ກ່ຽວກັບການເຄົາລົບຜູ້ເຖົ້າ, ທ່ານສີຈິ້ນຜິງໄດ້ດຳເນີນການປະດິດສ້າງແລະເສີມຂະຫຍາຍແນວຄິດແຫ່ງຄວາມກະຕັນຍູໃນວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຈີນ. ຜູ້ເປັນລູກຄວນກະຕັນຍູ, ຄວາມກະຕັນຍູຕໍ່ຜູ້ອາວຸໂສໃນຄອບຄົວ ເປັນຄວາມກະຕັນຍູຂະໜາດນ້ອຍ, ຄວາມຮັກນ້ອຍ, ສ່ວນການຮັກແພງເອົາໃຈໃສ່ຄົນທົ່ວໄປ, ສະແຫວງຫາຄວາມຜາສຸກໃຫ້ປະຊາຊົນເປັນຄວາມກະຕັນຍູຂະໜາດໃຫຍ່ແລະຄວາມຮັກໃຫຍ່.
ໃນປຶ້ມ “7 ປີຊີວິດໄວໜຸ່ມປັນຍາຊົນຂອງທ່ານສີຈິ້ນຜິງ”ໄດ້ບັນທຶກເລື່ອງລາວໜຶ່ງຂອງທ່ານສີຈິ້ນຜິງຄື: ຕອນເປັນໄວໜຸ່ມປັນຍາຊົນທີ່ລົງພື້ນຖານຢູ່ຊົນນະບົດທາງພາກເໜືອແຂວງສ້ານຊີ່, ມີເທື່ອໜຶ່ງ, ທ່ານສີຈິ້ນຜິງໄດ້ຍິນວ່າ ມີພໍ່ຕູ້ຜູ້ໜຶ່ງອ້າງວ່າຕົນເປັນອະດີດຜູ້ປົກປ້ອງ ທ່ານສີຈົ້ງຊົນ ພໍ່ຂອງທ່ານສີຈິ້ນຜິງໃນເມື່ອກ່ອນນັ້ນຢາກມາຫາເພິ່ນ, ທ່ານສີຈິ້ນຜິງກໍໄປຊອກຫາພໍ່ຕູ້ຄົນນັ້ນເປັນການສະເພາະ, ເມື່ອໄດ້ເຫັນພໍ່ຕູ້ກຳລັງຂໍທານຕາມຖະໜົນ, ທ່ານສີຈິ້ນຜິງອີ່ຕົນເພິ່ນຫຼາຍ, ກໍເລີຍເອົາເງິນ,ກູປອງສະບຽງອາຫານທີ່ທາງແຂວງສ້ານຊີ່ແລະກູປອງສະບຽງອາຫານແຫ່ງຊາດທີ່ຕົນຖືຕິດຕົວທັງໝົດນັ້ນມອບໃຫ້ພໍ່ຕູ້,ທັງແກ້ເສື້ອໃຫຍ່ອອກມາແລ້ວມອບໃຫ້ເພິ່ນອີກ. ໝູ່ເພື່ອນຮ່ວມທາງຈຶ່ງຖາມທ່ານສີຈິ້ນຜິງວ່າ ໄດ້ຖາມຄັກໆແລ້ວບໍວ່າ ພໍ່ຕູ້ຄົນນັ້ນເປັນຜູ້ປົກປ້ອງຂອງພໍ່ຂອງເຈົ້າແທ້ຫຼືບໍ? ທ່ານສີຈິ້ນຜິງບອກວ່າ: ພໍ່ຕູ້ຮູ້ຊື່ຂອງແມ່ແລະເອື້ອຍຂ້ອຍ, ສິ່ງທີ່ລາວເລົ່າສູ່ຟັງນັ້ນກໍຖືກຄວາມຈິງ. ໝູ່ຍັງຖາມດ້ວຍຄວາມເປັນຫ່ວງວ່າ ພໍ່ຕູ້ນັ້ນໜ້າຈະເປັນຄົນຂີ້ຕົວະຕິ໋? ທ່ານສີຈິ້ນຜິງຕອບດ້ວຍຮອຍຍີ້ມແບບສະບາຍໃຈແລະໄຮ້ຄວາມກັງວົນວ່າ, ດຽວນີ້ຂ້ອຍເປັນຊາວນາທຳມະດາ, ລາວຊິຕົວະຂ້ອຍເຮັດຫຍັງ? ລາວບໍ່ຕົວະຂ້ອຍດອກ.
