ວັນທີ 16 ມີນານີ້, ທ່ານຢາງເຈຍສື ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມາທິການການຕ່າງປະເທດສູນກາງຈີນໄດ້ສົນທະນາຜ່ານທາງໂທລະສັບກັບທ່ານໄມ ພົມເພວ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ, ໂດຍໄດ້ກ່າວຢ່າງເຄັ່ງຂຶມວ່າ: ນັກການເມືອງອາເມຣິກາຈຳນວນໜຶ່ງໄດ້ກ່າວໂຈມຕີຈີນກ່ຽວກັບຄວາມພະຍາຍາມໃນການປ້ອງກັນແລະຄວບຄຸມພະຍາດຢູ່ຈີນເລື້ອຍໆ, ຕັ້ງຊື່ແນວບໍ່ດີໃຫ້ຈີນ ໂດຍຫວັງຈະທຳລາຍຊື່ສຽງຂອງຈີນ ເຊິ່ງເຮັດໃຫ້ປະຊາຊົນຈີນເກີດມີຄວາມຄຽດແຄ້ນທີ່ສຸດຕໍ່ເລື່ອງນີ້. ທ່ານກ່າວເນັ້ນວ່າ: ອາເມຣິກາຄວນດັດແກ້ຄວາມຜິດພາດຂອງຕົນທັນທີ ແລະ ຢຸດຕິການກ່າວໂຈມຕີຈີນຢ່າງໄຮ້ເຫດຜົນ. ຈີນຢາກບອກກັບອາເມຣິກາຢ່າງເຄັ່ງຂຶມວ່າ: “ເຈດຕະນາໃດໆທີ່ຢາກທຳລາຍບົດບາດຊື່ສຽງຂອງຈີນ ລ້ວນແຕ່ຈະບໍ່ສາມາດປະສົບຜົນສຳເລັດໄດ້, ການກະທຳໃດໆ ທີ່ເປັນການທຳລາຍຜົນປະໂຫຍດຂອງຈີນ ລ້ວນແຕ່ຈະຖືກຝ່າຍຈີນໂຕ້ຕອບຄືນຢ່າງເດັດຂາດ.”
ວັນທີ 17 ມີນານີ້, ໃນເວລາໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມຂອງນັກຂ່າວ ກ່ຽວກັບຜູ້ນຳອາເມຣິກາໄດ້ເອີ້ນເຊື້ອໄວຣັດໂຄວິດ-19 ເປັນ “ເຊື້ອໄວຣັດຈີນ”, ທ່ານກ່າວວ່າ: ນີ້ແມ່ນການກະທຳຕັ້ງຊື່ອັບປະມຸງຄຸນໃຫ້ຈີນ, ຈີນສະແດງຄວາມຄຽດແຄ້ນຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້. ນີ້ແມ່ນຝ່າຍຈີນໄດ້ກ່າວຕັກເຕືອນຝ່າຍອາເມຣິກາຢ່າງເຄັ່ງຂຶມແບບບໍ່ເຄີຍມີມາກ່ອນ ກ່ຽວກັບກໍລະນີທີ່ອາເມຣິກາຕັ້ງຊື່ອັບປະມຸງຄຸນໃຫ້ຈີນ ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ໄດ້ເຮັດໃຫ້ປະຊາຄົມໂລກມີຄວາມສົນໃຈນຳຢ່າງກວ້າງຂວາງ.
