黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຕໍ່ຕ້ານ​ຈີນ​ມາເປັນ​​ເວລາ​ຍາວນານ ເຮັດ​ໃຫ້​ປະ​ເທດ​ຕາ​ເວັນ​ຕົກ​ຕົກ​ຢູ່ໃນ​ໄພພິບັດ​ໃນ​ປັດ​ຈຸ​ບັນ

2020-03-27 16:47:37 cri

ການຕໍ່ຕ້ານ​ຈີນ​ມາ​ເປັນ​ເວລາ​ຍາວນານ, ເຮັດ​ໃຫ້​ປະ​ເທດ​ຕາ​ເວັນ​ຕົກ​ຕົກ​ຢູ່​ໃນ​ໄພພິບັດ​ຄັ້ງ​ໃຫຍ່ໃນ​ປັດ​ຈຸ​ບັນ. ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ​ ຈອນ ໂຣສ, ອະ​ດີດ​ຫົວ​ໜ້າອົງການ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ແລະ​ການ​ຄ້າ​ອັງ​ກິດ.

ທ່ານ​ອີ​ແອນ ຈອນສັນ ຜູ້​ໄດ້​ຮັບ​ລາງວັນຂ່າວ​ດີ​ເດັ່ນ The pulitzer ກ່າວ​ວ່າ: ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​​ເຕັມ​ໄປ​ດ້ວຍ​ແນວຄິດອະ​ຄະ​ຕິ​ຕໍ່​ລະ​ບົບ​ການ​ເມືອງ​ຂອງ​ຈີນ, ສົ່ງ​ຜົນ​ເຮັດ​ໃຫ້​ເຂົາ​ເຈົ້າປະ​ເມີນ​ຕ່ຳ​ໄປ​ຕໍ່ຮູບ​ແບບ​ການ​ປະຕິບັດ​ການຂອງ​ຈີນທີ່​ມີຄຸນ​ຄ່າ​ແລະ​ມີຄວາມ​ໝາຍຕໍ່​ປະ​ເທດ​ຕົນ​.

ເປັນ​ຫຍັງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄັ້ງ​ນີ້​ຈຶ່ງ​ເປັນໄພ​ພິ​ບັດອັນ​ໜັກ​ໜ່ວງ​ປານ​ນີ້ຕໍ່​ປະ​ເທດ​ເອີຣົບ​ແລະ​ອາ​ເມຣິກາ? ສາ​ເຫດ​ສຳ​ຄັນອັນ​ໜຶ່ງ​ກໍ​ຄື​ປະ​ເທດ​ຕາ​ເວັນ​ຕົກ “ຕໍ່ຕ້ານ​ຈີນມາເປັນ​ເວລາ​ຍາວນານ”. ໃນ​ເວ​ລາ​ນະ​ຄອນ​ອູ​ຮ້ານ​ປິດ​ທາງເຂົ້າ​ອອກ​ເມືອງ, ນັກ​ການ​ເມືອງ​ແລະ​ສື່ມວນ​ຊົນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ພາ​ກັນ​ໂຈມ​ຕີ​ປະ​ເທດ​ຈີນ​ວ່າ: “ຈີນ​ສະ​ກັດ​ກັ້ນ​ເສ​ລີ​ພາບ​, ປະ​ຊາ​ຊົນ​ຈີນ​ຂາດສິດ​ທິ​ມະ​ນຸດ.” ໃນ​ເວ​ລາ​ທີ່​ຈີນ​ພະຍາຍາມ​ຢ່າງສຸ​ດ​ຂີດ​ເພື່ອ​ຕໍ່​ຕ້ານ​ກັບການ​ແຜ່​ລະ​ບາ​ດ​ຂອງ​ພະ​ຍາດ, ນັກ​ການ​ເມືອງ​ແລະ​ສື່ມວນ​ຊົນ​ປະ​ເທດ​ຕາ​ເວັນ​ຕົກ​ບໍ່​ພຽງ​ແຕ່​ບໍ່​ຖ​ອດ​ຖອນ​ບົດ​ຮຽນ​ນຳປະ​ເທດ​ຈີນ, ຍິງກວ່າ​ນັ້ນ​ຍັງ​ໄດ້​ກ່າ​ວຖ້ອຍ​ຄຳ​ທີ່​ເປັນ​ການ​ທຳລາຍ​ບົດບາດ​ແລະ​ສື່​ສຽງ​ຂອງ​ຈີນ​ໃນ​ຂະ​ນະ​ທີ່​ຈີນ​ປະ​ສົບ​ກັບຄວາມ​ຫຍຸ້ງ​ຍາກ, ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນໃນ​ປະ​ເທດ​ຕາ​ເວັນ​ຕົກ​ສ່ວນ​ຫຼາຍ​ບໍ່​ຮູ້​ເຖິງຄວາມ​ສ່ຽງ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ທັງ​ບໍ່​ເອົາຫົວຊານຳເຊື້ອ​ພະ​ຍາດ​ດັ່ງ​ກ່າວ, ສົ່ງ​ຜົນ​ເຮັດ​ໃຫ້​ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ​ໃນ​ຂອບ​ເຂດທີ່​ກວ້າງຂວາງ.