ພວກເຮົາລອງຄິດເບິ່ງດຸ, ໃນສະໄໝນັ້ນ,ຊີວິດການເປັນຢູ່ຂອງທ່ານສີຈິ້ນຜິງເອງກໍພໍ່ຢູ່ພໍກິນຊື່ໆ, ຕອນນັ້ນເປັນເດືອນຕຸລາ, ຢູ່ພາກເໜືອແຂວງສ້ານຊີ່ອາກາດເລີ່ມໜາວເຢັນແລ້ວ, ແຕ່ທ່ານສີຈິ້ນຜິງຍັງແກ້ເສື້ອໃຫຍ່ຂອງຕົນມອບໃຫ້ຜູ້ເຖົ້າຄົນນັ້ນ, ສາມາດເວົ້າໄດ້ວ່າ ນີ້ຄືການຊ່ວຍເຫຼືອໝົດທຸກສິ່ງຢ່າງທີ່ຕົນມີ. ຄົນບູຮານຈີນຍ້ອງຍໍການກະທຳທີ່ຊ່ວຍເຫຼືອຜູ້ອື່ນດ້ວຍຄວາມເອື້ອເຟື້ອເຜື່ອແຜ່ລັກສະນະນີ້ວ່າ ”ເຈຍຢີ່ທຸຍສື” ແປວ່າ “ມອບເສື້ອໃຫ້ອາຫານພ້ອມ” ໝາຍຄວາມວ່າ ເອົາອາຫານຂອງຕົນໃຫ້ຜູ້ອື່ນ, ເອົາເຄື່ອງນຸ່ງຂອງຕົນໃຫ້ຜູ້ອື່ນ. ຕອນນັ້ນ ບໍ່ມີກຳລັງແຮງຈາກພາຍນອກ,ບໍ່ມີໃຜບັງຄັບ, ແຕ່ທ່ານສີຈິ້ນຜິງເຮັດແນວນັ້ນແມ່ນເນື່ອງຈາກມີຄວາມເຂົ້າໃຈ,ເຊື້ອໝັ້ນແລະເຄົາລົບຮັກ ຕໍ່ຜູ້ເຖົ້າຜູ້ໜຶ່ງ. ຄົນເຮົາໃນທຸກມື້ນີ້ສາມາດເຫັນໄດ້ວ່າ: ພາຍໃຕ້ເງື່ອນໄຂທີ່ຖານະທາງເສດຖະກິດ ໃນເວລານັ້ນກໍຂາດເຂີນຢູ່ແລ້ວ, ແຕ່ທ່ານສີຈິ້ນຜິງຍັງສາມາດມອບຄວາມຮັກແພງແລະຄວາມເຄົາລົບຕໍ່ຄົນອື່ນ, ນັ້ນແມ່ນຈິດໃຈ ກະຕັນຍູ,ເປັນທຳແລະມີຄວາມເອື້ອອາທອນ ທີ່ຄົນທຳມະດາບໍ່ສາມາດປຽບທຽບໄດ້.
ມາເຖິງປັດຈຸບັນ, ເວລາຜ່ານໄປຫຼາຍສິບປີແລ້ວ, ທ່ານສີຈິ້ນຜິງຍັງຮັກແພງເອົາໃຈໃສ່ຜູ້ເຖົ້າຄືທີ່ເຄີຍເຮັດຜ່ານມາ, ຍັງເຄົາລົບຜູ້ເຖົ້າ,ຮັກແພງຜູ້ເຖົ້າຄືໄດ້ກະຕັນຍູຕໍ່ພໍ່ແມ່ຂອງຕົນ. ໃນເວລາໄປຢ້ຽມຢາມເຮັດວຽກຢູ່ທ້ອງຖິ່ນຕ່າງໆ, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມຜູ້ເຖົ້າເລື້ອຍໆ,ຫຼາຍໆແຫ່ງໃນທົ່ວປະເທດຈີນລ້ວນແຕ່ມີເລື່ອງລາວກ່ຽວກັບທ່ານໃຫ້ການເຄົາລົບນັບຖືຜູ້ເຖົ້າ.
ວັນທີ 28 ທັນວາປີ 2013, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມຜູ້ເຖົ້າທີ່ດຳລົງຊີວິດຢູ່ເຮືອນພັກຄົນຊະລາຊືຈີ້ຊິງເມືອງໄຫຕ້ຽນນະຄອນຫຼວງປັກກິ່ງ
ວັນທີ 28 ທັນວາປີ 2013, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມຜູ້ເຖົ້າທີ່ດຳລົງຊີວິດຢູ່ເຮືອນພັກຄົນຊະລາຊືຈີ້ຊິງເມືອງໄຫຕ້ຽນນະຄອນຫຼວງປັກກິ່ງ. ເມື່ອຫວນຄືນເຖິງເຫດການຄັ້ງນັ້ນ, ທ່ານນາງຫວາງຢູນຫົງ ຫົວໜ້າທີມງານເບິ່ງແຍງຂອງເຮືອນພັກຄົນຊະລາຊືຈີ້ຊິງເວົ້າດ້ວຍຄວາມຕື້ນຕັນໃຈວ່າ: ເວລານັ້ນ, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າຫ້ອງຂອງຜູ້ເຖົ້າທັງຫຼາຍ,ນັ່ງຄຽງຂ້າງຜູ້ເຖົ້າແລະລົມກັນກັບເຂົາເຈົ້າ. ທ່ານສີຈິ້ນຜິງເປັນກັນເອງຫຼາຍ, ເພິ່ນໄດ້ສອບຖາມລະອຽດກ່ຽວກັບສະພາບດ້ານສຸຂະພາບ,ຄອບຄົວແລະການດຳລົງຊີວິດຢູ່ເຮືອນພັກຄົນຊະລາຂອງຜູ້ເຖົ້າທັງຫຼາຍ. ເພິ່ນຍັງກວດເບິ່ງລາຍການອາຫານປະຈຳອາທິດຂອງຜູ້ເຖົ້າແລະຖາມວ່າ ລາຍການອາຫານຂອງເຮືອນພັກຄົນຊະລາໄດ້ຄຳນຶງເຖິງສະພາບສຸຂະພາບແລະລົດຊາດທີ່ຜູ້ເຖົ້າແຕ່ລະຄົນມັກແລ້ວບໍ? ທ່ານຍັງໄດ້ຊີ້ນຳໃຫ້ພະນັກງານຂອງເຮືອນພັກຄົນຊະລາຄວນເອົາໃຈໃສ່ຕໍ່ຜູ້ເຖົ້າທີ່ລັດຮັບຜິດຊອບເບິ່ງແຍງລ້ຽງດູລວມທັງພວກຜູ້ເຖົ້າອະນາຖາເປັນໝ້າຍ. ຄວາມຮັກແພງເອົາໃຈໃສ່ຢ່າງລະອຽດຮອບຄອບຂອງທ່ານສີຈິ້ນຜິງໄດ້ເຮັດໃຫ້ຜູ້ເຖົ້າທັງຫຼາຍຮູ້ສຶກອົບອຸ່ນທີ່ສຸດ. ສະນັ້ນ, ໃນເວລານັ້ນ, ຜູ້ເຖົ້າທັງຫຼາຍໃຜໆກໍຮູ້ສຶກຕື່ນເຕັ້ນທີ່ສຸດ, ຕາມໃບໜ້າຂອງເຂົາເຈົ້າລ້ວນແຕ່ເຕັມໄປດ້ວຍຮອຍຍີ້ມທີ່ມີຄວາມສຸກ.
ຄວາມຈິງແລ້ວ, ເລື່ອງລາວກ່ຽວກັບທ່ານສີຈິ້ນຜິງທີ່ໃຫ້ການເຄົາລົບນັບຖືຜູ້ເຖົ້າຍັງມີຫຼາຍໆເລື່ອງ.
