尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ຍາດ​ໂຄວິດ-19 ເກີດ​ຢູ່​ບ່ອນ​ໃດ? ຫວັງ​ວ່າ​ອາ​ເມ​ຣິ​ກາ​ສາ​ມາດ​ຕອບ​ຂໍ້​ສົງ​ໄສ​ຂອງ​ສາ​ທາ​ລະ​ນະ​ຊົນ​ດ້ວຍ​ຄວາມ​ຈິງ

2020-03-16 19:55:33 cri

ໃນ​ງານ​ຟັງ​ຄຳ​ໃຫ້ການ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19ທີ່​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ຈັດ​ຂຶ້ນ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ຮາ​ລີ ​ຣ​ດູ​ດາ ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ຖາມ​ວ່າ: “ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ເສຍ​ຊີ​ວິດ​ເບິ່ງ​​ຄື​ວ່າ​ຍ້ອນ​​ໄຂ້ຫວັດ​ໃຫຍ່, ແຕ່​ທີ່​ຈິງ​ແລ້ວ​ອາດ​ແມ່ນ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ແມ່ນ​ບໍ່?” ທ່ານ​ໂຣ​ເບີດ ​ເຣດ​ເຟວ ຫົວ​ໜ້າ​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ອາ​ເມ​ຣິ​ກາ​ຫຼື CDC ຕອບ​ວ່າ: “ທີ່​ຈິງ​ແລ້ວ​ມາ​ຮອດ​ປັດ​ຈຸ​ບັນ, ອາ​ເມ​ຣິ​ກາ​ໄດ້​ບົ່ງ​ມະ​ຕິ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ຫຼາຍ​ກໍ​ລະ​ນີ​ຍ້ອນ​ສາ​ເຫດ​ດັ່ງ​ກ່າວ.”
 

ຂ່າວ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຫາງ​ສຽງ​ປະ​ຊາ​ຊົນ​ມີ​ການ​ວິ​ພາກວິ​ຈານ​ກັນ​ຢ່າງ​ໜາ​ຫູ. ຄຳ​ຕອບ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ວ່າ​ອາ​ເມ​ຣິ​ກາ​ມີ​ສະ​ພາບ​ການ​ທີ່​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄ​ວິດ-19ແຕ່​ຖືກ​ບົ່ງ​ມະ​ຕິ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ໄຂ້​ຫວັດ​ໃຫຍ່, ໄດ້​ເປັນ​ຫຼັກ​ຖານ​ອີກ​ປະ​ການ​ໜຶ່ງທີ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ສົງ​ໄສວ່າ​ເຊື້ອ​ພະ​ຍາດ​ໂຄວິດ-19 ແມ່ນ​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ. ຄຽງ​ຄູ່​ກັບ​ອາ​ເມ​ຣິ​ກາ​​ເລີ່ມ​ເຜີຍ​ແຜບບ​ຈຸດ​ອ່ອນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຢ່າງ​ບໍ່​ຢຸດ​ຢັ້ງ, ​ບັນ​ດາປະ​ເທດ​ທີ່​ສົງ​ໄສວ່າ​ພະ​ຍາດ​ໂຄວິດ-19ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​​ກໍນັບ​ມື້​ນັບ​ຫຼາຍ​ຂຶ້ນ​ແລະ​ສຸມ​ສາຍ​ຕາ​ໃສ່​ອາ​ເມ​ຣິ​ກາ.
 

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, “ການ​ຄົ້ນ​ຄວ້າ​ທົ່ວ​ໂລກ” ເຊິ່ງ​ເປັ​ນ​ຄັງ​ປັນ​ຍາ​ຂອງ​ກາ​ນາ​ດາ​ໄດ້​ພິມ​ບົດ​ຄວາມ​ລົງ​ເວັບ​ໄຊ​ຂອງ​ຕົນ​. ບົດ​ຄວາມ​ໄດ້​ອ້າງ​ອີງ​ຕາມ​ຕົວ​ເລກ​ການວິ​ເຄາະ​ຂອງ​ນັກ​ລະ​ບາດ​ວິ​ທະ​ຍາເຂດ​ໄຕ້​ຫວັນ​ຈີນ​ຕໍ່​ແຫຼ່ງ​ກຳ​ເນີດ​ພະ​ຍາດ​ໂຄວິດ-19ຂອງ​ອີ​ຣານ​ແລະ​ອີ​ຕາ​ລີ​ເຊິ່ງ​ເປັນ​ປະ​ເທດ​ທີ່​ມີ​ພະ​ຍາດ​ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ, ​ໂດຍ​ຊີ້​ອອກວ່າ​ສອງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ເປີດ​ເຜີຍ​ລຳ​ດັບ​ແຊນ​ຂອງ​ເຊື້ອ​ພະ​ຍາດ​ທີ່​ແຜ່​ລະ​ບາດ​ຢູ່​ທ້ອງ​ຖິ່ນ, ວ່າ​ມັນ​ຕ່າງ​ກັນ​ກັບ​ລຳ​ດັບ​ແຊນຂອງ​ເຊື້ອ​ພະ​ຍາດ​ຢູ່​ຈີນ, ນີ້​ໝາຍຄ​ວາມ​ວ່າ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ບໍ່​ແມ່ນ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ຈີນ.
 

