ສຸພາສິດບູຮານຈີນລະບຸໄວ້ວ່າ “ຄວາມກະຕັນຍູຢູ່ໃນອັນດັບໜຶ່ງຂອງຄຸນສົມບັດຕ່າງໆ”. ເປັນຫຍັງຊາວຈີນເນັ້ນຄວາມສຳຄັນຂອງຄວາມກະຕັນຍູ? ນີ້ແມ່ນຍ້ອນວ່າໃນວັດທະນະທຳຂອງຈີນ, ນີ້ເປັນທຳມະຊາດຂອງນິດໄສມະນຸດ. ສະນັ້ນໃນຍຸກໃໝ່, ປະຊາຊົນຈີນຍັງເນັ້ນເຖິງຄວາມກະຕັນຍູ, ທ່ານສີຈິ້ນຜິງກໍໄດ້ສົ່ງເສີມແນວຄິດ ແລະ ທັດສະນະທີ່ມີກະຕັນຍູຕໍ່ຜູ້ເຖົ້າ ແລະ ຮັກແພງຄອບຄົວຍາດຕິພີ່ນ້ອງ.
ທ່ານສີຈິ້ນຜິງເປັນລູກກະຕັນຍູ, ທ່ານສົ່ງເສີມທັດສະນະທີ່ວ່າ “ຄວນເຄົາລົບຜູ້ເຖົ້າໃນຄອບຄົວຕົນ ທັງ ເຄົາລົບຜູ້ເຖົ້າຂອງຄອບຄົວອື່ນ”. ໃນບົດລາຍງານຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ,ຍັງໄດ້ລະບຸເຖິງການສົ່ງເສີມໃຫ້ປະຊາຊົນ ເສາະຫາແຕ່ສິ່ງທີ່ດີຍອດຍິ່ງ, ຍົກລະດັບຄຸນນະທໍາໃນໃຈໃຫ້ສູງສົ່ງ ເຄົາລົບຜູ້ເຖົ້າ ແລະ ຮັກແພງຄອບຄົວແລະຍາດຕິພີ່ນ້ອງ, ຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ.
ຄຳວ່າ “ກະຕັນຍູ” ໄດ້ສະແດງໃຫ້ເຫັນຄວາມຮັກທີ່ຈິງໃຈຂອງລູກທີ່ມີຕໍ່ພໍ່ແມ່, ທັງໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອທີ່ມີຕໍ່ຜູ້ເຖົ້າໃນທົ່ວສັງຄົມ. ຄຳວ່າ “ຮັກ” ໄດ້ສ່ອງແສງເຖິງຄວາມຮັກແພງອັນດູດດື່ມ ຂອງພໍ່ແມ່ທີ່ມີຕໍ່ລູກ, ທັງສ່ອງແສງເຖິງການຕອບແທນບຸນຄຸນຂອງລູກດ້ວຍການເບິ່ງແຍງລ້ຽງດູ ພໍ່ແມ່.
