ວັນທີ 29 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໄປສຳຫຼວດກວດເບິ່ງແຂວງເຈີ້ຈ່ຽງ. ຢູ່ສູນບໍລິການການຄຸ້ມຄອງເຂດນິຄົມອາໄຫຼ່ລົດຍົນເຕັກນິກຂັ້ນສູງເປີຍລຸນຕ້າຊີ້ນະຄອນນີງປົ່ວ, ທ່ານສີຈິ້ນຜິງໄດ້ໂອ້ລົມກັບຜູ້ຕາງໜ້າວິສາຫະກິດຂະໜາດກາງ ແລະນ້ອຍ. ທ່ານກ່າວວ່າ: ໃນການຕ້ານກັບພະຍາດ COVID-19, ກຸ່ມຄົນ, ວິສາຫະກິດ ແລະຂະແໜງການຕ່າງໆລ້ວນແຕ່ໄດ້ຮັບຜົນກະທົບ. ສູນກາງພັກໄດ້ເອົາໃຈໃສ່ຕໍ່ວິສາຫະກິດຂະໜາດກາງ ແລະນ້ອຍ, ໄດ້ອອກນະໂຍບາຍຢ່າງເປັນລະບົບ ທີ່ສອດຄ່ອງກັບສະພາບການປ້ອງກັນພະຍາດ ເພື່ອຫຼີກເວັ້ນຜົນກະທົບຢ່າງໜັກໜ່ວງທີ່ມີຕໍ່ວິສາຫະກິດຂະໜາດກາງ ແລະນ້ອຍ ແລະໃຫ້ສາມາດມີການພັດທະນາໃໝ່ໄດ້.
ຄຳເຫັນ
0