ທ່ານສີຈິ້ນຜິງໃຫ້ກຽດແລະເຄົາລົບຜູ້ເຖົ້າຜູ້ອາວຸໂສ.
ວັນທີ 17 ພະຈິກປີ 2017, ໃນເວລາຖ່າຍຮູບຮ່ວມກັບຜູ້ແທນທີ່ເຂົ້າຮ່ວມພິທີຍ້ອງຍໍບຸກຄົນທີ່ເປັນແບບຢ່າງໃນການສ້າງຄວາມສີວິໄລດ້ານຈິດໃຈທົ່ວປະເທດ, ທ່ານສີຈິ້ນຜິງໄດ້ຈັບມືທ່ານ ຫວງຊູຮວາທີ່ອາຍຸ 93 ປີແລະທ່ານຫວງຕ້າຟ່າ ທີ່ອາຍຸ 82 ປີເພື່ອເຊີນຊວນເຂົາເຈົ້າມານັ່ງຢູ່ຄຽງຂ້າງຕົນ.
ເວົ້າເຖິງເລື່ອງທີ່ຄົນເຮົາທຸກຄົນຄວນພິຈາລະນາວ່າ ຄວນຈະເຮັດແນວໃດເພື່ອເຮັດດີກັບຜູ້ເຖົ້າທັງຫລາຍທີ່ຢູ່ໃກ້ໂຕເຮົາ. ຄັນຊັ້ນ, ຜູ້ເຖົ້າທີ່ຢູ່ໃກ້ໂຕເຮົາແມ່ນໃຜ? ຜູ້ຂຽນເຫັນວ່າ ນິຍາມກ່ຽວກັບເລື້ອງນີ້ຢ່າງໜ້ອຍຕ້ອງປະກອບມີຜູ້ເຖົ້າ 3 ປະເພດຄື:
ໜຶ່ງ, ແນ່ນອນຕ້ອງແມ່ນຄອບຄົວຂອງຕົນເອງ ເປັນຜູ້ທີ່ມີສາຍຜູກພັນດ້ານສາຍເລືອດໂດຍກົງກັບພວກເຮົາເຊິ່ງໝາຍເຖິງພໍ່ແມ່,ປູ່ຍ່າ,ພໍ່ເຖົ້າແມ່ເຖົ້າ, ນີ້ຄືຜູ້ເຖົ້າທີ່ຢູ່ໃກ້ໂຕເຮົາທີ່ມີສ່ວນຜູກພັນໂດຍກົງກັບພວກເຮົາ.
ຜູ້ເຖົ້າປະເພດທີສອງຄື: ຜູ້ເຖົ້າທີ່ມີສ່ວນພົວພັນກັບການດຳລົງຊີວິດຂອງພວກເຮົາເຊັ່ນວ່າ ຄົນຂ້າງເຮືອນ, ຜູ້ເຖົ້າຈຳນວນໜຶ່ງທີ່ດຳລົງຊີວິດຢູ່ໃນເຂດຊຸມຊົນດຽວກັນ ແລະຕ້ອງການຄວາມຊ່ວຍເຫຼືອຈາກພວກເຮົາ.
ຜູ້ເຖົ້າປະເພດທີສາມຄື: ຜູ້ເຖົ້າທີ່ເປັນຄົນແປກໜ້າທີ່ບໍ່ມີສ່ວນພົວພັນໂດຍກົງກັບການດຳລົງຊີວິດຂອງພວກເຮົາ. ຕົວຢ່າງວ່າ, ຜູ້ເຖົ້າທີ່ພົບພໍ້ຢູ່ໃນລົດເມ,ລົດໄຟໃຕ້ດິນທີ່ພວກເຮົາສົມຄວນເສຍສະຫລະບ່ອນນັ່ງໃຫ້ພວກເພິ່ນ ຫຼື ຜູ້ເຖົ້າທີ່ພົບພໍ້ຢູ່ຕາມຖະໜົນຫົນທາງທີ່ຕ້ອງການຄວາມຊ່ວຍເຫຼືອ,ນອກນີ້ ຍັງມີຜູ້ເຖົ້າທີ່ດຳລົງຊີວິດຢູ່ເຮືອນພັກຄົນຊະລາ, ພວກເຮົາກໍຄວນໃຫ້ຄວາມເອົາໃຈໃສ່ແລະຊ່ວຍເຫຼືອຕາມຄວາມສາມາດ.
