刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

"ທ່ານລຸງສີ ມາຂີ່ເຮືອນຳກັນບໍ?"

2020-04-01 15:15:57 CRI


ຕອນບ່າຍວັນທີ 31 ມີນາຜ່ານມານີ້, ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ເດີນທາງ ໄປສຳຫຼວດກວດເບິ່ງສວນສາທາລະນະດິນທາມຊີ່ຊີ່ ທີ່ນະຄອນຮາງໂຈ່ວຂອງຈີນ. ຄຽງຄູ່ກັບສະພາບພະຍາດດີຂຶ້ນ, ນັກທ່ອງທ່ຽວກໍພາ​ກັນ​ໄປ​ທ່ຽວເພີ່ມຫຼາຍຂຶ້ນ. ເມື່ອໄດ້ພົບ ເຫັນທ່ານເລຂາທິການໃຫຍ່ແລ້ວ, ນັກທ່ອງທ່ຽວທີ່ພວມຂີ່ເຮືອຊົມທີວ​ທັດໄດ້​ສົ່ງ​ສຽງທັກທາຍສະບາຍດີກັບທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ທັງ​ໄດ້​ເອີ້ນ​ໃສ່​ເພິ່ນ​ວ່າ: ທ່ານ​ລຸງ​ສີ ມາຂີ່ເຮືອນຳກັນ​ເດີ. ທ່ານສີຈິ້ນຜິງໄດ້ໂບກມື ທັກທາຍສະບາຍດີກັບນັກທ່ອງທ່ຽວ ແລະຖາມວ່າ:ເຮືອນີ້ຂີ່ໄດ້ຈັກຄົນ? ເພິ່ນ​ກ່າວ​ດ້ວຍ​ທ່າ​ທີ​ທີ່ຍີ້ມແຍ້ມແຈ່ມໃສວ່າ: ຂ້າພະເຈົ້າ​ກໍຢາກ​ໄປຂີ່ເຮືອ​ນຳແທ້, ແຕ່ຄະ​ນ​ະ​ຂອງ​ພວກຂ້າພະເຈົ້າມີ​ຄົນ​ອ່າວຫຼາຍ.

 

ຄຳ​ເຫັນ

0