黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ທ​ຣຳ​ສ້າງ​ຄວາມ​ຂັດ​ແຍ້ງ​ກັບ​ຈີນ​ໄດ້ສົ່ງ​ຜົນ​ສະ​ທ້ອນ​ຢ້ອນ​ຫຼັງ​​ໃຫ້​ອາ​ເມຣິກາ​ເອງຢ່າງ​ໜັກ​ໜ່ວງ

2020-03-30 22:26:03 cri

ວັນ​ທີ 28 ມີ​ນາ​ນີ້, ເວັບ​ໄຊຂອງ​ວາ​ລະ​ສານ ເດີ ອັດລັງຕິກ (The Atlantic) ອາ​ເມ​ຣິ​ກາ​ໄດ້​ພິມ​ບົດ​ຄວາມ​ທີ່​ພາດຫົວ​ຂໍ້ວ່າ: “ທ່ານ​ທ​ຣຳ​ສ້າງ​ຄວາມ​ຂັດ​ແຍ້ງ​ກັບ​ຈີນ​ໄດ້ສົ່ງຜົນ​ສະ​ທ້ອນ​ຢ້ອນ​ຫຼັງ​ໃຫ້​ອາ​ເມຣິກາ​ເອງ​ຢ່າງ​ໜັກ​ໜ່ວງ”.

ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ: ​ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ນັກ​ການ​ເມືອງ​ແລະ​ນັກ​ວິ​ເຄາະ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ເຫັນ​ວ່າ: “ອາ​ເມ​ຣິ​ກາ​ຕ້ອງ​ແຍກ​ອອກ​ຈາກ​ປະ​ເທດ​ຈີນ.” ແຕ່​ໃນຄວາມເປັນຈິງ​ແລ້ວ, ບົດ​ຮຽນ​ທີ່​ອາ​ເມ​ຣິ​ກາ​ໄດ້ຮັບ​ຈາກການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ນັ້ນກໍຄື​: ບໍ່​ຄວນ​ຢຸດ​ຕິ​ການ​ຮ່ວມ​ມື​ກັບ​ຈີນ, ຫາກ​ຄວນ​ສ້າງ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ອາ​ເມ​ຣິ​ກາ-ຈີນ​ທີ່​ຖືກ​ລັດ​ຖະ​ບານ​ທ​ຣຳ​ທຳ​ລາຍໄປນັ້ນ​ໃຫ້ກັບຄືນມາ​ໃໝ່.

ບົດ​ຄວາມ​ລະ​ບຸ​ວ່າ: ໃນ​ຂະ​ບວນ​ການ​ຕໍ່​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຊາສເມື່ອ​ປີ 2003, ໄຂ້​ຫວັດ​ໃຫຍ່ H1N1 ເມື່ອ​ປີ 2009 ແລະ​​ ​ພ​ະ​ຍາດອີໂບລາເມື່ອ​ປີ 2014, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ​ເຄີຍ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດເຫລົ່ານັ້ນ. ແຕ່​ຄວາມ​ເຫັນ​ພາຍ​ໃນ​ລັດ​ຖະ​ບານຊຸດ​ປັດ​ຈຸ​ບັນຂອງ​ອາ​ເມ​ຣິ​ກາ​​​ແມ່ນ: “ຖ້າ​ວ່າ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຮ່ວມ​​ກັບ​ນັກວິທະຍາ​ສາດຈີນ, ກໍ​ເທົ່າ​ກັບ​ວ່າເປັນການ​ເພີ່ມ​ກຳ​ລັງແຮງໃຫ້ກັບ​​ປະ​ເທດ​ຈີນ, ນີ້​ບໍ່​ມີ​ຜົນ​ດີ​ຕໍ່​ອາ​ເມ​ຣິ​ກາ, ຍ້ອນ​ວ່າ​ຈີນ​ແມ່ນ​ຄູ່​ແຂ່ງ​ທາງ​ຍຸດ​ທະ​ສາດ.”

ທ່ານ​ທອມ ອິນ​ໂກສະບີ ຫົວ​ໜ້າ​ສູນ​ຄວາມ​ປອດ​ໄພ​ດ້ານສຸຂະອະ​ນາ​ໄມ​ຂອງ​ສະ​ຖາ​ບັນ​ສ​າ​ທາ​ລະ​ນະ​ສຸກບ​ຣູມ​ເປີກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ ຮອຟ​ກິ​ນ​ສ໌ ກ່າວ​ວ່າ: ເມື່ອເບິ່ງ​ຈາກ​ດ້ານ​ການ​ຕໍ່​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ປັດ​ຈຸ​ບັນ, ຄວາມ​ສຳຄັນ​ຂອງການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ຈີນ​​ແມ່ນຕີ​ລາຄາ​ສູງສ່ຳໃດ​ກໍບໍ່​​ແມ່ນ​ເກີນ​ຄວາມ​ຈິງ.” ທ່ານ​ກ່າວ​ວ່າ: ຍ້ອນ​ວ່າ​ຈີນ​ໄດ້​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ສຳ​ເລັດ​ຜົນ, “ພວກ​ເຮົາ​ຄວນ​ຮ່ຳ​ຮຽນ​ກັບ​ຈີນວ່າ​ຄວນ​ເຮັດ​ແນວ​ໃດ.”