ກ່ຽວກັບຄວາມກະຕັນຍູຕໍ່ຜູ້ເຖົ້າ ແລະ ຮັກແພງຄອບຄົວແລະຍາດຕິພີ່ນ້ອງ, ທ່ານສີຈິ້ນຜິງກ່າວວ່າ,
“ນັບແຕ່ບູຮານນະການເປັນຕົ້ນມາ, ປະຊາຊົນຈີນໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ຄອບຄົວ ແລະ ຄວາມຮັກແພງລະຫວ່າງສະມາຊິກໃນຄອບຄົວ. ຖ້າຄອບຄົວມີຄວາມປອງດອງກັນແລ້ວທຸກສິ່ງທຸກຢ່າງກໍຈະຈະເລີນຮຸ່ງເຮືອງ, ຄອບຄົວມີບັນຍາກາດມ່ວນຊື່ນ, ເຄົາລົບຜູ້ເຖົ້າຮັກແພງເດັກນ້ອຍ, ເມຍດີແມ່ປະເສີດ, ຊ່ວຍຜົວສອນລູກ, ຖະໜອມຄອບຄົວດ້ວຍຄວາມດຸໝັ່ນແລະປະຢັດ, ແລະ ສຳນວນອື່ນໆ, ລ້ວນແຕ່ສະແດງໃຫ້ເຫັນແນວຄິດດັ່ງກ່າວຂອງຊາວຈີນ. “ແມ່ຖືເຂັມ ຄ້ອງດ້າຍ ປາຍສອດຜູກ, ຫຍິບເສື້ອລູກ ດວງໃຈ ກຽມໄກຈາກ, ແມ່ຫຍິບຮ້ອຍ ແໜ້ນສຸດໃຈ ສຸດວິຊາ, ຫ່ວງບຸດຕາ ຫວນກັບຊ້າ ຈາກແດນໄກ. ໃຜວ່າ ຫຍ້າເສັ້ນນ້ອຍ ເທົ່າປອຍນຸ່ນ ຈະທຽບຄຸນ ແສງແດດອຸ່ນ ແຫ່ງລະດູບານໃໝ່.” ບົດກະວີ “ລູກອອກເດີນທາງໄກ” ທີ່ເປັນຜົນງານຂອງທ່ານເມີ້ງຈ່ຽວ ນັກກະວີຜູ້ທີ່ມີຊື່ສຽງໃນລາຊະວົງຖັງ, ໄດ້ສະແດງໃຫ້ເຫັນຄວາມສຳພັນອັນເລິກເຊິ່ງໃນຄອບຄົວຂອງປະຊາຊົນຈີນ.”
ນີ້ເປັນຄຳເຫັນຂອງທ່ານສີຈິ້ນຜິງທີ່ກ່າວໃນພິທີອວຍພອນບຸນກຸດຈີນປີ 2015 ຂອງສູນກາງພັກ ແລະລັດຖະບານຈີນ. ໃນການກ່າວຄຳເຫັນດັ່ງກ່າວ, ທ່ານສີຈິ້ນຜິງໄດ້ຍົກເອົາຜົນງານບົດກະວີທີ່ມີຊື່ສຽງຂອງທ່ານເມີ້ງຈ່ຽວໃນລາຊະວົງຖັງ.
ທ່ານສີຈິ້ນຜິງກ່າວໃນພິທີອວຍພອນບຸນກຸດຈີນປີ 2015 ຂອງສູນກາງພັກ ແລະລັດຖະບານຈີນ
ບົດກະວີນີ້ໄດ້ເຜີຍແຜ່ຢ່າງກວ້າງຂວາງຢູ່ຈີນ, ເດັກນ້ອຍໃນໂຮງອະນຸບານກໍທ່ອງຂຶ້ນໃຈໄດ້ຢ່າງຫຼ່ຽນໄຫຼ. ເມື່ອເບິ່ງຈາກເນື້ອໃນຂອງບົກກະວີນີ້ແລ້ວ, ຫຼາຍຄົນຄິດວ່າເປັນຜົນງານຂອງທ່ານເມີ້ງຈ່ຽວໃນເວລາເພິ່ນລາຈາກແມ່ໃນໄວໜຸ່ມ,ແຕ່ໃນຄວາມເປັນຈິງແລ້ວ, ນີ້ເປັນຜົນງານທີ່ເພິ່ນແຕ່ງຂຶ້ນໃນເມື່ອທ່ານມີອາຍຸ 50 ປີ.
ຄັນຊັ້ນໃນເວລາແຕ່ງບົດກະວີນີ້, ທ່ານເມີ້ງຈ່ຽວມີປະສົບການຊີວິດແນວໃດ? ເປັນຫຍັງບົດກະວີນີ້ໄດ້ເຜີຍແຜ່ຢ່າງກວ້າງຂວາງເປັນເວລາພັນກວ່າປີຈົນຮອດປະຈຸບັນ?
