ໃນວັດທະນະທຳປັດຊະຍາຂົງຈື້ຂອງຈີນ, ໄດ້ເນັ້ນໃສ່ຄວາມກະຕັນຍູຕໍ່ພໍ່ແມ່, ນີ້ບໍ່ພຽງແຕ່ໝາຍເຖິງການຕອບສະໜອງຕາມຄວາມຕ້ອງການຂອງພໍ່ແມ່ໃນດ້ານວັດຖຸເທົ່ານັ້ນ. ຂົງຈື້ເຄີຍກ່າວວ່າ: “ທຸກມື້ນີ້ເວົ້າເຖິງເລື່ອງກະຕັນຍູ, ບໍ່ພຽງແຕ່ໝາຍເຖິງການລ້ຽງດູພໍ່ແມ່ເທົ່ານັ້ນ. ພວກເຮົາກໍໄດ້ລ້ຽງໝາ ແລະມ້າໄວ້, ຖ້າບໍ່ໄດ້ເຄົາລົບພໍ່ແມ່, ມັນຈະບໍ່ຕ່າງຫຍັງກັບການລ້ຽງໝາ ແລະ ມ້າແມ່ນບໍ?” ເຊິ່ງໝາຍຄວາມວ່າ, ການຕອບສະໜອງຕາມຄວາມຕ້ອງການດ້ານວັດຖຸນັ້ນບໍ່ແມ່ນເນື້ອແທ້ທັງໝົດຂອງຄວາມກະຕັນຍູ, ຫາກເປັນພຽງແຕ່ດ້ານໜຶ່ງເທົ່ານັ້ນ. ເຈີ່ງຈື ລູກສິດຂອງຂົງຈືທັງເປັນບຸກຄົນຕົວແທນປັດຊະຍາຂົງຈືເຄີຍກ່າວວ່າ “ຄວາມກະຕັນຍູໃຫຍ່ທີ່ສຸດແມ່ນການເຄົາລົບແລະໃຫ້ກຽດ ແກ່ພໍ່ແມ່, ຖັດຈາກນັ້ນແມ່ນການບໍ່ທຳລາຍຊື່ສຽງ ຫຼື ກຽດສັກສີຂອງພໍ່ແມ່, ຕ່ຳລົງມາຈຶ່ງແມ່ນການລ້ຽງດູ.” ຈາກນັ້ນພວກເຮົາຈຶ່ງເຫັນໄດ້ວ່າ, ການລ້ຽງດູພໍ່ແມ່ເປັນຄວາມກະຕັນຍູໃນລະດັບຕໍ່າທີ່ສຸດ. ສະນັ້ນ, ທຸກມື້ນີ້ພວກເຮົາເວົ້າເຖິງຄວາມກະຕັນຍູຂອງລູກ, ກ່ອນອື່ນໝົດຕ້ອງມີຈິດສຳນຶກກະຕັນຍູ, ຮູ້ບຸນຄຸນ ແລະ ຮູ້ຕອບແທນບຸນຄຸນຂອງພໍ່ແມ່, ນີ້ເປັນສິ່ງສຳຄັນທີ່ຕ້ອງຮໍ່າຮຽນຕະຫຼອດຊີວິດຂອງຄົນເຮົາ.
ຄວາມກະຕັນຍູເປັນມູນເຊື້ອທີ່ດີງາມຂອງປະຊາຊາດຈີນ, ທ່ານສີຈິ້ນຜິງບໍ່ພຽງແຕ່ໃຫ້ຄວາມສຳຄັນຢ່າງສູງຕໍ່ການຖ່າຍທອດທິດສະດີໃນດ້ານວາຈາເທົ່ານັ້ນ, ຍັງເນັ້ນໃສ່ການສັ່ງສອນດ້ວຍການປະພຶດປະຕິບັດຕົວຈິງອີກດ້ວຍ. ທ່ານໄດ້ທຸ້ມເທຄວາມຮັກອັນເລິກເຊິ່ງໃຫ້ກັບພໍ່ແມ່ໃນເລື່ອງຊີວິດປະຈຳວັນເລັກໆນ້ອຍໆ.
ພວກເຮົາມາເບິ່ງເຄື່ອງຂອງທຳມະດາຈຳນວນໜຶ່ງທີ່ສ່ອງແສງໃຫ້ເຫັນວ່າທ່ານສີຈິ້ນຜິງໄດ້ປະພຶດຕົນແນວໃດໃນການສະແດງອອກເຖິງຄວາມກະຕັນຍູ.
