何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວາ​ລະ​ສານ “ຊິວ​ຊື້” ໄດ້ລົງ​ພິມ​ບົດ​ຄວາມ​​ເຫັນຂອງ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ມີ​ຫົວ​ຂໍ້​ວ່າ “ຄວາມ​ເຫັນ​ໃນ​ເວ​ລາ​ທີ່​ສຳຫຼວດກວດ​ເບິ່ງວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດCOVID-19ຢູ່​ແຂວ​ງ​ຫູ​ເປີຍ”

2020-04-01 13:32:10 CRI

ວາ​ລະ​ສານ “ຊິວ​ຊື້” ​ສະ​ບັບ​ວັນ​ທີ 1 ເມ​ສາ​ນີ້​ໄດ້ລົງ​ພິມ​ບົດ​ຄວາມເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ກາ​ນ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ທີ່​ມີ​ຫົວ​ຂໍ້​ວ່າ “ຄວາມ​ເຫັນ​ໃນ​ເວ​ລາ​ທີ່​ສຳຫຼວດກວດ​ເບິ່ງວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດCOVID-19ຢູ່​ແຂວ​ງ​ຫູ​ເປີຍ”.

 

ໃນ​ບົດ​ຄວາມເຫັນ​ກ່າວ​ເນັ້ນ​ວ່າ, ແຂ​ວງ​ຫູ​ເປີຍ ແລະ ນະ​ຄອນ​ອູ​ຮັ້ນ​ເປັນ​ຈຸດ​ສຸມ ແລະ ສະ​ໜາມ​ຮົບ​ທີ່​​ຈະ​ຕ້ອງເອົາ​ຊະ​ນະ​ໃນ​ຂັ້ນ​ສຸດ​ທ້າຍ​ໃນ​ບັ້ນ​ຕ້ານ​ພະ​ຍາດ​ຄັ້ງ​ນີ້. ໂດຍ​ຜ່ານ​ການ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຢ່າງ​ລຳ​ບາກ, ສະ​ພາບ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ຢູ່​ແຂວງ​ຫູ​ເປີຍ ແລະ ນ​ະ​ຄອນ​ອູ​ຮັ້ນ​ໄດ້​ພັດ​ທະ​ນາໄປ​ໃນ​ທິດ​ທາ​ງ​ທີ່​ດີ, ໄດ້​ຮັບ​ໝາກ​ຜົນ​ສຳ​ຄັນ​ເປັນ​ໄລ​ຍະໆ, ແຕ່​ໜ້າ​ທີ່​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ຍັງ​ໜັກ​ໜ່ວງ​ຢູ່. ຍິ່ງ​ໃນ​ເວ​ລາ​ນີ້, ຍິ່ງ​ຕ້ອງ​ຮັກ​ສາ​​ສະ​ມາ​ທິ​ໄວ້, ສືບ​ຕໍ່​ຖື​ເອົາ​ການ​ປ້ອງ​ກັນ ແລະ ຄວບ​ຄຸ​ມ​ພະ​ຍາດ​ເປັນ​ວຽກ​ບູ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນ​ປະ​ຈຸ​ບັນ, ປະ​ຕິ​ບັດວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ທຸກ​ປະ​ການ​ໃຫ້​ໜັກ​ແໜ້ນ ມີ​ຜົນ​ຕົວ​ຈິງ ແລະ ລະ​ອຽດ​ຢ່າງ​ບໍ່​ລົດ​ລະ, ເດັດ​ດ່ຽວ​ເອົາ​ຊ​ະ​ນະ​ບັ້ນ​ປ້ອງ​ກັນ​ແຂວງ​ຫູ​ເປີຍ ແລະ ບັ້ນ​ປ້ອງ​ກັນ​ນະ​ຄອນ​ອູ​ຮັ້ນ.

 

ບົດ​ຄວາມເຫັນ​ຍັງ​ຊີ້​ອອກວ່າ, ນັບ​ແຕ່​​ເກີດການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດCOVID-19 ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ, ຖື​​ເອົາຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ສຸ​ຂະ​ພາບ​ຮ່າງ​ກາຍຂອງ​ປະ​ຊາ​ຊົນ​ເປັນ​ສິ່ງ​ສຳ​ຄັ​ນກວ່າ​ໝູ່, ສຸມ​ໃສ່​​ໃຫ້​ການສະ​ໜັບ​ສະ​ໜູນ​ແຂວງ​ຫູ​ເປີຍ ແລະ ນະ​ຄອນ​ອູ​ຮັ້ນ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ, ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ ແລະ​ຄວບ​ຄຸ​ມ​ທີ່​ຮອບ​ດ້ານທີ່​ສຸດ ເຂັ້ມ​ງວດທີ່​ສຸດ ແລະ ເຖິງ​ຖອງ​ທີ່​ສຸດ, ເດັດ​ດ່ຽວ​ສະ​ກັດ​ກັ້ນ​ທ່ວ​ງ​ທ່າ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

 

