覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິ​ງ ​ແລະຜູ້​ສືບ​ທອດ​ຈິດ​ໃຈ​ເຫຼີ​ຍ​ເຟີ່ງ

2020-03-30 11:01:31 cri


 

ວັນ​ທີ 5 ມີນາຂອງ​ທຸກ​ປີ, ​ເປັນ​ “ວັນ​ຮ່ຳຮຽນນຳເຫຼີ​ຍ​ເຟີ່ງ” ທີ່​ມີ​ຄວາມ​ໝາຍ​ພິ​ເສດ​ຂອງ​ຈີນ. ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ຍຸກ​ສະ​ໄໝ, ວັນ​ດັ່ງ​ກ່າວ​ກໍ​ມີ​ຄວາມ​ໝາຍ​​ໃໝ່ ແມ່ນ ວັນ​ອາສາ​ສະໝັກ​ຊາວ​ໜຸ່ມ. ບໍ່​ວ່າ​ຈະເອີ້ນຊື່​​ແນວໃດ​ກໍ​ຕາມ, ລ້ວນ​ແຕ່​ເປັນ​ການ​ປະຕິບັດ ​ແລະ ສົ່ງ​ເສີມ​ຄ່າ​ນິຍົມ​ແກນ​ກາງ​ຂອງສັງຄົມ​ນິຍົມ.
 

图片默认标题_fororder_雷锋1

 

ເຫຼີຍ​ເຟີ່ງ


​ເຫຼີ​ຍ​ເຟີ່ງ, ຊື່ເດີມແມ່ນ ​ເຫຼີ​ຍ​ເຈີ້​ງຊິ່ງ, ເກີດເມື່ອປີ 1940 ​​ໃນຄອບຄົວ​ຊາວ​ກະສິກອນ​ທຸກ​ຍາກ​ຢູ່​ເມືອງ​ວ້າງ​ເສີງ​​ແຂວງ​ຫູ​ນານ. ກ່ອນ​ການ​ປົດ​ປ່ອຍ, ຄອບຄົວ​ຂອງ​ເຫຼີ​ຍ​ເຟີ່ງ​ໄດ້​ເສຍ​ຊີວິດ​ໄປ​ຕາມໆ​ກັນ. ​ເຫຼີ​ຍ​ເຟີ່ງທີ່ມີອາຍຸບໍ່ທັນຮອດ 7 ປີ ​ໃນ​ເວລາ​ນັ້ນ​ໄດ້​ກາຍ​ເປັນ​ກຳພອຍ, ມີ​ຊີວິດ​ທີ່​ທຸກ​ຍາກ​ລຳ​ບາກ​ທີ່​ສຸດ.

 

ປີ 1949, ຫຼັງ​ຈາກ​ແຂວງ​ຫູ​ນານ​ໄດ້ຮັບການປົດ​ປ່ອຍ​ແລ້ວ, ພາຍ​ໃຕ້​ການ​ເອົາ​ໃຈ​ໃສ່ ​ແລະການ​ສະໜັບສະໜູນ​ຂອງ​ພັກກອມ​ມູນິດ​ຈີນ ​ແລະລັດຖະບານ​ຈີນ, ​ ເຫຼີ​ຍເຟີ່ງ​ໄດ້​ເຂົ້າ​ໂຮງຮຽນ, ທັງ​ໄດ້​ເຂົ້າ​ເປັນສະມາຊິກ​​ຊາວ​ໜຸ່ມ​ກອມ​ມູນິດ​ຈີນ. ຫຼັງ​ຈາກ​ຮຽນ​ຈົບ​ຈາກ​ໂຮງຮຽນ​ປະ​ຖົມ​ແລ້ວ, ​ເຫຼີ​ຍ​ເຟີ່ງ​ໄດ້​ກາຍ​ເປັນ​ຜູ້​ຊ່າງຂັບ​ລົດໄຖ​ນາ​ລຸ້ນທຳ​ອິດ​ຂອງ​ຈີນ. ລາວ​ໄດ້​ຕັ້ງ​ອຸດົມ​ການ​ວ່າ​ຈະ​ອຸທິດ​ຕະຫຼອດ​ຊີວິດ​ຂອງ​ຕົນ​ໃຫ້ແກ່ພາລະກິດ​ສ້າງສາ​ສັງຄົມ​ນິຍົມ​ທີ່​ຍິ່ງ​ໃຫຍ່​ສະຫງ່າ​ງາມ​ທີ່​ສຸດ​ຂອງ​ປະ​ເທດ​ຊາດ.
 