ຖ້າຫາກວ່າ ພວກເຮົາສາມາດປະຕິບັດຕໍ່ຜູ້ເຖົ້າທີ່ຢູ່ໃກ້ໂຕເຮົາໄດ້ດີຄືດັ່ງທີ່ລະບຸໄວ້ໃນປຶ້ມ “ຕີ້ຈືກຸ່ຍ”(ປຶ້ມ “ລະບຽບລູກສິດ”)ວ່າ: “ຟ້ານອ້າຍຈົ່ງເອີຊິນເຢີນ”ແປວ່າ: ມີຄວາມຮັກຕໍ່ຄົນທົ່ວໄປແລະ ໃກ້ຊິດກັບຄົນຜູ້ມີຄຸນສົມບັດແລະມີຄວາມເມດຕາກະລຸນາ, ແລະສາມາດປະພຶດຕົວດັ່ງທີ່ເມີ້ງຈື ບຸກຄົນຕົວແທນປັດຊະຍາຂົງຈື ໄດ້ເວົ້າວ່າ “ຊິນສີຊິນ,ຈາງສີຈາງ”ແປວ່າ: ຕ່າງຄົນຕ່າງກໍຮັກແພງພໍ່ແມ່,ຕ່າງຄົນກໍເຄົາລົບຜູ້ອາວຸໂສຂອງຕົນ, ເມື່ອເປັນແນວນັ້ນ, ການພົວພັນສັງຄົມຂອງພວກເຮົາແນ່ນອນແລ້ວຕ້ອງເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມຮັກແພງ.
ເວົ້າຮອດນີ້, ດວງມະນີໄດ້ຄິດພໍ້ເລື່ອງລາວເລື່ອງໜຶ່ງທີ່ເຮັດໃຫ້ຕົນເອງຮູ້ສຶກປະທັບໃຈຫຼາຍ,ເຊິ່ງເປັນເລື່ອງກ່ຽວກັບ ຫຼີ້ມີ້ ນັກວັນນະຄະດີຜູ້ມີຊື່ສຽງ ໃນສະໄໝສາມກົກຂອງຈີນຄືແຕ່ປີ 220-ປີ280, ທຳອິດ,ຫຼີ້ມີ້ເປັນເສນາອາມາດຂອງແຄວ້ນສູ, ພາຍຫລັງທີ່ແຄວ້ນສູຖືກດັບສູນແລ້ວ,ຊືມາຢຽນ ເຈົ້າຊີວິດຈິ້ນອູຕີ້ ເຊິ່ງເປັນເຈົ້າຊີວິດອົງທຳອິດທີ່ສະຖາປະນາລາຊະວົງຈິ້ນຕາເວັນຕົກເມື່ອໄດ້ຍິນວ່າ ຫຼີ້ມີ້ເປັນຜູ້ມີຄວາມຮູ້ຄວາມສາມາດທັງມີຄຸນສົມບັດ, ພະອົງ ກໍເລີຍໄດ້ຂຽນພະລາຊະສານສະ ເໜີໃຫ້ຫຼີ້ມີ້ໄປເປັນລາຊະຄູຂອງອົງມຸງກຸດຕົນ. ເມື່ອໄດ້ຮັບພະຊາຊະສານຂອງເຈົ້າຊີວິດ, ຫຼີ້ມີ້ໄດ້ປະຕິເສດຕຳແໜ່ງທີ່ເຈົ້າຊີວິດສະເໜີໃຫ້. ດ້ວຍເຫດໃດເພິ່ນຈິ່ງປະຕິເສດ? ເພິ່ນໄດ້ຂຽນຄຳກາບທູນເຖິງເຈົ້າຊີວິດ ເຊິ່ງຊື່ວ່າ “ເສີນຊິງປຽວ”ແປວ່າ ສານຊີ້ແຈງເຫດຜົນ ເຊິ່ງເປັນບົດຄວາມອຳມະຕະທີ່ສ້າງຊື່ສຽງຊົ່ວກາລະນານໃນປະຫວັດສາດວັນນະຄະດີຈີນ, ໃນສານຊີ້ແຈງນີ້,ຫຼີ້ມີ້ໄດ້ເລົ່າເຖິງເຫດຜົນທີ່ຕົນເອງປະຕິເສດຂໍ້ສະເໜີຂອງເຈົ້າຊີວິດ. ຄວາມຈິງແລ້ວ, ຫຼີ້ມີ້ເສຍພໍ່ມາຕັ້ງແຕ່ຍັງນ້ອຍ, ແມ່ໄດ້ສ້າງຄອບຄົວໃໝ່ອີກ, ສ່ວນຫຼີ້ມີ້ແມ່ນຍ່າເປັນຜູ້ເບິ່ງແຍງລ້ຽງດູຈົນເຕີບໃຫຍ່ຂຶ້ນມາ. ທ່ານຜູ້ຟັງ, ຈາກສະໄໝສາມກົກຈົນຮອດສະໄໝຈິ້ນຕາເວັນຕົກແລະຈິ້ນຕາເວັນອອກໃນປະຫວັດສາດຂອງຈີນເປັນໄລຍະທີ່ສັງຄົມຕົກຢູ່ໃນຄວາມວຸ້ນວາຍທີ່ສຸດ, ຍ່າທີ່ເປັນແມ່ໝ້າຍເປັນຜູ້ເບິ່ງແຍງລ້ຽງດູຫຼານນ້ອຍໃຫ້ເຕີບໃຫຍ່ຂຶ້ນມາເຊິ່ງເປັນເລື່ອງຫຍຸ້ງຍາກລຳບາກທີ່ສຸດ.
ສ່ວນໃນເວລາທີ່ຫຼີ້ມີ້ຂຽນສານ “ເສີນຊິງປຽວ”, ຍ່າຂອງເພິ່ນມີອາຍຸ 96 ປີແລ້ວ, ເພິ່ນເອງເປັນໄວກາງຄົນທີ່ມີອາຍຸ 44 ປີ, ສະນັ້ນ, ໃນສານດັ່ງກ່າວ, ຫຼີ້ມີ້ໄດ້ຂຽນວ່າ: ຕົນເອງຍັງມີເວລາຫຼາຍທີ່ຈະຮັບໃຊ້ ແລະ ຕອບແທນບຸນຄຸນເຈົ້າຊີວິດ, ແຕ່ວ່າ ເວລາທີ່ຕົນສາມາດເບິ່ງແຍງດູແລ ແລະ ຢູ່ຄຽງຂ້າງຍ່ານັ້ນແມ່ນເຫຼືອບໍ່ຫຼາຍແລ້ວ. ເພິ່ນເວົ້າດ້ວຍຄວາມຈິງໃຈຢ່າງປະທັບໃຈວ່າ: “ຖ້າບໍ່ມີຍ່າເບິ່ງແຍງລ້ຽງດູ, ຕົນເອງກໍບໍ່ອາດສາມາດເຕີບໃຫຍ່ຂຶ້ນມາໄດ້, ຖ້າຕົນເອງບໍ່ຢູ່ຄຽງຂ້າງເບິ່ງແຍງດູແລແລະໃຫ້ກຳລັງໃຈຍ່າ, ຍ່າຂອງຕົນກໍບໍ່ສາມາດດຳລົງຊີວິດຢ່າງມີຄວາມສຸກໄດ້ໃນບັ້ນທ້າຍຊີວິດ.” ໃນສານສະບັບນີ້,ຫຼີ້ມີ້ຍັງຂຽນຕື່ມວ່າ: ຂ້ານ້ອຍຂໍຮຽນຈິດສຳນຶກຈາກກາທີ່ຕອບແທນບຸນຄຸນພໍ່ແມ່ດ້ວຍການລ້ຽງດູ,ຂໍຄວາມເຫັນ ໃຈຈາກພະອົງອະນຸຍາດໃຫ້ຂ້ານ້ອຍເຮັດສຳເລັດຕາມຄວາມປາຖະໜາທີ່ຢາກເບິ່ງແຍງລ້ຽງດູຍ່າໃນບັ້ນທ້າຍຊີວິດຂອງເພິ່ນ. ຈາກນີ້ ພວກເຮົາຈຶ່ງສາມາດເຫັນວ່າ: ກາເປັນສັດ ກໍຍັງມີຈິດສຳນຶກຮູ້ຕອບແທນບຸນຄຸນດ້ວຍການເບິ່ງແຍງລ້ຽງດູພໍ່ແມ່, ສ່ວນພວກເຮົາເປັນມະນຸດຜູ້ປະເສີດຊິປະຖີ້ມຄອບຄົວທີ່ແສນຮັກໄດ້ແນວໃດ?