ໃນ​ບົດ​ຄວາມເຫັນ​ດັ່ງ​ກ່າວ​ຍັງ​ລະ​ບຸ​ວ່, ຕ້ອງ​ຖື​ເອົາ​ວຽກ​ງານ​ປິ່ນ​ປົວ​ຄົນ​ເຈັບ​ໄວ້​ຢູ່​ອັນ​ດັບ​ໜຶ່ງ. ສຸມ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ປິ່ນ​ປົວ​ຕາມຫຼັກ​ວິ​ທະ​ຍາ​ສາດ​ຢ່າ​ງ​ຖືກ​ຕ້ອງ​ກັບ​ເປົ້າ​ໝາຍ​ທີ່​ແນ່ນອນ​, ຍົກ​ສູງ​ອັດ​ຕາ​ປິ່ນ​ປົວໃຫ້​ຫາຍ​ຂາດ​ຈາກ​ພະ​ຍາດ ແລະ ຫຼຸດ​ອັນ​ຕາ​ການ​ຕາຍ​ຍ້ອນ​ພະ​ຍາດ​​ຢ່າງຫຼາຍ​ຍິ່ງ​ດີ. ຕ້ອງ​ອາ​ໄສ​ປະ​ຊາ​ຊົນ​ຢ່າງ​ໃກ້​ຊິດ, ປຸກ​ລະ​ດົມ​ປະ​ຊາ​ຊົນ​ຢ່າງ​ເຕັ​ມ​ສ່ວນ, ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ປະ​ຊາ​ຊົນ​ໃນ​ການ​ບໍ​ລິ​ການ ແລະ ປ້ອງ​ກັນ​ຕົນ​ເອງ. ຕ້ອງ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ ແລະ ຄວ​ບ​ຄຸມ​ພະ​ຍາດ​ຢູ່​ເຂດ​ທີ່​ມີ​ກຳ​ລັງ​ບໍ່​ເຂັ້ມ​ແຂງ, ປັບ​ປຸງ​ເງື່ອນ​ໄຂ​ສາ​ທາ​ລະ​ນະ​ສຸກ​ຢູ່​ຊົນ​ນະ​ບົດ, ເພີ່ມ​ທະ​ວີ​ການ​ອົບ​ຮົມ​ໃຫ້​ແກ່​ພະ​ນັກ​ງານ​ການ​ແພດ ແລະ ພະ​ນັກ​ງານ​ຢູ່​ຂັ້ນ​ຮາກ​ຖານ​ຊົນ​ນະ​ບົດ, ສະ​ໜອງ​ອຸ​ປະ​ກອນ​ປ້ອງ​ກັນ​ພະ​ຍາດທີ່​ຈຳ​ເປັນ. ຕ້ອງ​ຮັບ​ປະ​ກັນ​ການ​ດຳ​ລົງ​ຊີ​ວິດ​ຂັ້ນ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ, ພິ​ຈາ​ລະ​ນາ​ເຖິງ​ຄວາມ​ຕ້ອງ​ການ​ດ້ານ​ການ​ດຳ​ລົງ​ຊີ​ວິດ​ຂັ້ນ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ຢ່າງ​ເຕັມ​ສ່ວນ, ຮັບ​ປະ​ກັນ​ການ​ສະ​ໜອງ​ເຄື່ອງ​ບໍ​ລິ​ໂພກ​ທີ່​ຈຳ​ເປັນ. ຕ້ອງ​ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ຈິດ​ໃຈ, ເພີ່ມ​ການ​ນຳ​ພາ​​ຫາງ​ສຽງ, ຍຶດ​ໝັ້ນການ​ປ້ອງ​ກັນ ແລະ ຄວບ​ຄຸມ​ຕາມ​ກົດ​ໝາຍ, ແກ້​ໄຂ​ບັນ​ຫາ​ທຸກ​ປະ​ເພດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ, ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງໂດຍ​ລວມ​ຂອງ​ສັງ​ຄົມ.

 

ໃນ​ບົດ​ຄວາມ​ຍັງ​ຊີ້​ອອກວ່າ, ຕ້ອງ​ສ້າງ​ລະ​ບຽບ​ການການ​ເຄື່ອນ​ໄຫວ​ທາງ​ດ້ານຂອງ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ສອດ​ຄ່ອງ​ກັບ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ. ພາຍ​ໃຕ້​ປະ​ຖົມ​ປັດ​ໄຈ​ທີ່​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ, ໃຊ້​ນະ​ໂຍ​ບາຍ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ, ຟື້ນ​ຟູ​ການ​ເຮັດ​ວຽກ ແລະ ການ​ຜະ​ລິດ​ຕາມ​ຄວາມ​ເປັນ​ຈິງ​ຂອງ​ທຸກ​ທ້ອງ​ຖິ່ນທີ່​ມີ​ຄວາມ​ສ່ຽງ​ໃນ​ລະ​ດັບທີ່ແຕກ​ຕ່າງ​ກັນ, ແລະ ຕາມປະ​ເພດ ແລະ ໄລ​ຍະ​ເວ​ລາຕາມ​ໂອ​ກາດ​ທີ່​ເໝາະ​ສົມ.

ຄຳ​ເຫັນ

0