尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນແລະລາວໄດ້ສະທ້ອນໃຫ້ເຫັນປະຊາຄົມຮ່ວມຊາຕາກຳລະຫວ່າງສອງຝ່າຍດ້ວຍການກະທຳຕົວຈິງເມື່ອປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19

2020-03-28 16:57:43 cri

图片默认标题_fororder_微信图片_20200328135655

ວັນທີ 27 ມີນານີ້, ທ່ານ ຊົ້ງທ່າວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໄດ້ກ່າວໃນຂະນະທີ່ສົນທະນາຜ່ານທາງໂທລະສັບກັບທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວວ່າ: ປັດຈຸບັນ, ສະຖານະການດ້ານການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດລາວມີຄວາມຂ້ຽວຂາດ, ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ໃຫ້ຄວາມສົນໃຈຢ່າງສູງຕໍ່ເລື່ອງນີ້, ໂດຍເຄົາລົບແລະປະຕິບັດຕາມເນື້ອໃນຈິດໃຈຂອງທິດຊີ້ນຳທີ່ສຳຄັນຂອງທ່ານສີຈິ້ນຜິງ, ຈີນໄດ້ຕົກລົງຈະສົ່ງໜ່ວຍຜູ້ຊ່ຽວຊານການແພດໄປຊ່ວຍເຫຼືອລາວໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19. ນີ້ແມ່ນການຊ່ວຍເຫຼືອຂອງຈີນທີ່ມີຕໍ່ລາວອີກຄັ້ງໜຶ່ງໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຫຼັງຈາກໄດ້ສະໜອງຢາກວດຫາເຊື້ອຈຳນວນ 2016 ຊຸດໃຫ້ແກ່ລາວແລ້ວ. ນອກນີ້, ຍັງມີຊຸດປ້ອງກັນພະຍາດ 5 ພັນຊຸດ, ຜ້າປິດປາກ N95 ຈຳນວນ 5 ພັນອັນ, ຜ້າປິດປາກທາງການແພດທຳມະດາ 4 ແສນອັນ ແລະ ຢາກວດຫາເຊື້ອ 20 ພັນຊຸດທີ່ມູນ​ນິທິໝ້າຢຸນເປັນຜູ້ສະໜອງການຊ່ວຍເຫລືອ ແລະ ວັດຖຸອຸປະກອນອື່ນໆ ໄດ້ຖືກຂົນສົ່ງແລະຈະທະຍອຍໄປຮອດປະເທດລາວຕາມລຳດັບ​ໃນ​ໄວໆ​ນີ້. ໃນຂັ້ນຕອນຕໍ່ໄປ, ລັດຖະບານຈີນຍັງຈະໃຫ້ການຊ່ວຍເຫຼືອຕື່ມອີກອີງຕາມຄວາມຕ້ອງການດ້ານການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວ.

图片默认标题_fororder_微信图片_20200328135606
ທ່ານ ສູນທອນ ໄຊຍະຈັກ ກ່າວວ່າ: ຈີນຕົກລົງຈະສົ່ງໜ່ວຍຜູ້ຊ່ຽວຊານການແພດມາຊ່ວຍເຫລືອລາວ, ພ້ອມທັງຕົກລົງຈະໃຫ້ການຊ່ວຍເຫຼືອແກ່ລາວຕື່ມອີກ  ເຊິ່ງເປັນການຊ່ວຍເຫຼືອທີ່ສຳຄັນໃຫ້ກັບລາວໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ເລື່ອງນີ້. ພັກປະຊາຊົນປະຕິວັດລາວຍິນດີຮ່ວມກັບພັກກອມມູນິດຈີນ​ເພື່ອເພີ່ມທະວີການແລກປ່ຽນແລະການຮ່ວມມືກັນ, ຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ.