ເມື່ອອ່ານສານ “ເສີນຊິງປຽວ” ແລ້ວ ໃຜໆກໍຮູ້ສຶກຕື້ນຕັນໃຈຫຼາຍ, ຕາມການເລົ່າຂານກັນວ່າ: ເມື່ອເຈົ້າຊີວິດຈິ້ນອູຕີ້ ໄດ້ອ່ານສານກາບທູນນີ້ແລ້ວກໍຊາບຊື້ງນຳຄວາມກະຕັນຍູທີ່ສຸດຂອງຫຼີ້ມີ້, ພະອົງບໍ່ພຽງແຕ່ບໍ່ໄດ້ບັງຄັບໃຫ້ຫຼີ້ມີ້ຮັບໜ້າທີ່ຕຳແໜ່ງທັນທີ, ຍັງໄດ້ພະລາຊະທານນາງສາວຮັບໃຊ້ສອງຄົນໃຫ້ຫຼີ້ມີ້ເພື່ອຊ່ວຍເບິ່ງແຍງຍ່າຂອງລາວ, ນອກນີ້ຍັງໄດ້ສັ່ງໃຫ້ຂຸນນາງໃນເມືອງທີ່ຫຼີ້ມີ້ດຳລົງຊີວິດຢູ່ນັ້ນໃຫ້ການຮັບປະກັນທີ່ດີແລະໃຫ້ການອຸດໜູນຕໍ່ການດຳລົງຊີວິດການຂອງຫລີ້ມີ້ ແລະ ຍ່າຂອງລາວ.
ພາຍຫຼັງຫຼີ້ມີ້ໄດ້ສົ່ງສານຊີ້ແຈງເພື່ອກາບທູນ “ເສີນຊິງປຽວ” ໄດ້ໜຶ່ງປີປາຍແລ້ວ, ຍ່າຂອງເພິ່ນກໍລາຈາກໂລກໄປ. ຫຼີ້ມີ້ໄດ້ເກັບຕົວຢູ່ແຕ່ເຮືອນເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຍ່າເປັນເວລາ 3 ປີ, ຫຼັງຈາກ 3 ປີຜ່ານໄປ, ໃນທີ່ສຸດ ຫຼີ້ມີ້ກໍໄດ້ຕອບສະໜອງກັບຂໍ້ສະເໜີຂອງເຈົ້າຊີວິດຈິ້ນອູຕີ້ ໂດຍຮັບໜ້າທີ່ດຳລົງຕຳ ແໜ່ງເປັນລາຊະຄູຂອງອົງມຸງກຸດ.ສ່ວນສານ “ເສີນຊິງປຽວ”ທີ່ຂຽນໂດຍຫຼີ້ມີ້ກໍໄດ້ກາຍເປັນບົດຄວາມທີ່ມີຊື່ສຽງກ່ຽວກັບຈິດສຳນຶກແຫ່ງຄວາມກະຕັນຍູ ແລະ ການເຄົາລົບນັບຖືຜູ້ອາວຸໂສ ເຊິ່ງໄດ້ສືບທອດກັນມາເຖິງຄົນຮຸ່ນຫຼັງຈົນເຖິງປັດຈຸບັນນີ້.