ທ່ານເມີ້ງຈ່ຽວເປັນນັກກະວີທີ່ມີຊື່ສຽງໃນສະໄໝກາງຂອງລາຊະວົງຖັງ(ປີ618—ປີ907). ເຖິງວ່າເພິ່ນມີຄວາມຮູ້ຄວາມສາມາດຫຼາຍ, ແຕ່ບໍ່ສົມຫວັງໃນການສອບເສັງຄັດເລືອກເປັນເຈົ້າເປັນນາຍຈາກລາຊະສຳນັກ, ຈົນຮອດອາຍຸ 46 ປີຈຶ່ງເສັງໄດ້ “ຈິ້ນຊື້” ໄດ້. ຄຳວ່າ“ຈິ້ນຊື້” ໝາຍເຖິງຜູ້ທີ່ເສັງຜ່ານການສອບເສັບຂັດເລືອກຂຸນນາງຂອງລາຊະສຳນັກສູນກາງໃນສະໄໝບູຮານຈີນ. ແຕ່ວ່າ, ການເສັງ “ຈິ້ນຊື້” ໄດ້ໃນລາຊະວົງຖັງບໍ່ໝາຍຄວາມວ່າຈະໄດ້ຕຳແໜ່ງໃນທັນທີ, ຍັງຕ້ອງຜ່ານການສອບເສັງຄັດເລືອກຈາກພາກສ່ວນບຸກຄະລາກອນ, ແລະຕ້ອງເບິ່ງວ່າມີຕຳແໜ່ງຫວ່າງຫຼືບໍ່, ໄດ້ຮັບການສະເໜີຈາກຂຸນນາງຜູ້ສຳຄັນຫຼືບໍ່, ເຊິ່ງທັງໝົດເຫຼົ່ານີ້ລ້ວນແຕ່ເປັນເງື່ອນໄຂທີ່ຈຳເປັນໃນການຄັດເລືອກຂຸນນາງໃນລາຊະວົງຖັງ. ສະນັ້ນ, ຫຼັງຈາກທ່ານເມີ້ງຈ່ຽວເສັງ “ຈິ້ນຊື້” ໄດ້ໃນໄວອາຍຸ 46 ປີແລ້ວ, ກໍບໍ່ມີໂອກາດໄດ້ຮັບຕຳແໜ່ງໃນທັນທີ. ຫຼັງຈາກນັ້ນອີກ 4 ປີ, ກໍຄືອາຍຸ 50 ປີ, ເພິ່ນຈຶ່ງໄດ້ຮັບການແຕ່ງຕັ້ງໃຫ້ເປັນຫົວໜ້າກອງປ້ອງກັນຄວາມສະຫງົບຂອງເມືອງລີ້ຢາງ. ເຖິງວ່າບໍ່ໄດ້ຕຳແໜ່ງຕາມຄາດໝາຍ, ແຕ່ສຳລັບທ່ານເມີ້ງຈ່ຽວແລ້ວ, ກໍຖືວ່າໄດ້ຮັບຕຳແໜ່ງທີ່ເພິ່ງພາອາໄສໄດ້, ແລະມີເງິນເດືອນທີ່ພໍລ້ຽງຄອບຄົວໄດ້. ສະນັ້ນ, ໃນເວລາທີ່ເພິ່ນຂຶ້ນຮັບຕຳແໜ່ງຢູ່ລີ້ຢາງເມື່ອອາຍຸ 50 ປີ, ເລື່ອງທຳອິດກໍແມ່ນຮີບເມືອບ້ານເກີດເພື່ອຮັບແມ່ໄປຢູ່ນຳເພື່ອເບິ່ງແຍງຢູ່ເມືອງລີ້ຢາງ. ບົດກະວີ “ລູກອອກເດີນທາງໄກ”ບົດນີ້ບໍ່ແມ່ນບົດກະວີທີ່ທ່ານເມີ້ງຈ່ຽວຂຽນໄວ້ໃນເວລາອຳລາແມ່ໃນໄວໜຸ່ມ, ແຕ່ແມ່ນຫຼັງຈາກແມ່ລູກສອງຄົນພາກຈາກກັນເປັນເວລາດົນນານ ແລະ ໃນທີ່ສຸດສາມາດຮັບແມ່ທີ່ມີອາຍຸສຸງແລ້ວມາຢູ່ນຳ, ຈຶ່ງໄດ້ຂຽນບົດກະວີນີ້ໄວ້.