ປີ 1958, ​ເຫຼີ​ຍ​ເຟີ່ງ​ໄດ້​ເດີນ​ທາງ​ຈາກ​ແຂວງ​ຫູ​ນານ​ຂຶ້ນ​ເໜືອ​ໄປ​ເປັນ​ກຳມະກອນ​ຢູ່​ໂຮງງານ​​ຜະລິດ​ເຫຼັກ​ກ້າ​ອ່ານ​ຊ່ານ​ຕາມ​ຄຳ​ຮຽກຮ້ອງ​ຂອງລັດຖະບານ. ​ເດືອນ​ທັນວາ​ປີ 1959, ​ເຫຼີ​ຍ​ເຟີ່ງ​ໄດ້​ສະ​ໝັກໄປ​ເປັນ​ທະຫານ. ຫຼັງ​ຈາກ​ເຂົ້າ​ສູ່​ກອງ​ທັບ​ແລ້ວ,​ເຫຼີ​ຍ​ເຟີ່ງ​ໄດ້​ໝັ່ນເຝິກຊ້ອມ​ຍຸດທະວິທີສູ້​ຮົບ​ຕ່າງໆ​ໃນແຕ່ລະມື້; ​ໃນ​ເວລາ​ພັກຜ່ອນ, ລາວ​ໄດ້​ຊ່ວຍ​ຊັກເຄື່ອງຕາບ​ຜ້າຫົ່ມ​ໃຫ້​ເພື່ອນ​ນັກຮົບ, ​ເປັນ​ຜູ້ຊ່ວຍອົບຮົມ​ການ​ເມືອງ​ແນ​ວຄິດ​​ໃຫ້​ເດັກນ້ອຍ​ນອກ​ໂມງ​​ຮຽນ, ທັງ​ເຮັດ​ຄວາມ​ດີ​ມີປະໂຫຍດຊ່ວຍ​ປະຊາຊົນ ​ເຊັ່ນ: ​ຊ່ວຍ​ແມ່​ຕູ້ຊອກ​ລູກ​ຊາຍ, ສົ່ງ​ຢາ​ປົວ​ພະຍາດ​ໃຫ້​ພີ່ນ້ອງ​ປະຊາຊົນ ​ແລະ​ອື່ນໆ. ​ໃນ​ຕອນ​ນັ້ນ​ໃນ​ສັງຄົມ​ມີ​ຄວາມ​ເວົ້າ​ປະໂຫຍກໜຶ່ງຄື: ​ເຫຼີ​ຍ​ເຟີ່ງ​ເດີນທາງ​ 500 ກິ​ໂລ​ແມັດໄປ​​ວຽກ​ຕ່າງຖິ່ນ,ກໍ​ໄດ້​ເຮັດ​ເລື່ອງ​ດີ​ໆ​ຢ່າງຫຼວງຫຼາຍ​ຕະຫຼອດ​ໄລ​ຍະເວລາທີ່ລາວຂີ່​ລົດໄຟຂະບວນໜຶ່ງ. ເມື່ອເຫຼີຍເຟີ່ງເຮັດຄວາມດີແລ້ວບໍ່ເຄີຍອ້າງຊື່ຕົນຈັກເທື່ອ, ສະນັ້ນ ທຸກຄົນທີ່ເຄີຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼື​ອຈາກ​ລາວ​ ພຽງ​ແຕ່​ຮູ້​ວ່າ​ລາວ​ແມ່ນທະຫານໃນກອງທັບ​ປົດ​ປ່ອຍປະຊາຊົນຈີນ.
 