ຄົນທັງຫຼາຍຈະສາມາດເຂົ້າໃຈໄດ້ຕໍ່ຝ່າຍຈີນທີ່ມີຄວາມຄຽດແຄ້ນຕໍ່ການກະທຳຂອງອາເມຣິກາ ເພາະວ່າໜຶ່ງເດືອນຜ່ານມາ, ປະຊາຊົນຈີນໄດ້ເສຍສະຫລະຢ່າງຫລວງຫລາຍ ເພື່ອເປັນຮົ້ວກັ້ນດ່ານທຳອິດສຳລັບການປ້ອງກັນແລະຄວບຄຸມພະຍາດຂອງທົ່ວໂລກ ແລະຍາດໄດ້ໂອກາດອັນລ້ຳຄ່າເພື່ອໃຫ້ໂລກໄດ້ມີເວລາໃນການຕ້ານກັບການແຜ່ລະບາດຂອງພະຍາດ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມໂດຍທົ່ວໄປຈາກປະຊາຄົມໂລກ. ແຕ່ວ່າ, ຄົນຈຳພວກໜຶ່ງທີ່ຢູ່ອາເມຣິກາພັດບໍ່ໄດ້ໃສ່ໃຈນຳການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ, ຫາກໄດ້ສວຍໃຊ້ການແຜ່ລະບາດຂອງພະຍາດເປັນເຄື່ອງມື ໃນການດຳເນີນສົງຄາມຈິດຕະສາດ, ຍຸຍົງສົ່ງເສີມການຈຳແນກເຊື້ອຊາດ ແລະ ດຳເນີນການໂຈມຕີທາງ ການເມືອງພູມີພາກ. ການກະທຳຂອງເຂົາເຈົ້າແມ່ນຝືນກັບຫຼັກວິທະຍາສາດ ແລະ ຫຼັກການພາວະວິໄສ, ໄດ້ລະເມີດກັບຫຼັກການຕັ້ງຊື່ຂອງອົງການອະນາໄມໂລກ ທີ່ບໍ່ນຳເອົາເຊື້ອໄວຣັສໄປຜູກພັນກັບປະເທດ ຫຼື ເຂດແຄວ້ນໃດໜຶ່ງ. ການກະທຳແບບ “ຖິ້ມຄວາມຮັບຜິດຊອບໃຫ້ຈີນ” ແບບນີ້ ທີ່ຈິງແລ້ວ, ແມ່ນໄດ້ສະແດງໃຫ້ເຫັນເຖິງຈິດໃຈສັບສົນວຸ້ນວາຍ ຈຶ່ງຢາກຖິ້ມໂທດໃຫ້ຜູ້ອື່ນ.
ນັບແຕ່ອາເມຣິກາໄດ້ບົ່ງປະມະຕິພົບຜູ້ເປັນພະຍາດໂຄວິດ-19 ຜູ້ທຳອິດໃນວັນທີ 20 ມັງກອນປີນີ້ເປັນຕົ້ນມາ, ນັກການເມືອງອາເມຣິກາບໍ່ພຽງແຕ່ໄດ້ພາດໂອກາດປ້ອງກັນການແຜ່ລະບາດຂອງພະຍາດເທົ່ານັ້ນ, ການເປີດເຜີຍຂໍ້ມູນ, ການກວດຫາເຊື້ອໄວຣັສ, ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດຢູ່ຄຸ້ມຊຸມຊົນ ແລະ ການຮັບປະກັນສຸຂະພາບຂອງຊາວອາເມຣິກາ ກໍບໍ່ໄດ້ດຳເນີນເປັນຢ່າງດີ. ຍ້ອນວ່າມີຄວາມກັງວົນນຳການແຜ່ລະບາດຂອງພະຍາດທີ່ຮ້າຍແຮງຂຶ້ນ ແລະ ມາດຕະການປ້ອງກັນແລະຄວບຄຸມພະຍາດຂອງລັດຖະບານອາເມຣິກາບໍ່ໄດ້ຜົນ, ໃນໄລຍະມໍ່ໆມານີ້, ຕະຫຼາດຫຼັກຊັບອາເມຣິກາໄດ້ຕົກຕ່ຳລົງຢ່າງຫຼວງຫຼາຍ. ຕອນເຊົ້າຂອງວັນທີ 17 ມີນານີ້ຕາມເວລາປັກກິ່ງ, ຕະຫຼາດຫຼັກຊັບອາເມຣິກາໄດ້ຢຸດຕິການຊື້ຂາຍຫຸ້ນຊົ່ວຄາວເປັນຄັ້ງທີ 3 ພາຍໃນເວລາ 1 ອາທິດ.