ແມ່ຂອງທ່ານສີຈິ້ນຜິງໄດ້ຫຍິບຖົງໃສ່ເຂັມໃຫ້ລູກຊາຍ
ເຄື່ອງທີ 1, ເປັນຖົງໃສ່ເຂັມ. ໃນເວລາທ່ານສີຈິ້ນຜິງລົງພື້ນຖານດຳລົງຊີວິດແລະອອກແຮງງານຢູ່ພາກເໜືອແຂວງສ້ານຊີ່, ຕອນທ່ານຍັງເປັນນັກຮຽນມັດທະຍົມຕອນຕົ້ນ. ເພື່ອຝາກຄວາມຄິດຮອດຄິດເຖິງ, ແມ່ຂອງທ່ານສີຈິ້ນຜິງກໍໄດ້ຫຍິບຖົງໃສ່ເຂັມ ໃຫ້ລູກຊາຍ. ຢູ່ດ້ານນອກຖົງໜ່ວຍນີ້ຍັງໄດ້ ແສ່ວຕົວໜັງສືສີແດງ3 ໂຕ, ຄື “ນຽງເຕິຊິ່ນ” ແປວ່າ “ໃຈຂອງແມ່”. ແມ່ຂອງທ່ານສີຈິ້ນຜິງໄດ້ຫຍິບຖົງໃສ່ເຂັມກໍປານໄດ້ໃຊ້ເສັ້ນດ້າຍຫຍິບຄວາມຮັກອັນເລິກເຊິ່ງ ແລະ ໝົດຈິດໝົດໃຈຂອງຕົນໄວ້ຢູ່ຕາມຮອຍຫຍິບແລະ ເສັ້ນດ້າຍ.
ໃນເວລາ 7 ປີທີ່ລົງພື້ນຖານດຳລົງຊີວິດແລະອອກແຮງງານຢູ່ຊົນນະບົດ, ໃຈຂອງແມ່ໄດ້ຢູ່ຄຽງຂ້າງທ່ານສີຈິ້ນຜິງຢູ່ສະເໝີ, ແລະເປັນກຳລັງແຮງໃຈຢ່າງບໍ່ເຫືອດແຫ້ງໃຫ້ແກ່ທ່ານສີຈິ້ນຜິງ, ເຊິ່ງຊ່ວຍທ່ານຜ່ານຜ່າຄວາມຫຍຸ້ງຍາກອີກແລ້ວອີກຕື່ມ. ໃນເວລາ 7 ປີນັ້ນ, ທ່ານສີຈິ້ນຜິງໄດ້ເຮັດວຽກຢ່າງໜັກແໜ້ນ, ເຮັດແທ້ທຳຈິງ, ບຸກບືນສູ້ຊົນດ້ວຍຄວາມທໍລະຫົດອົດທົນ. ໃນ ເວລາ 7 ປີນັ້ນ, ຫຼັກການ ແລະ ຄະຕິເຕືອນໃຈທີ່ສຳຄັນຕ່າງໆໄດ້ຈາລຶກເຂົ້າສູ່ເລືອດເນື້ອຂອງທ່ານສີຈິ້ນຜິງຢ່າງເລິກເຊິ່ງ, ຄື “ຕ້ອງມີຄວາມຮັກແພງຢ່າງຈິງໃຈກັບປະຊາຊົນ, ຄົນຕ້ອງມີອຸດົມຄະຕິທີ່ສູງສົ່ງ, ຕ້ອງເຮັດວຽກຕົວຈິງໃຫ້ດີເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ”. ກໍແມ່ນ 7 ປີນັ້ນ, ທ່ານສີຈິ້ນຜິງໄດ້ເສີມຂະຫຍາຍຄວາມກະຕັນຍູຂອງຕົນຈາກກະຕັນຍູ ແລະຄວາມຮັກຕໍ່ແມ່ຂອງຕົນກາຍມາເປັນຄວາມກະຕັນຍູ ແລະ ຄວາມຮັກ ຕໍ່ຜູ້ເຖົ້າທັງຫຼາຍໃນສັງຄົມ.
ຮູບໃບນີ້ໄດ້ບັນທຶກຈຸດເວລາທີ່ອົບອຸ່ນເມື່ອທ່ານສີຈິ້ນຜິງຈູງມືແມ່ຍ່າງຫຼິ້ນຢູ່ໃນສວນສາທາລະນະ
ສິ່ງທີ 2 ແມ່ນຮູບຖ່າຍໃບໜຶ່ງ. ຮູບໃບນີ້ໄດ້ບັນທຶກຈຸດເວລາທີ່ອົບອຸ່ນເມື່ອທ່ານສີຈິ້ນຜິງຈູງມືແມ່ຍ່າງຫຼິ້ນຢູ່ໃນສວນສາທາລະນະ.
