尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດຖະກິດຈີນມີທ່າອ່ຽງແຫ່ງການພັດທະນາໄປໃນທິດທາງທີ່ດີແລະບໍ່ໄດ້ປ່ຽນແປງ

2020-03-18 17:24:18 cri

ຫວ່າງມໍ່ໆມານີ້, ທ່ານ ຕີມຄຸກ ປະທານຄະນະກຳມະການບໍລິການຫຼື CEO ຂອງບໍລິສັດ Apple ໄດ້ອອກຖະແຫຼງການ ໂດຍໄດ້ປະກາດຈະຢຸດຕິການດຳເນີນງານຂອງຮ້ານຈຳໜ່າຍສາຂາທັງໝົດໃນໂລກແຕ່ຍົກເວັ້ນສາຂາໃນແຜ່ນດິນໃຫຍ່ຈີນຈົນຮອດວັນທີ 27 ມີນານີ້,ແລະກອງປະຊຸມຜູ້ພັດທະນາທີ່ກຳນົດຈະຈັດຂຶ້ນໃນເດືອນມິຖຸນາປີນີ້ໄດ້ໃຫ້ດຳເນີນຜ່ານທາງອິນເຕີເນັດ,ເພື່ອຫຼຸດຜ່ອນຄວາມສ່ຽງດ້ານການແຜ່ລະບາດຂອງພະຍາດໂຄວິດ-19. ຖະແຫຼງການສະບັບດັ່ງກ່າວໄດ້ເຜີຍໃຫ້ຮູ້ຂໍ້ມູນໃນສອງດ້ານ: ໜຶ່ງ,ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ລາມຢູ່ໃນທົ່ວໂລກ,ໄດ້ມີຜົນກະທົບຕໍ່ເສດຖະກິດນັບມື້ເພີ່ມຂຶ້ນເລື້ອຍໆ. ສອງ,ຄຽງຄູ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖືກຄວບຄຸມຢ່າງເຂັ້ມແຂງ,ເສດຖະກິດຈີນໄດ້ເລັ່ງລັດການຟື້ນຟູຄວາມເປັນປົກກະຕິຢ່າງເປັນລະບຽບຮຽບຮ້ອຍ.
 

ການຜະລິດມືຖືຂອງບໍລິສັດ Apple ແມ່ນອາໄສໂຮງງານຂອງຈີນເປັນພື້ນຖານ,ການເປີດຮ້ານສາຂາຢູ່ຈີນຄືນໃໝ່ໝາຍເຖິງຕ່ອງໂສ້ການສະໜອງຂອງບໍລິສັດດັ່ງກ່າວ ພວມຟື້ນຟູສູ່ສະພາບປົກກະຕິຄືນໃໝ່. ນີ້ກໍເປັນປະກົດການທີ່ສະແດງໃຫ້ເຫັນວ່າເສດຖະກິດຈີນໄດ້ເລັ່ງລັດຟື້ນຟູສູ່ສະພາບປົກກະຕິຄືນໃໝ່.
 

ວິທີແກ້ໄຂມັກຈະມີຫຼາຍກວ່າຄວາມຫຍຸ້ງຍາກ. ໃນໄລຍະຕໍ່ໜ້າ,ຈີນຈະສືບຕໍ່ປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງບໍ່ລົດລະ,ດຳເນີນການຮ່ວມມືດ້ານການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນສາກົນຢ່າງຕັ້ງໜ້າ,ພ້ອມທັງວາງນະໂຍບາຍມະຫາພາກທີ່ມີພະລັງແຮງຫຼາຍກວ່າເກົ່າເພື່ອຢັບຢັ້ງຄວາມສ່ຽງ. ຂະນະດຽວກັນ,ຈີນຈະນຳໃຊ້ທ່າແຮງດ້ານຕະຫຼາດອັນໃຫຍ່ຫຼວງຢ່າງຕັ້ງໜ້າ,ເປີດກວ້າງຄວາມຕ້ອງການດ້ານການບໍລິໂພກແລະການລົງທຶນ,ເພີ່ມພະລັງແຮງດ້ານການປະຕິຮູບແລະເປີດປະຕູຕື່ມອີກ,ພັດທະນາການຄ້າແລະການລົງທຶນຂອງຕ່າງປະເທດຢ່າງຕັ້ງໜ້າ.
 

ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ: ໂດຍອາໄສຄວາມຕັດສິນໃຈທີ່ເດັດດ່ຽວໜຽວແໜ້ນແລະຈິດໃຈອົດທົນອົດກັ້ນທີ່ເຂັ້ມແຂງ,ຈີນບໍ່ພຽງແຕ່ຈະສາມາດເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງວ່ອງໄວເທົ່ານັ້ນ,ຫາກຍັງຈະຟື້ນຟູຄວາມເປັນລະບຽບຮຽບຮ້ອຍທາງເສດຖະກິດຄືນໃໝ່ໂດຍໄວອີກດ້ວຍ ເຊິ່ງນີ້ບໍ່ພຽງແຕ່ມີຜົນດີຕໍ່ຜົນປະໂຫຍດຂອງປະຊາຊົນຈີນເທົ່ານັ້ນ,ແຕ່ຍັງຈະເປັນການປະກອບສ່ວນທີ່ສຳຄັນຕໍ່ໂລກອີກດ້ວຍ.

ຄຳ​ເຫັນ

0