ໃນບົດກະວີຂຽນວ່າ: “ແມ່ຖືເຂັມ ຄ້ອງດ້າຍ ປາຍສອດຜູກ, ຫຍິບເສື້ອລູກ ດວງໃຈ ກຽມໄກຈາກ, ແມ່ຫຍິບຮ້ອຍ ແໜ້ນສຸດໃຈ ສຸດວິຊາ, ຫ່ວງບຸດຕາ ຫວນກັບຊ້າ ຈາກແດນໄກ. ໃຜວ່າ ຫຍ້າເສັ້ນນ້ອຍ ເທົ່າປອຍນຸ່ນ ຈະທຽບຄຸນ ແສງແດດອຸ່ນ ແຫ່ງລະດູບານໃໝ່.”
ຜູ້ຂຽນຄິດວ່າ, ລູກທີ່ເດີນທາງ ໄກ, ໃສ່ເສື້ອຜ້າທີ່ແມ່ຫຍິບໃຫ້ດ້ວຍຕົນເອງ, ບໍ່ວ່າຈະເດີນທາງໄກປານໃດກໍຕາມ, ອອກຈາກບ້ານເປັນເວລາດົນປານໃດກໍຕາມ, ເມື່ອຄິດເຖິງແມ່ທີ່ຄອຍຖ້າລູກກັບເມືອບ້ານ, ກໍຈະມີຄວາມຮູ້ສຶກອົບອຸ່ນໃຈ. ຖ້າເວົ້າວ່າການຫຍິບເສື້ອຜ້າໃຫ້ແກ່ລູກທີ່ຈະເດີນທາງໄກເປັນການສະແດງນໍ້າໃຈທີ່ລຽບງ່າຍທີ່ສຸດ ກໍຄືຮູບການຮັກລູກຊະນິດໜຶ່ງຂອງແມ່, ຄັນຊັ້ນ, ການທີ່ລູກຮັບຮູ້ແລະຕອບແທນບຸນຄຸນແລະ ຄວາມຮັກຂອງແມ່ນັ້ນ,ເມື່ອທຽບໃສ່ການອຸທິດແບບໝົດຈິດໝົດໃຈຂອງຜູ້ເປັນແມ່ແລ້ວ,ຍິ່ງຫາທຽບຍາກແລະມີຄວາມລ້ຳຄ່າຫຼາຍກວ່າ. ໃນສອງປະໂຫຍກສຸດທ້າຍຂອງບົດກະວີນີ້ໄດ້ສ່ອງແສງເຖິງແນວຄິດອັນແທ້ຈິງຂອງທ່ານເມີ້ງຈ່ຽວ, ຄື: ໃຜວ່າ ຫຍ້າເສັ້ນນ້ອຍ ເທົ່າປອຍນຸ່ນ ຈະທຽບຄຸນ ແສງແດດອຸ່ນ ແຫ່ງລະດູບານໃໝ່.?