​ວິ​ລະ​ກຳ​ແລະ ​​ແນວ​ຄິດ​ສູງ​ສົ່ງ​ທີ່​ຄວນ​ເອົາ​ເປັນ​ແບບ​ຢ່າງ​ຂອງ​ເຫຼີ​ຍ​ເພີ່ງ​ໄດ້​ເປັນແວ່ນແຍງອັນໃຫຍ່​ຫຼວງໃຫ້​ກອງທັບກໍ​ຄື​ວົງ​ການ​ຕ່າງໆ​ໃນ​ສັງຄົມ. ວັນ​ທີ 5 ມີນາ​ປີ 1963, ທ່ານ​ເໝົາ​ເຈີ​ຕົ່ງ​ໄດ້​ຂຽນ​ຄຳຈາກ​ລຶກ​ເຖິງ​ສະ​ຫາຍເຫຼີ​ຍ​ເຟີ່ງ​ແລະຄຳ​ຮຽກຮ້ອງ​ໃຫ້​ທົ່ວ​ສັງ​ຄົມ​ຮ່ຳ​ຮຽນ​ເອົາ​ເຫຼີຍ​ເຟີ່ງ​ເປັນ​ແບບ​ຢ່າງ, ຫຼັງ​ຈາກ​ນັ້ນ​ວັນ​ທີ 5 ມີນາ​ຂອງທຸກ​ປີ​​ຈຶ່ງ​ໄດ້​ກາຍ​ເປັນ “ວັນຮ່ຳຮຽນ​ນຳ​ເຫຼີ​ຍ​ເຟີ່ງ”.
 

 “ສືບ​ທອດ​ນໍ້າ​ໃຈ​ເຫຼີ​ຍ​ເຟີ່ງ​ໄປ​ທຸກ​ເຊັ່ນ​ຄົນ”,ນີ້​ຄື​ຄຳ​ຮຽ​ກ​ຮ້ອງ​ຫຼາຍ​ເທື່ອຂອງ​ທ່ານ​ສີ​ຈິ້ນ​ຜິງ ໃຫ້​ສົ່ງ​ເສີມ​ນໍ້າ​ໃຈ​ເຫຼີ​ຍ​ເຟີ່ງ, ຮຽນ​ແບບ​ແຜນ​ວິທີ​ເຮັດວຽກຂອງ​ເຫຼີ​ຍ​ເຟີ່ງ​ນັບແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ເປັນ​ຕົ້ນ​ມາ. ​ ວັນ​ທີ 4 ພຶດສະພາ​ປີ 2013, ​ໃນ​ງານ​ສົນທະນາ​ກັບ​ຜູ້ຕາງໜ້າ​ຊາວ​ໜູ່ມດີ​ເດັ່ນ, ທ່ານ​ສີ​ຈິ້ນ ​ຜິ​ງ​ໄດ້​ຮຽກຮອ້ງໃຫ້​ຊາວ​ໜຸ່ມ​​ຈົ່ງຮຽນແບບ​ແຜນ​ວິທີ​​ເຮັດວຽກຂອງ​ເຫຼີ​ຍ​ເຟີ່ງ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວຽກອາສາ​ສະໝັກ, ​ເປັນ​ເຈົ້າ​ການ​ແບກ​ຫາບ​ຄວາມ​ຮັບຜິດຊອບ​ທາງ​ສັງຄົມ, ຊ່ວຍ​ເຫຼືອຮັກແພງ​ຜູ້​ອື່ນ​ດ້ວຍຈິດໃຈເອື້ອ​ເຟື້ອ​​ເຜື່ອ​ແຜ່, ​ເຮັດ​ຄວາມດີດ້ວຍການຊ່ວຍ​ເຫຼື​ອຜູ້​ທຸກ​ຍາກ ​ແລະ​ກຸ່ມ​ຄົນ​ດ້ອຍ​ໂອ​ກາດ, ​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອ​ຊຸກຍູ້​ຄວາມກ້າວໜ້າ​ທາງ​ສັງຄົມ.

 

图片默认标题_fororder_雷锋2参观纪念馆
 

ວັນ​ທີ 28 ກັນຍາ​ປີ 2018, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຢ້ຽມຢາມ​ຫໍ​ລະນຶກ​ເຫຼີ​ຍ​ເຟີ່ງ



ວັນ​ທີ 28 ກັນຍາ​ປີ 2018, ຫຼັງ​ຈາກ​ຢ້ຽມຢາມ​ຫໍ​ລະນຶກ​ເຫຼີ​ຍ​ເຟີ່ງ​ແລ້ວ, ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ​ເຫຼີຍ​ເຟີ່ງ​ເປັນຕົວແບບຂອງ​ຍຸກ​ສະ​ໄໝ, ນໍ້າ​ໃຈ​ເຫຼີ​ຍ​ເຟີ່ງ​ເປັນ​ຄຸນ​ທາດ​ທີ່ອຳມະຕະ. ການຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ, ຕ້ອງການ​ຕົວແບບ​ຂອງຍຸກ​ສະ​ໄໝ​ຫຼາຍ​ກວ່າ​ເກົ່າ.