ນັກວິທະຍາສາດນັບມື້ນັບຫຼາຍໄດ້ມີການພົບເຫັນຫຼາຍກວ່າເກົ່າໂດຍຜ່ານການຄົ້ນຄວ້າ. ໃນວັນທີ 24 ມັງກອນປີນີ້, ວາລະສານ The Lancet  ໄດ້ເຜີຍແຜ່ບົດນິພົນການຄົ້ນຄວ້າບົດໜຶ່ງທີ່ຂຽນຮ່ວມໂດຍແພດໝໍປິ່ນປົວພະຍາດ 7 ທ່ານຈາກໂຮງໝໍຈິ່ນຢິນຖານນະຄອນອູຮັ້ນຂອງຈີນໃນເວັບໄຊຂອງຕົນ,ໂດຍຖືເອົາຜູ້ຖືກບົ່ງມະຕິເປັນພະຍາດອັກເສບປອດສາຍພັນໃໝ່(COVID-19) 41 ຄົນທີ່ໄດ້ຮັບການປິ່ນປົວຢູ່ໂຮງໝໍໃນໄລຍະເບື້ອງຕົ້ນເປັນຕົວຢ່າງການຄົ້ນຄວ້າ,ແລ້ວໄດ້ພົບເຫັນວ່າໃນນັ້ນມີຜູ້ເປັນພະຍາດ 13 ຄົນບໍ່ມີປະຫວັດການສຳຜັດກັບຕະຫຼາດສັດທະເລຫົວໜານ. ໃນວັນທີ 26 ມັງກອນປີນີ້,ວາລະສານວິທະຍາສາດ “Science” ໄດ້ພິມບົດຄວາມທີ່ພາດຫົວຂໍ້ວ່າ “ຕະຫຼາດສັດທະເລຫົວໜານອູຮັ້ນອາດຈະບໍ່ແມ່ນແຫຼ່ງກຳເນີດຂອງເຊື້ອພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ຫຼື COVID-19” ແລະໄດ້ອ້າງອີງຕາມທັດສະນະຂອງທ່ານ ດານິວ ລູຊີ ຜູ້ຊ່ຽວຊານດ້ານພະຍາດຕິດແປດຂອງມະຫາວິທະຍາໄລຈອດທາວ Georgetown ຂອງອາເມຣິກາໂດຍຊີ້ໃຫ້ເຫັນວ່າ: “ຜູ້ເປັນພະຍາດ 13 ຄົນດັ່ງກ່າວບໍ່ມີການພົວພັນໃດໆກັບຕະຫຼາດສັດທະເລດັ່ງກ່າວ,ນີ້ບໍ່ແມ່ນຈຳນວນໜ້ອຍ.” ທ່ານເຫັນວ່າ:ຖ້າຫາກເປັນສະພາບແບບນີ້,ແຫຼ່ງກຳເນີດຂອງເຊື້ອພະຍາດ COVID-19 ໃນເບື້ອງຕົ້ນອາດຈະແມ່ນສະຖານທີ່ແຫ່ງອື່ນ.
 

ປັດຈຸບັນ,ບັນດານັກວິທະຍາສາດໃນໂລກພວມເລັ່ງລັດຄົ້ນຄວ້າຫາຕົ້ນກຳເນີດຂອງເຊື້ອພະຍາດ. ປະຊາຄົມໂລກກໍມີຄວາມເຫັນຕ່າງກັນກ່ຽວກັບເລື່ອງນີ້. ແຕ່ຄວາມລະແວງສົງໄສແລະການຄາດເດົາທັງໝົດລ້ວນແຕ່ຕ້ອງຢູ່ບົນພື້ນຖານຈິດໃຈວິທະຍາສາດແລະມີເຫດຜົນຕາມຄວາມເປັນຈິງ,ຫາກບໍ່ແມ່ນປ່າວຂ່າວໂລເລເພື່ອຈຸດປະສົງໃດໜຶ່ງ,ເຊິ່ງສວຍໂອກາດໃສ່ຮ້າຍປ້າຍສີແລະໂຈມຕີຜູ້ອື່ນ. ຫວັງວ່າອາເມຣິກາຈະດຳເນີນການຮ່ວມມືກັບປະຊາຄົມໂລກບົນພື້ນຖານຫຼັກການທີ່ວິທະຍາສາດ,ວິຊາການແລະມີສະຕິໃນຂະນະທີ່ເຮັດວຽກປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ໃຫ້ດີ, ຊອກຮູ້ບັນຫາທີ່ສໍາຄັນຄື:ແຫຼ່ງກຳເນີດຂອງເຊື້ອພະຍາດແມ່ນຢູ່ໃສ,ເພື່ອຕອບຂໍ້ລະແວງສົງໄສຂອງຊາວໂລກດ້ວຍຄວາມຈິງ.

ຄຳ​ເຫັນ

0