ດ້ານໜຶ່ງແມ່ນຖືກກ່າວຕຳໜິຕິຕຽນ ຍ້ອນບໍ່ໄດ້ພະຍາຍາມໃນການປ້ອງກັນແລະຄວບຄຸມພະຍາດ, ອີກດ້ານໜຶ່ງແມ່ນຕະຫຼາດຫຼັກຊັບ ແລະ ເສດຖະກິດທີ່ໃຫ້ຄວາມສຳຄັນຢ່າງຍິ່ງພັດໄດ້ຊຸດໂຊມລົງເລື້ອຍໆ. ໂດຍຜະເຊີນໜ້າກັບວິກິດການ, ການປ່າວປະກາດອັນທີ່ວ່າ “ໄວຣັສຈີນ” ເພື່ອຫວັງຈະຖິ້ມຄວາມຮັບຜິດຊອບໃຫ້ຈີນ ໄດ້ກາຍເປັນທາງເລືອກແບບຟ້າວຟັງຂອງຄົນອາເມຣິກາຈຳນວນໜຶ່ງ.
ຄຽງຄູ່ກັບບັນຫາໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດຢູ່ອາເມຣິກາໄດ້ຖືກເປີດເຜີຍເລື້ອຍໆ, ນັກການເມືອງອາເມຣິກາໄດ້ພະຍາຍາມສຸດຂີດ ເພື່ອ “ສາດນ້ຳລາຍ” ໃສ່ຈີນ, ອາດຈະມີຄວາມໝາຍເລິກແລບອີກຢ່າງໜຶ່ງ ນັ້ນກໍຄື: ເພື່ອຢາກປິດບັງແຫຼ່ງກຳເນີດທີ່ແທ້ຈິງຂອງໄວຣັດ. ຫວ່າງມໍ່ໆມານີ້, ມີຫຼັກຖານນັບມື້ນັບຫຼາຍໄດ້ສະແດງໃຫ້ເຫັນວ່າ: ແຫຼ່ງກຳເນີດຂອງໄວຣັດໂຄວິດ-19 ອາດຈະຢູ່ອາເມຣິກາ. ໂດຍສະເພາະແມ່ນກ່ອນໜ້ານີ້ບໍ່ດົນ, ທ່ານໂຣເບີດ ເຣດຟີວດ໌ ຫົວໜ້າສູນປ້ອງກັນແລະຄວບຄຸມພະຍາດ ຫຼື CDC ອາເມຣິກາ ເຄີຍຍອມຮັບວ່າ: ຜູ້ເສຍຊີວິດຍ້ອນໄຂ້ຫວັດໃຫຍ່ຈຳນວນໜຶ່ງ ທີ່ຈິງແລ້ວ, ອາດຈະແມ່ນເສຍຊີວິດຍ້ອນຕິດແປດໄວຣັດໂຄວິດ-19, ນີ້ແຮ່ງເປັນຫຼັກຖານທີ່ພິສູດການຄາດເດົາຂອງວົງການຕ່າງປະເທດ ທີ່ວ່າ: ໄວຣັດໂຄວິດ-19 ອາດຈະແຜ່ລະບາດມາຈາກອາເມຣິກາ.