 

​ເຫຼີ​ຍ​ເຟີ່ງ ​ກໍ​ເປັນຕົວແບບແຫ່ງ​​ຍຸກ​ສະ​ໄໝ, ນໍ້າ​ໃຈ​ເຫຼີ​ຍ​ເຟີ່ງກໍ​ເປັນ​ຄຸນ​ທາດ​ອຳມະຕະ, ​​ໂດຍ​ເຊື່ອມ​ສານ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ທີ່​ດີງາມ​​ຂອງ​ຈີນ​ທີ່​ມີປະຫວັດສາດຫຼາຍ​ກວ່າ 5000 ​ປີ ​ກັບວັດທະນະ​ທຳ​ປະຕິວັດແດງ​ຂອງ​ພວກ​ເຮົາ, ສະ​ສົມ​ຄວາມ​ດີ​ນ້ອຍ​ໃຫ້ກາຍເປັນ​ຄວາມ​ດີ​ໃຫຍ່, ​ນີ້ເປັນ​ຄວາມ​ດີ​ທີ່ຍິ່ງໃຫຍ່​ທີ່​ສຸດ. ນີ້​ເປັນ​ທາດ​ແທ້ດຽວ​ກັນ​ກັບ​ຈິດ​ໃຈ​ຮັບ​ໃຊ້​ປະຊາຊົນ ​ແລະ​ເປັນ​ຜູ້​ບໍລິການ​​ປະຊາຊົນ. ສະ​ນັ້ນ,ຈິດ​ໃຈ​ເຫຼີ​ຍ​ເຟີ່ງສົມຄວນ​ເຊີດ​ຊູ​ສົ່ງ​ເສີມ​ຕະ​ຫຼອດ​ໄປ.
 

ວັນ​ທີ24 ກໍລະກົດ​ປີ 2019, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາ​ຊິກສະຫະພັນ​ອາສາ​ສະໝັກ​ຈີນຄັ້ງທີ 2, ​ໂດຍຢືນຢັນ​ຢ່າງ​ເຕັມ​ສ່ວນວ່າ: ​ນັບແຕ່​ກອງ​ປະຊຸມ​ໃຫຍ່​ ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 18 ເປັນ​ຕົ້ນ​ມາ, ອາສາ​ສະໝັກ​ອັ​​ນໄພສານ, ອົງການ​ອາສາ​ສະໝັກ ​ແລະ ຜູ້​ໃຫ້​ບໍ​ລິ​ການ​ເປັນອາສາ​ສະໝັກ​ໄດ້​ເຊີດ​ຊູ ​ແລະ ປະຕິບັດຕາມ​ຄ່າ​ນິຍົມ​ແກນ​ກາງ​ຂອງສັງຄົມ​ນິຍົມ, ມອບຄວາມ​ອົບ​ອຸ່ນ​ໃຫ້​ແກ່​ຜູ້​ອື່ນ ​ແລະ​ປະກອບສ່ວນ​ຕໍ່​ສັງຄົມ. ​ໃນ​ສານ​ຊົມ​ເຊີຍ​ຍັງລະບຸ​ວ່າ: ການເຮັດໜ້າທີ່ອາສາ​ສະໝັກໃຫ້​ບໍ​ລິ​ການ​ເປັນ​ຂີດ​ໝາຍ​ສຳຄັນ​ແຫ່ງ​ຄວາມ​ກ້າວໜ້າ ​ແລະຄວາມ​ສິວິ​ໄລ​ຂອງ​ສັງຄົມ, ຫວັງ​ວ່າ​ອາສາ​ສະໝັກຂອງອົງການ​ອາສາ​ສະໝັກ ​ແລະຜູ້​ໃຫ້​ບໍ​ລິ​ການເປັນ​ອາສາ​ສະໝັກ​ຈະມີການກະທຳ​ທີ່​ສອດ​ຄ່ອງ​ກັບຍຸກ​ສະໄໝ, ສ້າງ​ຜົນງານ​ອັນ​ ໃໝ່, ​ເຊີດ​ຊູ​ຈິດ​ໃຈ​ອາສາ​ສະໝັກ​ດ້ວຍການອຸທິດ​ຕົນ, ຮັກ​ແພງ​ກັນ​ດ້ວຍ​ຈິດ​ໃຈມິດຕະພາບ, ຊ່ວຍ​ເຫຼືອ​ກັນ ​ແລະ ກ້າວໜ້າ, ສືບ​ຕໍ່​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອ​ບັນທຶກ​ຄວາມດີແບບ​ເຫຼີ​ຍ​ເຟີ່ງ​ໃນ​ຍຸກ​ໃໝ່.
 