ເວົ້າສຳລັບທ່ານເມີ້ງຈ່ຽວແລ້ວ, ຈົນຮອດອາຍຸ 46 ປີຈຶ່ງເສັງໄດ້ “ຈິ້ນຊື້”, ຮອດອາຍຸ 50 ປີຈຶ່ງໄດ້ຕຳແໜ່ງເຈົ້ານາຍ, ແລ້ວຈຶ່ງສາມາດເບິ່ງແຍງລ້ຽງດູແມ່ຢ່າງໃກ້ຊິດ. ຖ້າບໍ່ມີແມ່ຢູ່ແນວຫຼັງໃຫ້ການສະໜັບສະໜູຸນ ແລະ ໃຫ້ກຳລັງໃຈ, ເພິ່ນອາດຈະຖິ້ມການສອບເສັງ ແລະ ບໍ່ສາມາດຍຶດໝັ້ນພາລະກິດຈົນໄປເຖິງຈຸດໄຝ່ຝັນໃນຂັ້ນສຸດທ້າຍໄດ້.
ສະນັ້ນ, ສອງປະໂຫຍກທີ່ວ່າ “ໃຜວ່າ ຫຍ້າເສັ້ນນ້ອຍ ເທົ່າປອຍນຸ່ນ ຈະທຽບຄຸນ ແສງແດດອຸ່ນ ແຫ່ງລະດູບານໃໝ່.?” ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງທ່ານເມີ້ງຈ່ຽວທີ່ມີຕໍ່ແມ່.
ໃນອີກດ້ານໜຶ່ງ, ເມື່ອເວົ້າສຳລັບຜູ້ເປັນແມ່ທຸກຄົນແລ້ວ, ລູກມີຕຳແໜ່ງສູງປານໃດອາດຈະບໍ່ສຳຄັນດອກ, ຫາເງິນໄດ້ຫຼາຍເທົ່າໃດກໍບໍ່ສຳຄັນດອກ, ສິ່ງສຳຄັນຄືໄດ້ຢູ່ຄຽງຂ້າງກັບລູກ. ສະນັ້ນ, ຖ້າຢາກຕອບແທນບຸນຄຸນຂອງແມ່, ການໃຊ້ຮູບການແນວໃດກໍບໍ່ສຳຄັນ, ສິ່ງສຳຄັນທີ່ສຸດຄືຜູ້ເປັນລູກຕ້ອງມີນໍ້າໃຈຮູ້ບຸນຄຸນແມ່ແລະຕອບແທນບຸນຄຸນແມ່ຢ່າງແທ້ຈິງຫຼືບໍ່.
ເວົ້າເລື່ອງຄວາມກະຕັນຍູ, ເຖິງວ່າຄວາມຮັກເປັນ ທຳມະຊາດຂອງ ນິດໄສມະນຸດ, ແຕ່ກໍຕ້ອງການຮໍ່າຮຽນ. ຄວາມກະຕັນຍູກໍເປັນຄວາມຮັກຊະນິດໜຶ່ງ, ສະນັ້ນຄວາມກະຕັນຍູກໍຕ້ອງການສຶກສາຮໍ່າຮຽນເຊັ່ນກັນ. ຄົນເຮົາບໍ່ຄວນຫຼົງລືມການຕອບແທນບຸນຄຸນຂອງພໍ່ແມ່ເຖິງວ່າພໍ່ແມ່ບໍ່ເຄີຍຮຽກຮ້ອງການຕອບແທນກໍຕາມ. ກໍບໍ່ຄວນຖືວ່າເປັນເລື່ອງທຳມະດາທີ່ພໍ່ແມ່ຕ້ອງຮັກລູກຢ່າງໝົດຈິດໝົດໃຈ. ຫາກຄວນໃຊ້ຄວາມກະຕັນຍູເພື່ອຕອບແທນບຸນຄຸນຂອງພໍ່ແມ່ໃນໄລຍະເວລາທີ່ພໍ່ແມ່ຍັງມີຊີວິດຢູ່ໃນໂລກນີ້, ກໍຈະບໍ່ກິນແໜງເສຍດາຍໃນຊີວິດເຮົາ.
ຄຳເຫັນ
0