ເປັນ​ຫຍັງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄັ້ງ​ນີ້​ຈຶ່ງ​ເປັນໄພ​ພິ​ບັດອັນ​ໜັກ​ໜ່ວງ​ປານ​ນີ້ຕໍ່​ປະ​ເທດ​ເອີຣົບ​ແລະ​ອາ​ເມຣິກາ? ກໍ​ຍ້ອນ​ວ່າ​ຊາວ​ຕາ​ເວັນ​ຕົກສະ​ໜັບ​ສະ​ໜູນ​ລັດ​ທິ​ສ່ວນຕົວ​​ທີ່​ສຸດ ແລະ ​ປະ​ຕິ​ເສດ​ລັດ​ທິ​ສ່ວນ​ລວ​ມ​ຢ່າງ​ສິ້ນເຊີງ. ເປັນ​ຫຍັງ​ຈີນ, ຍີ່​ປຸ່ນ​ ແລະ​ ສ.ເກົາ​ຫຼີ​ ມີປະສິດທິຜົນ​ອ່າວ​ດີ​ໃນ​​ການ​ປ້ອງ​ກັນການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນ​ຄັ້ງນີ້, ກໍ​ຍ້ອນ​ວ່າ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ແມ່ນ​ປະ​ເທດ​ທີ່​ສະ​ໜັບ​ສະ​ໜູນ​ລັດ​ທິ​ສ່ວນ​ລວມ. ຊາວ​ຕາ​ເວັນ​ຕົກ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ປະ​ຊາ​ຊົນ​ຈີນ​ຈຶ່ງຕື່ນຕົວກັກບໍລິເວນ​ຕົນ​ເອງ​ຢູ່​ເຮືອນຢ່າງ​ເປັນ​ເຈົ້າ​ການ? ເຂົາ​ເຈົ້າ​ກໍ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ປະ​ຊາ​ຊົນ​ຈີນ​ສາ​ມາດ​ຮ່ວມ​ກັນເປັນຈິດ​ໜຶ່ງໃຈດຽວໄດ້. ເປັນ​ຫຍັງ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ບໍ່​ມີປະ​ສິດ​ທິ​ຜົນ, ຍ້ອນ​ວ່າ​ເຂົາ​ເຈົ້າ​ສະ​ໜັບ​ສະ​ໜູນ​ລັດ​ທິ​ສ່ວນຕົວແລະ​ລັດ​ທິ​ເສ​ລີ​ພາບ. “​ເຂົາ​ເຈົ້າ​ສະ​ໜັບ​ສະ​ໜູນລັດ​ທິ​ສ່ວນຕົວ​ແລະ​ລັດ​ທິ​ເສ​ລີ​ພາບ​ຢ່າງ​ສຸດ​ຂີດ, ບໍ່ຢາກ​ໃສ່​ຜ້າ​ປິດ​ປາກ ແລະ​ ບໍ່​ປ້ອງ​ກັນ​ຕົວ, ແມ່ນແທ້ຕົນ​ເອງ​ຮູ້​ສຶກ​ສະ​ບາຍ​ໃຈ​​ແຕ່ພັດ​ເຮັດ​ໃຫ້​ຜູ້​ອື່ນ​ປະ​ສົບ​ເຄາະ​ຮ້າຍນຳ.”