ວັນທີ 17 ພະຈິກປີ 2017, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມພິທີຍ້ອງຍໍຜູ້ດີເດັ່ນໃນການກໍ່ສ້າງຄວາມສີວິໄລດ້ານຈິດໃຈທົ່ວປະເທດຈີນ
ວັນທີ 17 ພະຈິກປີ 2017, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມພິທີຍ້ອງຍໍຜູ້ດີເດັ່ນໃນການກໍ່ສ້າງຄວາມສີວິໄລດ້ານຈິດໃຈທົ່ວປະເທດຈີນ, ເມື່ອໄດ້ເຫັນວ່າ ທ່ານຫວງຊວີ້ຮວາແລະທ່ານຫວງຕ້າຟ່າ ທີ່ເປັນບຸກຄົນແບບຢ່າງໃນດ້ານຄຸນສົມບັດແຫ່ງຊາດ ທີ່ມີອາຍຸສູງ, ທ່ານສີຈິ້ນຜິງກໍໄດ້ເຊີນຊວນໃຫ້ຜູ້ເຖົ້າສອງທ່ານນີ້ນັ່ງຢູແຖວໜ້າສຸດ.
ແມ່ນແທ້, ບໍ່ວ່າໃນກາລະໂອກາດໃດກໍຕາມ,ຂໍພຽງແຕ່ມີຜູ້ອາຍຸສູງ, ທ່ານສີຈິ້ນຜິງກໍຈະ ໃຫ້ຄວາມຮັກແພງເອົາໃຈໃສ່ທີ່ລະອຽດຮອບຄອບແກ່ເຂົາເຈົ້າ. ຄວາມເຄົາລົບແລະຮັກແພງຂອງທ່ານສີຈິ້ນຜິງທີ່ມີຕໍ່ຜູ້ເຖົ້າແມ່ນໄດ້ສະແດງອອກໃນທຸກວຽກງານແມ່ນແຕ່ວຽກງານເລັກໆນ້ອຍໆຂອງທ່ານ.
ທ່ານສີຈິ້ນຜິງນຳໜ້າປະຕິບັດດ້ວຍການປະພຶດຕົວຈິງໃນການສະແດງຄວາມກະຕັນຍູທີ່ມີຕໍ່ຜູ້ເຖົ້າແລະຮັກແພງຄອບຄົວ ເຊິ່ງໄດ້ເປັນແບບຢ່າງນຳໜ້າໃນການຊຸກຍູ້ການສ້າງແບບແຜນສັງຄົມທີ່ກະຕັນຍູຕໍ່ຜູ້ເຖົ້າແລະຮັກແພງຄອບຄົວຍາດຕິພີ່ນ້ອງ. ໃນກິດຈະກຳເພື່ອສາທາລະນະປະໂຫຍດໃນຫົວຂໍ້ “ຊອກຫາເຍົາວະຊົນກະຕັນຍູທີ່ດີເດັ່ນ” ເຊິ່ງໄດ້ສ້າງສຽງຕອບຮັບຢ່າງລົ້ນເຫຼືອໃນທົ່ວສັງຄົມ,ຍັງມີແຫ່ງຕ່າງໆໃນທົ່ວປະເທດຈີນໄດ້ຈັດກິດຈະກຳປະກວດ “ເມຍຜູ້ດີເດັ່ນ”, “ຄອບຄົວດີເດັ່ນ”ແລະກິດຈະກຳອື່ນໆອີກ, ເລື່ອງລາວເຫຼົ່ານີ້ລ້ວນແຕ່ກ່ຽວກັບການຖ່າຍທອດຄວາມດີງາມແຫ່ງການເຄົາລົບຜູ້ເຖົ້າ,ກະຕັນຍູຕໍ່ຜູ້ອາວຸໂສແລະຮັກແພງຄອບຄົວຍາດຕິພີ່ນ້ອງ ເຊິ່ງເປັນເລື່ອງລາວທີ່ສົ່ງອິດທິພົນແລະເຮັດໃຫ້ຄົນຈີນທຸກຄົນຮູ້ສຶກຕື້ນຕັນໃຈ ນີ້ກໍຄືພະລັງແຮງທາງບວກໃນສັງຄົມ.