​ໃນ​ບົດ​ລາຍ​ງານ​ກອງ​ປະຊຸມ​ໃຫຍ່​ ຂອງ​ພັກ​ກອມ​ມູນິດ​ຈີນຄັ້ງທີ 19, ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ: ຕ້ອງ​ເຊີດ​ຊູ​​ຈິດ​ໃຈຊາດຈີນ ​ແລະ ຈິດ​ໃຈ​ແຫ່ງ​ຍຸກ​ສະ​ໄໝ, ກະຕຸກ​ຊຸກຍູ້​ປະຊາຊົນໃຫ້​ສະ​ແຫວ​ງຫາ​ຄວາມ​ກ້າວໜ້າ ​ແລະ ຄຸນສົມບັດ​ທີ່​ສູງ​ສົ່ງ, ມີ​ຄວາມ​ກະຕັນຍູ ​ແລະ ຮັກ​​ແພງ​ຄອບ​ຄົວ​ຍາດ​ຕິ​ພີ່ນ້ອງ, ຊຸກຍູ້​ການ​ເສີມ​ສ້າງ​ຄວາມ​ໜ້າ​ເຊື່ອ​ຖືດ້ວຍຄວາມຊື່ສັດ ​ແລະ​ເຮັດ​ໃຫ້ການປະຕິບັດໜ້າທີ່​ອາສາ​ສະໝັກ​​​ໃຫ້​ບໍ​ລິ​ການມີລະບຽບ​ແບບ​ແຜນ​, ​ເພີ່ມ​ທະວີ​ສະຕິ​ຮັບຜິດຊອບ​ຕໍ່​ສັງ​ຄົມ, ສະຕິ​ເຄົາລົບ​ຕໍ່ລະບຽບ​ການ ​ແລະ ສະຕິ​ອຸທິດ​ຕົນ​.
 

图片默认标题_fororder_雷锋3参观天津潮阳里社区志愿服务展馆
 

​ເດືອນ​ມັງກອນ​ປີ 2019, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳ​ຫຼວດກວດເບິ່ງ​​ເຂດ​ຊຸມ​ຊົນ​ຊາວ​ຢາງ​ລີ​ນະຄອນ​ທຽນ​ສິນ​ທີ່​ເປັນ​ບ່ອນ​ກຳ​ເນີ​ດຂອງ​ອົງການ​ອາສາ​ສະໝັກ​ເຂດ​ຊຸມ​ຊົນ​ແຫ່ງ​ທຳ​ອິດ​ຂອງປະ​ເທດ​ຈີນ
 

​ເດືອນ​ມັງກອນ​ປີ 2019, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳ​ຫຼວດກວດເບິ່ງ​​ເຂດ​ຊຸມ​ຊົນ​ຊາວ​ຢາງ​ລີ​ນະຄອນ​ທຽນ​ສິນ​ທີ່​ເປັນ​ບ່ອນ​ກຳ​ເນີ​ດຂອງ​ອົງການ​ອາສາ​ສະໝັກ​ເຂດ​ຊຸມ​ຊົນ​ແຫ່ງ​ທຳ​ອິດ​ຂອງປະ​ເທດ​ຈີນ. ຫຼັງ​ຈາກ​ຮັບ​ຮູ້​ສະພາບ​ການ​ພັດທະນາ​ຂອງ​ການ​ປະຕິບັດໜ້າທີ່​ອາສາ​ສະໝັກ​ເຂດ​ຊຸມ​ຊົນມາ​ເປັນ​ເວລາ 30 ກວ່າ​ປີ​ແລ້ວ, ທ່ານ​ສີ​ຈິ້ນ​ຜິ​ງ ໄດ້ກ່າວຍ້ອງຍໍ​ຊົມເຊີຍວ່າ: ພາລະກິດ​ອາສາ​ສະໝັກ​ຈະ​ຖືກ​ບັນ​ທຶກ​​ໄວ້ໃນປື້ມ​ປະຫວັດສາດ.
 

