黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ປິດ​ບັງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫຼື​ບໍ່ ໃຫ້​ຜູ້​ຊ່ຽວ​ຊານ WHO ມາ​ເວົ້າ​ສູ່​ຟັງ

2020-03-20 09:16:18 cri

ພາຍຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ, ນັກ​ການ​ເມືອງ ແລະ ສື່ມວນ​ຊົນ​ຈຳນວນ​ໜຶ່ງ​ຂອງອາ​ເມ​ຣິ​ກາ​ໄດ້​ຕຳ​ໜິ​ຢ່າງ​ຂາດຫຼັກຖານ​ອ້າງ​ອີງວ່າ “ຈີນ​ໄດ້​ປິດ​ບັງ​ສະ​ພາບ​ການ​ແຜ່​ລະ​ຂອງ​ພະ​ຍາດ” ​ໂດຍມີ​ເຈດ​ຕະ​ນາຢາກ​ຖິ້ມຄວາມຮັບ​ຜິດ​ຊອບ​​ທັງ​ໝົດໃຫ້​ຈີນ. ແຕ່​ທ່ານ​ກາວ​ເດັນ ກາ​ເລຍ ຜູ້​ຕາງ​ໜ້າ​ຊັ້ນ​ສູງ​ ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ປະ​ຈຳ​ຈີນທີ່​ໄດ້​ເຂົ້າ​ຮ່ວມ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ຈີນ ​ໄດ້​​ເປີດ​ເຜີຍ​ຄຳຫຼອກລວງ​ດັ່ງ​ກ່າວ​ໃນ​ມໍ່ໆ​ມາ​ນີ້.

​ທ່ານ​ກາວ​ເດັນ ກາ​ເລຍກ່າວ​ວ່າ, ວັນ​ທີ 31 ທັນ​ວາ​ປີ​ຜ່ານ​ມາ, ກໍ​ຄື​ຕອນ​ຄ່ຳ​ ​ຂອງມື້ກ່ອນ​​ຈ​ະ​ປິດ​ຕະຫຼາດ​ອາຫານ​ທະ​ເລ​ຮ​ວາ​ນານ​ນະ​ຄອນ​ອູ​ຮັ້ນ, WHO ກໍ​ໄດ້​ຮັບ​ການ​ແຈ້ງ​ການ​ບໍ່​ເປັນ​ທາງ​ການ​ຈາກ​ຈີນ. ວັນ​ທີ 1 ມັງ​ກອນປີ​ນີ້, WHO ໄດ້​ຈັດ​ກອງ​ປະ​ຊຸມ​ຜ່ານ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ປະ​ຈຳ​ຈີນ, ຫ້ອງ​ການ​ສຳນັກງານປະຈຳພາກ​ພື້ນ ແລະ ສຳ​ນັກ​ງານ​ໃຫຍ່ທີ່​ເຊີ​ແນວ ພ້ອມ​ທັງ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ງານ​ຮັບ​ມື ກ່ອນ​ທີ່​ຈີນລາຍ​ງານ​ໃຫ້​ຮູ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 3 ມັງ​ກອນປີ​ນີ້. ວັນ​ທີ 20 ແລະ 21 ​ເດືອນ​ດຽວ​ກັນ, ພະ​ນັກ​ງານ​ໃນ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ປະ​ຈຳ​ຈີນ​ຂອງ WHO ໄດ້​ເດີນທາງ​ໄປ​ສຳຫຼວດ​ຢູ່​ນະ​ຄອນ​ອູ​ຮັ້ນ.

ລາຍ​ລະ​ອຽດ​ທີ່​ທ່ານ​ກາວ​ເດັນ ກາ​ເລຍ​ເປີດ​ເຜີຍ​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ແບ່ງ​ປັນ ແລະ ລາຍ​ງານ​ຂໍ້​ມູນ​ກັບ​ WHO ຢ່າງ​ທັນ​ການ, ​ເຊິ່ງ​ເປັນ​ການສ້າງ​ພື້ນ​ຖານ​ໃຫ້​ແກ່​ອົງ​ການ​ດັ່ງ​ກ່າວ​ດຳ​ເນີນ​ການ​ວິ​ເຄາະ​ຢ່າງ​ຖືກ​ຕ້ອງ, ປະ​ເມີນ​ທ່ວງ​ທ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະ ສົ່ງ​ສັນ​ຍານ​ເຕືອນ​ໄພ​​ໄປ​ສູ່​ທົ່ວ​ໂລກ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃນ​ຂັ້ນ​ຕໍ່​ໄປ​ຢ່າງ​ຖືກ​ຕ້ອງ. ຈີນ​ໄດ້​ກໍ່​ຮົ້ວ​ຮອບ​ທຳ​ອິດ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ ດ້ວຍ​ຄວາມ​ພະ​ຍາ​ຍາມ ແລະ ການ​ເສຍ​ສະຫຼະ​ອັນ​ມະ​ຫາ​ສານ.

