມຊາຕາກຳມວນມະນຸດ, ທັງເປັນການສະແດງໃຫ້ເຫັນການແບກຫາບໜ້າທີ່ແລະຄວາມຮັບຜິດຊອບຂອງປະເທດໃຫຍ່ປະເທດໜຶ່ງ. ທີ່ຈິງແລ້ວ, ໃນໄລຍະເລີ່ມຕົ້ນຂອງການແຜ່ລະບາດຂອງພະຍາດ COVID-19 ຮອບນີ້, ຈີນກໍໄດ້ເນັ້ນໜັກການຮ່ວມມືໂດຍຕະຫຼອດ ແລະ ກໍໄດ້ດຳເນີນການປະສານງານແລະຕິດຕໍ່ພົວພັນກັບໂລກດ້ວຍຄວາມເປັນເຈົ້າການ ແລະ ຕັ້ງໜ້າ.
 

ມາຮອດປັດຈຸບັນ, ທ່ານ ສີຈິ້ນຜິງ ໄດ້ສົນທະນາຜ່ານທາງໂທລະສັບກັບຜູ້ນຳຂອງ 10 ກວ່າປະເທດເຊັ່ນ: ຝຼັ່ງ, ເຢຍລະມັນ, ຊາອຸດິດ ອາຣັບບີ, ອາເມຣິກາ, ອິນໂດເນເຊຍ, ກາຕາ, ມາເລເຊຍ, ອັງກິດ, ສ.ເກົາຫຼີ, ປາກິສະຖານ ແລະອື່ນໆ ເຊິ່ງຈີນໄດ້ສົ່ງສັນຍານຢ່າງຕັ້ງໜ້າໃນການເອົາຊະນະການຕໍ່ສູ້ຕ້ານກັບການແຜ່ລະບາດຂອງພະຍາດ COVID-19 ໄດ້ຢ່າງແນ່ນອນ. ຂະນະດຽວກັນ, ທ່ານ ສີຈິ້ນຜິງ ຍັງໄດ້ເນັ້ນໜັກ​ແນວ​ຄວາມ​ຄິດປະຊາຄົມຮ່ວມຊາຕາກຳມວນມະນຸດ, ເນັ້ນໃຫ້ເພີ່ມທະວີການຮ່ວມມືສາກົນ, ເພື່ອປະກອບສ່ວນກຳລັງແລະແຜນການຂອງຈີນໃນການຮ່ວມກັນຕ້ານກັບການແຜ່ລະບາດຂອງພະຍາດ COVID-19 ທີ່ເກີດຂື້ນກັບໂລກ.
 

ຈີນໄດ້ແບ່ງປັນປະສົບການດ້ານການຕ້ານກັບການແຜ່ລະບາດຂອງພະຍາດ COVID-19 ຢ່າງສະເໝີຕົ້ນສະເໝີປາຍ. ຍ້ອນວ່າຊາຕາກຳຂອງມວນມະນຸດມີການພົວພັນກັນຢ່າງແໜ້ນແຟ້ນ, ທົ່ວໂລກຄວນຮັບມືຮ່ວມກັນ, ບໍ່ມີຜູ້ໃດສາມາດຫຼີກລຽງເຊື້ອພະຍາດໂດຍຕົວເອງໄດ້. ໃນໄລຍະທີ່ສຳຄັນ​ແບບ​ນີ້, ທົ່ວໂລກຕ້ອງຮ່ວມແຮງຮ່ວມໃຈກັນ. ຮ່ວມມືກັນຕ້ານກັບການແຜ່ລະບາດຂອງພະຍາດ, ບໍ່ຊະນະກໍບໍ່ຍອມເຊົາ!

ຄຳ​ເຫັນ

0