蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂດ​ໂນ ທ​ຣຳ​ປ່ຽນ​ຖ້ອຍ​ຄຳ​ຂອງ​ຕົນເພື່ອ​ບັດ​ເລືອກ​ຕັ້ງ​ ແລະ ເຄື່ອງ​ຊ່ວຍ​ຫາຍ​ໃຈ

2020-03-26 13:08:04 CRI

ໃນຫຼາຍ​ມື້​ມໍ່ໆ​ມາ​ນີ້, ການ​ຕໍ່​ສູ້​ກັນ​ດ້ວຍ​ຖ້ອຍ​ຄຳ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​ໄດ້​ມີ​ການ​ປ່ຽນ​ແປງໄປ. ວັນ​ຈັນ, ທ່ານ​ໄມ ເພນ​ສ໌ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ເມື່ອທ່ຽບ​ໃສ່​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ອະ​ດີດ​ແລ້ວ, ໃນປະຈຸບັນ ຄວາມ​ພະ​ຍາ​ຍາມ​ຂອງ​ຈີ​ນ​ໃນ​ດ້ານ​ນີ້​ “ເປີດ​ເຜີຍແລະໂປ່ງ​ໃສ​ກວ່າ​ເກົ່າ”. ມື້​ດຽວ​ກັນ, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ພິມ​ຂໍ້ຄວາມລົງ​ໃສ່ສື່ສັງ​ຄົມ​ອອນ​ລາຍ​, ຕອນນີ້ທ່ານພຽງ​ແຕ່​ໃຊ້​ຄຳ​ສັບ “ເຊື້ອ​ໄວ​ຣັ​ສ” ມາ​ບັນຍາຍ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຄັ້ງ​ນີ້ ​ແລະ ​ໄດ້ຫຼີກ​ລ່ຽງການໃຊ້​ຄຳ​ສັບ​ “ໄວ​ຣັ​ສ​ຈີນ” ທີ່​ທ່າ​ນ​ເຄີຍ​ໃຊ້​ມາ​​ກ່ອນນັ້ນ.

ນັບ​ແຕ່​ທ່ານ​ໂດ​ໂນ ທ​ຣຳ​ໃຊ້​ຄຳ​ສັບ “ໄວ​ຣັ​ສ​ຈີນ” ເປັນ​ຕົ້ນ​ມາ, ມີ​ການ​ລາຍ​ງານ​ຂ່າວຫຼາຍ​ເທື່ອ​ທີ່​ວ່າ: ມີ​ຊາວ​ຈີນແລະຊາວ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ຈີນຫຼາຍ​ຄົນໄດ້​ຖືກ​ກໍ່​ກວນຫຼືຂົ່ມ​ເຫັງ​ຢູ່​ຕາມ​ທ້ອງ​ຖະ​ໜົນໃນປະເທດ​ອາ​ເມ​ຣິ​ກາ.

ປັດ​ຈຸ​ບັນ, ທ່ານ​ໂດ​ໂນ ທ​ຣຳ​ໄດ້​ຜະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​ທາງ​ການ​ເມືອງ​ນັບ​ມື້​ນັບຫຼາຍ​ຂຶ້ນ. ເວັບ​ໄຊ​ຂ່າວ Vox ລາຍ​ງານ​ວ່າ: ກຸ່ມ​ພົນ​ລະ​ເມືອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່ອາ​ເມ​ຣິ​ກາທີ່ມີ​ເຊື້ອ​ສາຍ​ອາ​ຊີ​ນັບ​ມື້​ນັບຫຼາຍ​ຂຶ້ນ ແລະ ໄດ້​ສະ​ແດງ​ບົດ​ບາດ​ທີ່​ປະ​ໝາດ​ບໍ່​ໄດ້​ແທ້ໆ​ໃນ “ລັດ​ທີ່​ມີ​ສຽງ​ສະ​ໜັບ​ສະ​ໜູນ​ເທົ່າ​ທຽມ​ກັນ”. ສຳລັບ​ພັກ​ເດ​ໂມ​ແຄ​ຣດ ແລະ ພັກ​ຣີພັບບລິກັນຂອງອາ​ເມ​ຣິ​ກາ​ລ້ວນ​ແຕ່​ຕ້ອງການຍາດ​ແຍ່ງ​ສຽງ​ສະ​ໜັບ​ສະ​ໜູນ​ຈ​າກ​ເຂົາ​ເຈົ້າ. ຊ່ອງ​ຂ່າວ NBC ລາຍ​ງານ​ວ່າ: ຢູ່​ບາງ​ທ້ອງ​ຖີ່ນ, ພົນ​ລະ​ເມືອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຊື້ອ​ສາຍ​ອາ​ຊີ​ຈະ​ສາມາດຕັດ​ສິນ​ໄດ້​ວ່າ: ຜູ້​ໃດ​ຈະ​ເປັນ​ຜູ້​ຊະ​ນະການເລືອກຕັ້ງ.

