何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເປັນ​ການທົດສອບ​ຄັ້ງ​ຍິ່ງ​ໃຫຍ່

2020-03-31 11:12:44 CRI

ວັນ​ທີ 30 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງໄດ້​ໄປ​ສຳ​ຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ຢູ່​ແຂວງ​ເຈີ້​ຈ່ຽງ. ເມື່ອ​ເວົ້າ​ເຖິງວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດCOVID -19, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ນີ້​ເປັນ​ການທົດ​ສອບ​ຄັ້ງ​ຍິ່ງ​ໃຫຍ່​ຕໍ່​ລະ​ບົບ​ຄຸ້ມ​ຄອງ​ສັງ​ຄົມ ແລະ ການ​ສ້າງ​​ຄວາມ​ສາ​ມາດ​ດ້ານ​ການ​ຄຸ້ມ​ຄອງ​ຂອງ​ຈີນ. ຜ່ານ​ຈາກການ​ຕ້ານ​ພະ​ຍາດ​ຄັ້ງ​ນີ້, ພວກ​ເຮົາ​ກໍ​ຕ້ອງ​ສະຫຼຸບ​ບົດ​ຮຽນ ​ເພື່ອ​ໄປນຳ​ໃຊ້​ໃນ​ການ​ແກ້​ໄຂ​ບັນ​ຫາ​ໃໝ່. ການ​ທີ່​ພັກ​ກອມ​​ມູ​ນິດ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ, ກໍ​ເປັນ​ຍ້ອ​ນ​ວ່າ​ໄດ້​ສະ​ຫຼຸບ​ບົດ​ຮຽນ​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອດັດ​ແປງ ແລະ ປັບ​ປຸງ​ຕົນ​ເອງ​ໃຫ້ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

 

ຄຳ​ເຫັນ

0