ເດືອນພຶດສະພາປີ 2018, ຮູບຖ່າຍໃບນີ້ໄດ້ປະກົດຕົວຢູ່ໃນບົດຂ່າວບົດໜຶ່ງທີ່ມີຫົວຂໍ້ວ່າ “ທ່ານສີຈິ້ນຜິງ ແລະ ແມ່” ທີ່ລາຍງານຜ່ານແອບຂອງສະຖານີໂທລະພາບສູນກາງຈີນ. ຫຼັງຈາກຂ່າວນີ້ຖືກນຳສະເໜີແລ້ວ, ກໍໄດ້ກາຍເປັນຂ່າວເດັ່ນໃນສື່ທາງອິນເຕີເນັດຕ່າງໆຢ່າງວ່ອງໄວ, ແລະໄດ້ແຊກັນຢ່າງກວ້າງຂວາງ. ອີງຕາມສະຖິຕິທີ່ບໍ່ຄົບຖ້ວນ, ໃນ 24 ຊົ່ວໂມງສັ້ນໆ, ຜູ້ອ່ານບົດຂ່າວນີ້ກໍໄດ້ມີຫຼາຍກວ່າ 1 ຕື້ເທື່ອຄົນ.
ບົດຂ່າວ ແລະ ຮູບຖ່າຍນີ້, ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ, ແລະ ມີຄົນຈຳນວນຫຼວງຫຼາຍອ່ານ ແລະ ກົດໄລ, ອາດຈະແມ່ນຍ້ອນຄວາມກະຕັນຍູ ແລະ ຄວາມຮັກຂອງທ່ານສີຈິ້ນຜິງທີ່ມີຕໍ່ແມ່ໄດ້ສ້າງຄວາມປະທັບໃຈໃຫ້ທຸກຄົນ, ເຊິ່ງເປັນຄວາມຮັກທີ່ບໍລິສຸດ ແລະ ລຽບງ່າຍທີ່ສຸດຂອງເພິ່ນໃຫ້ກັບແມ່.
ສະນັ້ນ, ຄວາມກະຕັນຍູຕໍ່ພໍ່ແມ່ບໍ່ພຽງແຕ່ແມ່ນການຕອບສະໜອງຕາມຄວາມຕ້ອງການດ້ານວັດຖຸໃຫ້ ພໍ່ແມ່ທໍ່ນັ້ນ, ສິ່ງສຳຄັນກວ່ານີ້ແມ່ນຕ້ອງໃຫ້ຄວາມເອົາໃຈໃສ່,ຄວາມຮັກແພງ ແລະ ຄວາມເຄົາລົບນັບຖືຢ່າງແທ້ຈິງຕໍ່ພວກເພິ່ນ, ເຊິ່ງເປັນສິ່ງທີ່ໄດ້ເນັ້ນໜັກໃນປັດຊະຍາຂົງຈື້. ກໍຍ້ອນແນວນີ້, ທ່ານສີຈິ້ນຜິງຈຶ່ງໄດ້ກ່າວວ່າ: “ປະຊາຊາດຈີນໃຫ້ຄວາມສຳຄັນຕໍ່ຄອບຄົວ ແລະ ຄວາມຮັກແພງລະຫວ່າງສະມາຊິກໃນຄອບຄົວມາແຕ່ບູຮານນະການ.”