ໃນ​ເວ​ທີ​ສາ​ກົນ, ການ​ເປັນມິດກັບຈີນ​ກໍ​ນັບ​ມື້​ນັບ​ມີ​ຄວາມ​ໝາຍ​ສຳ​ຄັນຫຼາຍ​ຂຶ້ນ. ​ເວົ້າ​ໂດຍ​ຫຍໍ້​ແລ້ວ ຄື: ອາ​ເມ​ຣິ​ກາ​ບໍ່​ມີ​ວັດ​ຖຸ​ອຸ​ປະ​ກອນ​ທີ່​ພຽງ​ພໍ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ທ່ານ​ອັນ​ດ​ຣູໂກ​ໂມ ເຈົ້າ​ຄອງ​ລັດ​ນິວຢອກ​ໄດ້​ກ່າວ​ຕໍ່​ລັດ​ຖະ​ບານ​ສ​ະ​ຫະ​ລັດ​ໂດຍ​ກົງ​ວ່າ: ຖ້າ​ບໍ່​ເພີ່ມ​ຈຳ​ນວນ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ໃຫ້​ແກ່​ນະ​ຄອນ​ນິວຢອກ, “ປະ​ຊາ​ກອນ 26 ພັນ​ຄົນ​ຈະ​ຕ້ອງ​ນອນ​ລໍຖ້າເສຍ​ຊີ​ວິດ”. ອາ​ເມ​ຣິ​ກາ​​ຢາກ​ນຳ​ເຂົ້າ​ຜ້າ​ປິດ​ປາກແລະວັດ​ຖຸ​ອຸ​ປະ​ກອນ​ປ້ອງ​ກັນ​ພະ​ຍາດ​ຈາກ​ຈີນ. ໃນ​ຖາ​ນະ​ເປັນ​ປະ​ເທດ​ນຳ​ເຂົ້າ​ອຸ​ປະ​ກອນ​ການ​ແພດຈາກຈີນຫຼາຍ​ທີ່​ສຸດ​, ອາ​ເມ​ຣິ​ກາ​ຈຶ່ງຢາກຮັກ​ສາ​ການ​ພົວ​ພັນ​ທີ່​ດີ​ກັບ​ຈີນ​ໃນ​ໄລ​ຍະທີ່​ເກີດ​ວິ​ກິດ​ການ​ແບບ​ນີ້ ແລະ ນີ້ກໍ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ. ຈີນ​ກໍ​ໄດ້​ສະ​ແດງ​ທ່າ​ທີ​ຢ່າງ​ຈະ​ແຈ້ງວ່າ: ຖ້າ​ປະ​ເທດ​ໃດ​ມີ​ຄວາມ​ຕ້ອງ​ການການຊ່ວຍເຫລືອຈາກຈີນ, ຈີນ​ກໍຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ນັ້ນ.

ການ​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ແຊງ​ ​ແລະ ການ​ຄວບ​ຄຸມ​ພະ​ຍາດ​ລ້ວນ​ແຕ່​ເປັນ​ວຽກ​ງານ​ທີ່​ຕ້ອງ​ການ​ເວ​ລາ​ຫລາຍສົມຄວນ, ຕ້ອງ​ການ​ການ​ສະ​ໜອງ​ອຸ​ປະ​ກອນທາງ​ການ​ແພດແລະຢຸກຢາທີ່​ໝັ້ນ​ທ່ຽງ ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ສອງ​ປະ​ເທດ​ຈີນ​ແລະ​ອາ​ເມ​ຣິ​ກາ​ຮັກ​ສາ​ການ​ພົວ​ພັນ​ວຽກ​ງານກັນ​ໃຫ້ໝັ້ນ​ທ່ຽງ​ ຈະ​ເປັນ​ເລື່ອງ​ທີ່ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ. ແຕ່​ຖ້າ​ຍັງສືບຕໍ່ເອີ້ນ​ພະ​ຍາດ​ຮ້າຍ​ແຮງ​ດັ່ງ​ກ່າວ​ເປັນ “ເຊື້ອ​ໄວ​ຣັ​ສ​ຈີນ” ແນ່ນອນແລ້ວແມ່ນຈະ​ບໍ່​ສົ່ງຜົນ​ດີ​ຫຍັງໝົດ ເພື່ອຊ່ວຍ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​.

ຄຳ​ເຫັນ

0