ນອກຈາກເລື່ອງລາວກ່ຽວກັບຫຼີ້ມີ້ທີ່ກະຕົນຍູ ແລະ ເຄົາລົບນັບຖືຜູ້ເຖົ້າດ້ວຍການເບິ່ງແຍງລ້ຽງດູຍ່າແລ້ວ, ໃນປະຫວັດສາດຂອງຈີນຍັງມີເລື່ອງລາວທີ່ມີຊື່ສຽງກ່ຽວກັບຄວາມກະຕັນຍູຕໍ່ຜູ້ອາວຸໂສ. ນັ້ນກໍຄືເລື່ອງ “ຈົ່ງເຂົ້າໄໝ້ຕິດກົ້ນໝໍ້ໄວ້ໃຫ້ແມ່”. ໃນສະໄໝບູຮານຂອງຈີນ, ມີຄົນໜຶ່ງຊື່ວ່າ ເສີນຢີ, ແມ່ຂອງລາວມັກກິນເຂົ້າຕິດກົ້ນໝໍ້ເປັນພິເສດ, ສະນັ້ນ, ບໍ່ວ່າ ເສີນຢີໄປດຳລົງຕຳແໜ່ງເຈົ້າໜ້າທີ່ການນຳຢູ່ຕ່າງຖິ່ນຫຼືໄປວຽກຕ່າງຖິ່ນ, ເມື່ອຫຸງເຂົ້າເທື່ອໃດ, ລາວກໍເອົາເຂົ້າໄໝ້ຕິດກົ້ນໝໍ້ເກັບໄວ້ໃນຖົງຕິດໂຕໄປນຳ,ເມື່ອສະສົມໄວ້ໄດ້ໄລຍະໜຶ່ງແລ້ວ, ຕອນກັບເມືອເຮືອນ, ລາວກໍເອົາເຂົ້າໄໝ້ຕິດກົ້ນໝໍ້ເຫຼົ່ານີ້ໄປໃຫ້ແມ່ກິນ. ພາຍລຸນມາ, ຊຸ່ນເອີ່ນ ໂຈນສະຫຼັດໄດ້ກໍ່ລັດຖະປະຫານທາງການທະຫານ, ຕອນນັ້ນ, ເສີນຢີໄດ້ສະສົມເຂົ້າກົ້ນໝໍ້ໄວ້ເປັນຈຳນວນຫຼາຍສົມຄວນ,ແຕ່ຍັງບໍ່ທັນມີເວລາສົ່ງເມື່ອໃຫ້ແມ່ຢູ່ທາງເຮືອນຕົນໄດ້,ກໍຕ້ອງໄດ້ເອົາຕິດໂຕຕາມກອງທັບໄປສູ້ຮົບຢູ່ແນວໜ້າຢ່າງຮີບດ່ວນ, ພາຍຫຼັງມາ, ກອງທັບໄດ້ປະລາໄຊໃນສົງຄາມຄັ້ງນັ້ນ, ກອງທະຫານແຕກສະຫຼາຍກະແຈກກະຈາຍ, ນາຍແລະພົນທະຫານຈຳນວນຫຼາຍພາກັນແຕກໜີໄປລີ້ຢູ່ໃນປ່າ, ຫຼາຍໆຄົນຕາຍຍ້ອນອຶດຫິວ, ສ່ວນເສີນຢີມີເຂົ້າໄໝ້ຕິດກົ້ນໝໍ້ໃນຖົງຕິດໂຕເປັນຈຳນວນຫຼາຍ, ໃນທີ່ສຸດ ລາວກໍລອດຊີວິດ, ສະນັ້ນ ຄົນທັງຫຼາຍຈິ່ງເວົ້າວ່າ ອັນນີ້ເປັນສິ່ງຕອບແທນທີ່ໃຫຍ່ທີ່ສຸດທີ່ເສີນຢີໄດ້ຮັບຈາກຄວາມກະຕັນຍູທີ່ມີຕໍ່ແມ່.