ເລື່ອງລາວເຫຼົ່ານີ້ໄດ້ບອກໃຫ້ເຮົາຮູ້ວ່າ: ເຖິງແມ່ນວ່າສັງຄົມໃນທຸກມື້ນີ້ໄດ້ປ່ຽນແປງໄປທຸກມື້ທຸກເດືອນ, ໂຄງສ້າງຄອບຄົວກໍໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງກໍຕາມ, ແຕ່ຄຸນນະທຳທີ່ເປັນມູນເຊື້ອທີ່ດີງາມຄື ການເຄົາລົບຜູ້ເຖົ້າ,ກະຕັນຍູຕໍ່ຜູ້ອາວຸໂສແລະຮັກແພງຄອບຄົວຍາດຕິພີ່ນ້ອງ ບໍ່ພຽງແຕ່ບໍ່ໄດ້ສູນຫາຍໄປ, ບໍ່ໄດ້ຖືກປະຖິ້ມ,ກົງກັນຂ້າມຍັງໄດ້ຝັງຮາກເລິກໃນດິນແດນຈີນອີກດ້ວຍ.
ໃນບົດລາຍງານກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ 19, ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: ຕ້ອງຕັ້ງໜ້າຮັບມືກັບບັນຫາຜູ້ອາຍຸສູງ, ສ້າງ ນະໂຍບາຍໃຫ້ເປັນລະບົບກໍຄືສ້າງສະພາບແວດລ້ອມທາງສັງຄົມທີ່ເອື້ອອຳນວຍຕໍ່ການເບິ່ງແຍງລ້ຽງດູຜູ້ເຖົ້າ,ກະຕັນຍູຕໍ່ຜູ້ເຖົ້າແລະເຄົາລົບຜູ້ເຖົ້າ, ຊຸກຍູ້ ວຽກງານການປິ່ນປົວຜູ້ເຖົ້າແລະການລ້ຽງດຸເບິ່ງແຍງຜູ້ເຖົ້າໃຫ້ມີການປະສົມປະສານກັນ, ເລັ່ງລັດການພັດທະນາ ອຸດສາຫະກຳແລະໂຄງການກ່ຽວກັບການເບິ່ງແຍງລ້ຽງດູຜູ້ເຖົ້າ.ນີ້ໝາຍຄວາມວ່າຄວາມກະຕັນຍູຕໍ່ຜູ້ເຖົ້າ,ເບິ່ງແຍງລ້ຽງດູຜູ້ເຖົ້າແລະເຄົາລົບຜູ້ເຖົ້າໄດ້ຖືກຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຈາກດ້ານການບໍລິຫານປະເທດ, ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປົກປ້ອງສິດແລະຜົນປະໂຫຍດຂອງຜູ້ເຖົ້າສປຈີນໃຫ້ເປັນຮູບປະທຳ, ເຮັດໃຫ້ຜູ້ເຖົ້າມີຄົນເບິ່ງແຍງລ້ຽງດູ,ເຈັບເປັນໄດ້ຮັບການປິ່ນປົວ,ສາມາດສ້າງຜົນງານແລະຊົມໃຊ້ຊີວິດບັ້ນທ້າຍຢ່າງເບີກບານມ່ວນຊື່ນຢ່າງແທ້ຈິງ.
ທັດສະນະຂອງທ່ານສີຈິ້ນຜິງກ່ຽວກັບຄວາມກະຕັນຍູໃນຍຸກໃໝ່ໄດ້ສະແດງອອກໃນການເປັນແບບຢ່າງນຳໜ້າປະຕິບັດຕົວຈິງຂອງທ່ານ,ສະແດງອອກໃນຈິດໃຈຂອງທ່ານທີ່ບໍ່ພຽງແຕ່ເຄົາລົບຜູ້ເຖົ້າຜູ້ອາວຸໂສໃນຄອບຄົວຕົນເທົ່ານັ້ນຍັງໄດ້ເຄົາລົບຮັກແພງຜູ້ເຖົ້າທົ່ວໄປອີກດ້ວຍເຊິ່ງເປັນຄວາມກະຕັນຍູ,ເອື້ອອາທອນ,ຄວາມມີເມດຕາ, ຍິ່ງກວ່ານັ້ນໄດ້ສະແດງອອກໃນຈຸດທີ່ທ່ານໄດ້ຊຸກຍູ້ການພັດທະນາວຽກງານຜູ້ເຖົ້າຢ່າງຕໍ່ເນື່ອງເຊິ່ງເປັນມາດຕະການຕົວຈິງໃນການບໍລິຫານປະເທດ.
ຄຳເຫັນ
0