ປັດ​ຈຸ​ບັນ, ຈີນສາມາດ​ສະ​ກັດ​ກັ້ນ​ທ່ວງ​ທ່າ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້ແລ້ວ. ວັນ​ທີ 18 ມີ​ນາ​ນີ້, ແຂວງ​ຫູ​ເປີຍ ທີ່​ເປັນ​ໃຈ​ກາງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ຈີນ​ບໍ່​ໄດ້​ພົບ​ເຫັນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່. ແຕ່​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ອາ​ເມ​ຣິ​ກາ​ພັດ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ.

ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ບໍ່​​ມີ​ທ່າ​ທີ​ອັນຕັ້ງ​ໜ້າ ແລະ ນ້ຳ​ໃຈ​ຮັບ​ຜິດ​ຊອບ ​ໃນ​ການຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ໄລ​ຍະ​ຕົ້ນ, ມີ​ການ​ກະ​ທຳ​ຊັກ​ຊ້າ​ໃນ​ການ​ວັດ​ແທກ, ຕິດ​ຕາມ​ຜູ້​ເປັນ​ພະ​ຍາດ ແລະ ເປີດ​ເຜີຍ​ຂໍ້​ມູນ ເຊິ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ປະ​ເທດ​ຕົນ​ຂາດ​ສະ​ຕິ​ລະ​ວັງ​ຕົວຕໍ່​ພະຍາດ​ດັ່ງກ່າວ, ​ນີ້​ເປັນ​ຄວາມ​ຈິງ​ທີ່​ປິດ​ບັງ​ບໍ່​ໄດ້. ໃນ​ຕົ້ນ​ເດືອນ​ມີ​ນາ​ນີ້, ສູນປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ອາ​ເມ​ຣິ​ກາ​​ໄດ້ປະ​ກາດ​ຢຸດ​ຕິ​ການ​ເປີດ​ເຜີຍ​ຈຳ​ນວນ​ຄົນ​ຮັບ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໃນ​ທົ່ວ​ປະ​ເທດ ແລະ ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ຂອງ​ລັດ​ຕ່າງໆ. ການ​ກະ​ທຳ​ທີ່​ຝື​ນກັບຫຼັກ​ການ​ເປີດ​ເຜີຍ ແລະ ໂປ່ງ​ໃສ​ດັ່ງ​ກ່າວ ເປັນ “ການ​ປິດ​ບັງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ” ທີ່​ແທ້​ຈິງ ເຊິ່ງ​ຖືກ​ຫາງ​ສຽງ​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ​ກ່າວ​ຕຳ​ໜິ​ຢ່າງກວ້າງ​ຂວາງ.

ຈາກ​ການ​ປິດ​ບັງ​ຂໍ້​ມູນ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ປະ​ເທດ​ຕົນ, ຮອດ​ອອກ​ຄຳ​ສັ່ງ​ເກືອດ​ຫ້າມ​ຕໍ່​ປະ​ເທດ​ອື່ນ​ຕາມ​ລຳ​ພັງ​ໃຈ, ຈົນ​ເຖິງ​ເອີ້ນ​ໄວ​ຣັ​ສ​ໂຄວິດ-19 ເປັນ “ເຊື້ອ​ໄວ​ຣັ​ສ​ອູ​ຮັ້ນ” ແລະ “ເຊື້ອ​ໄວ​ຣັ​ສ​ຈີນ”, ນັກ​ການ​ເມືອງ​ຈຳ​ນວນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ພວມ​ກາຍ​ເປັນ​ກຳ​ລັງ​ທີ່​ທຳ​ລາຍ​ການ​ຮ່ວ​ມ​ມືກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ທົ່ວ​ໂລກ.

ປັດ​ຈຸ​ບັນ​ນີ້, ສະ​ຖາ​ນະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່ວ​ໂລກ​ຍັງ​ຂ້ຽວ​ຂາດ​ທີ່​ສຸດ, ຄວາມສາ​ມັກ​ຄີ​ ແລະ ການຮ່ວມ​ມື​ກັນ ຈິ່ງ​ແມ່ນ​ອາ​ວຸດ​ທີ່​ແຫຼມ​ຄົມ​ທີ່​ສຸດ ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ຄຳ​ເຫັນ

0