ປັດຈຸບັນ, ສະຖານະການຕ້ານກັັບພະຍາດໂຄວິດ-19 ໃນໂລກມີຄວາມສັບສົນແລະເຂັ້ມງວດຂື້ນ. ວັນທີ 16 ມີນານີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ປະເທດແລະເຂດແຄວ້ນອື່ນໆໃນໂລກໄດ້ມີຫຼາຍກວ່າຢູ່ຈີນແລ້ວ ໂດຍສະເພາະແມ່ນປະເທດເອີຣົບ ແລະ ອາເມຣິກາໄດ້ກາຍເປັນ “ເຂດທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໜັກໜ່ວງທີ່ສຸດ”, ປະຊາຄົມໂລກຮ່ວມມືກັນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກາຍເປັນວຽກງານອັນຮີບດ່ວນໃນປັດຈຸບັນ. ໃນເວລາສຳຄັນທີ່ສຸດແບບນີ້,ນັກການເມືອງບາງຄົນຂອງອາເມຣິກາພັດໄດ້ຖິ້ມຄວາມຮັບຜິດຊອບໃຫ້ຈີນຢ່າງເອົາເປັນເອົາຕາຍ, ຈົນວ່າໄດ້ເຈດຕະນາຈ່າຍເງິນ 1 ຕື້ໂດລາສະຫະລັດໃຫ້ແກ່ບໍລິສັດຜະລິດຢາຂອງເຢຍລະມັນແຫ່ງໜຶ່ງ, ເພື່ອມີຂໍ້ຜູກພັນວ່າ: ຢາວັກແຊັງທີ່ບໍລິສັດດັ່ງກ່າວຜະລິດແມ່ນ “ຕ້ອງສະໜອງໃຫ້ແຕ່ອາເມຣິກາເທົ່ານັ້ນ”, ການກະທຳທີ່ບໍ່ມີຄວາມຮັບຜິດຊອບແລະເຫັນແກ່ຕົວແບບນີ້ພວມກາຍເປັນກຳລັງທຳລາຍທີ່ມີຕໍ່ການຮ່ວມມືໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນສາກົນ, ທັງກາຍເປັນ “ເຊື້ອພະຍາດການເມືອງ” ເຊິ່ງຈຳເປັນຕ້ອງໄດ້ກໍາຈັດໂດຍດ່ວນໃຫ້ໝົດສີ້ນໄປຈາກໂລກ. ທ່ານ ເຮໂຄ ໂຈເຊັຟ ມັສ ລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນໄດ້ກ່າວຢ່າງຈະແຈ້ງໃນວັນທີ 16 ມີນານີ້ວ່າ: “ເຢຍລະມັນບໍ່ຂາຍສິດທິບັດກ່ຽວກັບຜົນຄົ້ນຄວ້າຢາວັກແຊັງ”. ໜັງສືພິມບອນຂອງເຢຍລະມັນໄດ້ລົງພິມບົດວິຈານໂດຍກ່າວວ່າ, ແຜນການຂອງອາເມຣິກາໄດ້ສະແດງໃຫ້ຊາວໂລກເຫັນໂສມໜ້າທີ່ອັບປະລັກຂອງວໍຊິງຕັນ.
ຈີນເຕືອນໃຫ້ນັກການເມືອງບາງຄົນຂອງອາເມຣິກາຄວນຮັບຮູ້ສະຖານະການຢ່າງຈະແຈ້ງ, ບໍ່ຄວນປະເມີນໃນລະດັບຕ່ຳຕໍ່ຄວາມຕັດສິນໃຈຂອງຈີນໃນການປົກປັກຮັກສາຊື່ສຽງແລະຜົນປະໂຫຍດຂອງຕົນ. ເຊື້ອພະຍາດແມ່ນມາຈາກໃສກັນແທ້? ຈະສາມາດຮູ້ໄດ້ຢ່າງແນ່ນອນຈາກຜົນການຄົ້ນຄວ້າທາງວິທະຍາສາດ. ນັກການເມືອງຂອງອາເມຣິກາທີ່ຫວັງຢາກເສື່ອມເສຍຊື່ສຽງຈີນແລະຖິ້ມໂທດໃສ່ຈີນ, ຈະຕ້ອງປະລາໄຊເມື່ອປະເຊີນກັບຄວາມເປັນຈິງ, ບໍ່ພຽງແຕ່ຈະບໍ່ສາມາດຖິ້ມຄວາມຮັບຜິດຊອບຂອງຕົນໃຫ້ຜູ້ອື່ນໄດ້ເທົ່ານັ້ນ, ຫາກຍັງຈະເປັນການເປີດເຜີຍຄວາມໄຮ້ສິນທຳຂອງຕົນຍ້ອນຖືການຕົ້ມຕົວະແລະຫຼອກລວງຜູ້ອື່ນເປັນອາຈິນອີກດ້ວຍ!
ຄຳເຫັນ
0