ອາສາ​ສະໝັກ​ເປັນ​ສ່ວນໜຶ່ງ​ທີ່​ສຳຄັນ​ໃນ​ພາລະກິດ​ການ​ຄຸ້ມ​ຄອງ​ແບບ​ທັນ​ສະ​ໄໝ, ຈິດ​ໃຈ​​ເມດ​ຕາກະ​ລຸ​ນາທີ່​ອາສາ​ສະໝັກ​ບຸກບືນ​ສ້າງ​ຂຶ້ນ​ໃນ​ສັງຄົມ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດຂອງ​ຄ່າ​ນິຍົມ​​ແກນ​ກາງສັງຄົມ​ນິຍົມ​ພວກ​ເຮົາ, ພວກ​ສະຫາຍ​ເປັນ​ຜູ້ກ້າວໜ້າ ​ແລະ ຜູ້ນຳ​ໜ້າ​ໃນ​ການປະກອບສ່ວນ​ດ້ານ​ນີ້, ຂໍ​ກົດ​ໄລ້​ໃຫ້​ພວກ​ສະຫາຍ!
 

ບໍ່​ວ່າ​ຍຸກ​ສະ​ໄໝ​ຈະ​ພັດທະນາ​ໄປ​ແນວ​ໃດ​ກໍ​ຕາມ, ນໍ້າ​ໃຈ​ເຫຼີ​ຍ​ເຟີ່ງຈະ​ສືບ​ທອດ​ໄປ​ຕະຫລອດການ, ​ຊັກ​ຈູງໃຫ້​ພວກ​ເຮົາ​ເຊື່ອມ​ສານອຸດົມ​ການ​ ​ທັດສະນະ​ຄຸນ​ຄ່າທີ່​ສູງ​ສົ່ງ ​ເຂົ້າ​ສູ່​ການ​​ເຮັດ​ວຽກ ​ກໍຄື ​ຊີວິດ​ປະຈຳ​ວັນ; ​ໃຫ້​ກຳລັງ​ໃຈ​ແກ່​ພວກ​ເຮົາ​ອຸທິດ​ສະຕິ​ປັນຍາ ​ແລະ ກຳລັງ​ແຮງ​ຂອງຕົນປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ພາລະກິດ​ຂອງ​ພັກ ​ແລະ ລັດ, ​ຈົນກ້າວໄປເຖິງການບັນລຸ​ເປົ້າໝາຍຄຸນຄ່າ​ຂອງ​ພວກ​ເຮົາ​ເອງ. ປະຈຸ​ບັນ​ຢູ່​ປະ​ເທດ​ຈີນ, ປະຊາຊົນ​ນັບ​ມື້​ນັບຫຼາຍ​ຂຶ້ນ​ໄດ້​ເຂົ້າ​ຮ່ວມ​ຖັນ​ແຖວ​ອາສາ​ສະໝັກ. ອີງ​ຕາມ​ສະຖິຕິ, ​ໄດ້​ມີອົງການ​ອາສາ​ສະໝັກຫຼາຍ​ກວ່າ 580 ພັນ​ອົງການ​ໃນ​ຂອບເຂດທົ່ວ​ປະ​ເທດ, ອາສາ​ສະໝັກ​ທີ່​ລົງທະບຽນ​ດ້ວຍ​ຊື່​ຈິງມີ​ເຖິງ 110 ລ້ານ​ຄົນ, ການ​ປະຕິບັດໜ້າທີ່​ອາສາ​ສະໝັກ​​ໃຫ້​ບໍ​ລິ​ການໄດ້​ກາຍ​ເປັນ​ພາບວີວທິວ​ທັດ​ທີ່​ສວຍ​ງາມ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາ​ຊົນ.

ຄຳ​ເຫັນ

0