ວັນ​ທີ 27 ກຸມ​ພາ​ປີ 2020, ບໍ​ລິ​ສັດ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ອົ​ສຕຼາ​ລີ ​ຫຼື ABC ໄດ້​ອອກ​ບົດ​ຄວາມ​ທີ່​ພາດຫົວ​ຂໍ້​ວ່າ: “ຫຼາຍ​ຄົນ​ເຫັນ​ວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແມ່ນ​ຄວາມຫາຍະນະເຊີໂນບີນ(Chernobyl Disaster)ຂອງ​ຈີນ, ມີຄວາມຈິງທີ່ສາມາດຢືນຢັນວ່າ: ​ຄວາມ​ເຫັນ​ຂອງ​ເຂົາ​ເຈົ້າ​ບໍ່​ຖືກ​ຕ້ອງ.” ໃນ​ເວ​ລາ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ຈີນ, ຊາວ​ຕາ​ເວັນ​ຕົກ​ຫຼາຍ​ຄົນ​ຮູ້​ສຶກ​ດີ​ໃຈ​ຍ້ອນ​ຈີນ​ປະ​ສົບ​ກັບ​ເຄາະ​ຮ້າຍ ​ແລະ​ “ເຫັນ​ວ່າ​ນີ້​​ແມ່ນ​ເລື່ອງ​ຂອງ​ຈີນ​ເທົ່າ​ນັ້ນ.” ແຕ່​ວ່າ ABC ໄດ້​ຕັ້ງຄຳຖາມໃນ​ບົດ​ຄວາມ​ນີ້​ວ່າ: “ຖ້​າ​ວ່າ​ປະ​ເທດ​ຈີນ​ໄດ້​ໃຫ້ບົດ​ຮຽນ​ບົດ​ໜຶ່ງ​​ແກ່​ພວກເຮົາທຸກ​ຄົນ​ ຊິ​ເປັນ​ຈັງ​ໃດ?” ແຕ່​ສິ່ງ​ທີ່​ໜ້າ​ເສຍ​ດາຍ​ກໍ​ຄື: ບົດ​ຄວາມ​ດັ່ງ​ກ່າວ​ບໍ່​ໄດ້​ເຮັດ​ໃຫ້​ຊາວ​ຕາ​ເວັນ​ຕົກໃຫ້ຄວາມ​ສົນ​ໃຈ​ຫຍັງໝົດ, ສິ່ງ​ທີ່​ເຂົາ​ເຈົ້າ​ຄິດ​ບໍ່​ເຖິງ​ກໍ​ຄື​ຄຳຖາມທີ່ຕັ້ງຂື້ນຢູ່ໃນ​ບົດ​ຄວາມດັ່ງ​ກ່າວ​ນັ້ນ ບັດນີ້ໄດ້ປະກົດເປັນຈິງແລ້ວ. ຫວັງ​ວ່າ​ພາຍ​ຫຼັງທີ່ສາມາດ​ຜ່ານ​ຜ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເທື່ອ​ນີ້ໄດ້ແລ້ວ, ຊາວ​ຕາ​ເວັນ​ຕົກ​ຈະໃຫ້ຄວາມສົນໃຈຕໍ່ປະ​ເທດ​ຈີນ​ໄປໃນທາງທີ່​ດີ. ການປ່ຽນແປງ​ແນວຄິດອະ​ຄະ​ຕິ ແລະ ທ່າ​ທາງ​ໃຫຍ່​ໂຕ ​ແມ່ນ​ສິ່ງ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ຕ້ອງ​ຮຽນ​ຮູ້​ໃນ​ການ​ຊອກ​ຮູ້​ປະ​ເທດ​ຈີນ.

ຄຳ​ເຫັນ

0