ປັດ​ຈຸ​ບັນ, ​ຈີນ​ໄດ້​ສົ່ງ​ເຄື່ອງ​ອຸ​ປະ​ກອນ​ປ້ອງ​ກັນ​ພະຍາດຢ່າງ​ຫຼວຍ​ຫຼາຍ​ໄປ​ໃຫ້ປະ​ເທດ​ເອີ​ຣົບ. ແພດ​ໝໍ​ແລະພະ​ຍາ​ບານ​ອາ​ເມ​ຣິ​ກາ​ຕ້ອງ​ການ​ຜ້າ​ປິດ​ປາກ, ແວ່ນ​ຕາ​ປ້ອງ​ກັນ​ພະຍາດ, ຖົງ​ມື, ຊຸດ​ປ້ອງ​ກັນ​ພະຍາດ ​ແລະ ​ບາ​ຫຼອດ​ຄື​ກັນ ​ແຕ່ອາ​ເມ​ຣິ​ກາ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ຈີນ​ໄດ້ສົ່ງ​ຜົນ​ເຮັດ​ໃຫ້​ການ​ຈັດ​ຊື້​ເຄື່ອງ​ອຸ​ປະ​ກອນ​ເຫຼົ່າ​ນີ້​ຍາກກວ່າ​ເກົ່າ, ສິ່ງ​ທີ່​ໜ້າ​ຕະ​ຫຼົກ​ກໍ​ຄື: ທ່ານ​ຈິມ ແບງສ໌ ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ຍັງ​ຮຽກ​ຮ້ອງ​ໃຫ້ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ຈີນ​ເພື່ອ​ແກ້​ແຄ້ນ​ອັນ​ທີ່​ເອີ້ນ​ວ່າ: “ໄວຣັສຈີນ”.

ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ: ເຊື້ອ​ພະ​ຍາດ​ໂຄວິດ-19 ໄດ້​ພິສູດໃຫ້ເຫັນ​ຄວາມ​ຈິງ​ສອງ​ຢ່າງ​ທີ່​ກົງ​ກັນ​ຂ້າມ​ກັບ​​ໂລກະທັດ​ຂອງ​ທ່ານ​ໂດ​ໂນ ທ​ຣຳ ນັ້ນກໍຄື: ໜຶ່ງ, ໃນ​ໂລກ​ທີ່ມີການ​ພົວ​ພັນ​ກັນ, ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທົ່ວ​ໂລກ​ສາ​ມາດ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃຫ້ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ທຸກຖ້ວນໜ້າໄດ້​ດີກວ່າ​ເກົ່າ. ການລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ຈີນ ແມ່ນ​ການ​ຮັບມືກັບໄພ​ຂົ່ມ​ຂູ່​ທີ່​ໃຫຍ່​ຫຼວງ​ເຫຼົ່າ​ນີ້​ໄດ້ຢ່າງສົມ​ເຫດ​ສົມ​ຜົນ.

ສອງ, ຄວາມ​ດຸນ​ດ່ຽງ​ດ້ານ​ຄັງ​ປັນ​ຍາ​ແລະ​ພະ​ລັງ​ງານ​ໃນ​​ປັດ​ຈຸ​ບັນທີ່​ເປັນ​ຍຸກ​ໂລກາ​ພິວັດ​ໄດ້​ປ່ຽນ​ແປງໄປ​ແລ້ວ. ປີ 2003 ເມື່ອ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຊາສ, ອາ​ເມ​ຣິ​ກາ​​ເປັນ​ອາ​ຈານ​ຂອງ​ຈີນ. ແຕ່​ໃນ​ປັດ​ຈຸ​ບັນ, ແພດ​ໝໍ​ແລະ​ນັກວິທະຍາສາດ​ອາ​ເມ​ຣິ​ກາ​ຢາກ​ຮູ້​ຈັກ​ຢ່າງ​ຮີບ​ດ່ວນວ່າ​ ແພດໝໍ​ຈີນ​ໄດ້​ເອົາ​ຊະ​ນະ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ນະ​ຄອນ​ອູ​ຮັ້ນໄດ້​ແນວ​ໃດ. ຂະນະ​ທີ່ໃນ​ປັດ​ຈຸ​ບັນ​ທີ່​ພະ​ຍາດ​ໂຄວິດ-19 ພວມແຜ່​ລະ​ບາດ​ຢ່າງ​ໃຫຍ່ໃນ​ທົ່ວ​ໂລກ, ໂຮງ​ງານ​ຂອງ​ຈີນ​ຈະ​ກາຍ​ເປັນ​ສາງ​ອາ​ວຸດ​ດ້ານສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ.

ຄຳ​ເຫັນ

0