图片默认标题_fororder_微信图片_20200328135645
ມີແຕ່ຜ່ານຜ່າຄວາມຫຍຸ້ງຍາກຮ່ວມກັນຈຶ່ງຈະພິສູດໃຫ້ເຫັນມິດແທ້ທີ່ຈິງໃຈ. ຊາວຈີນຈະບໍ່ມີວັນຫລົງລືມເລື່ອງທີ່ທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງທ່ານເລຂາທິການໃຫຍ່ສີຈິ້ນຜິງ ຢ່າງທັນເວລາໃນເວລາທີ່ຈີນປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19. ວັນທີ 4 ກຸມພາຜ່ານມາ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານສະມາຄົມມິດຕະພາບລາວ-ຈີນໄດ້ນຳພາສະມາຄົມຈີນຢູ່ລາວກໍຄືສະມາຄົມສາຂາຕ່າງໆຫຼາຍແຫ່ງ ໄດ້ສະໜອງການຊ່ວຍເຫລືອຜ້າປິດປາກ 6 ແສນກວ່າອັນ ກໍຄືຖົງມືແລະແວ່ນຕາປ້ອງກັນພະຍາດ ແລະ ວັດຖຸອຸປະກອນອື່ນໆມອບໃຫ້ແກ່ສະຖານທູດຈີນປະຈຳລາວ ພ້ອມທັງກ່າວວ່າ: ສະໜັບສະໜູນປະຊາຊົນຈີນອ້າຍນ້ອງໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, “ຄູ່ຮ່ວມຊາຕາກຳຈີນ-ລາວ” ມີຄວາມໝັ້ນຄົງຂະໜົງແກ່ນ! ວັນທີ 21 ກຸມພາຜ່ານມາ, ໂດຍໄດ້ຮັບການມອບໝາຍຈາກພັກແລະລັດຖະບານລາວ, ສະມາຄົມມິດຕະພາບລາວ-ຈີນໄດ້ດຳເນີນການເຄື່ອນໄຫວບໍລິຈາກໃນຂອບເຂດທົ່ວປະເທດ ແລະ ໄດ້ຮັບການຕອບສະໜອງຢ່າງຫ້າວຫັນຈາກປະຊາຊົນລາວ ​ໂດຍສາມາດລະດົມເງິນສົດໄດ້ທັງໝົດ 4 ແສນໂດລາສະຫະລັດແລະວັັດຖຸອຸປະກອນການແພດຕ້ານພະຍາດທີ່ເປັນມູນຄ່າ 1 ແສນໂດລາສະຫະລັດ ເພື່ອນຳມາຊ່ວຍເຫລືອຈີນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ທອງລຸນ ສິສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ຄຽງບ່າຄຽງໄຫຼ່ກັບທ່ານ ຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ​ໂດຍ​ຮ້ອງປະສານສຽງດັງໆວ່າ: “ອູຮັ້ນສູ້ສູ້” “ປະເທດຈີນສູ້ສູ້”. ນອກນີ້, ຍັງມີດາລາລາວໄດ້ຮ່ວມກັນຮ້ອງເພງ “ຄວາມຮັກ​ເອົາຊະນະທຸກ​ຢ່າງ”, ຍັງມີນັກສຶກສາລາວທີ່ຮຽນຢູ່ຈີນ ແລະ ປະຊາຊົນທຳມະດາລ້ວນແຕ່ໄດ້ໃຫ້ກຳລັງໃຈແກ່ຈີນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19!

图片默认标题_fororder_微信图片_20200328135650
ຈີນຈະຕອບແທນບຸນຄຸນຜູ້ອື່ນຫລາຍກວ່າທີ່ຕົນໄດ້ຮັບ. ໃນເວລາທີ່ສະຖານະການດ້ານການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນຈີນມີ​ການ​ປ່ຽນ​ແປງໄປໃນທິດທາງທີ່ດີຢ່າງຕໍ່ເນື່ອງ, ການຜະລິດແລະຊີວິດການເປັນຢູ່ໄດ້ເລັ່ງໃຫ້ຟື້ນຟູຄືນສູ່ສະພາບປົກກະຕິຢ່າງເປັນລະບຽບຮຽບຮ້ອຍ, ແຕ່ຢູ່ລາວພັດໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19, ພາຍໃຕ້ສະພາບການດັ່ງກ່າວ ຈີນກໍຈະໃຫ້ການຊ່ວຍເຫຼືອລາວຢ່າງ​ແນ່ນອນ. ສະນັ້ນ, ຈີນຈຶ່ງໄດ້ສົ່ງວັດຖຸອຸປະກອນແລະໜ່ວຍແພດໝໍໄປຊ່ວຍເຫຼືອລາວແບບສຸກເສີນໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.

ອີງຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ເມື່ອປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19, ຈີນແລະລາວໄດ້ສະແດງໃຫ້ເຫັນທາດແທ້ແລະເນື້ອໃນຂອງປະຊາຄົມຮ່ວມຊາຕາກຳລະຫວ່າງສອງຝ່າຍໃນການຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ຮ່ວມທຸກຮ່ວມສຸກນຳກັນດ້ວຍການກະທຳຕົວຈິງ.

ຄຳ​ເຫັນ

0