ກ່ຽວກັບການເຄົາລົບຜູ້ເຖົ້າສູ່ທ່ານຟັງ, ທ່ານສີຈິ້ນຜິງກ່າວວ່າ:
“ການເຄົາລົບນັບຖືຜູ້ເຖົ້າ, ຮັກແພງເດັກນ້ອຍ,ເມຍດີຜົວສຸກໃຈ, ແມ່ເມດຕາປານີ ລູກກະຕັນຍູ, ອ້າຍນ້ອງຮັກແພງກັນ, ສືບທອດມູນເຊື້ອຂອງຄອບຄົວດ້ວຍການປູກຝັງແລະການສະແຫງຫາຄວາມຮູ້, ຖະໜອມຄອບຄົວດ້ວຍຄວາມດຸໝັ່ນ ແລະ ຄວາມປະຢັດມັດທະຍັດ, ມີມາລະຍາດ ປະຕິບັດຕາມລະບຽບວິໄນ ແລະ ກົດໝາຍ,ເມື່ອຄອບຄົວປອງດອງກັນຈະເຮັດໃຫ້ພາລະກິດທຸກຢ່າງຈະເລີນຮຸ່ງເຮືອງ, ແລະອື່ນໆ, ທັງໝົດເຫຼົ່ານີ້ລ້ວນແຕ່ເປັນມູນເຊື້ອອັນດີງາມຂອງປະຊາຊາດຈີນ, ໄດ້ຈາລຶກໄວ້ໃນຈິດໃຈຂອງປະຊາຊົນຈີນ, ແລະ ເຊື່ອມຊຶມເຂົ້າເສັ້ນເລືອດຊາວຈີນ, ເປັນກຳລັງແຮງທາງຈິດໃຈທີ່ສຳຄັນທີ່ຊ່ວຍຄໍ້າຊູປະຊາຊາດຈີນສືບທອດກັນມາໃນແຕ່ລະເຊັ່ນຄົນຢ່າງບໍ່ຂາດສາຍ, ເປັນຊັບສົມບັດດ້ານຈິດໃຈອັນລໍ້າຄ່າໃນການສ້າງຄວາມສິວິໄລຂອງຄອບຄົວ. ”
ຄຳເຫັນດັ່ງກ່າວແມ່ນທ່ານສີຈິ້ນຜິງກ່າວໃນເວລາຕ້ອນຮັບຜູ້ຕາງໜ້າຄອບຄົວສິວິໄລທົ່ວປະເທດຈີນຄັ້ງທຳອິດເມື່ອວັນທີ 12 ທັນວາ ປີ 2016. ໃນຄຳເຫັນຕອນນີ້ຄືຊິບໍ່ໄດ້ໃຊ້ສຳນວນອະມະຕະ, ແຕ່ກໍມີສຳນວນອະມະຕະໃນທຸກບ່ອນ. ທ່ານສີຈິ້ນຜິງໄດ້ເວົ້າເຖິງມູນເຊື້ອອັນດີງາມຫຼາຍຢ່າງຂອງປະຊາຊາດຈີນ, ທຳອິດກໍໄດ້ເວົ້າເຖິງການເຄົາລົບຜູ້ເຖົ້າ.
ທ່ານສີຈິ້ນຜິງຕ້ອນຮັບຜູ້ຕາງໜ້າຄອບຄົວສິວິໄລທົ່ວປະເທດຈີນຄັ້ງທຳອິດເມື່ອວັນທີ 12 ທັນວາ ປີ 2016
ໃນສະໄໝຊຸ່ນຊິ່ວ(ກ່ອນຄສປີ 770-ກ່ອນຄສປີ476), ເມີ້ງຈື ບຸກຄົນຕົວແທນປັດຊະຍາຂົງຈື ກໍເຄີຍກ່າວວ່າ: “ຂໍພຽງແຕ່ທຸກຄົນຮັກແພງພໍ່ແມ່, ເຄົາລົບນັບຖືຜູ້ເຖົ້າ, ໂລກກໍຈະມີຄວາມສະຫງົບ.” ນີ້ສະແດງໃຫ້ເຫັນວ່າ, ເມື່ອ 2000 ກວ່າປີກ່ອນ, ເມີ້ງຈືກໍໄດ້ຮັບຮູ້ວ່າ, ການເຄົາລົບຜູ້ເຖົ້າບໍ່ພຽງແຕ່ເປັນເລື່ອງສ່ວນຕົວຂອງຄອບຄົວດຽວເທົ່ານັ້ນ, ຫາກຍັງພົວພັນເຖິງຄອບຄົວເປັນພັນເປັນໝື່ນ, ແລະພົວພັນເຖິງທຸກຄົນໃນວົງຄະນາຍາດໃຫຍ່ໃນສັງຄົມ.
ແນ່ນອນແລ້ວ, ໃນດ້ານໜຶ່ງ, ການເຄົາລົບຜູ້ເຖົ້າກໍເປັນຄວາມຮັບຜິດຊອບທາງສັງຄົມ, ຄວນເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ເຖົ້າຖືກຮັບປະກັນຢ່າງແທ້ຈິງຈາກລະບຽບການ, ອົງການລ້ຽງດູຜູ້ເຖົ້າ, ການປັບປຸງແບບແຜນຂອງສັງຄົມໃຫ້ດີຂຶ້ນ ແລະດ້ານອື່ນໆ. ໃນອີກດ້ານໜຶ່ງ, ກໍພົວພັນເຖິງພວກເຮົາທຸກຄົນ, ຄວນພິຈາລະນາວ່າຈະເຮັດແນວໃດເພື່ອໃຫ້ຄວາມເມດຕາປານີກັບຜູ້ເຖົ້າທຸກຄົນທີ່ຢູ່ໃກ້ຕົນ.
ຄຳເຫັນ
0