ນິທານເລື່ອງນີ້ບັນທຶກໄວ້ໃນປຶ້ມ “ຊື້ໂຊຊິນຢີ ເຕີສິງ” ແປວ່າ ບັນທຶກນິຍາຍໃໝ່ຂອງໂລກ-ສິນທຳ , ເຊິ່ງສະແດງໃຫ້ເຫັນວ່າ ເຖິງຈະເປັນສະໄໝສາມກົກຈົນຮອດສະໄໝຈິ້ນຕາເວັນຕົກແລະຈິ້ນຕາເວັນອອກທີ່ໃຫ້ຄວາມສຳຄັນແກ່ຄວາມເສລີສ່ວນບຸກຄົນນັ້ນ, ຄວາມກະຕັນຍູຍັງຄົງເປັນຄຸນນະທຳຢ່າງໜຶ່ງທີ່ໄດ້ຮັບການເຄົາລົບນັບຖື,ເຜີຍແຜ່ ແລະ ຖ່າຍທອດໃຫ້ກັນຢ່າງກວ້າງຂວາງໃນຍຸກນັ້ນ.
ທ່ານຜູ້ຟັງ, ໃນປະຫວັດສາດຂອງຈີນຍັງມີຫຼາຍໆເລື່ອງລາວໃນລັກສະນະດັ່ງກ່າວນີ້, ຈິດສຳນຶກແຫ່ງການເຄົາລົບນັບຖືຜູ້ອາວຸໂສຢ່າງຈິງໃຈຄືແນວນີ້ ແມ່ນສາມາດເລີ່ມຈາກການປະຕິບັດຈາກຕົນເອງແລ້ວຖ່າຍທອດສູ່ຄົນອື່ນໄດ້, ອັນໄດ້ເຮັດໃຫ້ຈິດສຳນຶກແຫ່ງການເຄົາລົບນັບຖືຜູ້ເຖົ້າຜູ້ອາວຸໂສໄດ້ຮັບການເສີມຂະຫຍາຍເປັນຢ່າງດີໃນທົ່ວສັງຄົມຈົນສາມາດສ້າງເປັນບັນຍາກາດທີ່ອົບອຸ່ນ ແລະ ດີງາມໃນສັງຄົມໄດ້.
ດັ່ງທີ່ປຶ້ມ 《ຊ້ຽວຈິ່ງ》ແປວ່າ “ປື້ມແຫ່ງຄວາມກະຕັນຍູ” ໄດ້ລະບຸໄວ້ວ່າ ທຸກສິ່ງຢ່າງໃນໂລກນີ້,ຄົນເປັນທີ່ປະເສີດທີ່ສຸດ, ການປະພຶດຕ່າງໆຂອງຄົນ, ຄວາມກະຕັນຍູເປັນທີ່ສຳຄັນທີ່ສຸດ. ຄຳນີ້ໄດ້ສ່ອງແສງໃຫ້ເຫັນເຖິງຄຸນນະທຳທີ່ເປັນມູນເຊື້ອທີ່ດີງາມຂອງຊາດຈີນໃນການເຄົາລົບນັບຖືຜູ້ເຖົ້າຜູ້ອາວຸໂສ, ເຊິ່ງມາເຖິງທຸກມື້ນີ້ກໍຍັງຍືນຍົງຄົງຕົວຄືເກົ່າ.
ແຕ່ລະຄົນຕ້ອງມີມື້ທີ່ເຖົ້າແກ່,ສະນັ້ນ, ຂໍໃຫ້ທຸກທ່ານຈົ່ງປະຕິບັດຢ່າງມີຄວາມເມດຕາກະລຸນາຕໍ່ຜູ້ເຖົ້າຜູ້ອາວຸໂສທີ່ຢູ່ໃກ້ໂຕ, ນີ້ເປັນສິ່ງທີ່ພວກເຮົາທຸກຄົນສົມຄວນເຮັດຕາມຄວາມສາມາດຂອງຕົນ.
ຄຳເຫັນ
0